ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິທີສົ່ງສະການ ມື້ລາງທະຫານເຮືອ ຈອນ ດວງດາຣາ ທີ່ປ່າຊ້າແຫ່ງຊາດ ອາຣ໌ລິງຕັນ

ຈອນ ດວງດາຣາ ກັບໝາຄູ່ຊີວິດຂອງລາວ ຢູ່ເທິງພູແຫ່ງນຶ່ງ ໃນອັຟການິສຖານ. ຈອນໄດ້ຮັບການເຝິກອົບລົມວິຊາຄວບຄຸມໝາ ຕອນໄປປະຈໍາການຢູ່ປະເທດອີຕາລີ.
ຈອນ ດວງດາຣາ ກັບໝາຄູ່ຊີວິດຂອງລາວ ຢູ່ເທິງພູແຫ່ງນຶ່ງ ໃນອັຟການິສຖານ. ຈອນໄດ້ຮັບການເຝິກອົບລົມວິຊາຄວບຄຸມໝາ ຕອນໄປປະຈໍາການຢູ່ປະເທດອີຕາລີ.

ເມື່ອວັນສຸກ ທີ 26 ສິງຫາ ຜ່ານມານີ້ ທາງກອງທັບສະຫະລັດໄດ້ຈັດພິທີສົ່ງສະການຢ່າງ ເປັນທາງການ ໃຫ້ແກ່ຈ່າເຮືອຕີ ຈອນ ດວງດາຣາ ພ້ອມກັບເພື່ອນທະຫານເຮືອອີກ 12 ຄົນ ທີ່ເສຍຊີວິດໄປພ້ອມກັນກັບທະຫານອາເມຣິກັນຄົນອື່ນໆອີກ 17 ຄົນ ໃນເຮືອບິນເຮລີ ຄອບເຕີ້ ທີ່ຖືກພວກຕາລີບານຍິງຕົກໃນອັຟການິສຖານ ໃນວັນທີ 6 ເດືອນແລ້ວນີ້ ຕາມ ເວລາທ້ອງຖິ່ນ. ດາຣາໄດ້ໄປຮ່ວມໃນພິທີສົ່ງສະການ ແລະມີລາຍງານມາເລົ່າສູ່ທ່ານຟັງ.

ຟັງລາຍງານໂດຍເຕັມ:

ພິທີ​ເລີ່​ມຂຶ້ນ​ໃນ​ເວລາ​ປະມານ​ບ່າຍ 4 ​ໂມງ​ເຄີ່ງ​ ທີ່​ໂບດໃນ​ຄ້າຍທະຫານ Ft. Myers ​ໃກ້ໆ​
ກັບ​ປ່າຊ້າ​ແຫ່ງ​ຊາດ​ ຫລື Arlington National Cemetery ​ໃນ​ລັດ​ເວີ​ຈີ​ເນ​ຍ ຄົນ​ລະ​ຟາກ
ແມ່​ນໍ້າພະ​ໂທ​ແມັກ ກັບ​ນະຄອນຫລວງ​ວໍ​ຊິງ​ຕັນ.

ກອງທະຫານກຽດຕິຍົດ ນໍາໜ້າຂະບວນແຫ່ສົບ ຈ່າເຮືອຕີ ຈອນ ດວງດາຣາ ກັບເພື່ອນທະຫານ ອີກ 12 ຄົນ ທີ່ສົ່ງສະການພ້ອມກັນ ເມື່ອວັນທີ 26 ສິງຫາ 2011.
ກອງທະຫານກຽດຕິຍົດ ນໍາໜ້າຂະບວນແຫ່ສົບ ຈ່າເຮືອຕີ ຈອນ ດວງດາຣາ ກັບເພື່ອນທະຫານ ອີກ 12 ຄົນ ທີ່ສົ່ງສະການພ້ອມກັນ ເມື່ອວັນທີ 26 ສິງຫາ 2011.

