ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ກຣິສ ລອດພົ້ນຈາກ ມະຕິບໍ່ໄວ້ວາງໃຈ ຂອງສະພາ


ທ່ານ George Papandreou ນາຍົກລັດຖະມົນຕີກຣິສ
(ເບື້ອງຂວາ) ແລະລັດຖະມົນຕີການເງິນທ່ານEvangelos Venizelos (ຂ້າງຊ້າຍ) ຕົບມືຫລັງຈາກຊະນະການລົງ
ມະຕິບໍ່ໄວ້ວາງໃຈໃນສະພາ..
ວັນທີ 5 ພະຈິກ 2011.
ທ່ານ George Papandreou ນາຍົກລັດຖະມົນຕີກຣິສ (ເບື້ອງຂວາ) ແລະລັດຖະມົນຕີການເງິນທ່ານEvangelos Venizelos (ຂ້າງຊ້າຍ) ຕົບມືຫລັງຈາກຊະນະການລົງ ມະຕິບໍ່ໄວ້ວາງໃຈໃນສະພາ.. ວັນທີ 5 ພະຈິກ 2011.

ນາຍົກລັດຖະມົນຕີກຣິສ ທ່ານ​ George Papandreou ລອດ​ພົ້ນ​ຈາກການ​ລົງ​ມະຕິ
​ບໍ່ໄວ້​ວາງ​ໃຈ​ໃນ​ສະພາ​ແຫ່ງ​ຊາດ ​ໃນ​ແລງ​ວັນ​ສຸກ​ວານນີ້ ຊຶ່ງ​ຈະ​ຫລີກ​ລ່ຽງ​ການ​ເລືອກ​ຕັ້ງ
ທົ່ວ​ໄປ​ໄວ​ກວ່າ​ກໍານົດ ທີ່​ຈະ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ໃຫ້​ແກ່​ຂົງ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣ​ໃນ​ອະນາ
ຄົດ​ຢູ່ໃນ​ຢູ​ໂຣບນັ້ນ.

ພວກ​ຜູ້​ແທນ​ສະພາ​ທັງ​ໝົດ 153 ທ່ານ​ເຫັນ​ດີ​ນໍາ​ຮ່າງ​ມະຕິ​ດັ່ງກ່າວ​ຂະນະທີ່ 145 ທ່ານ​ຄັດຄ້ານ​ຂອງ​ຈໍານວນ​ບ່ອນ​ນັ່ງທັງ​ໝົດ 300 ບ່ອນ​ໃນ​ສະພາ​ນັ້ນ.

ໃນ​ການ​ກ່າວ​ປາ​ໄສ​ກ່ອນ​ການ​ລົງມະຕິ​ກັນ ທ່ານ Papandreou ຮຽກຮ້ອງ​ໃຫ້​ຈັດ​ຕັ້ງ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ເພື່ອ​ຮັບ​ເອົາ​ຂໍ້​ຕົກລົງ​ຊ່ອຍ​ກູ້​ໜີ້​ສິນ​ຂອງ​ລັດຖະບານ​ຊຶ່ງ​ເປັນ​ສິ່ງ​ສໍາ​ຄັນ​ທີ່​ສຸດ​ເພື່ອ​ຊ່ອຍ​ກູ້​ປະ​ເທດ​ບໍ່​ໃຫ້​ລົ້ມ​ລະລາຍ​ແລະ​ສ້າງສະຖຽນ​ລະ​ພາບ​ສໍາລັບ​ຂົງ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ.

ທ່ານ Papandreou ກ່າວ​ຕໍ່​ລັດຖະສະພາ​ວ່າ ທ່ານ​ຈະ​ທໍາ​ການ​ພົບ​ປະກັບ​ປະທານາທິບໍດີ​ໃນ​ວັນ​ເສົາ​ມື້​ນີ້​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງການຈັດ​ຕັ້ງ​ລັດຖະບານ​ປະສົມ​ຂຶ້ນ​ທີ່​ຈະ​ຮັບປະກັນ​ໃນ​ການ​ຊ່ອຍ​ກູ້​ໜີ້​ສິນ​ຂອງ​ລັດຖະບານ​ນັ້ນ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ທ່ານ​ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ປະ​ໃຫ້​ຄົນ​ອື່ນ​ມາ​ເປັນ​ຜູ້​ນໍາພາ​ລັດຖະບານ​ຊົ່ວຄາວ ​ແຕ່​ທ່ານ​ກ່າວ​ຕື່ມ​ວ່າ ການ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຂຶ້ນ​ກ່ອນ​ກໍານົດຈະ​ເປັນການ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫລວງ.

