ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊົມຊົນຊາວລາວໃນທະວີບອາເມຣິກາມື້ນີ້, ພວກເຮົາມີການສຳພາດກັບທ່ານປຣານີ ຊະນະນິກອນທີ່ອາໄສ ຢູ່ເມືອງລອງບີສມາສະເໜີທ່ານຊຶ່ງໃນນີ້ ເພິ່ນຈະເວົ້າເຖິງປະຫວັດຄວາມເປັນມາຂອງທ່ານ ວ່າດ້ວຍເຫດໃດທ່ານຈຶ່ງໄດ້ຕັ້ງຖິ່ນຖານໃນສະຫະລັດ ແລະຈຸດພິເສດທີ່ໜ້າສົນໃຈຂອງເມືອງລອງລີສ ຊຶ່ງເປັນເມືອງນ້ອຍແຫ່ງນຶ່ງຂອງນະຄອນລອສ ແອນເຈີແລັສ, ທາງພາກໃຕ້ຂອງລັດຄາລິເນຍ. ຂໍເຊີນທ່ານຕິດຕາມຟັງ ລາຍລະອຽດເລື້ອງກັບບົວສະຫວັນໄດ້ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດກັບທ່ານປຣານີ ຊະນະນິກອນ, ຜູ້ປະສົບຜົນສຳເລັດສູງໃນການສຶກສາແລະຊ່ວຍເຫລືອອົບພະຍົບໃນສະຫະລັດ
ທ່ານປຣານີ ຊະນະນິກອນ ແມ່ນຜູ້ນຶ່ງໃນຄົນລາວທີ່ມີຈຳນວນໜ້ອຍທີ່ສຸດທີ່ມາສະຫະລັດໃນນາມນັກສຶກສາແລະມີຄວາມຕັ້ງໃຈຢ່າງສູງທີ່ຈະໄດ້ກັບໄປສ້າງສາບ້ານເກີດເມືອງນອນ. ທ່ານໄດ້ຮັບທຶນມາຮຽນດ້ານການສຶກສາແລະສັງຄົມສາດ ລົງເລິກການພັດທະນາຊຸມຊົນ ໃນມະຫາວິທະຍາໄລລັດຮາວາຍ ຊຶ່ງທ່ານເລົ່າເຖິງການມາສະຫະລັດຂອງທ່ານສູ່ຟັງວ່າ:
Your browser doesn’t support HTML5
ສຽງ 1 ທ່ານປຣານີເລົ່າເຖິງການມາຮຽນໃນ ສຫລ ຮອບສອງຢູ່ມະຫາວິທະຍາໄລລັດຮາວາຍ
ເຊີນຊົມວີດິໂອໃນການສຳພາດກັບທ່ານປຣານີ ຊະນະນິກອນ
Your browser doesn’t support HTML5
ການສຳພາດກັບ ທ. ປຣານີ ຊະນະນິກອນ ຈາກ ມ. ລອງບີສ, ລັດຄາລິຟໍເນຍກ່ຽວກັບຊີວິດຂອງທ່ານໃນ ສຫລ ຫລັງຈາກກັບບ້ານບໍ່ໄດ້ໃນ 1975
ແຕ່ແລ້ວກໍຕ້ອງໄດ້ເລີກລົ້ມຄວາມຕັ້ງໃຈຫລັງຈາກໄດ້ຮັບໃບປະກາດສະນີຍະບັດປະລິນຍາຕີທັງສອງວິຊາແລ້ວ ໃນລະດູຮ້ອນປີ 1975 ແລະຂີ່ເຮືອບິນຈາກລັດຮາວາຍ ມາເຖິງນະຄອນຫລວງວໍຊິງຕັນ ແຕ່ບໍ່ມີເຮືອບິນລຳໃດ ຈະບິນໄປລາວ ເລີຍຊຶ່ງທ່ານເລົ່າເຫດການຕອນນັ້ນສູ່ຟັງວ່າ:
Your browser doesn’t support HTML5
ສຽງ 2 ທ່ານປຣານີເລົ່າເຖິງຊີວິດຂອງທ່ານປ່ຽນໄປເມື່ອກັບບ້ານບໍ່ໄດ້ຫລັງຮຽນຈົບປະລິຍາຕີຈາກມະຫາວິທະຍາໄລລັດຮາວາຍ
ເນື່ອງຈາກວ່າທ່ານເປັນຄົນທີ່ຝັກໄຝ່ຊອກຮູ້ຜູ້ຄົນ ແລະກໍເຄີຍໄດ້ມາຮັບການສຶກສາແລະອາໄສຢູ່ກັບພໍ່ລ້ຽງທີ່ເປັນຄົນອາເມຣິກັນໃນຕອນທີ່ທ່ານເປັນນັກຮຽນຊັ້ນອຸດົມປີສຸດທ້າຍໃນລັດເດລາແວ ທ່ານຈຶ່ງໄດ້ຮັບການຊ່ວຍເຫລືອມາຕະຫລອດ ໃນການໄດ້ຮັບອະນຸຍາດໃຫ້ຢູ່ໃນສະຫະລັດຢ່າງຖືກກົດໝາຍ ແລະການໄດ້ຮັບທຶນການສຶກສາ ໄປຮຽນຕໍ່ໃນຂັ້ນປະລິນຍາໂທ ໃນມະຫາວິທະຍາໄລລັດຮາວາຍອີກ.
