ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນລາວໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະເອົາການສຳ ພາດກັບທ່ານຊາລີ ສິດທິສົມພອນ ຈາກແຂວງສະຫວັນນະເຂດ ທີ່ໄດ້ມາຕັ້ງຖິ່ນຖານຢູ່ໃນນະຄອນລັສ ເວກັສ, ລັດເນວາດາ, ທາງພາກໃຕ້ຂອງສະຫະລັດ ແຕ່ປີ 1980 ຊຶ່ງທ່ານໄດ້ກາຍເປັນຜູ້ນຳປະຊາຄົມລາວ ຜູ້ຫ້າວຫັນ ແລະປະກອບສ່ວນຊ່ວຍເຫລືອສັງຄົມຈົນເປັນທີ່ຮູ້ຈັກກັນດີ ສຳລັບຊຸມຊົນລາວໃນລັດດັ່ງກ່າວ ລາຍລະອຽດຈະເປັນແນວໃດນັ້ນ ຂໍເຊີນທ່ານໄປຟັງຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດກັບທ່ານຊາລີ ສິດທິສົມພອນ, ຜູ້ນຳປະຊາຄົມລາວ ແລະນັກສິນລະປິນທີ່ມີຊື່ສຽງທ່ານນຶ່ງ ໃນເມືອງລັສ ເວກັສ
ທ່ານຊາລີ ທີ່ເປັນປະທານວັດລາວ ແຫ່ງນຶ່ງກ່າວຄຳປາໄສໃນງານບຸນປີໃໝ່ລາວ
ສະຫະລັດອາເມຣິກາຕັ້ງແຕ່ໃດມາແມ່ນມີຜູ້ຄົນຈາກຫລາຍາພາກຂອງໂລກ ດັ້ນດົ້ນມາຫາ ຊຶ່ງຫລາຍຄົນກໍໄດ້ສ່ຽງໄພມາ ເພື່ອຢາກມາຫາໂອກາດສ້າງຊີວິດໃໝ່ທີ່ດີກວ່າເກົ່າ. ເຊັ່ນດຽວກັນ ທ່ານຊາລີ ສິດທິສົມພອນ, ໜຸ່ມລາວທີ່ເປັນລູກຊາຍຂອງອະດີດນາຍຕຳຫລວດ ໃນສະໄໝກ່ອນ 1975 ນັ້ນ ກໍໄດ້ຕັດສິນໃຈສ່ຽງຊີວິດລອຍຂ້າມນ້ຳຂອງ ໄປຢູ່ສູນອົບພະຍົບໃນປະເທດໄທ ເພື່ອລໍຖ້າໂອກາດ ມາສ້າງຄວາມກ້າວໜ້າຢູ່ໃນສະຫະລັດ ແລະທ່ານກໍໄດ້ມາຮອດນະຄອນ ລັສ ເວກັສ ໃນປີ1980 ດັ່ງໃຈຫວັງ ຊຶ່ງທ່ານໄດ້ເລົ່າເລື້ອງນີ້ສູ່ວີໂອເອຟັງວ່າ:
Your browser doesn’t support HTML5
ສຽງ 1 ທ່ານຊາລີ ເລົ່າເຖິງການອົບພະຍົບອອກຈາກບ້ານ
ທ່ານ ຊາລີ ແລະພັນລະຍາໃນໂອກາດບຸນປີໃໝ່ລາວ ທີ່ລັສ ເວກັສ
ເໝືອນດັ່ງຊາວອົບພະຍົບທົ່ວໄປທີ່ມາສ້າງຊີວິດໃໝ່ຢູ່ໃນຕ່າງປະເທດທີ່ມີພາສາ ແລະວັດທະນະທຳແຕກຕ່າງກັບປະເທດຕົນເອງນັ້ນ ໃນຂັ້ນຕົ້ນ ທ່ານຊາລີ ກໍຕ້ອງສູ້ຊົນຫາລ້ຽງຊີບຕົນເອງໂດຍບໍ່ໄດ້ເຂົ້າຮຽນຕໍ່ ເພາະຢູ່ໃນນະຄອນແຫ່ງນັ້ນ ບໍ່ໄດ້ມີອົງການຊ່ວຍເຫລືອອົບພະຍົບເໝືອນກັບລັດອື່ນໆ ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ:
