ທ່ານຜູ້ຟັງທັງຫຼາຍ ມື້ວັນແຫ່ງລາຍການຊີວິດຊາວລາວຂອງ
ສຽງ ອາເມຣິກາ ກໍໄດ້ຫວນກັບຄືນມາພົບທ່ານອີກແລ້ວ ແລະ
ເລື້ອງທີ່ໜ້າສົນໃຈສຳລັບທ່ານໃນມື້ນີ້ ກໍຈະແມ່ນກ່ຽວກັບ ນາງ
ສາວວໍຣະດາ ສະແຫວງສຶກສາ ເກີດຢູ່ໃນ ສະຫະລັດ ແຕ່ສາ
ມາດປາກເວົ້າພາສາລາວ ໄດ້ຢ່າງຄ່ອງແຄ່ວ ຊຶ່ງປັດຈຸບັນ
ວໍຣະດາ ເປັນຜູ້ບໍລິຫານສູນກາງ ປະຊາສົງເຄາະ ທີ່ກຳກັບກິດ
ຈະການ ຜູ້ອາວຸໂສ ທີ່ນະຄອນ Seattle ລັດ Washington
ທາງພາກຕາເວັນຕົກສຽງເໜືອຂອງ ສະຫະລັດ. ນອກຈາກນັ້ນ
ແລ້ວ ວໍຣະດາ ຍັງມີບົດບາດອັນສຳຄັນ ໃນການອອກຄວາມຄິດ
ເຫັນ ແນະນຳກ່ຽວກັບ ກົດລະບຽບ ກົດໝາຍປະກັນໄພສຸຂະ
ພາບ ຂອງລັດຖະບານ ທີ່ຮ້ອງວ່າ Medicaid ກັບ Medicare
ເພື່ອໃຊ້ໃນການປິ່ນປົວສຸຂະພາບນຳ. ເພື່ອຢາກຮູ້ວ່າ ວຽກການ
ຂອງ ວໍຣະດາ ເປັນຢ່າງໃດ ເຮົາຂໍເຊີນທ່ານພົບກັບ ກິ່ງສະຫວັນ
ໄດ້ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງການສຳພາດ ນາງສາວວໍຣະດາ ສະແຫວງສຶກສາ ຜູ້ບໍລິຫານປະຊາສົງເຄາະ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ ຂ້າພະເຈົ້າ ຈະຂໍແນະນຳໃຫ້ ທ່ານຮູ້ຈັກກັບ ນາງ
ສາວ ວໍຣະດາ ສະແຫວງສຶກສາ ອາເມຣິກັນ ເຊື້ອສາຍລາວ ເກີດຢູ່ລັດ Minnesota
ພາກກາງຕອນເໜືອ ຂອງ ສະຫະລັດ. ເຖິງແມ່ນ ວໍຣະດາ ຈະເກີດຢູ່ໃນ ສະຫະລັດ
ແລະຍັງບໍ່ມີໂອກາດໄປຢ້ຽມຢາມເມືອງລາວກໍຕາມ ແຕ່ນາງກໍສາມາດ ປາກເວົ້າພາສາ
ລາວໄດ້ຢ່າງຄ່ອງແຄ່ວ ດ້ວຍສຳນຽງວຽງຈັນ ຢ່າງ ບໍ່ໜ້າເຊື່ອ. ວໍຣະດາ ເປັນສະຕີໜຸ່ມ
ທີ່ໜ້າຮັກ ສະຫລຽວສະຫລາດ ແລະວ່ອງໄວ ເປັນນັກບໍລິຫານ ປະຊາສົງເຄາະ. ບັດນີ້
ເຮົາມາເຂົ້າໃຈເຖິງຄວາມເປັນມາຂອງ ວໍຣະດາ ແລະວຽກງານຂອງນາງກ່ອນເໜາະ
ທ່ານ ວ່າໜ້າທີ່ຜູ້ບໍລິຫານ ການປະຊາສົງເຄາະນີ້ແມ່ນຫຍັງ ແລະມີຄວາມຮັບຜິດຊອບ
ຢ່າງໃດ.
ຢູ່ໃນ ສະຫະລັດ ແລະບັນດາປະເທດອຸດສາຫະກຳ ເຂົາເຈົ້າມີລະບົບປະຊາສົງເຄາະ ທີ່
ສຳຄັນ ແລະສະລັບຊັບຊ້ອນ ເພື່ອໃຫ້ການຊ່ວຍເຫລືອແກ່ປະຊາກອນ ຜູ້ຕ້ອງການ.
