ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປາແລສໄຕນ໌ ຈະສືບຕໍ່ດີ້ນຮົນ ເພື່ອໃຫ້ໄດ້ເປັນ ສະມາຊິກ ສປຊ (ເບິ່ງວີດີໂອ)


ແມ່ຍິງປາແລສໄຕນ໌ຄົນນຶ່ງຮ້ອງໂຮຄໍາຂວັນ ໃນລະວ່າງການໂຮມຊຸມນຸມ ທີ່ເມືອງ ກາຊາ ຊີຕີ້ ເພື່ອສະແດງ
ຄວາມສະໜັບສະໜູນ ຕໍ່ການດໍາເນີນຄວາມພະຍາຍາມຂອງປະທານາທິບໍດີ Mahmoud Abbas ເພື່ອໃຫ້ໄດ້ ຮັບການຮັບຮູ້ ຢູ່ອົງການສະຫະປະຊາຊາດ, ວັນທີ 22 ກັນຍາ 2001.
ແມ່ຍິງປາແລສໄຕນ໌ຄົນນຶ່ງຮ້ອງໂຮຄໍາຂວັນ ໃນລະວ່າງການໂຮມຊຸມນຸມ ທີ່ເມືອງ ກາຊາ ຊີຕີ້ ເພື່ອສະແດງ ຄວາມສະໜັບສະໜູນ ຕໍ່ການດໍາເນີນຄວາມພະຍາຍາມຂອງປະທານາທິບໍດີ Mahmoud Abbas ເພື່ອໃຫ້ໄດ້ ຮັບການຮັບຮູ້ ຢູ່ອົງການສະຫະປະຊາຊາດ, ວັນທີ 22 ກັນຍາ 2001.

ເຈົ້າໜ້າທີ່ປາແລສໄຕນ໌ກ່າວວ່າ ຕົນຈະສືບຕໍ່ດຳເນີນການເພື່ອໃຫ້ໄດ້ມາຊຶ່ງການເປັນສະມາ
ຊິກໂດຍເຕັມຢູ່ໃນອົງການສະຫະປະຊາຊາດ ເຖິງແມ່ນວ່າ ໄດ້ມີການດຳເນີນຄວາມພະຍາ
ຍາມທາງດ້ານການທູດເພື່ອຊັກຊວນໃຫ້ພວກທ່ານ ຍົກເລີກການເຄື່ອນໄຫວທີ່ວ່ານີ້ ​ແລະ​
ໃຫ້​ກັບ​ຄືນ​ໄປສູ່ການເຈລະຈາສັນຕິພາບກັບອິສຣາ ແອລອີກກໍຕາມ.

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາໄດ້ກ່າວຕໍ່ຄູ່ຕຳແໜ່ງຝ່າຍປາແລສໄຕນ໌ທ່ານ
Mahmoud Abbas ວ່າການດຳເນີນການທາງອົງການສະຫະປະຊາຊາດຈະບໍ່ຊ່ອຍໃຫ້ບັນ
ລຸການ​ເປັນປະເທດປາແລສໄຕນ໌ໄດ້.

ພວກເຈົ້າ ໜ້າທີ່ທຳນຽບຂາວກ່າວວ່າ ທ່ານໂອບາມາໄດ້ເຕືອນປະທານາທິບໍດີປາແລສໄຕນ໌ ໃນຕອນແລງຂອງມື້ວັນພຸດວານນີ້ ທີ່ນະຄອນນິວຢອກວ່າສະຫະລັດຈະໃຊ້ສິດຢັບຢັ້ງຕໍ່ການ
ເຄື່ອນໄຫວໃດໆກໍຕາມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ຈະຮັບຮູ້ການເປັນປະ
ເທດຂອງປາແລສໄຕນ໌.

ບັນດາຜູ້ຊ່ອຍວຽກອະວຸໂສ ຂອງຝ່າຍປາແລສໄຕນ໌ ກ່າວວ່າ ພວກຕົນຈະຄັດຄ້ານຕໍ່ການ
ເຄື່ອນໄຫວທາງດ້ານການເມືອງໃດໆກໍຕາມ ກ່ຽວກັບບັນຫາດັ່ງກ່າວນີ້ ແຕ່ໃນຂະນະດຽວ
ກັນກໍເວົ້າວ່າພວກ​ຕົນຈະໃຫ້ເວລາແກ່ສະພາຄວາມໝັ້ນຄົງ “ດົນສົມຄວນ” ເພື່ອສຶກສາເບິ່ງ
ຄຳຮ້ອງຂອງພວກຕົນສຳລັບເຂົ້າເປັນສະມາຊິກໂດຍເຕັມກ່ອນຈະນຳໄປສະເໜີຕໍ່ສະມັດຊາ
ໃຫຍ່ສະຫະປະຊາຊາດ.

ໃນຕອນເຊົ້າຂອງມື້ວານນີ້ ປະທານາທິບໍດີໂອບາມາກ່າວວ່າ ບໍ່ມີທາງລັດໃດໆໄປສູ່ສັນຕິ
ພາບໃນພາກຕາເວັນອອກກາງໄດ້. ທ່ານເວົ້າວ່າ ສັນຕິພາບຈະບໍ່ເກີດຂຶ້ນຍ້ອນການອອກ ຖະແຫຼງການແລະການລົງມະຕິຕ່າງໆ ຢູ່ທີ່ອົງການສະຫະປະຊາຊາດ ແຕ່ຈະມາຈາກການ ເຈລະຈາໂດຍກົງລະຫວ່າງອິສຣາແອລແລະປາແລສໄຕນ໌.

XS
SM
MD
LG