Your browser doesn’t support HTML5
ສຽງ 2 ທ່ານຊາລີ-ຄວາມຫຍຸ້ງຍາກໃນຕອນທຳອິດ
ທ່ານຊາລີ ຮ້ອງເພັງຮ່ວມກັບນັກຮ້ອງຍິງໃນງານລ້ຽງງານນຶ່ງ ໃນລັສ ເວກັສ
ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ນະຄອນລັດສເວກັສ ທີ່ເປັນສູນແຫ່ງກາງທ່ອງທ່ຽວ ແລະບັນເທີງທີ່ໂດງດັງຂອງໂລກແຫ່ງນຶ່ງ ແມ່ນມີວຽກເຮັດງານທຳ ຫລາຍຢ່າງໃຫ້ແກ່ແຮງງານທີ່ບໍ່ມີຄວາມຄ່ອງແຄ້ວດ້ານພາສາອັງກິດ ຫລື ບໍ່ໄດ້ຮັບການສຶກສາສູງ ຊຶ່ງລວມທັງອົບພະຍົບຈາກລາວ ແລະປະເທດອື່ນທັງຫຼາຍ ຈຶ່ງເປັນບ່ອນທີ່ເຮັດໃຫ້ຄົນ ປະກອບອາຊີບໄດ້ງ່າຍກວ່າເມືອງອື່ນ ດັ່ງທີ່ທ່ານຊາລີ ເລົ່າສູ່ຟັງວ່າ:
Your browser doesn’t support HTML5
ສຽງ 3 ທ່ານຊາລີເລົ່າເຖິງວຽກເຮັດງານທຳຂອງຄົນລາວ
ທ່ານຊາລີ ສິດທິສົມພອນ ແລະພັນລະຍາ
ນະຄອນລັສ ເວກັສທີ່ຕັ້ງຢູ່ໃນລັດເນວະດາ ເປັນດິນແດນທີ່ແຫ້ງແລ້ງ ແລະມິທະເລຊາຍ ສະນັ້ນລັດຖະບານສະຫະລັດອານຸຍາດໃຫ້ສ້າງເມືອງດັ່ງກ່າວ ໃຫ້ເປັນສູນກາງແຫ່ງການທ່ອງທ່ຽວ ແລະການພະນັນແບບຖືກກົດໝາຍ ແລະມີ ການຄຸ້ມຄອງດີ. ພະນັກງານເຮັດວຽກໃນຂະແໜງອຸດສະຫະກຳໃນຂະແໜງນີ້ກໍຕ້ອງໄດ້ຮັບການຝຶກອົບຮົມ, ການປົກປ້ອງຈາກອົງການກຳມະບານຂອງແຮງງານອາເມຣິກັນ ແລະໄດ້ຮັບສະຫວັດດີການດີ ດັ່ງທີ່ທ່ານຊາລີ ເລົ່າກໍລະນີຂອງ ທ່ານກໍຄືແຮງງານທົ່ວໄປ ຢູ່ໃນນະຄອນໃຫຍ່ແຫ່ງນັ້ນສູ່ຟັງວ່າ:
Your browser doesn’t support HTML5
ສຽງ 4 ທ່ານຊາລີ ເລົ່າກ່ຽວກັບນະຄອນລັສ ເວກັສ
ລັສເວກັສ ເປັນເມືອງໃຫຍ່ທີ່ເຕັມໄປດ້ວຍໄຟແສງສີ ແລະມີຄວາມປອດໄພສູງ ແລະເນື່ອງຈາກວ່າ ຄົນສ່ວນໃຫຍ່ໃນເມືອງນັ້ນເຮັດວຽກໃນຂະແໜງບໍລິການັກທ່ອງທ່ຽວທີ່ມັກໄປທ່ຽວນະຄອນທີ່ສີວິໄລງົດງາມແຫ່ງນັ້ນ ໃນວັນທ້າຍສັບປະດາ ສະນັ້ນຜູ້ຄົນສ່ວນໃຫຍ່ຈຶ່ງບໍ່ມັກພັກການໃນວັນທ້າຍສັບປະດາ ແຕ່ພັກວັນພະດ ແລະວັນພະຫັດແທນ.