ລັດຖະມົນຕີ​ການ​ເງິນ ທ່ານ Evengelos Venizelos ກ່າວ​ວ່າ ປະ​ເທດ​ຕ້ອງການ​ຫລາຍ​ທີ່​ສຸດ​ເງິນ​ງວດ​ໃໝ່​ຈໍານວນ 11 ຕື້​ໂດ​ລາໃນ​ຈໍານວນ​ໂຄງການ​ກອບ​ກູ້​ໜີ້​ສິນ​ທີ່​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ແລ້ວ 150 ຕື້ໂດ​ລາ​ນັ້ນ. ບັນດາ​ຜູ້​ນໍາ​ປະ​ເທດ​ໃນ​ຢູ​ໂຣບ​ແລະ​ກອງ​ທຶນ​ສາກົນ​ຫລື IMF ​ເຄີຍ​ກ່າວ​ມາ​ກ່ອນ​ວ່າ ກຣິສຈະ​ບໍ່​ໄດ້​ຮັບ​ເງິນ​ຕື່ມ​ອີກ​ຈັກ​ເຊັນ ຖ້າ​ກຣິສບໍ່​ປະຕິບັດ​ຕາມ​ຂໍ້​ຕົກລົງ​ກອບ​ກູ້​ໜີ້​ສິນ​ຂອງ​ຕົນ​ນັ້ນ.

ການ​ລົງມະຕິ​ກັນ​ມີ​ຂຶ້ນ​ນຶ່ງ​ມື້ ຫລັງ​ຈາກ​ທ່ານ Papandreo ລົບ​ລ້າງແຜນການ​ລົງ​ປະຊາ​ມະຕິ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ທີ່​ໄດ້​ເຮັດ​ໃຫ້​ພວກຜູ້​ນໍາ​ຂອງ​ໂລກ​ໂມ​ໂຫ​ໂຫ​ໂສ​ທີ່​ກໍາລັງ​ພະຍາຍາມ​ວາງ​ແຜນການ​ຊ່ອຍ​ກູ້ໜີ້​ສິນ​ຂອງ​ພວກ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ​ໃນ​ຢູ​ໂຣບນັ້ນ. ພວກ​ຜູ້​ແທນ​ສັງກັດ​ພັກ​ສັງຄົມ​ນິຍົມ Pasok ທັງ​ໝົດ​ໃຫ້ການ​ສະໜັບສະໜຸນ​ທ່ານPapandreou ຂະນະ​ທີ່​ພັກ​ຝ່າຍ​ຄ້ານ​ຄື​ພັກ​ປະຊາທິປັດ​ໃໝ່ ລົງມະຕິຄັດຄ້ານ​ນັ້ນ.

ການ​ລົງມະຕິ​ດັ່ງກ່າວ​ໄດ້ເຮັດ​ໃຫ້​ຄວາມ​ສັບສົນ​ວຸ້ນວາຍ​ມາ​ເປັນ​ເວລາ​ນຶ່ງ​ສັບປະດາ​ໃນ​ເຂດໃຊ້​ເງິນ​ຢູ​ໂຣ​ເສັດສິ້ນ​ລົງ ຊຶ່ງ​ໄດ້​ເລີ້ມ​ມາ​ຕັ້ງ​ແຕ່​ທ່ານ Papandreou ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ໂຄງການ​ຊ່ອຍ​ກູ້​ໜີ້​ສິນ​ສໍາລັບ​ປະ​ເທດ​ຂອງ​ທ່ານ​ນັ້ນ.

ນາຍົກລັດຖະມົນຕີ​ໄດ້​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ນາໆ​ຊາດ​ຢ່າງ​ຫລວງຫລາຍ​ໂດຍ​ຮຽກຮ້ອງ​ໃຫ້​ທ່ານ​ລົບ​ລ້າງ​ແຜນການ​ລົງ​ປະຊາ​ມະຕິ​ນັ້ນ ຊຶ່ງທ່ານ​ກ່າວ​ວ່າ ການ​ລົງ​ປະຊາ​ມະຕິ​ດັ່ງກ່າວ​ເປັນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ​ອັນ​ນຶ່ງ​ເພື່ອ​ໃຫ້​ຝ່າຍ​ຄ້ານໃນ​ກຣິສ​ໃຫ້ການ​ສະໜັບສະໜຸນ​ຕໍ່​ແຜນການ​ກອບ​ກູ້​ໜີ້​ສິນ​ນັ້ນ. ທ່ານ​ໄດ້​ລົບ​ລ້າງ​ແຜນການ​ດັ່ງກ່າວ​ຫລັງ​ຈາກ​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ຝ່າຍ​ຄ້ານ​ກ່າວ​ວ່າ ພວກ​ເຂົາເຈົ້າ​ຈະ​ໃຫ້ການ​ສະໜັບສະໜຸນ​ຕໍ່​ໂຄງການ​ຊ່ອຍ​ກູ້​ໜີ້​ສິນ​ນັ້ນ.

ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ​ພາກັນ​ໄປ​ໂຮມ​ຊຸມນຸມ​ກັນ​ໃນໃຈກາງກຸງ Athensໃນ​ລະ​ຫວ່າງ​ການ​ລົງມະຕິກັນ​ໃນ​ວັນ​ສຸກ​ວານ​ນີ້​ຄັດຄ້ານ​ຕໍ່​ການເອົາ​ມາດ​ຕະການ​ປະ​ຍັດ​ມັດທະຍັດ​ຢ່າງ​ເຂັ້ມ​ງວດ​ທີ່​ຮວມຢູ່​ໃນ​ໂຄງການ​ຊ່ອຍ​ກູ້​ໜີ້​ສິນ​ນັ້ນ.

XS
SM
MD
LG