ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂງຄ່າຂອງເງິນຕາໃນ ເອເຊຍ ສ້າງຄວາມວິຕົກໃຫ້ພວກ ສົ່ງສິນຄ້າອອກ


ກໍາລັງ​ມີຄວາມ​ຢ້ານ​ກົວ​ກັນ​ຢູ່​ໃນ​ເອ​ເຊຍ ວ່າ​ການ​ແຂງຄ່າຂຶ້ນ​ຂອງເງິນຕາ​ຂອງ​ຫລາຍ​ປະ​ເທດ​ເອ​ເຊຍ​ ໃນ​ການ​ແລກປ່ຽນກັບ​ເງິນ​ດອນ​ລາ​ຂອງສະຫະລັດ ​ຈະບ່ອນ​ທໍາລາຍ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສິນຄ້າສົ່ງ​ອອກ​ຂອງ​ຂົງ​ເຂດນັ້ນ. ບັນດາ​ນັກ​ເສດຖະສາດ​ກ່າວ​ວ່າ ພວກ​ບໍລິສັດ ​ຕ່າງໆ​ກໍາລັງປະ​ເຊີນ​ກັບ​ການ​ໄດ້​ກໍາ​ໄລ​ໜ້ອຍ​ລົງ​ ໃນ​ການ​ແຂ່ງ​ກັບ​ຕະຫລາດ​ໂລກ​ນັ້ນ.

ເງິນຕາ​ຂອງ​ຫລາຍ​ປະ​ເທດເອ​ເຊຍໄດ້​ແຂງ​ຄ່າ​ຂຶ້ນໃນ​ການ ແລກປ່ຽນ​ກັບ​ເງິນດອນ​ລາ​ສະຫະລັດນັບ​ແຕ່​ຕົ້ນ​ປີ​ນີ້​ມາ. ​ເງິນ​ເຢັນ​ຂອງ​ຍີ່ປຸ່ນ ​ເງິນ ringgit ຂອງ​ມາ​ເລ​ເຊຍ ​ເງິນ​ບາດ​ຂອງ​ໄທ ​ເງິນຣູ​ເປຍຂອງ​ອິນ​ໂດ​ເນ​ເຊຍ ​ເງິນ​ດອນ​ລາ​ສິງກະ​ໂປ ​ແລະ​ເງິນ​ສະກຸນ​ອື່ນໆ​ໄດ້​ແຂງ​ຄ່າ​ຂຶ້ນ​ໃນ​ລະຫວ່າງ 3 ຫາ 8 ​ເປີ​ເຊັນ ໃນການ​ແລກປ່ຽນ​ກັບ​ເງິນ​ດອນ​ລາ​ຂອງ​ ສະຫະລັດ.

ການ​ເສດຖະກິດ​ຂອງ​ພວກ​ປະ​ເທດ​ໃນ​ເອ​ເຊຍ​ສ່ວນ​ຫລາຍ​ໄດ້​ຟື້ນ​ໂຕຄືນ​ຢ່າງ​ແຂງ​ແຮງ​ ຈາກ​ວິ​ກິດ​ການການ​ເງິນ​ໂລກ ທີ່​ເລີ່​ມຂຶ້ນ​ໃນ​ປີ 2008 ນັ້ນ. ​ແຕ່​ພວກ​ປະ​ເທດ​ທີ່​ພັດທະນາແລ້ວ ​ຫລືພວກເສດຖະກິດ​ລາຍ​ໃຫຍ່ໆ​ຂອງ​ໂລກ​ ຮວມທັງ​ສະຫະລັດນໍາ ​ແມ່ນ​ກໍາລັງ​ຍັງບຶກ​ບືນ​ຕໍ່ສູ້​ເພື່ອ​ຟື້ນ​ໂຕ​ຄືນ. ໃນ​ຂົງ​ ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ໂດຍ​ສະ​ເພາະ ​ເງິນ​ລົງທຶນ​ກໍາລັງ​ລັ່ງ​ໄຫລ​ເຂົ້າໄປ​ ແລະ​ການ​ສົ່ງ​ອອກ​ສິນຄ້າກໍກໍາລັງ​ເພີ່ມ​ທະວີ​ຂຶ້ນ. ແຕ່​ພວກ​ນັກ​ເສດຖະສາດ​ແລະວົງການ​ອຸດສາຫະກໍາ​ ເຕືອນ​ວ່າ ການ​ແຂງ​ຄ່າ​ຂອງ​ເງິນຕາ​ກໍາລັງ​ເລີ້ມ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພວກສິນຄ້າສົ່ງ​ອອກ.

