ສຳພາດ ທ່ານສຸວັນທອນ ແລະຍານາງ ນີລາວັນ ຄຳມີສຸກ ທີ່ ເມືອງເກຣີນົບ ປະເທດຝຣັ່ງ

ທ່ານ ສຸວັນທອນ ແລະ ຍານາງ ນີລາວັນ ຄຳມີສຸກ ທີ່ເມືອງ Grenobe ປະເທດຝຣັ່ງ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວ ​ແລງ​ວັນ​ພະຫັດ
​ມື້​ນີ້ ​ເຮົາ​ຈະ​ນຳພາ​ທ່ານ ​ໄປ​ຢ້ຽມຢາມ​ຖາມ​ຂ່າວ ທ່ານສຸວັນ​ທອນ
​ແລະ​ຍານາງ ນີລາ​ວັນ ຄຳ​ມີສຸກ ທີ່​ໄດ້​ເຂົ້າ​ໄປຕັ້ງ​ຖິ່ນ​ຖານ​ຢູ່​ ນະ
ຄອນ Grenobe ທາງ​ພາກ​ຕາ​ເວັນ​ອອກສຽ​ງ​ໃຕ້​ຂອງ ປະ​ເທດ​
ຝ່ັຣງ ແຕ່​ປີ 1979​. ທ່ານສຸວັນ​ທອນ ເປັນ​ພະນັກງານ ບໍລິສັດ​
ຜະ​ລິ​ດ​ເຄຶ່ອງ electronic ​ແລະ​ຍານາງ ນີລາ​ວັນ ​ເປັນ​ນາງພະ
ຍາບານ ທີ່​ເຮືອນ​ພັກຜູ້​ເຖົ້າ. ທ່ານ​ທັງ​ສອງ ​ໄດ້​ເລົ່າ​ເລື້ອງ​ຄວາມ​
ເປັນ​ມາ​ຂອງຊີວິດ ​ແລະການ​ເປັນ​ຢູ່​ໃນເມືອງ Grenobe ສູ່
ວີ​ໂອ​ເອ ​ຟັງ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງການສຳພາດ ທ່ານສຸວັນທອນ ແລະຍານາງ ນີລາວັນ ຄຳມີສຸກ

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວ ​ມື​ນີ້ ​ຂ້າພະ​ເຈົ້າ ຂໍ​ແນະນຳ​ໃຫ້​
ທ່ານ​ຮູ້ຈັກ​ກັບ ​ທ່ານສຸວັນ​ທອນ ​ແລະ​ຍານາງນີລາ​ວັນ ຄຳ​ມີ​ສຸກ​ ລູກບ້ານ​ຫລານ​ເມືອງ​ທ່າ​
ແຂກ ​ແຂວງ​ຄຳ​ມ່ວນ ທີ່​ໄດ້​ເຂົ້າໄປ​ຕັ້ງ​ຖິ່ນ​ຖານຢູ່ ນະຄອນ Grenobe ທາງ​ພາກ​ຕາ​ເວັນ
​ອອກ ສຽງ​ໃຕ້​ຂອງ ປະ​ເທດ​ຝຣັ່ງ. ຄອບຄົວຄຳ​ມີ​ສຸ​ກ ​ໄດ້ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ເມືອງ​ນີ້ ຕັ້ງ​ແຕ່
ປີ 1979.

ເມືອງ Grenobe ປະເທດຝຣັ່ງ

ແຕ່​ກ່ອນ​ອຶ່ນ​ຂ້າພະ​ເຈົ້າ ​ຂໍ​ພາ​ທ່ານ​ໄດ້​ຊົມ ແລະຮູ້ຈັກພູ​ມລຳເນົາ ​ແລະ​ບັນຍາກາດ ຂອງຂົງ​ເຂດ​ເມືອງ Grenobe ນີ້​ວ່າ​ມີ​ ຄວາມ​ສຳຄັນ ​ແລະ​ເປັນ​ມາ​ຢ່າງ​ໃດ. Grenobe ຕັ້ງຢູ່ພາກຕາ​ເວັນ​ອອກສຽງ​ໃຕ້
ຂອງ​ປະ​ເທດ​ຝຣັ່ງ ​ແລະ​ຕັ້ງ​ຢູ່​ຕີນ​ພູ​ Alps
ບ່ອນທີ່​ແມ່​ນໍ້າ Drac ​ເຊື່ອມຕໍ່​ກັບ​ແມ່ນໍ້າ Isere ທີ່ີຮູ້​ກັນ​ວ່າຂົ​ງເຂດ Rhone ​ອ້ອ​ມລ້ອມ​ໄປ​ດ້ວຍ​ພູ.​ ​ເພາະສະ​ນັ້ນ​ຂົງ​ເຂດ​ນີ້​ ຈຶ່ງມີ​ຫິມະຕົກ
​ຫລາຍ​ໃນລະດູ​ໜາວ ​ແລະ​ເຄີຍ​ໄດ້​ເປັນ​ເຈົ້າພາບ ກິລາ​ໂອ​ລິ​ມປິກ​ ລະດູ​ໜາວ ມາ​ແລ້ວໃນ​ປີ 1968.

