ນາຍົກກຣີສ ປະເຊີນກັບ ການລົງມະຕິ ບໍ່ໄວ້ວາງໃຈ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ນາຍົກລັດຖະມົນຕີກຣີສ ທ່ານ George Papandreou

ນາຍົກລັດຖະມົນຕີກຣີສ ທ່ານ George Papandreou ປະເຊີນກັບການລົງມະຕິບໍ່ໄວ້
ວາງໃຈຢູ່ໃນສະພາແຫ່ງຊາດໃນວັນສຸກມື້ນີ້ ນຶ່ງມື້ຫຼັງຈາກທ່ານໄດ້ຍົກເລີກ ແຜນການລົງ
ປະຊາມະຕິທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ທີ່ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ພວກຜູ້ນຳຂອງ
ໂລກທີ່ພະຍາຍາມຊອກຫາຊ່ອງທາງ ຈັດຕັ້ງກອງທຶນຊ່ອຍກອບກູ້ເສດຖະກິດຂອງກຣີສ ທີ່ພວມປະສົບບັນຫາໃນເວລານີ້.

ໃນມື້ວັນພະຫັດວານນີ້ ທ່ານ Papandreou ໄດ້ຍົກເລີກ ແຜນການປ່ອນບັດລົງປະຊາ
ມະຕິໃນທົ່ວປະເທດກ່ຽວກັບຂໍ້ຕົກລົງໃຫ້ຄວາມຊ່ອຍເຫຼືອຫຼັງຈາກພັກຝ່າຍຄ້ານທີ່ເປັນ
ກາງອຽງຂວາຂອງກຣີສໄດ້ຕົກລົງໃຫ້ການສະໜັບສະໜຸນຕໍ່ແຜນການດັ່ງກ່າວຊຶ່ງຮວມ ທັງການຕັດການໃຊ້ຈ່າຍຕ່າງໆລົງ ທີ່ໄດ້ຮັບການຄັດຄ້ານຢ່າງແຂງຂັນ ຈາກມະຫາຊົນ
ຊາວກຣີສນັ້ນ.

ນາຍົກລັດຖະມົນຕີ Papandreou ທີ່ໄດ້ຮັບຄວາມກົດດັນຢ່າງໜັກຈາກນາໆຊາດໄດ້ ຍົກເລີກການລົງປະຊາມະຕິໂດຍເວົ້າວ່າການລົງຄະແນນສຽງດັ່ງກ່າວແມ່ນເປັນກົນລວງ ທາງການເມືອງທີ່ແນໃສ່ເພື່ອໃຫ້ບັນດາພັກຝ່າຍຄ້ານຂອງກຣີສໃຫ້ການສະໜັບສະໜຸນ ຕໍ່ແຜນການຊ່ອຍກອບກູ້ເສດຖະກິດ.

ໃນວັນພະຫັດວານນີ້ຜູ້ນຳພັກຝ່າຍຄ້ານຂອງກຣີສທ່ານ Antonis Samaras ໄດ້ທວງ
ໃຫ້ທ່ານ Papandreou ລາອອກ ໂດຍເວົ້າວ່າທ່ານໄດ້ເຮັດໃຫ້ສະຖານະພາບທາງດ້ານ
ການເງິນຂອງກຣີສໃນໂລກຕົກຢູ່ໃນອັນຕະລາຍ ດ້ວຍການຮຽກຮ້ອງໃຫ້ມີການລົງປະ
ຊາມະຕິ.

ນອກນັ້ນທ່ານ Samaras ຍັງຮຽກຮ້ອງໃຫ້ສ້າງຕັ້ງລັດຖະບານໄລຍະຂ້າມຜ່ານເພື່ອກະ ກຽມການເລືອກຕັ້ງກ່ອນກຳນົດ.

ຂະນະທີ່ທ່ານ Papandreou ເວົ້າວ່າ ການຈັດການເລືອກຕັ້ງກ່ອນກຳນົດອາດຈະເປັນ
ເລື່ອງທີ່ຮ້າຍແຮງແຕ່ທ່ານກ່າວວ່າ ທ່ານເອງແມ່ນເປີດກວ້າງສຳລັບການເຈລະຈາກັບສະ
ມາຊິກຝ່າຍຄ້ານກ່ຽວກັບການສ້າງຕັ້ງລັດຖະບານຊຸດໃໝ່ທີ່ຈະໃຫ້ການສະໜັບສະໜຸນ ຕໍ່ແຜນການຊ່ອຍກອບກູ້ເສດຖະກິດ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ພັກສັງຄົມນິຍົມຊຶ່ງເປັນພັກລັດຖະບານຂອງທ່ານ Pa-
pandreou ຈະສາມາດລອດພົ້ນຈາກການລົງມະຕິບໍ່ໄວ້ວາງໃຈ ໃນວັນສຸກມື້ນີ້ ໄດ້ຫຼືບໍ່.
ພັກ PASOK ຂອງທ່ານກຳສຽງສ່ວນຫຼາຍດ້ວຍບ່ອນນັ່ງແຕ່ພຽງ 2 ບ່ອນທໍ່ນັ້ນຢູ່ໃນ
ສະພາແຫ່ງຊາດ ແລະຢ່າງນ້ອຍສະມາຊິກຄົນນຶ່ງຂອງພັກສັງຄົມນິຍົມໄດ້ຂູ່ວ່າຈະລົງຄະ
ແນນສຽງບໍ່ເຫັນພ້ອມກັບລັດຖະບານ.

ເປັນທີ່ຄາດກັນວ່າ ສະພາແຫ່ງຊາດຂອງກຣີສ ຈະລົງມະຕິບໍ່ໄວ້ວາງໃຈລັດຖະບານໃນ
ຕອນແລງຂອງວັນສຸກມື້ນີ້ ປະມານຕອນທ່ຽງຄືນຕາມເວລາທ້ອງຖິ່ນ.