ທາງ​ໃນ​ໂບດ​ເຕັມ​ໄປ​ດ້ວຍ​ພວກ
​ຄອບຄົວ​ຍາດ​ພີ່ນ້ອງ​ແລະ​ເພື່ອນ
​ມິດ​ຂອງ​ຜູ້​ເສຍ​ຊີວິດ ຕະຫລອດ
ທັງ​ເພື່ອນ​ທະຫານ​ທີ່​ມາ​ຮ່ວມ​ໃນ​
ພິທີ ຈໍານວນ​ຫລາຍ​ຮ້ອຍ​ຄົນ.
ນອກ​ນັ້ນ​ແລ້ວ ກໍ​ຍັງ​ມີ​ອີກ​ຫລາຍ
ຮ້ອຍ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ກໍ​ແມ່ນ​
ທະຫານ​ໃນ​ເຄື່ອງ​ແບບ ທີ່​ຢືນ​ຢູ່
ທາງ​ນອກ​ໂບດ ​ຮ່ວມ​ໄວ້ອາ​ໄລ​
ໂດຍ​ຕິດຕາມ​ພິທີ​ຜ່ານ​ທາງ​ຈໍ​ໂທ
ລະພາບ​ອັນ​ໃຫຍ່​ໆ.

ພິທີ​ທາງ​ສາສະໜາ​ຄຣິສຕ໌​ໃນ​ໂບດ​ໄດ້​ດໍາ​ເນີນ​ໄປ​ຢ່າງ​ລຽບ​ງ່າຍ​ແລະສັ້ນໆ ທີ່ເລີ່​ມດ້ວຍການ​ນໍາ
​ເອົາ​ທຸງຊາດທີ່​ພັບ​ຮຽບຮ້ອຍສໍາລັບ​ມອບ​ໃຫ້​ຄອຍ​ຄົວ​ນັ້ນ ​ມາ​ວາງ​ໄວ້​ເທິງ​ແທ່ນ ​ແທນໂລງ​ສົບ
​ແລະ​ຄຸນ​ພໍ່​ປະ​ຈໍາ​ຄ້າຍກໍ​ທໍາ​ພິທີ​ທາງ​ສາສະໜາ​ສັ້ນໆ​ ​ຕິດຕາມ​ດ້ວຍ​ການ​ກ່າວ​ສະດຸ​ດີ​ໂດຍ​ຜູ້​ບັນ
ຊາ​ການ​ທະຫານ​ທ່ານ​ນຶ່ງ ແລະ​ຮ້ອງ​ເພງໄວ້ອາ​ໄລ​ໂດຍ​ເພື່ອນ​ທະຫານ​ຄົນ​ນຶ່ງທີ່​ຫລີ້ນ​ກິ​ຕ້າ​ໄປ ພ້ອມ.

ສ່ວນນຶ່ງຂອງຂະບວນແຫ່ສົບໄປຍັງປ່າຊ້າອາຣ໌ລິງຕັນ, ວັນທີ 26 ສິງຫາ 2011.
ສ່ວນນຶ່ງຂອງຂະບວນແຫ່ສົບໄປຍັງປ່າຊ້າອາຣ໌ລິງຕັນ, ວັນທີ 26 ສິງຫາ 2011.