ທ່ານສຸວັນທອນ (ເສື້ອສີຟ້າຂວາສຸດ) ຮ່ວມຂະບວນ ບຸນວັດທະນາທຳນາໆຊາດ

ນະຄອນ Grenobe ​ເປັນ​ເມືອງ​ງົດ​ງາມ​ເມືອງ​ນຶ່ງ ມີ​ປະວັດ​ອັນ
​ຍາວ​ນານທີ່​ໜ້າ​ສົນ​ໃຈມາ​ໄດ້ 2,000 ປີ​ແລ້ວ ຊຶ່ງ​ເວລາ​ນັ້ນ​ຍັງ​
ເປັນ​ໝູ່​ບ້ານ​ນ້ອຍໆ​ຂອງ​ຊາວ Gallic ​ແລະ​ເປັນ​ປ້ອມ​ຍາມ​ເຂດ​
ຊາຍ​ແດນ​ຂອງຝຣັ່ງ. ຕະຫລອດ​ປະວັດ​ສາດ​ອັນ​ຍາວ​ນານ​ນັ້ນ
​ນະຄອນ Grenobe ​ໄດ້​ກາຍ​ມາ​ເປັນ​ເມືອງ​ທີ່​ທັນ​ສະ​ໄໝ​ຂອງ
ຝຣັ່ງ ​ໃນ​ສັດຕະຫວັດທີ່ 21. ປັດ​ຈຸ​ບັນ​ນີ້ ​Grenobe ເປັນ​ເມືອງ
​ທີ່​ອຸດົມສົມ​ບຸນ​ໄປ​ດ້ວຍ ​ເຂື່ອ​ນ​ໄຟຟ້າ ​ໂຮງງານ​ຜະ​ລິດ​ເຄື່ອງ​ອີ
​ເລັກ​ໂຕ​ຣນິກ ​ເຄື່ອງຈັກ​ຕ່າງໆ ​ເຄມີ ພລາສຕິກ ​ໂຮງງານ​ຜະ​ລິດ
​ອາຫານ ​ແລະສິ່ງ​ສຳຄັນ​ທີ່​ສຸດ​ນັ້ນ​ກໍ​ຄື​ເປັນ​ສູນ​ກາງ​ຄົ້ນຄວ້າ​ດ້ານ
​ວິທະຍາສາດ. ປັດ​ຈຸ​ບັນ​ນີ້ ປະຊາກອນ​ໃນ​ເຂ​ດ​ເມືອງ Grenobe
ມີ​ຢູ່ປະ​ມານ 664,800ຄົນ ຮ່ວມ​ທັງ​ປະຊາກອນ​ລາວ-ຝຣັ່ງ ປະມານ 800 ຄົນ ທີ່​ພາກັນ​ປະກອບ​ອາຊີບ ​ຢູ່​ຕາມ​ໂຮງງານອຸດສາຫະກຳດ້ານ ​ເທັກ​ໂນ​ໂລ​ຈີ ອັນ​ສຳຄັນ​ ​ແລະນອກ​ນັ້ນຍັງປະກອບ​ວິຊາອາຊີ​ບອຶ່ນໆ.

