ຊຸມຊົນຊາວລາວ ຮ່ວມກັນຊ່ອຍສ້າງສາ ວັດລາວພຸດທະຣັຕະນະຣາມ ເມືອງວິຈິຕາ ລັດແຄນຊັສ ຊຶ່ງຈະສະຫຼອງງານບຸນເປີດ ສິມແລະສາລາ ຫຼັງໃໝ່

ວັດລາວພຸດທະຣັຕະນະຣາມ ເມືອງວິຈິດຕາ ລັດແຄນຊັສ

ຊຸມຊົນຊາວລາວ ໃນເມືອງວິຈິຕາ ລັດແຄນຊັສ ພ້ອມກັບພີ່ນ້ອງຊາວລາວ ທັງຢູ່ໃກ້ແລະໄກ ໄດ້ພາກັນປະກອບສ່ວນເຂົ້າໃນການສ້າງສາສິມແລະສາລາໂຮງ​ທຳຂອງວັດລາວພຸດທະຣັຕະນະຣາມ ເມືອງວິຈິຕາ ນັບຕັ້ງແຕ່ຊຸມປີ 1990 ປາຍເປັນຕົ້ນມາ ໂດຍການນຳພາຂອງ ພະອາຈານຄຳພູ ແລະຄະນະກຳມະການວັດ ຊຶ່ງໃນອີກບໍ່ເທົ່າໃດເດືອນຈະມາເຖິງນີ້ ທາງການຈັດຕັ້ງຂອງວັດຈະໄດ້ມີການຈັດງານບຸນສະເຫຼີມສະຫຼອງການເປີດສິມ ແລະ ສາລາໃໝ່ ຢ່າງເປັນທາງການ ໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ຊຸມຊົນຊາວລາວ ຮ່ວມກັນຊ່ອຍສ້າງສາ ວັດລາວພຸດທະຣັຕະນະຣາມ ເມືອງວິຈິຕາ ລັດແຄນຊັສ

ພະອາຈານຄຳພູ ເຈົ້າອະທິການວັດລາວພຸດທະຣັຕະນະຣາມ ເມືອງວິຈິຕາ ລັດແຄນຊັສ ໄດ້ເຂົ້າມາຈຳສິນຢູ່ທີ່ວັດແຫ່ງນີ້ ເມື່ອສິບສາມປີກ່ອນ ໃນໄລຍະທີ່ຈຳສິນຢູ່ໃນວັດນັ້ນ ພະອາ​ຈານ ກໍໄດ້ນຳພາປະຊາຄົມຊາວລາວ ທີ່ນັບຖືສາສະໜາພຸດ ພັດທະນາສ້າງສາວັດມາຕະຫຼອດ ແລະປາກົດວ່າ ປະຊາກອນຂອງຊາວລາວ ໃນເມືອງແຫ່ງນີ້ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວມາເລື້ອຍໆ ແລະກໍໄດ້ມີການສ້າງສາຕາມກຳລັງທຶນຮອນຂອງພໍ່ແມ່ພີ່ນ້ອງທີ່ອາໄສຢູ່ໃນເມືອງດັ່ງກ່າວ ເມື່ອປະຊາກອນຂອງຊຸມຊົນຊາວລາວ ໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍ ກໍເຮັດໃຫ້ສະຖານທີ່ຂອງວັດຂັບແຄບ ສະນັ້ນຈຶ່ງຕ້ອງໄດ້ມີການຍົກຍ້າຍ ໄປຕັ້ງຢູ່ສະຖານທີ່ແຫ່ງທີສອງໃໝ່ ແລະຕໍ່ມາໃນທີ່ສຸດກໍໄດ້​ໄປ​ຕັ້ງຢູ່ແຫ່ງທີສາມ ດັ່ງທີ່ພະອາຈານ ຄຳພູ ເລົ່າສູ່ວີໂອເອ ຟັງວ່າ: ສຽງ 1 ພະອາຈານຄຳພູ

