ພວກ​ປະ​ທ້ວງ ​ຢູ່​ເມືອງ Ferguson ​ຍ້າຍໄປຊຸມນຸມ ຢູ່ຕໍ່ໜ້າ ຮ້ານຂາຍຍ່ອຍ ທີ່ສຳຄັນໆ

ພວກປະທ້ວງ ຍົກປ້າຍຂຶ້ນ ນອກຮ້ານ Macy's ກ່ອນໜ້າ ການເລີ້ມຕົ້ນ ເປີດການຄ້າຂາຍ ໃນວັນສຸກດຳ ຫຼື Black Friday ຢູ່ລັດ New York, ວັນທີ 27 ພະຈິກ 2014.

ຢູ່ທາງ​ພາກ​ກາງຂອງ​ສະຫະລັດ ພວກ​ປະ​ທ້ວງ​ຢູ່​ໃນເຂດຊານ
ເມືອງຂອງນະຄອນ Saint Louisລັດ Missouri ​ໄດ້​ເຄື່ອນ​ຍ້າຍ
ການ​ປະ​ທ້ວງ ​ຕໍ່ຕ້ານ​ຄະນະ​ຕຸລາການ ທີ່​ບໍ່ໄດ້​ຕັດສິນໃຫ້​ຟ້ອງ
​ເຈົ້າໜ້າ​ທີ່​ຕຳຫລວດ ຄົນ​ຜິວຂາວ ທີ່​ຍິງສັງຫານ​ຊາຍ​ໜຸ່ມ​ຄົນ
​ຜິວ​ດຳທີ່​ບໍ່ຕິດ​ອາວຸດ ໄປໃສ່ຮ້ານຂາຍຍ່ອຍທີ່ສຳຄັນໆ.

ຜູ້ຄົນຫລາຍສິບຄົນ ​ເລີ້ມພາກັນປະທ້ວງ ໃນວັນພັກຂອບຄຸນ
ພະເຈົ້າ ຫຼື Thanksgiving ​ໃນ​ຄ່ຳ​ຄືນ ​ຂອງ​ວັນ​ພະຫັດ​ວານ​ນີ້
​ແລະ ແກ່ຍາວມາ​ຈົນ​ເຖິງຕອນ​ເຊົ້າຂອງ​ວັນ​ສຸກ​ມື້​ນີ້ ​ ​ຢູ່ທີ່ຮ້ານ​ຄ້າ
Walmart ​ແລະ Target ໂດຍພາກັນຮ້ອງ​ໂຮ​ຄຳ​ຂວັນ​ວ່າ
“ຍົກ​ມື​ຂຶ້ນ ຢ່າ​ຍິງ” ​ ໃນ​ຂະ​ທີ່​ບັນດາ​ເຈົ້າໜ້າ​ທີ່​ຕຳ​ຫລວດ ຢືນ​ເບິ່ງ​ຢູ່​ນັ້ນ.

ການປະທ້ວງ ຄືນທີ 3 ຢູ່ເມືອງ Ferguson

​ວັນສຸກ ຫຼັງຈາກ​ວັນ​ຂອບຄຸນ​ພະ​ເຈົ້າຜ່ານ​ພົ້ນໄປ​ແລ້ວ ​ແມ່ນມື້​ທຳ​ອິດ ຂອງ​ປະ​ເພນີ ການ​ຊື້​ເຄື່ອງ​ຂອງ​ສຳ​ຫລັບບຸນຄຣິສມັສ ຊຶ່ງ​ໃນລະຫວ່າງ​ນັ້ນ ຈະ​ຊື້ສິນຄ້າເປັນຈຳນວນຫຼວງຫຼາຍ ໄດ້​ຖືກ​ຊັກ​ສວນ​ໃຫ້​ໄປ​ຊື້​ເຄື່ອງ​ຂອງ​ ຢູ່ຕາມ​ຮ້ານ​ຄ້າ​ຕ່າງໆ ​ໂດຍຈະໄດ້ຮັບລາຄາ​ພິ​ເສດນັ້ນ.

ຄວາມ​ເຄັ່ງ​ຕຶງ ​ຢູ່​ເມືອງ Ferguson ປາກົດ​ວ່າ ​ໄດ້​ຜ່ອນຄາຍ​ລົງ ​ໃນ​ວັນ​ພະຫັດ​ວານ​ນີ້ ຫຼັງຈາກໄດ້ເກີດ​ຄວາມ​ຮຸນແຮງ ​ແລະການບຸກເຂົ້າ ໄປລັກເອົາເຄື່ອງເອົາຂອງ 2 ຄືນ​ຕິດ​ຕໍ່ກັນ.

Your browser doesn’t support HTML5

Calm in Ferguson, Protests Elsewhere

ປະຊາຊົນຊາວໃນເມືອງ Ferguson ຊຶ່ງເປັນເຂດຊານເມືອງຂອງນະ ຄອນ Saint Louis ແລະບຸກຄົນ​ອື່ນໆ ທີ່​ຢາກ​ຊ່ອຍ​ເຫຼືອ ພາກັນ​ອອກ​ມາ​ ໃນ​ວັນ​ຂອບຄຸນ​ພະ​ເຈົ້າ ​ເພື່ອ​ມ້ຽນ​ມັດ ສິ່ງ​ຫັກ​ພັງ​ຕ່າງໆ ທີ່​ຍັງເຫຼືອ ຢູ່ຈາກໄລຍະຫລາຍ​ມື້ຂອງການ​ປະ​ທ້ວງ ​ພາ​ຍຫຼັງ ການປະກາດ​ໃນ​ວັນ​ຈັນ​ຜ່ານ​ມາ ຂອງຄະນະ​ຕຸລາການທີ່​ໄດ້​ຕັດສິນ ຈະ​ບໍ່​ຟ້ອງ ​ຕຳຫລວດ Darren Wilson ໃນການ​ຍິງ ທ້າວ Michael Brown ຕາຍ ​ເມື່ອ ເດືອນສິງຫາ​ປີ​ນີ້.

Your browser doesn’t support HTML5

US HOLIDAY SHOPPING CNPK