ທ່ານສຸວັນ​ທອນ ຄຳ​ມີ​ສຸກ ​ແມ່ນ​ລູກບ້ານ​ຫລານ​ເມືອງ​ທ່າ​ແຂກ ​ແຂວ​ງຄຳ​ມ່ວນ ປະ​ເທດ​
ລາວ ທ່ານ​ສຳ​ເລັດ​ການ​ສຶກສາຝ່າຍບັນຊີ ທີ່​ໂຮງຮຽນ​ການ​ຊ່າງ ປາກ​ປາ​ສັກ ນະຄອນ
ຫລວງວຽງ​ຈັນ. ຫລັງ​ຈາກ​ນັ້ນ​ທ່ານໄດ້​ເຂົ້າ​ຮັບ​ໃຊ້​ເປັນ​ລັດຖະກອນຝ່າຍ​ສະມຸດ​ບັນຊີ ທີ່
ກົມ​ໄຟຟ້າ​ລາວ. ​ໃນ​ປີ 1976 ໃນຂະນະ​ທີ່​ມີ​ການ​ປ່ຽນ​ແປ​ງລະບອບ​ການ​ປົກຄອງ​ໃໝ່​ຢູ່
ເມືອງ​ລາວນັ້ນ ທ່ານ​ຄຳ​ມີ​ສຸກ ພ້ອມ​ດ້ວຍ​ພັນ​ລະ​ຍາ ຍານາງ​ນີລາ​ວັນ ​ແລະ​ລູກນ້ອຍ​ນຶ່ງ
ຄົນ ແລະ ບັນດາພໍ່​ແມ່​ພີ່ນ້ອງ​ປະຊາຊົນ​ລາວ ໄດ້ອົບ​ພະຍົບຂ້າມ​ໄປ​ຢູ່ສູນ​ອົບ​ພະ​ຍົບ
ປະ​ເທດ​ໄທ ເພື່ອ​ລໍຖ້າ​ການໄປຕັ້ງ​ຖິ່ນ​ຖານ​ໃໝ່ຢູ່​ປະ​ເທດ​ທີ່​ສາມ. ​ຕົກ​ມາ​ເຖິງ​ປີ 1979
ຄອບຄົວທ່ານ​ຄຳ​ມີ​ສຸກ ​ໄດ້​ຖືກ​ຮັບເຂົ້າໄປ​ຕັ້ງ​ຖິ່ນ​ຖານ​ຢູ່ປະ​ເທດ​ຝຣັ່ງ ​ແລະກໍໄດ້​ມາ​ຕັ້ງ
​ຫລັກແຫ​ລ່ງຢູ່​ນະຄອນ Grenobe​ ຕັ້ງ​ແຕ່ນັ້ນ​ເປັນ​ຕົ້ນ​ມາ. ການ​ຕັ້ງ​ຕົ້ນ​ຊີ​ວິດ​ໃໝ່ບໍ່​ເປັນ
​ທີ່​ງ່າຍດາຍ​ແກ່ ບັນດາຊາວ​ອົບພະ​ຍົບທີ່​ເດີນທາງໄປ​ຮອດ​ໃໝ່​ຢູ່ໃນ​ເວລາ​ນັ້ນ. ທຸກ​ຄົນ​
ຕ້ອງ​ໄດ້ປັບ​ໂຕ​ໃຫ້​ເຂົ້າ​ກັບ ດິນ​ຟ້າ​ອາກາດ ອາຫານ​ການ​ກິນ ພາສາ ​ແລະ​ວັດທະນາ​ທຳ.
ເວລາ​ນີ້ ທ່ານສຸວັນ​ທອນ ຖື​ສັນຊາດ​ຝຣັ່ງ ທ່ານ​ໄດ້ເລົ່າ​ຊີວິດເບື້ອງ​ຫລັງ​ຂອງຄວາມ​ເປັນ
ມາ ​ແລະ​ຊີວິດ​ການ​ເປັນ​ຢູ່ໃນ​ເມືອງ Grenobe ສູ່ ວີ​ໂອ​ເອ ວ່າ :

ທ່ານ ສຸວັນທອນ ຄຳມີສຸກ ຢູ່ຫ້ອງການ

Your browser doesn’t support HTML5

ຟັງການສຳພາດ ທ່ານ ສຸວັນທອນ ຄຳມີສຸກ

ຍາ​ນາງ ນີລະ​ວັນ ພັນ​ລະ​ຍາ ຂອງ​ທ່ານ ສຸວັນ​ທອນ ​ແມ່ນ​ສະຕີ​ລາວ-ຝຣັ່ງ ຄົນ​ນຶ່ງ ທີ່​ໄດ້​ທຳ​ຄວາມ​ກ້າວໜ້າ​ໃນ​ການ​ປະ​ກອບ​ວິຊາອາຊີບ ຕັ້ງ​ແຕ່​ໄດ້​ເຂົ້າ​ໄປຕັ້ງ​ຖິ່ນ​ຖານ​ຢູ່ເມືອງ Grenobe ຍານາງ ​ໄດ້​ໂອ້​ລົມ​ກ່ຽວ​ກັບ​ໜ້າ​ທີ​ວຽກ​ການ​ສູ່ ວີ​ໂອ​ເອ ດັ່ງ​ນີ້ :