ທ່ານປຣານີ ຊະນະນິກອນ ແລະທ່ານນາງລີລຽນ ລີວ, ພັນລະຍາຂອງທ່ານໄດ້ຮັບລາງວັນຜົນງານຕະຫລອດຊີວິດ ຫລື Lifetime Achievement Awards ຈາກສະພາປົກຄອງເມືອງລອງບີສ, ທາງພາກໃຕ້ຂອງລັດຄາລິຟໍເນຍໃນປີ 2017.
ທ່ານເປັນລູກຜູ້ທີ 5 ຂອງພະຍາຄຳສິງ ຊະນະນິກອນ ທີ່ເປັນອະດີດຫົວໜ້າ ສານສູງສຸດຂອງລາດຊະອານາຈັກລາວ. ການຕັ້ງຕົ້ນຊີວິດຂອງທ່ານປຣານີ ໃນສະຫະລັດໃນນາມເປັນນັກສຶກສານັ້ນ ກໍຖືໄດ້ວ່າປະສົບຜົນສຳເລັດຫລາຍສົມຄວນ ຊຶ່ງທ່ານບອກວ່າ ທັງນີ້ກໍເປັນຍ້ອນວ່າ ສະຫະລັດເປັນປະເທດທີ່ໃຫ້ໂອກາດຄົນໃນຫລາຍດ້ານ ບໍ່ວ່າຈະເປັນການສຶກສາ ຫລືການປະກອບວຽກງານ ດັ່ງທີ່ທ່ານອະທິບາຍໃຫ້ຟັງວ່າ:
Your browser doesn’t support HTML5
ສຽງ 3 ທ່ານປຣານີເລົ່າເຖິງ ສຫລ ວ່າເປັນປະເທດທີ່ໃຫ້ໂອກາດຄົນໃນຫລາຍດ້ານ
ງານລ້ຽງເນື່ອງໃນໂອກາດການອອກກິນບຳນານຂອງທ່ານປຣານີ ຊະນະນິກອນ ຈັດໃຫ້ໂດຍມະຫາວິທະຍາໄລລັດຄາລິຟໍເນຍ, ປີ 2017 ຊຶ່ງທ່ານຂໍໃຫ້ຈັດແບບເປັນກັນເອງທີ່ສຸດ ແລະໃສ່ເສື້ອທີ່ເປັນສັນຍາລັກຂອງລັດຮາວາຍ
ສ່ວນທ່ານເອງຫລັງຈາກຮຽນຈົບປະລິນຍາໂທແລ້ວ ທ່ານກໍຮຽນຕໍ່ໃນຂັ້ນປະລິນຍາເອກ ແລະຫາເງິນຈ່າຍຄ່າຮຽນເອງ. ແຕ່ເນື່ອງຈາກວ່າລັດຄາລິຟໍເນຍມີຄວາມຕ້ອງການຄົນທີ່ມາຈາກລາວມາຊ່ວຍເຫລືອຊາວອົບພະຍົບໃນການຕັ້ງຖິ່ນຖານໃໝ່ ທ່ານຈຶ່ງໄດ້ຕັດສິນໃຈຍົກຍ້າຍໄປຢູ່ໃນນະຄອນແຊນດິເອໂກ ທີ່ມີອົບພະຍົບຈາກລາວມາຕັ້ງຖິ່ນຖານຫລາຍທີ່ສຸດ ໃນຊຸມຕົ້ນໆຂອງປີ 1980 ນັ້ນ ຊຶ່ງທ່ານເລົ່າເຖິງວຽກງານຂອງທ່ານໃນຕອນນັ້ນສູ່ຟັງວ່າ:
Your browser doesn’t support HTML5
ສຽງ 4 ທ່ານປຣານີເລົ່າເຖິງການເຮັດວຽກຂອງທ່ານໃນການຊ່ວຍເຫລືອອົບພະຍົບທີ່ໄປຕັ້ງຖິ່ນຖານໃນພາກໃຕ້ຂອງລັດຄາລິຟໍເນຍ
ແລ້ວປະມານ 4 ປີຕໍ່ມາທ່ານກໍໄດ້ຮັບການຂໍຮ້ອງຈາກອົງການຊ່ວຍເຫລືອຊາວກຳປູເຈຍໃນເມືອງລອງບີສຊຶ່ງເປັນເມືອງທີ່ມີຄົນເຊື້ອສາຍກຳປູເຈຍຫລາຍກວ່າ ແຫ່ງໃດໝົດໃນສະຫະລັດນັ້ນ ຊຶ່ງທ່ານເລົ່າສູ່ຟັງວ່າ:
Your browser doesn’t support HTML5
ສຽງ 5 ທ່ານປຣານີເລົ່າເຖິງວຽກງານຂອງທ່ານໃນເມືອງລອງບີສ ຫລັງຈາກເຮັດວຽກໃນເມືອງແຊນດິໂກແລ້ວ
ງານລ້ຽງແກ່ທ່ານ ປຣານີ ໃນຕອນທີ່ເພິ່ນອອກກິນບຳນານ ຊຶງຄົນໃສ່ເສື້ອທີ່ເປັນສັນຍາລັກຂອງລັດຮາວາຍ ຈັດຂຶ້ນໃນປີ 2017.
ຢູ່ໃນເມືອງນັ້ນທ່ານກໍໄດ້ຊ່ວຍເຫລືອປະຊາຄົມກຳປູເຈຍ ແລະກໍໄປສອນໜັງສືໃນມະຫາວິທະຍາໄລສແຕນຝອດ ຊຶ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກແຫ່ງນຶ່ງນັ້ນໄປນຳ. ຈາກນັ້ນ 4 ປີຕໍ່ມາທ່ານກໍໄດ້ເປັນອາຈານສອນໃນມະຫາວິທະຍາໄລລັດຄາລິຟໍເນຍເມືອງເອີວາຍນ໌ ແລ້ວຕໍ່ມາກໍໄດ້ຖືກເລື່ອນຊັ້ນໄປຮັບໜ້າທີ່ເປັນຜູ້ບໍລິຫານໃນຫ້ອງການອຳນວຍການໃຫຍ່ຂອງມະຫາວິທະຍາໄລແຫ່ງນັ້ນຮັບຜິດຊອບເລື້ອງການຝຶກອົບຮົມ ແລະຍົກລະດັບພະນັກງານ ແລະອາຈານສອນທັງຫລາຍເປັນເວລາ 28 ປີ ຈຶ່ງອອກກິນເບ້ຍບຳນານ.
ມະຫາວິທະຍາໄລລັດຄາລິຟໍເນຍ ເມືອງເອີວາຍນ໌ ຈັດງານລ້ຽງແບບກັນເອງໃຫ້ແກ່ທ່ານປຣານີໃນຕອນທີ່ເພິ່ນອອກກິນເບ້ຍບຳນານ, 2017
ເມືອງລອງບີສເປັນເມືອງນ້ອຍທີ່ໜ້າສົນໃຈຫລາຍ ຊຶ່ງທ່ານເລົ່າກ່ຽວກັບເມືອງນີ້ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 6 ທ່ານປຣານີເລົ່າເຖິງລັກສະນະພິເສດຂອງເມືອງລອງບີສ
ທ. ປຣານີ ກັບເພື່ອນຮ່ວມງານຢູ່ໃນງານລ້ຽງທີ່ຈັດຂຶ້ນໂດຍມະຫາວິທະຍາໄລລັດຄາລິຟໍເນຍ ເມືອງເວາຍນ໌ ໃນໂອກາດທີ່ທ່ານອອກກິນບຳນານໃນປີ 2017
ທ່ານເລົ່າເຖິງຄວາມຫລາກຫລາຍທາງດ້ານວັດທະນະທຳ ແລະຊົນຊາດຊົນເຜົ່າ ຂອງເມືອງລອງບີສ ແລະຂົງເຂດພາກໃຕ້ຂອງລັດຄາລິຟໍເນຍສູ່ຟັງອີກວ່າ:
Your browser doesn’t support HTML5
ສຽງ 7 ທ່ານປຣານີເລົ່າເຖິງຄວາມຫລາກຫລາຍທາງດ້ານວັດທະນະທຳ ແລະຊົນຊາດຊົນເຜົ່າໃນເຂດພາກໃຕ້ລັດຄາລິຟໍເນຍ
