ໃນລາຍການຊຸມຊົນລາວໃນແລງມື້ນີ້ ພວກເຮົາຈະນຳເອົາຄຳຄິດເຫັນຂອງຊາວລາວບາງຄົນຢູ່ໃນສະຫະລັດ ທີ່ຢາກເຫັນຄວາມສາມັກຄີກັນເພີ້ມຂຶ້ນ ລະຫວ່າງຄົນລາວໃນສະຫະລັດ ແລະຄົນລາວຢູ່ໃນປະເທດ ພ້ອມທັງຄຳຄິດເຫັນຂອງນັກຊ່ຽວຊານ ກ່ຽວກັບຄວາມຫລົ້ມແຫລວຂອງສັນຍາປາຣີ ປີ 1973 ທີ່ມີສ່ວນກ່ຽວພັນກັນຢ່າງເລິກເຊິ່ງກັບສັນຍາລາວໂຮມລາວທີ່ເຊັນໃນປີດຽວກັນ ໃນເລື້ອງນຳເອົາສັນຕິພາບມາສູ່ແຫລມອິນດູຈີນໂດຍໄວດັ່ງທີ່ໄດ້ສັນຍາກັນໄວ້. ບົວສະຫວັນ ມີລາຍລະອຽດເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດກັບຄົນລາວ ແລະນັກປະຫວັດສາດໃນ ສຫລ ກ່ຽວກັບສັນຍາປອງດອງຊາດ ປີ 1973
ດຣ.ເຮັນຣີ ຄິສຊິງເກີ (ທີ 3 ນັບຈາກຊ້າຍ) ທີ່ປຶກສາປະທານາທິບໍດີ ສຫລ ແລະທ່ານ Le Duc Tho ຕາງໜ້າລັດຖະບານຮາໂນ່ຍ (ໂບກມື) ຫລັງຈາກກອງປະຊຸມຄັ້ງສຸດທ້າຍຂອງພວກເພິ່ນ ຢູ່ທີ່ສູນກາງປະຊຸມສາກົນທີ່ນະຄອນຫລວງປາຣີ ຂອງຝຣັ່ງ, ວັນ 23 ມັງກອນ, 1973
ວັນທີ 21 ກຸມພາຜ່ານມາ ເປັນວັນຄົບຮອບ 50 ປີແຫ່ງສັນຍາຢຸດຍິງວຽງຈັນ ຫລື ສັນຍາລາວໂຮມລາວປີ 1973 ທີ່ແນໃສ່ຟື້ນຟູສັນຕິພາບ ແລະປະຕິບັດຄວາມຖືກຕ້ອງປອງດອງຊາດ ລະຫວ່າງລັດຖະບານວຽງຈັນ ກັບຝ່າຍແນວລາວຮັກຊາດ. ເມື່ອຫວນຄືນເຖິງ 50 ປີກ່ອນນີ້ ແນ່ນອນຫລາຍຄົນທີ່ມີສ່ວນກ່ຽວຂ້ອງໂດຍກົງ ຫລືໂດຍທາງອ້ອມ ອາດມີຄວາມຄິດເຫັນທີ່ແຕກຕ່າງກັນຫລາຍກ່ຽວກັບຜົນຕາມມາຂອງສັນຍານີ້ ເພາະມັນບໍ່ໄດ້ເຮັດໃຫ້ການຕໍ່ສູ້ກັນຂອງສອງຝ່າຍສິ້ນສຸດລົງໃນທັນທີດັ່ງທີ່ໄດ້ຕົກລົງກັນໄວ້.