Your browser doesn’t support HTML5
ສຽງ5 ທ່ານຊາລີ ເລົ່າກ່ຽວກັບວັນເຮັດການໃນລັສ ເວກສັ
ບຸນບັ້ງໄຟ ທີວັດລາວແຫ່ງນຶ່ງໃນນະຄອນລັສ ເວກັສ ທີ່ທ່ານຊາລີ ເປັນຜູ້ນຶ່ງໃນຄະນະນຳພາຈັດງານບຸນນີ້
ເນື່ອງຈາກມີວຽກເຮັດງານທຳອັນດີມັນຈຶ່ງດຶງດູດເອົາຄົນລາວ ໃຫ້ໄປຕັ້ງຖິ່ນຖານຢູ່ໃນເມືອງດັ່ງກ່າວຫລາຍ ຊຶ່ງປັດຈຸບັນກໍມີປະມານ 4,000 ຄົນ, ອີງຕາມ ທ່ານຊາລີ.
ຄົນລາວບໍ່ວ່າຈະໄປຕັ້ງຖິ່ນຖານຢູ່ໃສກໍຕາມ ຈະນຳເອົາຮີດຄອງປະເພນີຂອງຕົນໄປນຳ. ສ່ວນທ່ານຊາລີ ຊຶ່ງເປັນຜູ້ນຶ່ງທີ່ໄປຕັ້ງຖິ່ນຖານໃນນະຄອນນັ້ນໃນກຸ່ມທຳອິດ ແລະເປັນຜູ້ມີພອນສະຫວັນໃນດ້ານສິນລະປະຮ້ອງເພັງທ່ານຈຶ່ງເປັນຄົນນຶ່ງທີ່ນຳພາຊຸມຊົນລາວໃນນະຄອນໃຫຍ່ແຫ່ງນັ້ນ ສ້າງສາວັດລາວຂຶ້ນ 2 ແຫ່ງ ຊຶ່ງທ່ານເລົ່າສູ່ຟັງວ່າ:
Your browser doesn’t support HTML5
ສຽງ 6 ທ່ານຊາລີ ເລົ່າເຖິງການຮັກສາຮີດຄອງປະເພນີລາວໃນລັສ ເວກັສ
Your browser doesn’t support HTML5
ງານບາສີໃຫ້ແກ່ນາງງາມຈັກກະວານປີ 2022, ປ່າເຢັງ ຊາ ລໍ ໃນລັສ ເວກັສ
ນອກນັ້ນແລ້ວ ຊຸມຊົນລາວທີ່ມີຄວາມປຸ້ມລຸມສາມັກຄີກັນດີ ກໍໄດ້ໃຫ້ການຕ້ອນຮັບບັນດານາງງາມທີ່ເດີນທາງມາຈາກປະເທດລາວ ເພື່ອມາປະກວດນາງງາມຈັກກະວານໃນສະຫະລັດເກືອບວ່າທຸກຄັ້ງເຄີຍ ແລະຄັ້ງຫລ້າສຸດ ກໍຄືເມື່ອສອງອາທິດກ່ອນໜ້ານີ້ ກໍໄດ້ໃຫ້ການຕ້ອນຮັບ ແລະຈັດງານບາສີສູ່ຂວັນໃຫ້ແກ່ນາງປ່າເຢັງ ຊາ ລໍ, ນາງງາມຈາກລາວທີ່ເດີນທາງໄປແຫວ່ ລັສ ເວກັສ ກ່ອນທີ່ນາງແລະຄະນະ ຈະເດີນທາງໄປປະກວດນາງງາມຈັກກະວານທີ່ຈັດຂຶ້ນໃນວັນເສົາວານນີ້ ໃນເມືອງນີວໂອລີນສ໌, ລັດລຸຍເຊຍນາ ດັ່ງທີ່ທ່ານຊາລີ ເລົ່າເລື້ອງນີ້ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 7 ທ່ານຊາລີ ເລົ່າເຖິງຄົນລາວ ຕ້ອນຮັບນາງງາມຈາກລາວ ທີ່ມາປະກວດນາງງາມຈັກກະວານໃນ ສຫລ