Your browser doesn’t support HTML5

ພະອາຈານ ຄຳພູ ກ່າວກ່ຽວກັບການຍົກຍ້າຍວັດເຖິງສາມຄັ້ງ

ທ່ານຄຳຜຸຍ ມະນີແສງ ເຄີຍເປັນຄະນະກຳມະການວັດລາວພຸດທະຣັຕະນະຣາມ ຜູ້ທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງວິຈິຕາ ລັດແຄນຊັສ ໃນທ້າຍປີ 1975 ຊຶ່ງໃນເວລານັ້ນ ຄອບຄົວຄົນລາວ ຍັງບໍ່ຄ່ອຍມີຫຼາຍ ຕົກມາກາງປີ 1976 ມີຄອບ ຄົວຊາວລາວ ກໍເລີ້ມເຂົ້າມາຕັ້ງຖິ່ນຖານ ຢູ່ໃນເມືອງວິຈິດຕາ ສອງສາມຄອບຄົວ ທ່ານກ່າວວ່າ ໃນຊຸມປີ 1920 ຫາ 1930 ອຸດສາຫະກຳການຜະລິດເຄືອງຈັກແລະເຮືອບິນໂດຍສານພານິດ ແລະເຮືອບິນສ່ວນຕົວ ໄດ້ເຂົ້າມາຕັ້ງໂຮງຈັກໂຮງງານໃນເມືອງວິຈິຕາ ຈຶ່ງເຮັດໃຫ້ເມືອງນີ້ ກາຍເປັນສູນກາງຂອງອຸດສາຫະກຳການຜະລິດເຮືອບິນໂດຍສານຂອງບັນດາບໍລິສັດທີ່ມີຊື່ສຽງຂອງໂລກ ແລ້ວຄົນລາວ ສ່ວນຫຼາຍ ກໍພາກັນເລີ້ມເຂົ້າມາຕັ້ງຖິ່ນຖານຫຼາຍຂຶ້ນນັບມື້ ດັ່ງທີ່ທ່ານຄຳຜຸຍ ກ່າວໃຫ້ວີໂອເອຟັງດັ່ງນີ້:

Your browser doesn’t support HTML5

ທ່ານຄຳຜຸຍ ກ່າວກ່ຽວກັບການລັ່ງໄຫລເຂົ້າມາຕັ້ງຖິ່ນຖານ ຊອງຊາວລາວ ໃນເມືອງວິຈິຕາ

ໃນຂະນະທີ່ຄອບຄົວຊາວລາວພຸດ ພາກັນລັ່ງໄຫລເຂົ້າມາຫຼາຍຂຶ້ນຢ່າງຕໍ່ເນື່ອງ ທ່ານຄຳຜຸຍ ຈຶ່ງຕ້ອງໄດ້ໄປຊອກຫາສະຖານທີ່ທີ່ກວ້າງຂຶ້ນກວ່າເກົ່າ ແລະເໝາະສົມສຳລັບການສ້າງວັດຫຼັງໃໝ່ເພື່ອຮອງຮັບປະຊາຄົມຊາວລາວ ທີ່ພາກັນເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງນີ້ ແລະທ່ານກໍສາມາດຊອກຫາດີນແຫ່ງນຶ່ງໄດ້ ຈາກການຊ່ອຍເຫຼືອຂອງຜູ້ປົກຄອງເມືອງວິຈິຕາ ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ: ສຽງ 5

Your browser doesn’t support HTML5

ທ່ານຄຳຜຸຍ ກ່າວກ່ຽວກັບການມີສ່ວນຊອກຫາດີນແຫ່ງໃໝ່ສຳລັບສ້າງວັດແຫ່ງທີ 3 ໃນເມືອງວິຈິຕາ

ທ່ານຄຳຜຸຍ ມະນີແສງ ແຖວໜ້າເບື້ອງຊ້າຍ ພຣະອາຈານ ດຣ. ຄຳພູ ເຈົ້າອະທິການວັດລາວພຸດທະຣັຕະນະຣາມ ເມືອງວິຈິດຕາ ແລະ ເຈົ້າເມືອງວິຈິດຕາ ດຣ. ແບຣນດອນ ວິບໂປ.