ດຣ. ອ່ຽນແບຣດ໌ (ກາງ) ອາຈານສອນໃນມະຫາວິທະຍາໄລລັດວິສຄອນຊິນ ເມືອງເມດີສັນ, ຖ່າຍຮູບ ຢູ່ໃນກອງປະຊຸມລາວສຶກສາ ຄັ້ງທີ 4 ໃນວັນທີ 19 ເມສາ 2013 ຮ່ວມກັບ ທ່ານສຸເທບ ທິແກ້ວ (ຊ້າຍ) ແລະທ່ານລໍາພັນ ອິນສີຊຽງໃໝ່ ທີ່ໄດ້ອົບພະຍົບມາຕັ້ງຖິ່ນຖານຢູ່ໃນເມືອງມີວວອກກີ, ລັດວິສຄອນຊິນ. (ພາບໂດຍ ບົວສະຫວັນ ສິມມາລາ)
ແຕ່ວ່ານັກປະຫວັດສາດ ແລະພູມມີສາດໃຫ້ຄຳຄິດເຫັນວ່າ ສັນຍານີ້ ມີຄວາມໝາຍສຳຄັນທາງປະຫວັດສາດສຳລັບຄົນລາວຫລາຍ ບໍ່ວ່າຈະຢູ່ແຫ່ງຫົນໃດກໍຕາມ ເພາະມັນໄດ້ນໍາໄປສູ່ການສະຫງົບເສິກ ດັ່ງທີ່ ດຣ. ອຽນ ແບດ, ສາດສະດາຈານສອນໃນມະຫາວິທະຍາໄລລັດວິສຄອນຊິນ ໃນເມືອງເມດິສັນ ແລະມີໄດ້ຄົ້ນຄວ້າດ້ານການເມືອງລາວມາໄດ້ຫລາຍປີກ່າວວ່າ:
Your browser doesn’t support HTML5
ສຽງ 1 ດຣ. ອຽນ ແບດ ເວົ້າກ່ຽວກັບສັນຍາວຽງຈັນ 1973
ທ່ານລາວ-ໄທ ວາງ, ອະດີດປະທານສະພາການຄ້າລາວອາເມຣິກາ ແລະອາຈານສາສະໜາຄຣິສຕຽນຂອງປະຊາຄົມມົ້ງໃນເມືອງແຟຣສໂນ, ລັດຄາລິຟໍເນຍ
ສ່ວນຊາວລາວບາງຄົນທີ່ອົບພະຍົບມາຢູ່ໃນສະຫະລັດເຊັ່ນທ່ານລາວ-ໄທ ວາງ, ຊຶ່ງເປັນຄົນເຜົ່າມົ້ງ ແລະອາຈານສອນສາສະໜາຄຣິສຕຽນຂອງໂບດປະຊາຄົມມົ້ງຢູ່ເມືອງແຟຣສໂນ, ລັດຄາລິຟໍເນຍນັ້ນ ແມ່ນຄິດວ່າ ສັນຍາລາວໂຮມລາວ ທີ່ກ່າວມາຂ້າງເທິງນັ້ນ ອາດຈະເຮັດໃຫ້ຄົນລາວຢູ່ທາງຝ່າຍວຽງຈັນຄິດວ່າ ມັນຈະເປັນຄ້າຍຄືກັນກັບກໍລະນີສັນຍາສົງຄາມກາງເມືອງຢູ່ໃນສະຫະລັດ ທີ່ວ່າ ຫລັງຈາກມີການເຊັນສັນຍາໃນປີ 1865 ແລ້ວ ທັງຝ່າຍພາກໃຕ້ ແລະພາກເໜືອກໍທ້ອນໂຮມແຜ່ນດິນໃຫ້ເປັນອັນນຶ່ງອັນດຽວກັນ ກໍຄືເປັນສະຫະລັດອາເມຣິກາມາຮອດທຸກວັນນີ້ ດັ່ງທີ່ທ່ານໃຫ້ຄຳເຫັນວ່າ:
Your browser doesn’t support HTML5
ສຽງ 2 ທ່ານລາວ-ໄທ ວາງ ກ່າວກ່ຽວກັບສັນຍາຢຸດຍິງ
ມື້ລາງອະດີດ ນາຍພົນວາງ ປາວ ທີ່ນຳພາການຕໍ່ສູ້ຢູ່ໃນເຂດລ່ອງແຈ້ງ ແລະເຮັດວຽກຮ່ວມກັບ ເຈົ້າໜ້າທີ່ສືບລັບສູນກາງຂອງ ສຫລ (CIA) ຕ້ານກັບຝ່າຍປະເທດລາວໃນຊຸມປີ 1960 ຫາ 1973 ຊຶ່ງຕໍ່ມາ ໃນຊຸມປີ 2000 ໄດ້ຖືກລັດຖະບານສະຫະລັດຟ້ອງຮ້ອງ ໃນຂໍ້ຫາວາງແຜນໂຄ່ນລົ້ມລັດຖະບານ ສປປ ລາວ ແຕ່ກໍຖືກຍົກເລີກໄປໃນເວລາຕໍ່ມາ.