Your browser doesn’t support HTML5
ເພັງທີ່ຮ້ອງໂດຍທ່ານຊາລີ "ລົມຫນາວທີ່ບ້ານເກີດ"
ທ່ານສາລີ ປັດຈຸບັນ ນອກຈາກມີອາຊີບອັນໝັ້ນຄົງໃນໂຮງຫລິ້ນກາຊີໂນຂະໜາດໃຫຍ່ແຫ່ງນຶ່ງແລ້ວ ກໍຍັງເປັນຫົວໜ້າວົງດົນຕີ ລາວເວກັສ ທີ່ຜູ້ຄົນຮູ້ກັນດີ ແລະເປັນປະທານວັດລາວແຫ່ງນຶ່ງໃນນະຄອນນັ້ນອີກດ້ວຍ. ທ່ານໄດ້ແຕ່ງງານກັບແມ່ຍິງທີ່ເປັນເພື່ອນຂອງທ່ານແຕ່ສະໄໝຢູ່ລາວ ແລະມີລູກຊາຍນຳກັນສອງຄົນ ຊຶ່ງເຂົາເຈົ້າກໍໄດ້ຮັບການສຶກສາ ແລະມີວຽກເຮັດງານທຳດີ. ເມື່ອຫວນຄືນເບິ່ງແລ້ວ ທ່ານຊາລີ ທີ່ໄດ້ຕັດສິນໃຈສ່ຽງຊີວິດລອຍຂ້າມນ້ຳຂອງໄປຍັງຝັ່ງໄທກັບໝູ່ຊາວໜຸ່ມດ້ວຍກັນນັ້ນ ແມ່ນປະສົບຜົນສຳເລັດສູງດັ່ງໃຈຫວັງ ຫລັງຈາກໄດ້ມີຕັ້ງຖິ່ນຖານໃນນະຄອນລັສ ເວກັສ ຂອງສະຫະລັດແລ້ວ.
ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນເລື້ອງລາວຂອງ ທ່ານຊາລີ ສິດທິສົມພອນ ທີ່ອົບພະຍົບມາຈາກແຂວງສະຫວັນນະເຂດ ແລະໄດ້ກາຍມາເປັນຜູ້ນຳທີ່ສຳຄັນຄົນນຶ່ງຂອງຊຸມຊົນລາວໃນນະຄອນລັສເວກັສ, ລັດເນວະດາ ທີ່ມີຊື່ສຽງວ່າເປັນສູນກາງແຫ່ງການບັນເທີງລະດັບໂລກ. ຂໍເຊີນທ່ານ ຮັບຟັງລາຍການຊຸມຊົນ ຊາວລາວເລື້ອງໃໝ່ ໃນອາທິດໜ້າ ເວລາດຽວກັນນີ້.
ເບິ່ງວີດິໂອການບາສີສູ່ຂວັນໃຫ້ແກ່ນາງປ່າເຢັງ ຊາລໍ ທີ່ມາຈາກລາວເພື່ອມາປະກວດນາງງາມຈັກກະວານ
Your browser doesn’t support HTML5
ຊຸມຊົນລາວ ເຮັດພິທີບາສີສູ່ຂວັນຕ້ອນຮັບນາງຢ່າເຢງ ຊາ ລໍ, ນາງງາມຈັກກະວານລາວ ທີ່ໄປແຫວ່ນະຄອນລັສ ເວກັສ, 28 ທັນວາ 2022