ການຫຼັ່ງໄຫຼເຂົ້າໄປໃນອິນໂດເນເຊຍຂອງສິນຄ້າຈີນ ໄດ້ສົ່ງຜົນກະທົບຕໍ່ຜູ້ຜະລິດ ໃນທ້ອງຖິ່ນຢ່າງໜັກໜ່ວງ, ເຮັດໃຫ້ລັດຖະບານ ຕ້ອງໄດ້ຊອກຫາຊ່ອງທາງ ຕ່າງໆທີ່ຈະປອບໃຈຜູ້ຜະລິດພາຍໃນປະເທດ ເພື່ອຫລີກລ່ຽງຄວາມໂກດແຄ້ນ ຕໍ່ຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງອິນໂດເນເຊຍ, ອີງຕາມລາຍງານຂອງອົງການ ຂ່າວ AP.
ຜູ້ຜະລິດເສື້ອຜ້າ, ລວມທັງຜູ້ຜະລິດຢູ່ເຮືອນ ແລະຢູ່ໂຮງງານ ໄດ້ອອກມາຮ້ອງ ຂໍຄວາມຊ່ວຍເຫຼືອເນື່ອງຈາກພວກເຂົາເຈົ້າສູນເສຍສ່ວນແບ່ງໃນຕະຫຼາດໃຫ້ກັບ ເຄື່ອງນຸ່ງຫົ່ມ ແລະການຕໍ່າຜ້າແພທັງຫຼາຍທີ່ມີລາຄາຕໍ່າຈາກປະເທດຈີນ. ການຊື້ຜະລິດຕະພັນທາງອອນລາຍທີ່ເພີ້ມຂຶ້ນ ຍິ່ງເພີ້ມບັນຫາເຂົ້າມາ.
ການປະທ້ວງໂດຍບັນດາຄົນງານຢູ່ນະຄອນຫຼວງຈາກາຕາ ໄດ້ເຮັດໃຫ້ລັດຖະມົນຕີກະຊວງການຄ້າອິນໂດເນເຊຍ ທ່ານ ຊູລກີຟລີ ຮາຊານ (Zulkifli Hasan) ປະກາດໃນເດືອນກໍລະກົດຜ່ານມາວ່າ ລັດຖະບານຈະເກັບພາສີນຳເຂົ້າໃນບາງສິນຄ້າຈາກຈີນຮອດ 200 ເປີເຊັນ, ໂດຍສະເພາະເຄື່ອງຕ່ຳແຜ່ນ, ເຄື່ອງນຸ່ງຫົ່ມ, ເກີບໜັງ, ເຄື່ອງໄຟຟ້າ, ເຄື່ອງປັ້ນດິນເຜົາ ແລະເຄື່ອງສຳອາງ ເພື່ອພະຍາຍາມປົກປ້ອງທຸລະກິດທ້ອງຖິ່ນ ແລະປ້ອງກັນການປົດຄົນອອກຈາກ ວຽກງານ.
ທ່ານ ຊູລກີຟລີ ກ່າວວ່າ “ສະຫະລັດ ສາມາດເກັບພາສີ 200 ເປີເຊັນສໍາລັບ ເຄື່ອງປັ້ນດິນເຜົາ ຫຼື ປະເພດເຄື່ອງນຸ່ງຫົ່ມທີ່ນໍາເຂົ້າ, ດັ່ງນັ້ນ ພວກເຮົາກໍສາ ມາດດໍາເນີນການແບບນັ້ນໄດ້ເຊັ່ນກັນ” ເພື່ອຮັບປະກັນວິສາຫະກິດ ພ້ອມທັງອຸດ ສາຫະກໍາຂະໜາດນ້ອຍ ແລະຂະໜາດກາງໃຫ້ຢູ່ລອດ ແລະຈະເລີນຮຸ່ງເຮືອງ.”
ແຕ່ ຈີນ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອິນໂດເນເຊຍ, ດ້ວຍການຄ້າສອງຊ່ອງທາງທີ່ບັນລຸກາຍ 127 ຕື້ໂດລາໃນປີ 2023. ການເກັບພາສີທີ່ສູງຂຶ້ນອາດເຮັດໂຮງຈັກໂຮງງານຈີນ ລົງທຶນເຂົ້າໂຮງງານໃນອິນໂດເນເຊຍ ເພີ້ມຂຶ້ນເຊັ່ນກັນ, ແຕ່ຍັງສາມາດໄດ້ຮັບຜົນທີ່ກົງກັນຂ້າມ, ເຮັດໃຫ້ປັກກິ່ງຕ້ອງ ຕອບໂຕ້ຄືນ. ສຸດທ້າຍແລ້ວ, ລັດຖະບານຈຶ່ງໄດ້ປະກາດໃນເດືອນກໍລະກົດວ່າ ໄດ້ທໍາການສ້າງຕັ້ງຄະນະປະຕິບັດງານເພື່ອຕິດຕາມ ແລະແກ້ໄຂບັນຫາທີ່ກ່ຽວ ຂ້ອງກັບການນໍາເຂົ້າຈໍານວນນຶ່ງ.