ຍານາງ ນີລາວັນ (ຊຸດສີແດງຢູ່ກາງ) ຮ່ວມຂະບວນ ບຸນນາໆຊາດ

Your browser doesn’t support HTML5

ຟັງການສຳພາດ ຍານາງ ນີລາວັນ ຄຳມີສຸກ

ເປັນ​ທີ່​ຮູ້​ກັນ​ດີ​ວ່າ ປະຊາກອນ​ຝຣັ່ງ ຮູ້​ຈັກ​ການ​ໃຊ້​ວິດ​ໃຫ້​ມີ​ຄວາມ​ລາບ​ລື້​ນ ມ່ວນ​ຊື່ນ ກິນ​ດີ ຢູ່ດີ ​ໂດຍ​ສະ​ເພາະ​ຢ່າງ​ຍິງ ຮູ້ຈັກພັກຜ່ອນ​ປະຈຳ​ປີ ​ໂດຍ​ມີ​ສິດ​ລາ​ພັກ​ຮ້ອນ​ໄດ້​ເຖິງ 3 ​ເດືອນ​ຕາມ​ກົດໝາຍ​ຂອງຝຣັ່ງ. ທ່ານ​ສຸວັນ​ທອນ ​ແລະ​ຍານາງ ນິລະ​ວັນ ມັກ​ຈະ​ເດີນທາງກັບ​ຄືນ​
ເມື່ອ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ ທີ່ ປະ​ເທດ​ລາວ​ ​ເກືອບ​ທຸກໆ​ປີ ທ່ານ​ສຸວັນ​ທອນ ​ໄດ້​ກ່າວ​ເຖິງ​ຄວາມຄິດ​ຮອດ​ຄິ​ດ​ເຖິງ ພີ່ນ້ອງ​ລາວ ​ແລະອາຫານ​ລາວ ທີ່​ທ່ານ​ລື​ມບໍ່​ໄດ້ນັ້ນ​ວ່າ :

ບໍລິສັດ HT Microelectronic Semi Conductor ບ່ອນທີ່ ທ່ານ ສຸວັນທອນ ເຮັດວຽກ

Your browser doesn’t support HTML5

ຟັງການສຳພາດ ທ່ານ ສຸວັນທອນ ຄຳມີສຸກ

​ໃນ​ຂະນະ​ທີ່ ຂ້າພະ​ເຈົ້າ ກຳລັງ​ລາຍ​ງານ​ຂ່າວ​ຂອງ ທ່ານ​ສຸວັນ​ທອນ ​ແລະ​ຍານາງ ນີລະ​ວັນ
ຢູ່​ນີ້ິ ທັງ​ສອງ​ທ່ານ​ກຳລັງຢູ່​ໃນ​ເຮືອບິນ ​ເດີນ​ທາງ​ມາສູ່ ນະຄອນຫລວງ​ວຽງ​ຈັນ ​ເພື່ອໄປ​ຢ້ຽມ
ຢາມ ຍາດຕິ​ພີ່ນ້ອງ​ເພື່ອນ​ຝູງ ​ເປັນ​ເວລາ​ນຶ່ງ​ເດືອນ. ວີ​ໂອ​ເອ ຂໍ​ໃຫ້ທ່ານ​ເດີນທາງ​ດ້ວຍ
​ຄວາມ​ສະ​ວັດ​ດີ​ພາບ ​ແລະໄດ້​ຮັບ​ຄວາມ​ມ່ວນ​ຊື່​ນ.

​ໂປດ​ຕິດຕາມ​ຟັງ ການ​ສຳພາດ​ກັບ ລາຍການຊີວິດ​ຊາວ​ລາວ ​ໃນເລື້ອງ​ໃໝ່ ​ໃນ​ແລງ​ວັນ
​ພະຫັດ​ໜ້າ.