ສິ່ງສຳຄັນໃນການອອກປະຕິບັດງານຮັບໃຊ້ປະຊາຊົນເຫລົ່ານີ້ ເຈົ້າໜ້າຜູ້ເຮັດວຽກ ຕ້ອງ
ມີຄຸນນະວຸດທິສູງ ເຊັນວ່າ ຮຽນຈົບຝ່າຍມະນຸດສະທຳ ຫລື humanities ກ່າວໂດຍສະ
ເພາະກໍຄື ເຈົ້າໜ້າທີ່ປະຊາສັງຄົມ ຫລື social worker ທີ່ມີຢູ່ຫລາຍໆຂະແໜງການເຊັ່ນ
ວ່າ ເຈົ້າໜ້າທີ່ໃຫ້ການອົບຮົມແນະນຳຄອບຄົວ ບັນຫາຜົວເມຍ ແລະລູກເຕົ້າ ບັນຫາການ
ດື່ມເຫລົ້າ ບັນຫາການເງິນ ບໍ່ມີທີ່ຢູ່ອາໄສ ບໍ່ມີວຽກການແລະອຶ່ນໆອັນເປັນລະບົບຕາໜ່າງ
ປ້ອງກັນວິກິດການຂອງຊີວິດໃນຍາມຂັດສົນ.
ບັນດາເຈົ້າໜ້າທີ່ສັງຄົມສົງເຄາະເຫລົ່ານີ້ ສຳເລັດການສຶກສາ ຂັ້ນປະລິນຍາໂທ ແລະເຮັດ
ວຽກຢູ່ຕາມ ກະຊວງສັງຄົມສົງເຄາະ ປະຈຳທ້ອງຖິ່ນຕ່າງໆຢູ່ທົ່ວ ສະຫະລັດ. ນາງສາວ
ວໍຣະດາ ສະແຫວງສຶກສາ ແມ່ນຜູ້ນຶ່ງ ທີ່ປະກອບວິຊາອາຊີບດັ່ງກ່າວ ນາງໄດ້ເລົ່າຊີວິດ
ເບື້ອງຕົ້ນສູ່ ວີໂອເອ ວ່າ :
ນາງສາວວໍຣະດາ ສະແຫວງສຶກສາ (ຂວາ) ແລະ ກິ່ງສະຫວັນ ທີ່ຫ້ອງຂາ່ວ ວີໂອເອ
Your browser doesn’t support HTML5
ນາງສາວວໍຣະດາ ສະແຫວງສຶກສາ 1
ໃນ ສະຫະລັດ ບັນດາຜູ້ອາວຸໂສ ທີ່ມີພື້ນຖານຈາກປະເທດເອເຊຍ ສ່ວນຫລາຍຍັງພາກັນ
ຢູ່ກັບລູກເຕົ້າ ອັນເປັນປະເພນີ ທີ່ປະລະບໍ່ໄດ້ ຊຶ່ງບໍ່ເໝືອນກັນກັບ ບັນດາຜູ້ເຖົ້າ ອາເມຣິ
ກັນ ໂດຍທົ່ວໆໄປທີ່ພາກັນຢູ່ເປັນຂອງຕົນເອງ ຫລື ຢູ່ເຮືອນຄົນເຖົ້າ ແລະສ່ວນຜູ້ມີບັນຫາ
ດ້ານສຸຂະພາບ ຕ້ອງໄດ້ຢູ່ເຮືອນບົວລະບັດຄົນເຖົ້າ ທີ່ຊ່ວຍຕົນເອງບໍ່ໄດ້ ຫລືຮ້ອງວ່າ
Nursing Home. ຢູ່ທີ່ນະຄອນ Seatle ລັດ Washington ຕັ້ງຢູ່ທາງພາກຕາເວັນຕົກ
ສຽງເໜືອ ຂອງສະຫະລັດ ເປັນເມຶຶອງທີ່ມີປະຊາກອນຈາກເຂດເອເຊຍ ປາຊິຟິກ ພາກັນ
ພັກພາ ອາໄສຢູ່ຢ່າງຫລວງຫລາຍ. ເພາະສະນັ້ນ ລັດຖະບານທ້ອງຖິ່ນ ຈຶ່ງມີໜ້າທີ່ຮັບຜິດ
ຊອບ ດູແລເບີ່ງແຍງໂຄງການຕ່າງໆສຳລັບຜູ້ອາວຸໂສ. ປັດຈຸບັນນີ້ ວໍຣະດາ ເປັນຜູ້ບໍລິ ຫານຢູ່ສູນກາງປະຊາສົງເຄາະ ຢູ່ທີ່ນະຄອນ Seattle ໂດຍມີໜ້າທີ່ ດູແລກິດຈະການຂອງພວກຜູ້ອາວຸໂສ ເຊັນວ່າການຫັດກາຍຍະບໍລິຫານ ການກິນອາຫານໃຫ້ຖືກຕ້ອງ ແລະສິ່ງສຳຄັນຕ່າງໆກ່ຽວກັບດ້ານສຸຂະພາບ. ຍານາງວໍຣະດາ ໄດ້ກ່າວເຖິງການສຶກສາ ວຽກການ ແລະຄວາມຮັບຜິດຊອບວ່າ :