ສັນຍາວຽງຈັນດັ່ງກ່າວມີຄວາມກ່ຽວຂ້ອງກັນຢ່າງເລິກເຊິ່ງກັບສັນຍາປາຣີເພື່ອສະຫງົບເສິກ ແລະຟື້ນຟູສັນຕິພາບທີ່ເຊັນກັນລະຫວ່າງຫວຽດນາມໃຕ້ ແລະສະຫະລັດ, ກັບຫວຽດກົງ ແລະຫວຽດນາມເໜືອ ໃນວັນທີ 27, ມັງກອນປີ 1973 ຊຶ່ງໃນນັ້ນ ສະຫະລັດເຫັນດີຖອນທະຫານອອກຈາກຫວຽດນາມພາຍໃນ 60 ວັນຫລັງຈາກສັນຍານັ້ນໄດ້ຖືກລົງລາຍເຊັນ ແລະມາດຕາ 20 ຂອງສັນຍາສະບັບນັ້ນທຸກຝ່າຍເຫັນວ່າ ໃຫ້ມີການຖອນທະຫານຕ່າງປະເທດອອກຈາກລາວ ແລະກຳປູເຈຍອີກດ້ວຍ.
ທ່ານ ເຈິນ ວັນ ລາມ (ກາງ), ລັດຖະມົນຕີການຕ່າງປະເທດຂອງສາທາລະນະຫວຽມນາມ ຫລືລັດຖະບານໄຊງ່ອນເປີດໝວກສະແດງຄວາມເຄົາລົບໃນວັນທີ 27 ມັງກອນ, 1973 ທີ່ປາຣີ ຫລັງຈາກເຊັນສັນຍາຢຸດຍິງເພື່ອໃຫ້ສະຫງົບເສິກໃນຫວຽດນາມ ຊຶ່ງອີງໃສ່ສັນຍາຈີເນວາ ປີ 1954 ແລະມີສ່ວນກ່ຽວຂ້ອງກັບລາວ ແລະກຳປູເຈຍ (ພາບໂດຍ AFP)
ພວກນັກປະຫວັດສາດ ແລະນັການທູດຫລາຍຄົນເຊັ່ນອາຈານສອນປະຫວັດສາດ ແລະນະໂຍບາຍການຕ່າງປະເທດອາເມຣິກາ ແຄໂຣລີນ ອາຍເຊັນເບີກ (Carolyn Eisenberg) ຈາກມະຫາວິທະຍາໄລຮອຟຕຣາ (Hoftra) ໃນລັດນິວຢອກ ໃຫ້ຄຳເຫັນວ່າ ການທີ່ສັນຍາປາຣີບໍ່ສາມາດປະຕິບັດໄດ້ຕາມຂໍ້ຕົກລົງໃນຕອນນັ້ນ ກໍເພາະວ່າ ທັງຫວຽດນາມ ແລະສະຫະລັດ ຕ່າງກໍຮູ້ຢູ່ໃນໃຈແລ້ວວ່າ ມັນຈະບໍ່ເຮັດໃຫ້ສົງຄາມສິ້ນສຸດລົງໄດ້ ແຕ່ວ່າຝ່າຍສະຫະລັດ ກໍຈໍາເປັນຕ້ອງເຊັນ ເພື່ອຈະໄດ້ເປັນເງື່ອນໄຂໃຫ້ຕົນຖອນທະຫານອອກ ຈາກອິນດູຈີນ ຕາມສຽງຮຽກຮ້ອງຂອງປະຊາຊົນອາເມຣິກັນທີ່ຕໍ່ຕ້ານສົງຄາມນັ້ນໄດ້.