ການ​ເສດຖະກິດ​ທີ່​ອາ​ໄສ​ສິນຄ້າ​ສົ່ງ​ອອກ​ຂອງ​ພວກ​ປະ​ເທດ​ໃນ​ເອ​ເຊຍ ແມ່ນ​ອາ​ໄສ​ກາງ​ຕໍ່​ນໍາ​ການ​ອ່ອນ​ຄ່າ​ຂອງ​ເງິນຕາ​ຂອງ​ຕົນ​ ມ​າ​ເປັນ​ເວລາດົນ​ນານ ​ເພື່ອ​ສົ່ງ​ເສີມ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຂອງ​ຕົນ. ມາ​ບັດ​ນີ້ພວກ​ຜະລິດ​ສິນຄ້າ​ດ້ານ​ການ​ກະ​ເສດແລະ​ອຸດສາຫະກໍາ​ ກໍາລັງ​ພົບ​ວ່າຄວາມ​ໄດ້​ປຽບ​ດັ່ງກ່າວ​ພວມສູນ​ຫາຍ​ໄປ ​ແລະ​ການ​ທີ່ເງິນຕາ​ຂອງ​ປະ​ເທດ​ຂອງ​ເຂົາ​ເຈົ້າແຂງ​ຄ່າ​ຂຶ້ນ​ນັ້ນ ໄດ້​ສົ່ງ​ຜົນໃຫ້​ສິນຄ້າ​ຂອງເຂົາ​ເຈົ້າໃນ​ຕ່າງປະ​ເທດ​ມີ​ລາຄາ​ແພງ​ຂຶ້ນ ຊຶ່ງ​ ເຮັດ​ໃຫ້ການ​ດໍາ​ເນີນ​ທຸລະ​ກິດ​ຍາກ​ຂຶ້ນ ​ເນື່ອງ​ຈາກ​ວ່າ​ພວກ​ຕະຫລາດ​ໃຫຍ່ໆຂອງ​ເຂົາ​ເຈົ້າ ຄືພວກ​ປະ​ເທດ​ທີ່ພັດທະນາ​ແລ້ວ​ນັ້ນ​ ຍັງ​ມີ​ເສດຖະກິດ​ທີ່​ອ່ອນ​ແອ​ຢູ່.

ທ່ານນາງ Shamika Sirimanne ນັກ​ເສດຖະສາດ​ດ້ານ​ການ​ຄ້າ​ປະຈຳ​ອົງການສະຫະ​ປະ ຊາ​ຊາດ​ ທີ່​ບາງກອກ​ ກ່າວ​ຊີ້​ແຈງ​ດັ່ງ​ນີ້:

"ການ​ຟື້ນຕົວ​ຄືນ​ຂອງເສດຖະກິດ​ໂລກ​ແມ່ນ​ຍັງ​ບໍ່​ແນ່ນອນ​ຫລາຍ ໃນຂະນະນີ້ ​ແລະແມ່ນ​ແທ້ ພວກຕະຫລາດ​ຕາ​ເວັນ​ຕົກ​ກຳລັງ​ເປີດ​ຂຶ້ນ ​ແຕ່ມັນ​ກໍ​ບໍ່​ໄວເທົ່າ​ທີ່​ພວກ​ເຮົາຢາ​ກໃຫ້​ມັນ​ເປັນ. ດັ່ງນັ້ນ ສຳລັບພວກປະ​ເທດໃນ​ຂົງ​ເຂດ​ນີ້ ການ​ ແຂ່ງຂັນ​ແມ່ນ​ດຸ​ເດືອດ​ຫລາຍ. ​ແລະຖ້າ​ວ່າອັດຕາ​ແລກປ່ຽນ​ເງິນຕາ​ ຫາກຖ່ວງດຶງ ສິນຄ້າ​ຂອງ​ເຂົາ​ເຈົ້າ​ໄວ້ ມັນ​ກໍ​ຈະ​ສ້າງ​ບັນຫາໃຫຍ່ໃຫ້ບັນ​ດາ​ຜູ້​ສົ່ງ​ອອກ​ທັງຫລາຍ."

