ຢ່າງໜ້ອຍ 65 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ອີຣັກ (ສະໄລດ໌/ວີດີໂອ)

ຜູ້ຄົນພວມພາກັນຫຸ້ມເບິ່ງ ບ່ອນລະເບີດແຕກ ທີ່ຕະຫຼາດຂາຍຜັກແຫ່ງນຶ່ງ ໃນເມືອງ Basra (15 ກັນຍາ 2013)

ເຈົ້າໜ້າທີ່ອີຣັກກ່າວວ່າ ລະເບີດລົດໄດ້ສັງຫານພວກໄປໄວ້ທຸກ
ຈຳນວນນຶ່ງ ໃນພິທີສົ່ງສະການ ຢູ່ທີ່ຄຸ້ມຂອງຊາວຊີໄອທ໌ ໃນນະ
ຄອນຫຼວງແບັກແດດ ຊຶ່ງເປັນນຶ່ງໃນການໂຈມຕີຫຼາຍຄັ້ງ ທີ່ເຮັດ ໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 65 ຄົນໃນວັນເສົາວານນີ້.

ຕຳຫຼວດເວົ້າວ່າ ເຫດລະເບີດທີ່ຄຸ້ມ Sadr ເກີດຂຶ້ນໃກ້ໆຕູບຜ້າ
ຕັ້ງ ໃນພິທີສົ່ງສະການ ຊຶ່ງເຮັດໃຫ້ຢ່າງໜ້ອຍ 54 ຄົນເສຍຊີວິດ
ແລະອີກ 70 ຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ສືບສວນກ່າວວ່າ ການໂຈມຕີສະຫຼະຊີບດ້ວຍລົດລະ
ເບີດແມ່ນຮັບຜິດຊອບຕໍ່ເຫດລະເບີດນຶ່ງ ຂະນະທີ່ເຫດລະເບີດອີກຢ່າງໜ້ອຍນຶ່ງຄັ້ງແມ່ນ ເກີດຈາກລະເບີດທີ່ຫ້າງໄວ້ໃນລົດ.

ການໂຈມຕີ ເມື່ອໄວໆມານີ້ ຢູ່ອີຣັກ



ໃນຕອນເຊົ້າຂອງວັນເສົາວານນີ້ ໄດ້ມີການໂຈມຕີຫລາຍໆຄັ້ງເກີດຂຶ້ນ ຢູ່ໃນທົ່ວປະເທດ ຊຶ່ງເຮັດໃຫ້ເຈົ້າໜ້າທີ່ຮັກສາຄວາມສະຫງົບ ຫລາຍກວ່າ 10 ຄົນເສຍຊີວິດ. ການໂຈມຕີ ທີ່ຮ້າຍແຮງສຸດ ແມ່ນມີຂຶ້ນທີ່ເມືອງ Baiji ຊຶ່ງຕັ້ງຢູ່ທາງກໍ້າເໜືອ ຂອງນະຄອນຫຼວງແບັກ
ແດດ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ກ່ຽວກັບການໂຈມຕີເຫຼົ່ານີ້ເທື່ອ.

Your browser doesn’t support HTML5

IRAQ ATTACK