ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈອນ ດວງດາຣາ ທະຫານຫານ ທີ່ໄດ້ພລີຊີບເພື່ອຊາດ


ຈອນ ດວງດາຣາ ແລະໝາເພື່ອນຮ່ວມງານ
ຈອນ ດວງດາຣາ ແລະໝາເພື່ອນຮ່ວມງານ

ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງ VOA ມື້ນີ້ ເຮົາຈະນໍາລາຍລະອຽດ​ກ່ຽວກັບເລື່ອງລາວຂອງ ຈອນ ດວງດາຣາ ທະຫານເຮືອທີ່ທໍາງານຮ່ວມກັບທະຫານໜ່ວຍ Navy SEALs ຂອງກອງທັບເຮືອສະຫະລັດ ຜູ້ຊຶ່ງໄດ້ເສຍສະລະແລະອຸທິດຕົນເພື່ອຊາດ ພລີຊິບຮ່ວມກັນກັບໝວ່ຍທະຫານ Navy SEALs ໃນອັຟການີສຖານ. ວັນນະສອນມີບົດ ສໍາພາດກັບມານດາ, ເອື້ອຍ​ແລະອ້າຍຂອງຜູ້ກ່ຽວ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ວັນທີ 6 ສິງຫາທີ່ຜ່ານມານີ້ ຄືວ່າເປັນວັນສູນເສຍຄັ້ງຍິ່ງໃຫ່ຍຂອງຊາວອະເມຣິກັນ ກໍຄື
ກອງທະຫານສະຫະລັດໃນການປະຕິບັດງານໜ້າທີ່ໃນສົງຄາມທີ່ Afghanistan ໃນ
ເຫດຮ້າຍເຮືອບິນເຮລິຄອບເຕີຖືກຍິງຕົກ ທີ່ໄດ້ເອົາຊີວິດທະຫານສະຫະລັດໄປ 30 ຄົນ
ພ້ອມກັນບາດດຽວ ຊຶ່ງມີຮວມທັງໜ່ວຍລົບພິເສດ NAVY SEALs 17 ຄົນ. ຈອນ
ດວງດາຣາ ໜຸ່ມລາວອະເມຣິກັນ ໄວ 26 ປີ ກໍແມ່ນນຶ່ງໃນ 30 ຄົນນັ້ນ.

ຈອນ ດວງ​ດາຣາ
ຈອນ ດວງ​ດາຣາ


ຈອນ ດວງດາຣາ ເກີດໃນລັດ Iowa ແລະໄດ້ສະມັກເຂົ້າຮັບໃຊ້ເປັນທະຫານເຮືອ
ຫຼັງຈາກຈົບມັດທະຍົມສົມບູນ ຕອນອາຍຸ 19 ປີ ຊຶ່ງມື້ນີ້ ຍາເອື້ອຍ ແສງຈັນ,
ເອື້ອຍ ຈັນສະມຸດ ແລະອ້າຍພັນສຸວັນ ໄດ້ໂອ້ລົມກັບ VOA ເຖິງເບື້ອງຫຼັງຄວາມ
ເປັນມາຂອງຄອບຄົວແລະຂອງຈອນ ຜູ້ເປັນລູກຊາຍ ແລະນ້ອງຊາຍ ສຸດທີ່ຮັກ.

ຂໍເຂີນຮັບຟັງການສໍາພາດດັ່ງກ່າວໄດ້ດ້ວຍການເປີດ​ Audio file ໄດ້ເລີຍ

XS
SM
MD
LG