ເມື່ອທ່ານຄຳຜຸຍ ໄດ້ຊື້ດີນເປັນທີ່ຮຽບຮ້ອຍ ພະອາຈານ ຄຳພູ ກໍໄດ້ນຳພາພີນ້ອງຊາວລາວ ທັງຢູ່ໃນເມືອງວິຈິຕາ ຕະຫຼອດທັງ ໃນສະຫະລັດ ແລະນອກສະຫະລັດ ສ້າງສາວັດລາວ ໂດຍເລີ້ມແຕ່ສິມ ແລະສາລາປະຕິບັດທຳຫຼັງໃໝ່ຂຶ້ນມາ ແລະໄດ້ນິມົນພະອາຈານຫຼາຍອົງເຂົ້າມາຈຳສິນ ຊຶ່ງພະອາຈານ ຄຳພູ ໄດ້ເລົ່າໃຫ້ວີໂອເອຟັງວ່າ:

Your browser doesn’t support HTML5

ພະອາຈານ ຄຳພູ ກ່າວກ່ຽວກັບການພັດທະນາສ້າງສາວັດ

ການສ້າງວັດໃໝ່ ໃຊ້ເວລາ 5 ປີກວ່າ ຍ້ອນມີການລະບາດຂອງພະຍາດໄວຣັສໂຄວິດ-19 ນັບຕັ້ງແຕ່ປີ 2019 ຫາ 2021 ຫາກແຕ່ສິມໄດ້ສ້າງເປັນທີ່ສຳເລັດໃນປີ 2017 ແລະຕໍ່ຈາກນັ້ນ ກໍໄດ້ສ້າງສາລາປະຕິບັດທຳຕໍ່ ຈົນໃນທີ່ສຸດກໍໄດ້ສຳ ເລັດຕາມເປົ້າໝາຍ ດັ່ງທີ່ພະອາຈານ ອະທິບາຍໃຫ້ຟັງວ່າ:

Your browser doesn’t support HTML5

ພະອາຈານ ຄຳພູ ກ່າວກ່ຽວກັບການສ້າງສິມເປັນທີ່ຮຽບຮ້ອຍ

ສ່ວນງານບຸນສະເຫຼີມສະຫຼອງການເປີດສາລາຟັງທຳຫຼັງໃໝ່ນັ້ນ ແມ່ນຈະມີຂຶ້ນໃນວັນທີ 26 ສິງຫາ ຫາ ວັນທີ 3 ກັນຍາ 2023 ເປັນເວລາ 9 ຄືນ 9 ວັນ ຕາມທີ່ພະອາຈາ ຄຳພູ ອະທິບາຍໃຫ້ຟັງເຖິງຄວາມສຳຄັນຂອງງານບຸນນີ້ວ່າ:

Your browser doesn’t support HTML5

ພະອາຈານ ຄຳພູ ກ່າວກ່ຽວກັບການສະຫຼອງເປີດສິມແລະສາລາ 9 ບຸນ 9 ວັນ 9 ຄືນ

ແລະສາເຫດທີ່ມີການສະຫຼອງເຖິງເກົ້າວັນເກົ້າຄືນ ພະອາຈາ ໄດ້ອະທິບາຍວ່າ ກໍຍ້ອນພີ່ນ້ອງຊາວລາວ ໃນສະຫະລັດ ສ່ວນໃຫຍ່ແມ່ນຄາວຽກຄາການ ຫາວັນພັກໄດ້ຍາກ ດັ່ງນັ້ນ ເພື່ອຄວາມສະດວກໃນການຂໍພັກງານຂອງແຕ່ລະຄົນ ແລະພ້ອມກັນນັ້ນ ເພື່ອພີ່ນ້ອງຊາວລາວ ທີ່ຢູ່ຫ່າງໄກນຳດ້ວຍ.

ໃບປິວລາຍລະອຽດງານບຸນສະຫຼອງສິມ ແລະສາລາຟັງທຳ ຫຼັງໃໝ່ທີ່ວັດລາວພຸດທະຣັຕະນະຣາມ ເມືອງວິຈິຕາ ລັດແຄນຊັສ