Your browser doesn’t support HTML5
ສຽງ 3 ກ. ທ.ນ. Carolyn Eisenberg ກ່າວກ່ຽວກັບການຖອນທະຫານຂອງ ສຫລ ອອກຈາກຫວຽດນາມ
“ຍ້ອນວ່າສະຫະລັດ ໄດ້ພະຍາຍາມມາເປັນເວລາຫຼາຍປີແລ້ວທີ່ຈະໄດ້ມີສະພາບ ທີ່ສະຫະລັດ ຖອນທະຫານຂອງຕົນອອກໄປ ແລະຫວຽດນາມເໜືອ ກໍຖອນທະ ຫານຂອງຕົນອອກໄປ ຊຶ່ງຕ່າງຝ່າຍຕ່າງຖອນອອກ ແລະ ເສັ້ນທາງອັນນັ້ນໄດ້ໝົດໄປແຕ່ດົນແລ້ວ.” ນັ້ນຄືຄຳເວົ້າຂອງທ່ານນາງ ທີ່ກ່າວຢູ່ໃນກອງປະຊຸມຫວນຄືນເບິ່ງຄົບຮອບ 50 ປີ ແຫ່ງການຟື້ນຟູສັນຕິພາບໃນຫວຽດນາມທີ່ຈັດຂຶ້ນໃນມໍ່ໆ ມານີ້ ໂດຍສະຖາບັນສ້າງສັນຕິພາບຂອງສະຫະລັດໃນນະຄອນຫລວງວໍຊິງຕັນ.
ການຍົກຍ້າຍອົບພະະຍົບເຜົ່າມົ້ງ, ລາວ ແລະເຜົ່າຂະມຸອອກຈາກລ່ອງແຈ້ງໄປຢູ່ໃນສູນອົບພະຍົບໃນໄທ ຫລັງຈາກການຢຶດອຳນາດຂອງຝ່າຍປະເທດລາວໃນປີ 1975
ໂດຍເຫັນພ້ອມກັບທຸກທ່ານທີ່ກ່າວຢູ່ໃນກອງປະຊຸມນັ້ນ ທ່ານນາງບອກວ່າ ສັນຍານີ້:
Your browser doesn’t support HTML5
ສຽງ 3- ນັກປະຫວັດສາດອາເມຣິກັນ ກ່າວກ່ຽວກັບຄວາມຫລົ້ມແຫລວ ຂອງສັນຍາປາຣີ
“ມັນບໍ່ໄດ້ນຳມາເຊິ່ງສັນຕິພາບ ແລະບໍ່ມີໃຜຄິດດອກວ່າມັນ ຈະເຮັດໃຫ້ມີສັນຕິພາບ. ຄວາມຄາດຫວັງອັນງຈະແຈ້ງຈາກທຸກຝ່າຍກໍແມ່ນວ່າ ຕອນໃດການປະທະກັນເລີ້ມຂຶ້ນເທົ່ານັ້ນ, ອັນນັ້ນຄືຄຳຖາມ. ແຕ່ບໍ່ໃຜຄຳຖາມເລີຍວ່າ ຈະມີການສູ້ລົບຈະກັບຄືນອີກບໍ່. ມັນເຮັດໃຫ້ສະຫະລັດໜີອອກໄປ ໃນອັນທີ່ຄິດວ່າແບບບໍ່ໃຫ້ເສຍໜ້າ. ແຕ່ແນ່ນອນມັນບໍ່ໄດ້ນຳເອົາສັນຕິພາບມາໃຫ້ຫວຽດນາມ ແລະກໍບໍ່ມີໃຜຄິດແທ້ໆ ວ່າ ມັນຈະນຳເອົາສັນຕິພາບມາ.”
