ຍີ່ປຸ່ນໄດ້ເຂົ້າແຊກແຊງໃນຕະຫຼາດເງິນຕາຂອງໂລກເພື່ອ
ເຮັດໃຫ້ຄ່າຂອງເງິນເຢນອ່ອນໂຕລົງຫຼັງຈາກໄດ້ຖີບໂຕ
ຂຶ້ນສູ່ລະດັບສູງສຸດໃນຮອບ 15 ປີໃນການແລກປ່ຽນກັບ
ເງິນໂດລາຂອງສະຫະລັດ.
ລັດຖະມົນຕີການເງິນຂອງຍີ່ປຸ່ນທ່ານ Yoshihiko Noda
ກ່າວຕໍ່ພວກນັກຂ່າວໃນວັນພຸດມື້ນີ້ວ່າທະນາຄານກາງ
ຂອງຍີ່ປຸ່ນໄດ້ນໍາເອົາເງິນເຢນອອກຂາຍໃນຕະຫຼາດແລກ
ປ່ຽນເງິນຕາແລະຊື້ເອົາເງິນໂດລາຂອງສະຫະລັດ ແຕ່ບໍ່ໄດ້ ບອກວ່າທາງທະນາຄານໄດ້ຂາຍເງິນເຢນເປັນຈຳນວນໜ້ອຍຫຼາຍປານໃດ.
ເງິນເຢນມີລາຄາຫຼາຍກວ່າ 85 ເຢນຕໍ່ນຶ່ງໂດລາສະຫະລັດຫຼັງຈາກການເຂົ້າແຊກແຊງ ລຸນຫຼັງທີ່ໄດ້ຖີບໂຕຂຶ້ນສູ່ລະດັບສູງສຸດ 82.86 ເຢນ. ຂ່າວທີ່ວ່ານີ້ໄດ້ເຮັດໃຫ້ລາຄາຫຸ້ນ
ຂອງດັດຊະນີ Nikkei ສູງຂຶ້ນຄືເພີ້ມຂຶ້ນ 2.25% ໃນຕອນອັດຕະຫຼາດ.
ທ່ານ Noda ກ່າວວ່າ ການເຂົ້າແຊກແຊງທີ່ວ່ານີ້ແມ່ນເພື່ອເຂົ້າຄວບຄຸມການ ເຄື່ອນໄຫວ
ທີ່ມີຫຼາຍຜິດເກີນໄປຢູ່ໃນຕະຫຼາດການເງິນ. ທ່ານປະກາດວ່າລັດຖະບານຈະເອົາມາດຕະ
ການແບບຄ້າຍຄືກັນນີ້ອີກໃນອະນາຄົດຖ້າຫາກມີຄວາມຈຳເປັນ.
ເງິນເຢນທີ່ມີຄ່າສູງຂຶ້ນເຮັດໃຫ້ສິນຄ້າສົ່ງອອກຂອງຍີ່ປຸ່ນມີລາຄາແພງຂຶ້ນຢູ່ໃນຕະຫຼາດ
ຕ່າງປະເທດ. ການເຂົ້າແຊກແຊງຂອງຍີ່ປຸ່ນໃນວັນພຸດມື້ນີ້ແມ່ນເປັນເທື່ອທຳອິດຂອງ
ໂຕກຽວນັບແຕ່ປີ 2004 ມາ.