ຫລັງ​ຈາກ​ນັ້ນ ພວກ​ຄອບຄົວ​ແລະ​ແຂກກໍ
​ໄດ້​ພາກັນ​ຍ່າງ​ຕາມ​ຫລັງ​ຂະ​ບວນ​ແຫ່ໂລງ
ສົບ​ໂລງ​ນຶ່ງ ທີ່​ເອົາ​ມາ​ແຫ່​ພໍ​ເປັນ​ພິທີແລະ
​ລາກ​ໂດຍ​ມ້າ​ສີຂາວ​ນັ້ນ ​ໄປ​ຍັງ​ປ່າຊ້າ​ອາ​ຣ໌
ລິງ​ຕັນ ທີ່ຢູ່​ໄກ​ອອກ​ໄປ​ປະມານ 2 ຫລັກ
​ເຄິ່ງ ຊຶ່ງ​ນັບ​ວ່າ​ໄກ​ສົມຄວນແລະ​ທາງ​ການ
​ທະຫານ​ກໍ​ໄດ້ ​ເອົາ​ລົດ​ບັສມາ​ໄວ້​ໃຫ້​ພວກ
​ທີ່​ຍ່າງ​ບໍ່ໄດ້​ນັ້ນ​ຂີ່ ​ແຕ່​ກໍ​ມີ​ບໍ່​ຫລາ​ຍຄົນ​ເພາະ
​ສ່ວນ​ໃຫຍ່​ພາກັນ​ສະມັກ​ໃຈ​ຍ່າງ. ຢູ່​ທີ່​ບໍລິ
​ເວນ​ພິທີນັ້ນ ມີ​ໂລງ​ສົບ​ວາງ​ລຽງ​ກັນ​ໄວ້​ກ່ອນແລ້ວ 12 ​ໂລງ ຢູ່​ຕໍ່ໜ້າ​ເຕ້ນ​ທີ່​ກາງໄວ້​ໃຫ້​ພວກ
​ຄອບຄົວ​ນັ່ງ. ພິທີ​ຢູ່​ບ່ອນ​ນີ້ໄດ້​ດໍາ​ເນີນ​ໄປ​ຢ່າງ​ລຽບໆ​ເຊ່ນ​ກັນ ​ແຕ່​ກໍ​ສົມ​ກຽດ​ແກ່ເລົ່າ​ທະຫານ
​ຫານ​ທີ່​ໄດ້​ເສຍ​ຊີວິດ​ເພື່ອ​ຊາດ​ພວກ​ນີ້​ ​ແລະເລີ່​ມດ້ວຍ​ການບິນ​ຜ່ານ​ໄປ​ໃນ​ຮູບໂຕ​ອັກສອນ V
ຂອງ​ເຮືອບິນ​ໄອ​ພົ່ນ​ລົບ 5 ລໍາ ​ແລະ​ການຍິງ​ປືນ​ຫລາຍນັດ ເພື່ອ​ເປັນ​ການ​ໃຫ້​ກຽດ.

ພິທີພັບທຸງ ເປັນສັນຍາລັກ ກ່ອນນໍາໄປມອບໃຫ້ຄອບຄົວ. ພວກ ທະຫານໄດ້ຢືນກົງ ຖືທຸງຊາດໄວ້ ເປັນເວລາເກືອບຊົ່ວໂມງ ຕັ້ງແຕ່ກ່ອນເລີ່ມພິທີ ຢູ່ປ່າຊ້າອາຣ໌ລິງຕັນ.
ພິທີພັບທຸງ ເປັນສັນຍາລັກ ກ່ອນນໍາໄປມອບໃຫ້ຄອບຄົວ. ພວກ ທະຫານໄດ້ຢືນກົງ ຖືທຸງຊາດໄວ້ ເປັນເວລາເກືອບຊົ່ວໂມງ ຕັ້ງແຕ່ກ່ອນເລີ່ມພິທີ ຢູ່ປ່າຊ້າອາຣ໌ລິງຕັນ.

ຫລັງ​ຈາກ​ນັ້ນ ກໍ​ແມ່ນ​ພິທີ​ມອບ​
ທຸງຊາດ​ໃຫ້​ແກ່​ພວກ​ຄອບ​ຄົວ.
​ພົນ​ເຮືອ​ເອກໄມ​ຄ໌ ມູລ​ເລິນ ປະ
ທານ​ເສນາ​ທິການ​ຮ່ວມ​ຂອງກອງ
ທັບ​ສະຫະລັດ ພ້ອມ​ກັບຜູ້​ບັນຊາ
​ການ​ກອງທັບ​ເຮືອ ເປັນ​ຜູ້​ເອົາ​ທຸງ
ຊາດທີ່​ພັບ​ແລ້ວ​ໄປ​ມອບ​ໃຫ້​ຄອບ
ຄົວ ພ້ອມ​ກັບ​ສະ​ແດງ​ຄວາມ​ເສຍ
​ໃຈ​ແລະ​ຂອບ​ໃຈ​ຢ່າງ​ສຸດ​ຊຶ້ງ.

ທະຫານເອົາທຸງຊາດຈາກໂຕະ ໄປມອບໃຫ້ປະທານ ເສນາທິການຮ່ວມ ແລະຜູ້ບັນຊາການກອງທັບເຮືອ ຊຶ່ງ ເອົາທຸງຊາດໄປແຕະໂລງສົບ ສະແດງຄວາມເຄົາລົບ ແລ້ວກໍນໍາໄປມອບໃຫ້ຄອບຄົວທີ່ນັ່ງຢູ່ໃນເຕັ້ນ ພ້ອມກັບ ສະແດງຄວາມເສົ້າເສຍໃຈແລະຮູ້ບຸນຄຸນ.