ຊາວລາວພາກັນສະຫລອງບຸນປີໃໝ່ ລາວລຸ່ມ ແລະກືມມຸ ປີ 2021. ພວກເຂົາເຈົ້າເປັນອົບພະຍົບ ຫລືລູກຫລານຂອງອົບພະຍົບທີ່ໜີອອກຈາກລາວ ຫລັງຈາກປະເທດລາວປ່ຽນແປງການປົກຄອງໃນ ປີ 1975 ແລ້ວ.
ໃນເມື່ອສັນຍາປາຣີທີ່ເຊັນບໍ່ເທົ່າໃດອາທິດກ່ອນໜ້ານັ້ນ ບໍ່ສາມາດເຮັດໃຫ້ສົງຄາມສິ້ນສຸດລົງໄດ້ໂດຍໄວ ຄວາມປອງດອງ ຂອງສອງຝ່າຍໃນສັນຍາວຽງຈັນ ກໍມີຂຶ້ນບໍ່ໄດ້ດົນ ແລ້ວກໍມີການຢຶດອຳນາດຂອງຝ່າຍປະເທດລາວ ແລະເຮັດໃຫ້ຝ່າຍວຽງຈັນຕົກເປັນຝ່າຍພ່າຍແຜ້ໄປ.
ຮູບພາບຂອງມື້ລາງກະສັດອົງສຸດທ້າຍຂອງລາວ, ເຈົ້າສີສະຫວ່າງ ວັດທະນາ ທີ່ສິ້ນພະຊົນໃນເຂດເໜືອຂອງລາວ ຫລັງຈາກເພິ່ນໄດ້ລົງຈາກບັນລັງໃນປີ 1975 ຫລັງຈາກປະເທດລາວໄດ້ ປ່ຽນແປງການປົກຄອງ (ພາບສະໜອງໃຫ້ໂດຍສະມາຄົມນັກລົບເກົ່າແຫ່ງລາດຊະອານາຈັກລາວ).
ຫລາຍຄົນຄົງອາດຍັງມີຄວາມຊົງຈຳທີ່ບໍ່ດີຫລາຍຢ່າງກ່ຽວກັບເຫດການທີ່ເກີດຂຶ້ນຕາມຫລັງສັນຍາລາວໂຮມລາວ ທີ່ວ່ານັ້ນ ແຕ່ແນວໃດກໍຕາມກໍມີຫລາຍຄົນລວມທັງຜູ້ທີ່ໄດ້ຮັບຜົນກະທົບຈາກສົງຄາມນີ້ໂດຍກົງ ເຊັ່ນທ່ານລາວ-ໄທ ວາງ ທີ່ມີອາຍຸບໍ່ຮອດ 10 ປີ ແລະກໍເປັນລູກກຳພ້າຢູ່ໃນເມືອງຈ້າໃນເຂດລ່ອງແຈ້ງທີ່ຢູ່ພາຍໃຕ້ການນຳພາຂອງນາຍພົນວັງປາວຢູ່ໃນເວລານັ້ນແມ່ນຢາກໃຫ້ຄົນລາວທຸກຄົນ ບໍ່ວ່າຈະມາຈາກຝ່າຍໃດມອງໄປຂ້າງໜ້າ.
