ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງ VOA ມື້ນີ້ ເຮົາຈະນໍາລາຍລະອຽດກ່ຽວກັບເລື່ອງລາວຂອງ ຈອນ ດວງດາຣາ ທະຫານເຮືອທີ່ທໍາງານຮ່ວມກັບທະຫານໜ່ວຍ Navy SEALs ຂອງກອງທັບເຮືອສະຫະລັດ ຜູ້ຊຶ່ງໄດ້ເສຍສະລະແລະອຸທິດຕົນເພື່ອຊາດ ພລີຊິບຮ່ວມກັນກັບໝວ່ຍທະຫານ Navy SEALs ໃນອັຟການີສຖານ. ວັນນະສອນມີບົດ ສໍາພາດກັບມານດາ, ເອື້ອຍແລະອ້າຍຂອງຜູ້ກ່ຽວ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ວັນທີ 6 ສິງຫາທີ່ຜ່ານມານີ້ ຄືວ່າເປັນວັນສູນເສຍຄັ້ງຍິ່ງໃຫ່ຍຂອງຊາວອະເມຣິກັນ ກໍຄື
ກອງທະຫານສະຫະລັດໃນການປະຕິບັດງານໜ້າທີ່ໃນສົງຄາມທີ່ Afghanistan ໃນ
ເຫດຮ້າຍເຮືອບິນເຮລິຄອບເຕີຖືກຍິງຕົກ ທີ່ໄດ້ເອົາຊີວິດທະຫານສະຫະລັດໄປ 30 ຄົນ
ພ້ອມກັນບາດດຽວ ຊຶ່ງມີຮວມທັງໜ່ວຍລົບພິເສດ NAVY SEALs 17 ຄົນ. ຈອນ
ດວງດາຣາ ໜຸ່ມລາວອະເມຣິກັນ ໄວ 26 ປີ ກໍແມ່ນນຶ່ງໃນ 30 ຄົນນັ້ນ.
ຈອນ ດວງດາຣາ
ຈອນ ດວງດາຣາ ເກີດໃນລັດ Iowa ແລະໄດ້ສະມັກເຂົ້າຮັບໃຊ້ເປັນທະຫານເຮືອ
ຫຼັງຈາກຈົບມັດທະຍົມສົມບູນ ຕອນອາຍຸ 19 ປີ ຊຶ່ງມື້ນີ້ ຍາເອື້ອຍ ແສງຈັນ,
ເອື້ອຍ ຈັນສະມຸດ ແລະອ້າຍພັນສຸວັນ ໄດ້ໂອ້ລົມກັບ VOA ເຖິງເບື້ອງຫຼັງຄວາມ
ເປັນມາຂອງຄອບຄົວແລະຂອງຈອນ ຜູ້ເປັນລູກຊາຍ ແລະນ້ອງຊາຍ ສຸດທີ່ຮັກ.
ຂໍເຂີນຮັບຟັງການສໍາພາດດັ່ງກ່າວໄດ້ດ້ວຍການເປີດ Audio file ໄດ້ເລີຍ