ຫລັງ​ຈາກນັ້ນ​ກໍ​ເປັນ ອັນເສັດສິ້ນ​ພິທີ​ຂອງ​ທາງ​ການ ​ແລະປ່ອຍ​ໃຫ້​ພວກ​ຄອບຄົວ​ໄດ້​ໄປ​ສັ່ງ​ລາຜູ້​ເປັນ​ທີ່​ຮັກ​ຂອງຕົນ​ຢູ່​ໂລງ​ສົບ​ເປັນ​ຄັ້ງ​ສຸດ​ທ້າຍ ຊຶ່ງ​ໃນ​ຕອນ​ນີ້ກໍ​ໄດ້​ມີ​ພິທີ​ສູດ​ສັ້ນ​ໆ​ໃຫ້​ແກ່​ດວງ​ວິນ​ຍານ​ຂອງ​ຈອນ ດວງ​ດາຣາ ​ໂດຍ​ພະສົງ​ທີ່​ທາງ​ຄອບຄົວ​ໄດ້​ນິມົນ​ມາ.

ພຸດທະ​ສິດ ດວງ​ດາຣາ ພໍ່​ຂອງ​ຈອນ​ທີ່​ກອດ​ທຸງຊາດ​ໄວ້​ກັບ​ເອິກ​ໄດ້ສະ​ແດງຄວາມ​ຮູ້ສຶກ​ວ່າ:

ຫລັງຈາກພິທີທາງສາສະໜາພຸດ ພະສົງແລະຄອບຄົວ ຖ່າຍຮູບຮ່ວມກັນ ຢູ່ຕໍ່ໜ້າຫີບສົບ ທີ່ບັນຈຸອັດທິຂອງຈອນ ແລະກະດູກຂອງໝາຂອງລາວ.
ຫລັງຈາກພິທີທາງສາສະໜາພຸດ ພະສົງແລະຄອບຄົວ ຖ່າຍຮູບຮ່ວມກັນ ຢູ່ຕໍ່ໜ້າຫີບສົບ ທີ່ບັນຈຸອັດທິຂອງຈອນ ແລະກະດູກຂອງໝາຂອງລາວ.

ໃນການໃຫ້ສໍາພາດທາງໂທລະສັບຫລາຍມື້ຕໍ່ມານັ້ນ ພູດທະສິດໄດ້ເລົ່າສູ່ຟັງການຊ່ວຍເຫລືອ ໃຫ້ຄວາມອົບອຸ່ນຕ່າງໆຂອງທາງການກອງທັບສະຫະລັດ ເລີ່ມມາຕັ້ງແຕ່ມື້ທີ່ໄດ້ຮັບຂ່າວຮ້າຍ
ກໍຄືວັນທີ 5 ສິງຫາ ຢູ່ສະຫະລັດນັ້ັນ ຊຶ່ງລາວກ່າວວ່າ ແມ່ນຫລາຍເກີນຮ້ອຍ.

ປະທານາທິບໍດີ ໂອບາມາ ເດີນທາງໄປຮອດຖານທັບອາກາດ ໂດເວີ ທີ່ລັດເດລາແວ ວັນອັງຄານ ທີ 9 ສິງຫາ 2011 ເພື່ອເຄົາລົບສົບ ແລະສະແດງຄວາມເສຍໃຈນໍາຄອບຄົວຂອງພວກທະຫານທີ່ເສຍຊີວິດ. (AP Photo/Carolyn Kaster)
ປະທານາທິບໍດີ ໂອບາມາ ເດີນທາງໄປຮອດຖານທັບອາກາດ ໂດເວີ ທີ່ລັດເດລາແວ ວັນອັງຄານ ທີ 9 ສິງຫາ 2011 ເພື່ອເຄົາລົບສົບ ແລະສະແດງຄວາມເສຍໃຈນໍາຄອບຄົວຂອງພວກທະຫານທີ່ເສຍຊີວິດ. (AP Photo/Carolyn Kaster)