ທ່ານສາຍຄຳ ຄຳສີວໍຣະວົງ, ອາຍຸ 38 ປີ ເກີດຢູ່ເມຶອງໂປຣວິເດັນ ລັດໂຣດໄອແລນ ພໍ່ເປັນຄົນອາເມຣິກັນເຊື້ອສາຍລາວ ແລະແມ່ເປັນຄົນອາເມຣິກັນ ໄດ້ເປັນເຈົ້າເມືອງນີວພອດ, ລັດໂຣດໄອແລນ ໃນການເລືອກຕັ້ງເດືອນພະຈິກ ປີ 2022 ຊຶ່ງສະແດງໃຫ້ເຫັນວ່າ ລູກຫລາຍຊາວອົບພະຍົບມາຢູ່ອາເມຣິກາ ກໍໄດ້ຮັບໂອກາດໃນການສຶກສາ ແລະການເມືອງເທົ່າທຽມກັນກັບຄົນອາເມຣິກັນ.
ທ່ານລາວ-ໄທ ວາງ ມີຄວາມມຸ້ງຫວັງຢາກເຫັນຄວາມສາມັກກັນລະຫວ່າງຄົນລາວທີ່ພັດພາກຈາກປະເທດມາຕັ້ງຖິ່ນຖານໃນສະຫະລັດມີຄວາມສະມັກກັນກັບ ຄົນລາວຢູ່ພາຍໃນປະເທດຫລາຍຂຶ້ນ ຊຶ່ງທ່ານກ່າວດັ່ງນີ້:
Your browser doesn’t support HTML5
ສຽງ 4 ທ່ານລາວ-ໄທ ວາງ ສະແດງຄວາມມຸ້ງຫວັງຢາກເຫັນຄົນລາວສາມັກຄີກັນ
(ພາບໃນແຟມ), ນາວ Vicky Xiong (ຊ້າຍ) ສອນລູກສາວຂອງຕົນໃຫ້ຮູ້ຈັກແຊ່ວກະໂປ່ງ ແລະເສື້ອຜ້າຊາວເຜົ່າມົ້ງຢູ່ໃນເຮືອນຂອງນາງ ໃນເມືອງ Fresno, ລັດຄາລິເນຍ, ວັນທີ 22 ເມສາ 2012 ຫລັງຈາກອົບພະຍົບມາຈາກເຂດລ່ອງແຈ້ງ, ພາກກາງຂອງລາວ ແລະມາຕັ້ງຖິ່ນຖານໃນສະຫະລັດ ໄດ້ ເກືອບ 40 ປີແລ້ວ.
ສະຫລຸບແລ້ວສັນຍາວຽງຈັນປີ 1973 ຊຶ່ງມີສ່ວນກ່ຽວພັນຢ່າງເລິກເຊິ່ງກັບສັນຍາປາຣີທີ່ເຊັນໃນປີດຽວກັນນັ້ນ ເຖິງຈະບໍ່ໄດ້ເຮັດໃຫ້ສົງຄາມສິ້ນສຸດລົງຢ່າງໄວວາຕາມສັນຍາກໍຕາມ ແຕ່ວ່າມັນກໍເປັນບາດກ້າວອັນສຳຄັນທີ່ນຳໄປສູ່ສັນຕິພາບໃນທີ່ສຸດ ແລະຄົນລາວທີ່ອົບພະຍົບມາຕັ້ງຖິ່ນຖານຢູ່ໃນສະຫະລັດ ກໍໄດ້ຮັບໂອກາດສ້າງຄາມກ້າວໜ້າເທົ່າທຽມກັນກັບຄົນອາເມຣິກັນທົ່ວໄປ ຊຶ່ງຫລາຍຄົນເຊັ່ນທ່ານ ລາວ-ໄທ ວາງ ນັ້ນຍັງປາດຖະໜາຢາກເຫັນຄວາມສາມັກຄີກັນຫລາຍຂຶ້ນລະຫວ່າງຄົນເຊື້ອສາຍລາວຢູ່ໃນທຸກຫົນທຸກແຫ່ງ.