ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ຄ່າຂອງເງິນເຢນອ່ອນໂຕລົງ


ຍີ່ປຸ່ນໄດ້ເຂົ້າແຊກແຊງໃນຕະຫຼາດເງິນຕາຂອງໂລກເພື່ອ
ເຮັດໃຫ້ຄ່າຂອງເງິນເຢນອ່ອນໂຕລົງຫຼັງຈາກໄດ້ຖີບໂຕ
ຂຶ້ນສູ່ລະດັບສູງສຸດໃນຮອບ 15 ປີໃນການແລກປ່ຽນກັບ
ເງິນໂດລາຂອງສະຫະລັດ.

ລັດຖະມົນຕີການເງິນຂອງຍີ່ປຸ່ນທ່ານ Yoshihiko Noda
ກ່າວຕໍ່ພວກນັກຂ່າວໃນວັນພຸດມື້ນີ້ວ່າທະນາຄານກາງ
ຂອງຍີ່ປຸ່ນໄດ້ນໍາເອົາເງິນເຢນອອກ​ຂາຍ​ໃນຕະຫຼາດແລກ
ປ່ຽນເງິນຕາແລະຊື້ເອົາເງິນໂດລາຂອງສະຫະລັດ ແຕ່ບໍ່ໄດ້ ບອກວ່າທາງທະນາຄານໄດ້ຂາຍເງິນເຢນເປັນຈຳນວນໜ້ອຍຫຼາຍປານໃດ.

ເງິນເຢນມີ​ລາຄາຫຼາຍກວ່າ 85 ເຢນຕໍ່ນຶ່ງໂດລາສະຫະລັດຫຼັງຈາກການເຂົ້າແຊກແຊງ ລຸນຫຼັງທີ່ໄດ້ຖີບໂຕຂຶ້ນສູ່ລະດັບສູງສຸດ 82.86 ເຢນ. ຂ່າວທີ່ວ່ານີ້ໄດ້ເຮັດໃຫ້ລາຄາຫຸ້ນ
ຂອງດັດຊະນີ Nikkei ສູງຂຶ້ນຄືເພີ້ມຂຶ້ນ 2.25% ໃນຕອນອັດຕະຫຼາດ.

ທ່ານ Noda ກ່າວວ່າ ການເຂົ້າແຊກແຊງທີ່ວ່ານີ້ແມ່ນເພື່ອເຂົ້າຄວບຄຸມການ ເຄື່ອນໄຫວ
ທີ່ມີຫຼາຍຜິດ​ເກີນ​ໄປຢູ່ໃນຕະຫຼາດການເງິນ. ທ່ານປະກາດວ່າລັດຖະບານຈະເອົາມາດຕະ
ການແບບຄ້າຍຄືກັນນີ້ອີກໃນອະນາຄົດຖ້າຫາກມີຄວາມຈຳເປັນ.

ເງິນເຢນທີ່ມີຄ່າສູງຂຶ້ນເຮັດໃຫ້ສິນຄ້າສົ່ງອອກຂອງຍີ່ປຸ່ນມີລາຄາແພງຂຶ້ນຢູ່ໃນຕະຫຼາດ
ຕ່າງປະເທດ. ການເຂົ້າແຊກແຊງຂອງຍີ່ປຸ່ນໃນວັນພຸດມື້ນີ້ແມ່ນເປັນເທື່ອທຳອິດຂອງ
ໂຕກຽວນັບແຕ່ປີ 2004 ມາ.

XS
SM
MD
LG