ທ. ປຣານີກັບເພື່ອນຮ່ວມງານທີ່ເຂົ້າຮ່ວມງານລ້ຽງໃນໂອກາດອອກກິນບຳນານຂອງທ່ານ ທີ່ຈັດຂຶ້ນໂດຍຫ້ອງການຂອງທ່ານໃນມະຫາວິທະຍາໄລລັດຄາລິຟໍເນຍ, ເມືອງເອີວາຍນ໌ໃນປີ 2017
ສິ່ງທີ່ໜ້າສົນໃຈທີ່ສຸດຂອງເມືອງນີ້ກໍຄົນເຊື້ອສາຍກຳປູເຈຍປະມານເຄິ່ງນຶ່ງທີ່ໄປຕັ້ງຖິ່ນຖານໃນເມືອງນັ້ນແມ່ນມີເຊື້ອສາຍມາຈາກລາວເພາະເວົ້າພາສາລາວໄດ້ ດີ ຊຶ່ງທ່ານເລົ່າໃຫ້ຟັງວ່າ:
Your browser doesn’t support HTML5
ສຽງ 8 ທ່ານປຣານີເລົ່າເຖິງລັກສະນະອັນສຳຄັນຂອງປະຊາຄົມເມືອງລອງບີສ ກໍຄືມີຄົນກຳປູເຈຍຈຳນວນຫລາຍທີ່ມີເຊື້ອສາຍມາຈາກລາວ
ເມື່ອຖາມເຖິງແຫລ່ງທ່ອງທ່ຽວໃນເຂດນັ້ນທ່ານປຣານີບອກວ່າ:
Your browser doesn’t support HTML5
ສຽງ 9 ທ່ານປຣານີເລົ່າເຖິງແຫລ່ງທ່ອງທ່ຽວໃນເມືອງລອງບີສ ແລະເມືອງທີ່ຢູ່ໃກ້ຄຽງກັນນັ້ນ
ທ້າຍສຸດທ່ານປຣານີເລົ່າປະສົບປະການອັນຫລາກຫລາຍສູ່ຟັງ ແລະກໍຝາກຄວາມຄິດເຫັນ 3 ຂໍ້ມາໃຫ້ພີ່ນ້ອງລາວບໍ່ວ່າຈະຢູ່ນອກ ຫລືຢູ່ໃນປະເທດຊຶ່ງທ່ານກ່າວວ່າ:
Your browser doesn’t support HTML5
ສຽງ 10 ທ່ານປຣານີຂໍຝາກຂໍ້ຄິດສາມຂໍ້ໄວ້ໃຫ້ແກ່ຄົນລາວທັງຢູ່ໃນປະເທດ ແລະແຫ່ງອື່ນໆ
ສະຫລຸບແລ້ວ ທ່ານປຣານີຜູ້ທີ່ມີຄວາມຕັ້ງໃຈມາສຶກສາເອົາຄວາມຮູ້ເພື່ອໄປສ້າງ ສາປະເທດຊາດນັ້ນກັບຕ້ອງໄດ້ຢູ່ສະຫະລັດເລີຍ ແລະທ່ານກໍຖືວ່າທ່ານເປັນຄົນໂຊກດີທີ່ໄດ້ຮັບການສຶກສາສູງຈົນໄດ້ກາຍເປັນນັກປັນຍາຊົນທີ່ໄດ້ຖືກຮັບຮູ້ຈາກວົງການການສຶກສາລະດັບສາກົນ ແຕ່ຢ່າງໃດກໍຕາມ, ທ່ານກໍຍັງມີຄວາມເປັນຫ່ວງເປັນໃຍ ໃນເລື້ອງການສຶກສາຂອງຄົນລາວຢູ່.
ທີ່ທ່ານໄດ້ຟັງຜ່ານໄປນັ້ນ ຄືເລື້ອງລາວຊີວິດຂອງທ່ານປຣານີ ຊະນະນິກອນ ຊຶ່ງເປັນຜູ້ປະສົບຜົນສຳເລັດສູງໃນດ້ານການສຶກສາ ແລະຊ່ວຍເຫລືອຊາວອົບພະຍົບຈາກລາວທີ່ມາຕັ້ງຖິ່ນຖານໃນພາກໃຕ້ຂອງລັດຄາລິຟໍເນຍ. ຂໍເຊີນທ່ານມາພົບກັບລາຍການຊຸມຊົນຊາວລາວໃນທະວີອາເມຣິກາໄດ້ອີກ ໃນອາທິດໜ້າເວລາດຽວກັນນີ້.