ທີ່​ປະ​ເທດໄທ ທະນາຄານ​ກາງ​ກ່າວ​ວ່າ ການຫ​ລັ່ງ​ໄຫລ​ຂອງ​ເງິນ​ທຶນເຂົ້າປະ​ເທດແລະການ​ລົງທຶນໄດ້​ເຮັດ​ໃຫ້​ເງິນ​ບາດ​ແຂງ​ຄ່າ​ຂຶ້ນ​ຫລາຍ​ກວ່າ 6 ​ເປີ​ເຊັນ ​ເມື່ອ​ແລກປ່ຽນ​ກັບ​ເງິນ​ດອນ​ລາ​ສະຫະລັດ. ການ​ສົ່ງ​ອອກຊຶ່ງແຂງແຮງ​ຂຶ້ນ​ໃນ​ຕົ້ນ​ປີ​ນີ້ ກໍາລັງ​ເລີ້ມ​ຊັກ​ຊ້າ​ລົງ ຍ້ອນ​ມີ​ການ​ແຂ່ງຂັນ​ຫລາຍຂຶ້ນນັບ​ມື້ ຈາກ​ຄູ່​ແຂ່ງ​ທີ່​ສໍາຄັນໆ ​ເຊ່ນ​ຫວຽດນາມ​ເປັນ​ຕົ້ນ.

ທ່ານ ວິ​ໄຊ ສິຣິປະ​ເສີດ​ ​ປະທານ​ກິ​ຕິ​ມະ​ສັກ​ຂອງ​ສະມາຄົມພໍ່​ຄ້າ​ເຂົ້າຂອງ​ໄທ ກ່າວ​ວ່າ :

"ໂດຍສ່ວນລວມແລ້ວ ເນຶ່ອງຈາກວ່າໄທເປັນປະເທດທີ່ສົ່ງອອກຢ່າງຫລວງຫລາຍ ນັ້ນ ເມື່ອໃດອັດຕາເງິນແຂງຄ່າຂຶ້ນ ມັນກໍຈະສ້າງຄວາມ ເດືອດຮ້ອນໃຫ້ແກ່ໝົດ ທຸກພາກສ່ວນ ຄືພາກສ່ວນສົ່ງອອກທັງໝົດ ໂຮມທັງພາກສ່ວນ ສົ່ງອອກເຂົ້ານໍາ. ຂ້າພະເຈົ້າຄິດວ່າມັນເປັນຜົນປະໂຍດແກ່ພວກເຮົາ ທີ່ຈະຮັກສາອັດຕາຄ່າເງິນຂອງ ພວກເຮົາໃຫ້ທຸ່ນທຽງເອົາໄວ້ ບໍ່ໃຫ້ອ່ອນຕົວລົງ ບໍ່ໃຫ້ແຂງຄ່າຂຶ້ນໄປ ກວ່າເກົ່າ ແຕ່ໃຫ້ມີ​ຄວາມ​ທຸ່ນ​ທ່ຽງ ຖ້າຫາກເຮົາເຮັດໄດ້ ຊຶ່ງນັ້ນຈະເປັນນະໂຍບາຍທີ່ດີທີ່ ສຸດ. ​ແຕ່​ວ່າ ​ເວລາ​ນີ້ ພວກເຮົາກໍາລັງ​ພະຍາຍາມກ້າວຂຶ້ນມາ ເປັນຜູ້ທີ່ເຂັ້ມແຂງ
ທີ່ສຸດຜູ້ນຶ່ງ."