ຜູ້ອະວຸໂສລາວ
Your browser doesn’t support HTML5
ນາງສາວວໍຣະດາ ສະແຫວງສຶກສາ 2
ນອກຈາກມີໜ້າທີ່ກຳກັບໂດຍກົງກັບ ການບໍລິຫານທ້ອງຖິ່ນແລ້ວ ວໍຣະດາ ຍັງພົວພັນ
ກັບການຄົ້ນຄວ້າ ກ່ຽວກັບນະໂຍບາຍ ແລະກົດໝາຍຂອງ ສະຫະລັດ ທີ່ພົວພັນກັບປະກັນ
ໄພສຸຂະພາບ ຂອງບັນດາຜູ້ອາວຸໂສ ທີ່ລັດຖະບານກາງເປັນຜູ້ອອກກົດລະບຽບ ກົດໝາຍ
ໃຫ້ລັດ ແລະບັນດາເຂດທ້ອງຖິ່ນຕ່າງໆນຳໃຊ້ ຊຶ່ງ ວໍຣະດາ ໄດ້ກ່າວຕໍ່ໄປອີກວ່າ :
ກົດໝາຍ ສະຫະລັດ
Your browser doesn’t support HTML5
ນາງສາວວໍຣະດາ ສະແຫວງສຶກສາ 3
ລະບົບການຊ່ວຍເຫລືອດ້ານສັງຄົມສົງເຄາະ ໂດຍສະເພາະ ປະກັນໄພສຸຂະພາບ ເປັນ
ເລື້ອງໃຫຍ່ ສຳຄັນ ແລະສະລັບຊັບຊ້ອນ ຢູ່ໃນ ສະຫະລັດ. ນັບແຕ່ໃດໆມາ ປະຊາກອນ
ສະຫະລັດ ຫລາຍໆລ້ານຄົນພາກັນບໍ່ມີ ປະກັນໄພ ສຸຂະພາບ ເນື່ອງຈາກລາຄາແພງ
ແລະບາງວຽກງານກໍບໍ່ສາມາດໃຫ້ການບໍລິການຄຸ້ມກັນໄດ້. ເພາະສະນັ້ນ ປະກັນໄພລັດ
ຖະບານ ຈຶ່ງມີໄວ້ໃຫ້ແກ່ຜູ້ທຸກຈົນແລະຕົກຢູ່ໃນກໍລະນີຕ່າງໆ. ບັນຫາປະກັນໄພສຸຂະພາບ
ເປັນບັນໂຕ້ຖຽງກັນຢູ່ຢ່າງຕໍ່ເນື່ອງ ລະຫວ່າງ ພັກການເມືອງໃຫຽ່ໆຂອງສະຫະລັດ ຄືພັກຣີ
ພັບບລິກັນ ກັບເດໂມແຄຣັດ. ປະທານາທິບໍດີ ບາຣັກ ໂອບາມາ ເປັນຄົນຫລ້າສຸດ ທີ່ໄດ້ສຳເລັດ ເຮັດໃຫ້ເກີດມີກົດໝາຍບັງຄັບໃຫ້ ປະຊາກອນ ອາເມຣິກັນ ທຸກຄົນຕ້ອງມີປະກັນໄພສຸຂະພາບ ທີ່ຫາກໍ່ນຳອອກໃຊ້ຫວ່າງມໍ່ໆມານີ້ ຊຶ່ງກໍຍັງດຳເນີນເປັນບັນຫາໂຕ້ຖຽງກັນຢູ່ເທົ່າເຖິງປັດຈຸບັນນີ້. ກ່ຽວກັບເລື້ອງນີ້ ວໍຣະດາ ໄດ້ໃຫ້ຄວາມເຫັນຕໍ່ ວີໂອເອ ວ່າ :
ລັດຖະສະພາ ສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ
Your browser doesn’t support HTML5
ນາງສາວວໍຣະດາ ສະແຫວງສຶກສາ 4
ນັ້ນແມ່ນການສຳພາດກັບ ນາງສາວວໍຣະດາ ສະແຫວງສຶກສາ ຜູ້ບໍລິຫານປະຊາສົງເຄາະ
ລັດຖະບານທ້ອງຖິ່ນ ືທີ່ນະຄອນ Seattle ລັດ Washington.