ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາແລສໄຕນ໌ ຈະຍື່ນຄຳຮ້ອງ ຂໍເປັນສະມາຊິກ ສປຊ ໃນມື້ນີ້ (ເບິ່ງວີດີໂອ)


Pope Francis, greets the faithful during the Urbi and Orbi (to the city and to the world) blessing at the end of the Easter Mass in St. Peter's Square at the the Vatican, March 31, 2013.
Pope Francis, greets the faithful during the Urbi and Orbi (to the city and to the world) blessing at the end of the Easter Mass in St. Peter's Square at the the Vatican, March 31, 2013.

ເປັນທີ່ຄາດກັນວ່າ ປະທານາທິບໍດີປາແລສໄຕນ໌ທ່ານ Mahmoud Abbas ຈະຮ້ອງຂໍຢ່າງ
ເປັນທາງການຕໍ່ອົງການສະຫະປະຊາຊາດໃຫ້ຮັບຮູ້ປະເທດປາແລສໄຕນ໌ເປັນສະມາຊິກໂດຍ ເຕັມຂອງສະຫະປະຊາຊາດທັງໆທີ່ໄດ້ຮັບການຄັດຄ້ານຈາກສະຫະລັດແລະອິສຣາແອລ.

ທ່ານ Abbas ໄດ້ປະຕິເສດຕໍ່ການຮ້ອງຂໍໃຫ້ທ່ານຍົກເລີກການຂໍເຂົ້າເປັນສະມາຊິກສະຫະ
ປະຊາຊາດໂດຍເວົ້າວ່າ ທ່ານຈະຍື່ນຄຳຮ້ອງຕໍ່ເລຂາທິການໃຫຍ່ອົງການສະຫະປະຊາຊາດ
ທ່ານພັນກີມູນ ໃນວັນສຸກມື້ນີ້.

ການດຳເນີນຄວາມພະຍາຍາມຂອງສະຫະລັດແລະຢູໂຣບ ທີ່ນະຄອນນິວຢອກ ເພື່ອຢາກ
ຫຼີກລ້ຽງ ບໍ່ໃຫ້ເກີດການປະເຊີນໜ້າທາງດ້ານການທູດນັ້ນ ມີຮ່ອງຮອຍວ່າ ບໍ່ໄດ້ມີຄວາມ
ກ້າວໜ້າຫຍັງຫຼາຍ ໃນວັນພະຫັດວານນີ້. ເປັນທີ່ຄາດກັນວ່າ ບັນດາທູດພິເສດ ຂອງກຸ່ມ
Quartet ທີ່ຮັບຜິດຊອບກ່ຽວກັບພາກຕາເວັນອອກກາງຈະປະຊຸມກັນໃນວັນສຸກມື້ນີ້ເພື່ອ
ຫາທາງລິເລີ່ມການເຈລະຈາລະຫວ່າງອິສຣາແອລແລະປາແລສໄຕນ໌ຄືນໃໝ່.

ສະຫະລັດ ແລະອິສຣາແອລ ພວມກົດດັນໃຫ້ບັນດາປະເທດສະມາຊິກຂອງສະພາຄວາມ
ໝັ້ນຄົງໃຫ້ລົງຄະແນນສຽງຄັດຄ້ານຕໍ່ແຜນການດັ່ງກ່າວ ຫຼືບໍ່ອອກສຽງເວລາມີການລົງ
ຄະແນນສຽງກັນ. ເຖິງແມ່ນຝ່າຍປາແລສໄຕນ໌ສາມາດຈັດແຈງໃຫ້ໄດ້ຮັບຄະແນນສຽງສະ
ໜັບສະໜຸນພຽງພໍກໍຈິງ ແຕ່ສະຫະລັດໃຫ້ຄຳໝັ້ນສັນຍາວ່າຈະໃຊ້ສິດຢັບຢັ້ງຕໍ່ແຜນການ
ທີ່ວ່ານີ້.

ສະພາຄວາມໝັ້ນຄົງ ຈະໃຊ້ເວລາຫຼາຍໆອາທິດເພື່ອພິຈາລະນາຄຳຮ້ອງຂໍຂອງຝ່າຍປາ
ແລສໄຕນ໌ຊຶ່ງຈະໃຫ້ເວລາເພີ່ມຕື່ມແກ່ການດຳເນີນການທາງດ້ານການທູດ ກ່ອນທີ່ຝ່າຍ
ປາແລສໄຕນ໌ ຈະພິຈາລະນາກ່ຽວກັບການເຄື່ອນໄຫວຂັ້ນຕໍ່ໄປ ໂດຍຈະຂໍໃຫ້ສະມັດຊາ
ໃຫຍ່ອົງການສະຫະປະຊາຊາດຍົກລະດັບຖານະຂອງ ປາແລສໄຕນ໌ຂຶ້ນເປັນປະເທດສັງ ເກດການທີ່ບໍ່ສາມາດອອກສຽງໄດ້ນັ້ນ.

ຜູ້ຊ່ອຍຄົນນຶ່ງ ຂອງທ່ານ Abbas ກ່າວໃນວັນພະຫັດວານນີ້ວ່າ ປະທານາທິບໍດີປາ
ແລສໄຕນ໌ເຊື່ອວ່າການພະຍາຍາມເຂົ້າເປັນສະມາຊິກຂອງອົງການສະຫະປະຊາຊາດນີ້
ຈະບໍ່ເປັນອຸບປະສັກຂັດຂວາງຕໍ່ການເຈລະຈາສັນຕິພາບຢ່າງຈິງຈັງກັບອິສຣາແອລແຕ່
ປະການໃດ.

ເບິ່ງວີດີໂອພາສາອັງກິດ ກ່ຽວກັບຄວາມເຫັນຂອງຊາວປາແລສໄຕນ໌:

XS
SM
MD
LG