ຄືຫລັງຈາກມາແຈ້ງຂ່າວໃຫ້ຮູ້
ແລ້ວ ພວກເຈົ້າໜ້າທີ່ທະຫານ
ກໍໄດ້ຢູ່ໃຫ້ຄວາມອົບອຸ່ນແລະ
ກໍາລັງໃຈ ໂດຍໄດ້ໄປຊື້ຂອງຢູ່
ຂອງກິນມາກຽມໄວ້ຕ້ອນຮັບ
ພີ່ນ້ອງແລະເພື່ອນມິດ ທີ່ຈະ
ມາງົບງັນເຮືອນດີຕາມປະເພ
ນີນັ້ນ ຈົນຮອດມື້ພາຄອບຄົວ
ໄປຮ່ວມໃນພິທີຮັບເອົາສົບທີ່
ລໍາລຽງມາຈາກອັຟການິສຖານ
ຢູ່ທີ່ຖານທັບອາກາດ Dover
ໃນລັດເດລາແວຣ໌ ຊຶ່ງປະທານາ
ທິບໍດີ ບາຣັກ ໂອບາມາ ກໍໄດ້
ໄປຮ່ວມນໍາ ແລະໄດ້ສະແດງ
ຄວາມໂສກເສົ້າເສຍໃຈກັບບັນ
ດາຄອບຄົວຂອງພວກທະຫານ
ທີ່ເສຍຊີວິດພ້ອມກັນນັ້ນ ຊຶ່ງ
ພຸດທະສິດກ່າວວ່າ ເຖິງແມ່ນ
ຈະເສຍໃຈຫລາຍທີ່ສູນເສຍລູກ ແຕ່ລາວກໍດີໃຈແລະພູມໃຈຫລາຍ ທີ່ໄດ້ມີໂອກາດຈັບມືກັບ
ປະທານາທິບໍດີຂອງສະຫະລັດ. ລາວເລົ່າສູ່ຟັງ ເຖິງເຫດການຕັ້ງແມ່ມື້ໄດ້ຮັບຂ່າວວ່າ:

ຫລັງຈາກນັ້ນ ທາງເຈົ້າໜ້າທີ່ທະຫານກໍໄດ້ພາຄອບຄົວດວງດາຣາ ໄປຍັງບ້ານຂອງຈອນທີ່
ເມືອງ Virginia Beach ລັດເວີຈີເນຍ ບ່ອນທີ່ເຂົາເຈົ້າໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ
ປະຊາຄົມທະຫານເຮືອຢູ່ທີ່ນັ້ນ. ພຸດທະສິດເລົ່າເຖິງຄວາມປະທັບໃຈຂອງລາວ ພ້ອມກັບເລົ່າ
ເຖິງວີລະກໍາຢູ່ໃນສະໜາມລົບບັ້ນນຶ່ງຂອງລູກຊາຍ ກັບໝາໂຕນຶ່ງທີ່ເສຍຊີວິດໄປ:

ທະຫານເຮືອຄົນນື່ງ ໃນຈໍານວນຫລາຍໆຄົນ ທີ່ມາ ຮ່ວມໄວ້ອາໄລ. ຢືນກອດທຸງຊາດໃນຊຸດກະໂປງສີດໍາ ແມ່ນ ແສງຈັນ ດວງດາຣາ ແມ່ຂອງຈອນ.
ທະຫານເຮືອຄົນນື່ງ ໃນຈໍານວນຫລາຍໆຄົນ ທີ່ມາ ຮ່ວມໄວ້ອາໄລ. ຢືນກອດທຸງຊາດໃນຊຸດກະໂປງສີດໍາ ແມ່ນ ແສງຈັນ ດວງດາຣາ ແມ່ຂອງຈອນ.

