ຍານາງກົງເດືອນ ຫຼວງຣາດ ປະທານ ຈັດງານເຕົ້າໂຮມພີ່ນ້ອງຊາວລາວ ໃນສະຫະລັດ ທີ່ນະຄອນລາສເວກັສ ລັດເນວາດາ

ຍານາງກົງເດືອນ ຫຼວງຣາດ ປະທານຈັດງານລ້ຽງສັງສັນ ການເຕົ້າໂຮມພີ່ນ້ອງຊາວລາວ ໃນສະຫະລັດ ທີ່ນະຄອນລາສເວກັດສ ລັດເນວາດາ ໃນຕົ້ນເດືອນກັນຍາ 2022.

ທ່ານຜູ້ຟັງທີ່ເຄົາລົບ ໃນຄ່ຳຄືນນີ້ ທ່ານຈະໄດ້ຟັງເລື້ອງລາວຂອງແມ່ຍິງລາວ ຄົນນຶ່ງ ທີ່ມີຄວາມກ້າຫານ ມຸ້ງໝັ້ນ ແລະມີນ້ຳໃຈເອື້ອເຟື້ອເພື່ອແພ່ ຊ່ອຍເຫຼືອພີ່ນ້ອງຊາວລາວ ອົບພະຍົບທຸກຊົນເຜົ່າ ຢູ່ໃນເຂດເບ​ເອ​ເຣຍຂອງນະຄອນແຊນແພຣສິສໂກ ລັດຄາລີຟໍເນຍ ບ່ອນທີ່ຍານາງກົງເດືອນ ຫຼວງຣາດ ໄດ້ພະ ຍາຍາມປຸ້ມລຸມພີ່ນ້ອງຊາວລາວ ບໍ່ພຽງແຕ່ຢູ່ໃນສະຫະລັດ ເທົ່ານັ້ນ ຊຶ່ງໄຊຈະ ເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ຍານາງກົງເດືອນ ຫຼວງຣາດ ປະທານ ຈັດງານເຕົ້າໂຮມພີ່ນ້ອງຊາວລາວ ໃນສະຫະລັດ ທີ່ນະຄອນລາສເວກັສ ລັດເນວາດາ

ຍານາງກົງເດືອນ ເກີດຢູ່ໃນເຂດນະຄອນຫຼວງວຽງຈັນ ບ້ານອຸບມຸງ ເມືອງສີໂຄດຕະບອງ ເປັນລູກສາວກົກຂອງມື້ລາງຍາທ່ານຜຸຍ ແລະຍານາງມ່ວງ ແກ້ວປະເສີດ ໃນຕົ້ນປີ 1979 ເພິ່ນໄດ້ພາລູກສາວນ້ອຍອາຍຸນຶ່ງປີ ລອຍຂ້າມແມ່ນ້ຳຂອງ ພ້ອມກັບເພື່ອນແມ່ລູກນ້ອຍ ໄປຝັ່ງໄທເພື່ອພົບກັບສາມີຂອງເພິ່ນ ຜູ້ເປັນນາຍຕຳຫຼວດທີ່ໄດ້ຂ້າມໄປເຂົ້າສູນອົບພະຍົບ ໃນຈັງຫວັດໜອງຄາຍ ກ່ອນໜ້ານີ້ແລ້ວ ດັ່ງທີ່ຍານາງເລົ່າໃຫ້ຟັງດັ່ງນີ້:

Your browser doesn’t support HTML5

ຍານາງກົງເດືອນ ຫຼວງຣາດ ກ່າວກ່ຽວກັບການຂ້າມໄປຝັ່ງໄທ

ຄອບຄົວຂອງຍານາງກົງເດືອນ ອາໄສຢູ່ໃນສູນອົບພະຍົບໄດ້ປະມານປີກວ່າ ກ່ອນທີ່ສູນອົບພະຍົບຈະເກີດໄຟໃໝ້ ກໍໄດ້ມີຜູ້ອຸປະຖຳຊາວອາເມຣິກັນ ຫຼື ທີ່ເອີ້ນກັນວ່າ ສະປ່ອນເຊີ ໃນເມືອງເບີກລີ ລັດຄາລີຟໍເນຍ ປະກັນເອົາຄອບຄົວເພິ່ນ ແລ້ວຈຶ່ງໄດ້ອົບພະຍົບມາຢູ່ໃນເມືອງດັ່ງກ່າວ ຊຶ່ງເພິ່ນເລົ່າວ່າ:

Your browser doesn’t support HTML5

ຟັງສຽງຍານາງກົງເດືອນ ຫຼວງຣາດ ກ່າວກ່ຽວກັບການເດີນທາງໄປສະຫະລັດ

ເມື່ອໄດ້ມາຕົກຢູ່ໃນເມືອງເບີກລີແລ້ວ ສະປ່ອນເຊີ ກໍໄດ້ຊ່ອຍເຫຼືອຄອບຄົວຂອງເພິ່ນ ແລະໃນໄລຍະທີ່ອາໄສຢູ່ໃນເມືອງນີ້ ຍານາງກໍໄດ້ຖືພາລູກຊາຍຄົນທີສອງ ຈຶ່ງຕ້ອງໄດ້ເບິ່ງແຍງລູກສາວ ແລະໄປຫາໝໍຢູ່ໃນເມືອງນີ້ ດັ່ງທີ່ຍານາງກ່າວໃຫ້ຟັງວ່າ:

Your browser doesn’t support HTML5

ຟັງສຽງຍານາງກົງເດືອນ ຫຼວງຣາດ ກ່າວກ່ຽວກັບການຕັ້ງຖິ່ນຖານໃນເມືອງເບີກລີ

ຂ້າພະເຈົ້າຖາມເພິ່ນວ່າ ໄດ້ຮຽນພາສາອັງກິດມາແຕ່ໃສ? ຍານາງຕອບວ່າ:

Your browser doesn’t support HTML5

ຍານາງກົງເດືອນ ຫຼວງຣາດ ກ່າວກ່ຽວກັບການຮ່ຳຮຽນຢູ່ຟ້າງຸ່ມ

ນອກຈາກໄດ້ເຮັດວຽກເປັນນາຍແປພາສາຢູ່ທີ່ຄລີນິກ ຍານາງກໍຍັງໄດ້ໄປສະໝັກ ເປັນຜູ້ຊ່ວຍທີ່ພະແນກດ້ານການຮັກສາສຸຂະພາບ ໃນເຂດເມືອງ ອາລາມີນາຄາວຕີ ແລະຍັງໄດ້ເຮັດວຽກເປັນນາຍແປພາສາ ໃນຖານະເປັນພະນັກງານລັດຖະບານ ດ້ານສັງຄົມສົງເຄາະ ຊ່ອຍປະຊາຊົນລາວ ອົບພະຍົບທີ່ກຳລັງຫຼັ່ງໄຫຼເຂົ້າມາໃນສະຫະລັດໃນຊ່ວງນີ້ ແລະໄດ້ປະຕິບັດໜ້າທີ່ນີ້ ເປັນເວລາຫຼາຍສິບປີ ຈົນວ່າໄດ້ກະສຽນອອກກິນເບ້ຍບຳນານແລ້ວ ຊຶ່ງຍານາງເລົ່າໃຫ້ຟັງວ່າ:

Your browser doesn’t support HTML5

ຍານາງກົງເດືອນ ຫຼວງຣາດ ກ່າວກ່ຽວກັບການເລີ້ມເຮັດວຽກ

ຍານາງກົງເດືອນກ່າວວ່າ ເມືອງແຊນພາໂບລ ຕັ້ງຢູ່ໃນເຂດອ່າວທະເລຂອງແຊນແຟຣນສິສໂກ ໃກ້ກັບແຄມຝັ່ງມະຫາສະໝຸດປາຊີຟິກ ທາງກ້ຳຕາເວັນອອກຕອນກາງຂອງລັດຄາລີຟໍເນຍ ມີປະຊາກອນຊາວລາວອາເມຣິກັນ ຫຼາຍຊົນເຜົ່າ ອາໄສຢູ່ໃນພື້ນທີ່ແຫ່ງນີ້ ນອກຈາກນັ້ນແລ້ວ ຍັງມີວັດວາອາຮາມຢ່າງໜ້ອຍ 4 ແຫ່ງ ແລະສະມາຄົມລາວຕ່າງໆນາໆ ຍານາງກ່າວວ່າ ໃນແຕ່ລະປີສະມາຄົມລາວທັງຫຼາຍ ໄດ້ຮ່ວມກັນຈັດງານບຸນມະຫາກຳລາວນາໆຊາດ ຫຼື International Lao Festival ໂດຍມີຊາວລາວ ທຸກລຸ້ນທຸກໄວທັງຢູ່ໃກ້ແລະໄກ ໄດ້ມາຮ່ວມຢ່າງຄັບຄາໜາແໜ້ນ ພ້ອມກັນນັ້ນຫຼັງຈາກທີ່ໄດ້ກະສຽງແລ້ວ ເພິ່ນເອງ ກໍຍັງເບິ່ງແຍງລູກຫຼານແລະແມ່ ທີ່ມີອາຍຸ 90 ກວ່າປີ ຊຶ່ງອາໄສຢູ່ນຳເພິ່ນ ແລະວຽກງານກ່ຽວກັບຊຸມຊົນລາວແລະສັງຄົມລາວ ເພິ່ນກໍບໍ່ໄດ້ປ່ອຍປະລະເລີຍ ດັ່ງທີ່ເພິ່ນອະທິບາຍໃຫ້ຟັງວ່າ:

Your browser doesn’t support HTML5

ຍານາງກົງເດືອນ ຫຼວງຣາດ ກ່າວກ່ຽວກັບການມີສ່ວນຮ່ວມໃນສັງຄົມລາວ

ວັດລາວຣັຕນາຣາມ ຢູ່ທີ່ເມືອງຣິຈມອນ ລັດຄາລີຟໍເນຍ.

ແລະສິ່ງນຶ່ງທີ່ຍານາງຕັ້ງອົກຕັ້ງໃຈທຸ້ມເທເວລາ ເຫື່ອແຮງແລະຊັບສິນສ່ວນຕົວເຂົ້າໃນການຈັດງານລ້ຽງລາຕີສະໂມສອນ ທີ່ເອີ້ນວ່າ ງານເຕົ້າໂຮມພີ່ນ້ອງຊາວລາວ ຫຼື Lao Reunion ທີ່ຈະມີຂຶ້ນໃນຕົ້ນເດືອນກັນຍາ ນີ້ ໄລຍະສອງວັນ ຢູ່ທີ່ນະຄອນລາສເວກັສ ລັດເນວາດາ ຊຶ່ງງານນີ້ຈັດຂຶ້ນໂດຍບໍ່ໄດ້ຫວັງຜົນປະໂຫຍດໃດໆທັງໝົດ ດັ່ງທີ່ຍານາງອະທິບາຍເຖິງຈຸດປະສົງຫຼັກຂອງງານນີ້ໃຫ້ຟັງວ່າ:

Your browser doesn’t support HTML5

ຍານາງກົງເດືອນ ຫຼວງຣາດ ກ່າວກ່ຽວກັບຈຸດປະສົງໃນການຈັດງານລ້ຽງຊາວລາວ

ວັດລາວ ຣັຕນາຣາມ ຢູ່ທີ່ເມືອງຣິຈມອນ ລັດຄາລີຟໍເນຍ

ຍານາງກົງເດືອນ ກ່າວວ່າ ມີຄະນະກຳມະການຫຼາຍທ່ານຊ່ອຍໃນການປະສານງານໂຄສະນາຊວນໝູ່ເພື່ອນຂອງໃຜລາວມາຮ່ວມງານ ຢູ່ທີ່ໂຮງແຮມໃນນະຄອນລາສເວກັສ ໂດຍໄດ້ຈັບຈອງສະຖານທີ່ຮັບແຂກ ໄດ້ເຖິງ 2 ພັນກວ່າຄົນ ແລະຫ້ອງພັກຂອງໂຮງແຮມທີ່ໄດ້ລາຄາຖືກສຳລັບແຂກທີ່ມາພັກເຊົາໃນງານນຳດ້ວຍ ຊຶ່ງໃນປັດຈຸບັນນີ້ ໄດ້ມີພີ່ນ້ອງຊາວລາວທັງຢູ່ໃນສະຫະລັດແລະຢູ່ຕ່າງປະເທດ ໄດ້ຈັບຈອງທີ່ນັ່ງໄວ້ຈົດໝົດແລ້ວ ແລະກໍຍັງມີອີກຫຼາຍຄົນຢາກຈະມາຮ່ວມນຳ ກໍຢູ່ໃນບັນຊີລໍຖ້າຫຼາຍສິບຄົນ.

ໂຄສະນາ ສຳລັບ ງານເຕົ້າໂຮມຊາວລາວ ຫຼື The Lao Reunion ທີ່ໄດ້ຖືກເຜີຍແຜ່ທາງເຟສບຸກ

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດ ກັບຍານາງກົງເດືອນ ຫຼວງຣາດ ປະທານຈັດງານລ້ຽງສັງສັນເຕົ້າໂຮມພີ່ນ້ອງຊາວລາວ ຫຼື Lao Reunion ທີ່ຈະມີຂຶ້ນໃນຕົ້ນເດືອນກັນຍາ 2022 ນີ້ ມາພົບກັບລາຍ ການຊຸມຊົນຊາວລາວ ໃນທະວີບອາເມຣິກາ ຂອງວີໂອເອ ລາວ ອາທິດໜ້າເວລາດຽວກັນນີ້.