ລາຍການຊຸມຊົນລາວໃນທະວີບອາເມຣິກາຂອງວີໂອເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້ ພວກເຮົາຈະນຳສະເໜີທ່ານ ການສຳພາດກັບຍານາງ ໂຈແອນ ວຽງມະນີ ຫຼວງລາດ, ແມ່ຍິງລາວທີ່ໄດ້ຍ້າຍມາຕັ້ງຖິ່ນກັບຄອບຄົວຢູ່ລັດ ຮາວາຍ ຂອງ ສະຫະລັດ. ພວກເຮົາໄດ້ລົມກັບລາວ ກ່ຽວກັບ ການທຳມາຫາກິນ ແລະ ການດຳລົງຊີວິດໃນລັດ ຮາວາຍ, ພ້ອມກັບຊຸມຊົນລາວ ໃນລັດດັ່ງກ່າວ. ເຊີນທ່ານຟັງການສໍາພາດກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານຊຸມຊົນຊາວລາວໃນ ອາເມຣິກາ ສຳພາດຍານາງ ໂຈແອນ ແວງມະນີ ຫຼວງລາດ ຈາກລັດ ຮາວາຍ
ປະຊາຊົນລາວໄດ້ຍົກຍ້າຍຖິ່ນຖານມາຢູ່ ສະຫະລັດ ບໍ່ດົນຫຼັງຈາກສົງຄາມຫວຽດນາມ. ອົບພະຍົບລາວໄດ້ມາຮອດ ສະຫະລັດ ຢ່າງຫຼວງຫຼາຍຈາກຊຸມປີ 1980 ຫາ 1990.
ຍານາງ ໂຈແອນ ໄປທ່ຽວປະເທດ ຈີນ ກັບໝູ່.
ແນວໃດກໍ່ຕາມ, ປະຊາຊົນລາວ ສ່ວນຫຼາຍແມ່ນຄາດວ່າ ຈະອາໄສຢູ່ພາກຕາເວັນຕົກ, ພາກໃຕ້, ພາກກາງ ແລະ ພາກຕາເວັນອອກ, ແລະ ຈຳນວນນຶ່ງອາໄສຢູ່ເກາະ ຮາວາຍ.
ຍານາງ ໂຈແອນ ກໍເປັນນຶ່ງໃນບັນດາຄົນລາວທີ່ອາໄສຢູ່ລັດ ຮາວາຍ, ເຊິ່ງລາວໄດ້ກ່າວຕໍ່ພວກເຮົາວ່າ
Your browser doesn’t support HTML5
ສຽງ 1 ການຕັ້ງຖິ່ນຖານໃນ ສະຫະລັດ.mp3
ລັດຮາວາຍ ເປັນເກາະທີ່ຕັ້ງຢູ່ກາງມະຫາສະໝຸດປາຊີຟິກ, ຂີ່ເຮືອບິນຈາກນະຄອນ ໂຮໂຮລູລູ ໄປຫາລັດ ຄາລິຟໍເນຍ ປະມານ 5 ຊົ່ວໂມງ ແລະ ໄປຫານະຄອນຫຼວງ ວໍຊິງຕັນ ແມ່ນ 10 ຊົ່ວໂມງ.
Your browser doesn’t support HTML5
ສຽງ 2 ລັດ ຮາວາຍ.mp3
ລັດຮາວາຍມີ 8 ເກາະສຳຄັນທີ່ຄົນສາມາດຢູ່ໄດ້ຄືເກາະ ອົວຮູ, ມາວີ, ຮາວາຍອີ, ຄົວອີ, ໂມໂລຄາຍ, ລາໄນ, ນີຮາວ ແລະ ຄາໂຮລາເວ. ພູມສັນຖານຂອງເກາະດັ່ງກາວຈະເປັນພູສູງ, ມີພູໄຟ ແລະ ດິນທີ່ອຸດົມສົມບູນເໝາະສົມສຳລັບການປູຝັງ, ພ້ອມທະເລທີ່ເຕັມໄປດ້ວຍປາ.