ຄື​ກັນ​ກັບ​ພວກ​ນັກທຸລະກິດ​ອື່ນໆ​ອີກ​ຫລາຍ​ຄົນ​ໃນ​ຂົງ​ເຂດ ທ່ານ​ວິໄຊຈົ່ມ​ວ່າ​ ບາງ​ປະ​ເທດ​ໃນ ​ເອ​ເຊຍ​ທໍາ​ການຄວບ​ຄຸມ​ຄ່າ​ຂອງ​ເງິນຕາຂອງ​ຕົນ ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ມັນແຂງຄ່າ​ຂຶ້ນ. ທ່ານ ຍົກໂຕ​ຢ່າງວ່າ ຮາ​ໂນ​ຍ​ໄດ້​ລົດ​ຄ່າ​ຂອງ​ເງິນດົງ​ລົງ ໃນ​ຮອບປີຜ່ານມາ​ນີ້ ຊຶ່ງ​ໄດ້ອໍາ​ນວຍ​ໃຫ້​ ຫວຽດນາມ​ມີ​ສ່ວນ​ແບ່ງ​ຫລາຍ​ຂຶ້ນໃນ​ຕະຫລາດ​ ເຂົ້າຂອງ​ໂລກ. ຫວຽດນາມ​ບໍ່​ປ່ອຍ​ໃຫ້ມີ​ການແລກປ່ຽນ​ເງິນຕາ​ຂອງ​ຕົນໄດ້​ຢ່າງ​ເສລີ​ ໃນ​ຕະຫລາດ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ ກົງກັນ ຂ້າມ​ກັບ​ເງິນ​ບາດ​ຂອງໄທ​ນັ້ນ.

ນອກ​ນີ້​ແລ້ວ ບັນດາ​ນັກ​ເສດຖະສາດ​ແລະ​ພວກ​ຜະລິດ​ສິນຄ້າ​ໃນ​ທົ່ວ​ໂລກ ​ຍັງໄດ້ພາກັນ​ຈົ່ມ​ວ່າ​ມາ​ເປັນ​ເວລາ​ຫລາຍ​ປີ​ແລ້ວ ວ່າ​ຈີນ​ຮັກສາ​ຄ່າເງິນຕາ​ຂອງ​ຕົນ​ໄວ້​ໃນ​ລະດັບ​ຕໍ່າ​ຜິດ​ປົກກະຕິ. ໃນເດືອນ​ມິຖຸນາ​ຜ່ານ​ມາ ລັດຖະບານ​ກຸງ​ປັກ​ກິ​ງກ່າວ​ວ່າ ຕົນ​ຈະ​ປ່ອຍ​ໃຫ້​ຄ່າ​ຂອງ​ເງິນ​ຢວນ ຂອງຕົນ ​ສູງ​ຂຶ້ນ​ໃນ​ການ​ແລກປ່ຽນ​ກັບ​ເງິນ​ດອນ​ລາ​ສະຫະລັດ​ແລະ​ເງິນ​ສະກຸນ​ອື່ນໆ. ຢ່າງ​ໃດ ​ກໍ​ຕາມ ຄ່າ​ຂອງ​ເງິນ​ຢວນເກືອບ​ວ່າ​ ບໍ່ມີ​ການໄດ້​ປ່ຽນ​ແປງ​ເລີຍ.

ພວກນັກ​ເສດຖະສາດ ກ່າວ​ຕື່ມວ່າ ອຸດສາຫະກໍາ​ສົ່ງ​ອອກ​ຂອງ​ເອ​ເຊຍ​ຈະປະ​ເຊີນ​ກັບ​ການ​ໄດ້​ກໍາ​ໄລ​ນ້ອຍ​ລົງ​ໃນຫລາຍໆ​ເດືອນ​ຂ້າງໜ້າ​ນີ້ ຊຶ່ງ​ພາ​ໃຫ້ເກີດ​ຄວາມ​ເປັນ​ຫ່ວງ​ຫລາຍ​ຂຶ້ນ​ ກ່ຽວ​ກັບ​ການ​ຫວ່າງ​ງານ ​ແລະການ​ເຕີບ​ໂຕ​ຊ້າລົງ​ຂອງ​ເສດຖະກິດ​ໃນ​ທົ່ວ​ຂົງ​ເຂດ.

XS
SM
MD
LG