ປາແລສໄຕນ໌ ຈະສືບຕໍ່ດີ້ນຮົນ ເພື່ອໃຫ້ໄດ້ເປັນ ສະມາຊິກ ສປຊ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ແມ່ຍິງປາແລສໄຕນ໌ຄົນນຶ່ງຮ້ອງໂຮຄໍາຂວັນ ໃນລະວ່າງການໂຮມຊຸມນຸມ ທີ່ເມືອງ ກາຊາ ຊີຕີ້ ເພື່ອສະແດງ ຄວາມສະໜັບສະໜູນ ຕໍ່ການດໍາເນີນຄວາມພະຍາຍາມຂອງປະທານາທິບໍດີ Mahmoud Abbas ເພື່ອໃຫ້ໄດ້ ຮັບການຮັບຮູ້ ຢູ່ອົງການສະຫະປະຊາຊາດ, ວັນທີ 22 ກັນຍາ 2001.

ເຈົ້າໜ້າທີ່ປາແລສໄຕນ໌ກ່າວວ່າ ຕົນຈະສືບຕໍ່ດຳເນີນການເພື່ອໃຫ້ໄດ້ມາຊຶ່ງການເປັນສະມາ
ຊິກໂດຍເຕັມຢູ່ໃນອົງການສະຫະປະຊາຊາດ ເຖິງແມ່ນວ່າ ໄດ້ມີການດຳເນີນຄວາມພະຍາ
ຍາມທາງດ້ານການທູດເພື່ອຊັກຊວນໃຫ້ພວກທ່ານ ຍົກເລີກການເຄື່ອນໄຫວທີ່ວ່ານີ້ ​ແລະ​
ໃຫ້​ກັບ​ຄືນ​ໄປສູ່ການເຈລະຈາສັນຕິພາບກັບອິສຣາ ແອລອີກກໍຕາມ.

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາໄດ້ກ່າວຕໍ່ຄູ່ຕຳແໜ່ງຝ່າຍປາແລສໄຕນ໌ທ່ານ
Mahmoud Abbas ວ່າການດຳເນີນການທາງອົງການສະຫະປະຊາຊາດຈະບໍ່ຊ່ອຍໃຫ້ບັນ
ລຸການ​ເປັນປະເທດປາແລສໄຕນ໌ໄດ້.

ພວກເຈົ້າ ໜ້າທີ່ທຳນຽບຂາວກ່າວວ່າ ທ່ານໂອບາມາໄດ້ເຕືອນປະທານາທິບໍດີປາແລສໄຕນ໌ ໃນຕອນແລງຂອງມື້ວັນພຸດວານນີ້ ທີ່ນະຄອນນິວຢອກວ່າສະຫະລັດຈະໃຊ້ສິດຢັບຢັ້ງຕໍ່ການ
ເຄື່ອນໄຫວໃດໆກໍຕາມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ຈະຮັບຮູ້ການເປັນປະ
ເທດຂອງປາແລສໄຕນ໌.

ບັນດາຜູ້ຊ່ອຍວຽກອະວຸໂສ ຂອງຝ່າຍປາແລສໄຕນ໌ ກ່າວວ່າ ພວກຕົນຈະຄັດຄ້ານຕໍ່ການ
ເຄື່ອນໄຫວທາງດ້ານການເມືອງໃດໆກໍຕາມ ກ່ຽວກັບບັນຫາດັ່ງກ່າວນີ້ ແຕ່ໃນຂະນະດຽວ
ກັນກໍເວົ້າວ່າພວກ​ຕົນຈະໃຫ້ເວລາແກ່ສະພາຄວາມໝັ້ນຄົງ “ດົນສົມຄວນ” ເພື່ອສຶກສາເບິ່ງ
ຄຳຮ້ອງຂອງພວກຕົນສຳລັບເຂົ້າເປັນສະມາຊິກໂດຍເຕັມກ່ອນຈະນຳໄປສະເໜີຕໍ່ສະມັດຊາ
ໃຫຍ່ສະຫະປະຊາຊາດ.

ໃນຕອນເຊົ້າຂອງມື້ວານນີ້ ປະທານາທິບໍດີໂອບາມາກ່າວວ່າ ບໍ່ມີທາງລັດໃດໆໄປສູ່ສັນຕິ
ພາບໃນພາກຕາເວັນອອກກາງໄດ້. ທ່ານເວົ້າວ່າ ສັນຕິພາບຈະບໍ່ເກີດຂຶ້ນຍ້ອນການອອກ ຖະແຫຼງການແລະການລົງມະຕິຕ່າງໆ ຢູ່ທີ່ອົງການສະຫະປະຊາຊາດ ແຕ່ຈະມາຈາກການ ເຈລະຈາໂດຍກົງລະຫວ່າງອິສຣາແອລແລະປາແລສໄຕນ໌.