ຍານາງ ໂຈແອນ ຖ່າຍຮູບກັບໝູ່ ແລະ ນັກສະແດງຊາວ ຮາວາຍ.
ລັດວາຮາຍ, ເຖິງແມ່ນວ່າຈະເປັນເກາະນ້ອຍ ແຕ່ກໍມີປະຊາຊົນ ລາວ ອາໄສຢູ່ຫຼາຍພໍສົມຄວນ. ໃນອະດີດ, ອົບພະຍົບລາວຈຳນວນຫຼາຍແມ່ນໄດ້ອາໄສຢູ່ທີ່ນັ້ນ ແລະ ກໍໄດ້ໄປຮໍ່າຮຽນສຶກສາລະດັບສູງຢູ່ທີ່ນັ້ນ.
Your browser doesn’t support HTML5
ສຽງ 3 ສັງຄົມລາວໃນເກາະ ຮາວາຍ.mp3
ການທຳມາຫາກິນຂອງປະຊາຊົນໃນລັດຮາວາຍສ່ວນຫຼາຍຈະແມ່ນເຮັດສວນ, ຮ້ານອາຫານ ແລະ ການທ່ອງທ່ຽວ. ແລະ ຍານາງ ໂຈແອນ ກໍມີຮ້ານອາຫານເປັນຂອງຕົນເອງຊື່ວ່າ Saeng’s Thai restaurant.
Your browser doesn’t support HTML5
ສຽງ 4 ອາຊີບ.mp3
ຍານາງ ໂຈແອນ ສົງພະຢູ່ວັດລາວໃນລັດຮາວາຍ.
ອາຊີບຮ້ານອາຫານເປັນອາຊີບທີ່ມີວຽກໜັກ, ເວລາສຳລັບການພັກຜ່ອນແມ່ນດົນໆມີເທື່ອນຶ່ງ. ໃນອະນາຄົດອັນໃກ້ນີ້ຍານາງ ໂຈແອນ ກໍຈະໄດ້ພັກຜ່ອນແລ້ວ, ເພາະວ່າລູກຊາຍຈະເປັນຄົນສືບທອດກິດຈະການຮ້ານອາຫານຕໍ່, ເຊິ່ງລາວໄດ້ກ່າວວ່າ
Your browser doesn’t support HTML5
ສຽງ 5 ແຜນການໃນອະນາຄົດ.mp3
ສະຫຼຸບແລ້ວ, ເຖິງແມ່ນວ່າລັດຮາວາຍຈະຕັ້ງຢູ່ໄກຈາກແຜ່ນດິນໃຫຍ່ຢູ່ໃຈກາງມະຫາສະໝຸດ ປາຊີຟິກກໍ່ຕາມ, ປະຊາຊົນຢູ່ທີ່ນັ້ນກໍມີຫຼາຍສິ່ງຫຼາຍຢ່າງໃຫ້ເຮັດຄືກັນກັບຄົນທີ່ຢູ່ແຜ່ນດິນໃຫຍ່ ໂດຍສະເພາະສຳລັບຜູ້ໃດທີ່ມັນຫຼິ້ນນ້ຳທະເລ ແລະ ກິນອາຫານ, ຢູ່ເກາະຮາວາຍແມ່ນມີທຸກຢ່າງ ແລະ ເປັນສະຫວັນສຳລັບຜູ້ໄດ້ໄປຢ້ຽມຢາມ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບຍານາງ ໂຈແອນ ວຽງມະນີ ຫຼວງລາດ, ຄົນລາວທີ່ໄດ້ອົບພະຍົບມາອາໄສຢູ່ໃນລັດ ຮາວາຍ. ບັນດາທ່ານຜູ້ຟັງ ລາຍການຊຸມຊົນຊາວລາວເລື່ອງໃໝ່ ຈະກັບມາພົບກັບທ່ານອີກ ໃນວັນອາທິດໜ້າເວລາດຽວກັນນີ້ ກະລຸນາຕິດຕາມຮັບຟັງ.