ນອກຈາກຫລຽນ Bronze Star with
Valor ແລ້ວ ຈອນນີຍັງໄດ້ຮັບຫລຽນ
Purple Heart ແລະຫລຽນອື່ນໆອີກ
5-6 ອັນ ຮວມທັງຫລຽນ Defense
Meritorious Service Medal,
Army Commendation Medal,
Joint Service Commendation
Medal with Valor, Global War
on Terrorism Expetionary
Medal, Iraqi Campaign Medal
ແລະ Afghanistan Campaign Medal
ສໍາລັບການໄປປະຕິບັດງານທີ່ອັຟການິສຖານ 3 ເທື່ອແລະອິຣັກ 2 ເທື່ອ ຊຶ່ງທັງໝົດນັ້ນກໍ
ສະແດງເຖິງຄວາມກ້າຫານໃນການປະຕິບັດໜ້າທີ່ຂອງຜູ່ກ່ຽວ ຊຶ່ງໃນແຕ່ລະຄັ້ງທີ່ອອກປະຕິ
ບັດການກວາດລ້າງສັດຕູນັ້ນ ຈອນນີກັບໝາຂອງລາວ ແມ່ນຕ້ອງຍ່າງອອກໜ້າ ກ່ອນໝູ່.

ພູດທະສິດ ດວງດາຣາ ກ່າວເຖິງລູກຊາຍວ່າ ເຖິງແມ່ນຈະເປັນຄົນອາເມຣິກັນໂດຍກໍາເນີດ
ແຕ່ຈອນນີກໍບໍ່ເຄີຍລືມຮາກເຫງົ້າ ຫລືມູນເຊື້ອມໍລະດົກຂອງພໍ່ແມ່ ແລະໄດ້ເດີນທາງໄປປະ
ເທດລາວ ບ້ານເກີດຂອງພໍ່ແມ່ ຢ້ຽມຢາມພໍ່ຕູ້ ແມ່ຕູ້ເປັນເວລານຶ່ງເດືອນ ເມື່ອປີ 2009 ແລະໄດ້ບວດເປັນເວລານຶ່ງອາທິດ.

ພຸດທະສິດ ດວງດາຣາ ກັບນັກຂ່າວ ຖ່າຍຮູບຢູ່ຕໍ່ໜ້າ ພວງມາລາ ຊຶ່ງຕັ້ງໄວ້ຢູ່ບ່ອນທີ່ຈະຝັງສົບຂອງຈອນ ດວງດາຣາ ໃນມື້ຕໍ່ມາ ໃນທ່າມກາງຂຸມຝັງສົບຂອງ ພວກທະຫານຫານອາເມຣິກັນ ທີ່ໄດ້ສະລະຊີບເພື່ອ ປະເທດຊາດຂອງເຂົາເຈົ້າ ໃນປາງສົງຄາມຕ່າງໆ.

ໃນມື້ສົ່ງສະການວັນທີ 26 ສິງຫານັ້ນ ທາງ
ອໍານາດປົກຄອງເມືອງ South Sioux
City ລັດ Nebraska ກໍໄດ້ໃຫ້ກຽດແລະ
ໄວ້ອາໄລແກ່ ຈອນ ດວງດາຣາ ໂດຍການ
ຊັກທຸງລົງເຄິ່ງເສົາ ແລະມີແຜນການຈະຫລໍ່
ຮູບປັ້ນຂອງຈອນກັບໝາຄູ່ຊີວິດຂອງລາວ
ໄວ້ເປັນອະນຸສອນ ຢູ່ສວນສາທາລະນະ
Freedom Park ຂອງເມືອງ ຊຶ່ງຄາດວ່າ
ຈະສິ້ນເປືອງຄ່າໃຊ້ຈ່າຍປະມານ 60,000
ດອລລ່າ. ທ່ານໃດມີໃຈສັດທາຢາກປະກອບ
ສ່ວນຮ່ວມບໍລິຈາກ ກະລຸນາສົ່ງໄປທີ່:

John Douangdara Memorial Fund,
Siouxland Federal Credit Union,
3000 Plaza Drive,
South Sioux City, NE. 68776
(402)494-2073.

ພຸດທະສິດ ພໍ່ຂອງຈອນ ດວງດາຣາ ມ້ວນທ້າຍການໃຫ້ສໍາພາດວ່າ:

ໝາຍເຫດ: ລາຍງານນີ້ແມ່ນອອກອາກາດໄປ ຕັ້ງແຕ່ວັນທີ 1 ກັນຍາ ແຕ່
ເອົາມາລົງຊ້າ ກໍເພາະມີບັນຫານໍາການເອົາຮູບມາໃສ່ ຈຶ່ງຂໍອະໄພນໍາດ້ວຍ.

XS
SM
MD
LG