Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.
Your browser doesn’t support HTML5
Desperate can mean things are very bad or very difficult.
Desperate ສາມາດຫມາຍຄວາມວ່າ ສິ່ງທີ່ບໍ່ດີຫຼາຍ ຫຼື ມີຄວາມຫຍຸ້ງຍາກຫຼາຍ. ແຕ່ວ່າ “Desperate Times Call for Desperate Measures” ມັນຫມາຍຄວາມແນວໃດກັນແທ້? ໄປຟັງບົດສົນທະນາລະຫວ່າງ Anna ກັບ Jonathan ລອງເບິ່ງເນາະ, ບາງທີມັນອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫລາຍຂຶ້ນ?
Jonathan: What in the world are you doing? ແມ່ນເຈົ້າກຳລັງເຮັດຫຍັງຢູ່ເກາະດຽວນີ້?
Anna: Jonathan I'm playing Connect four and it's close.
Jonathan ຂ້ອຍກໍາລັງຫຼີ້ນໝາກຕໍ່ 4 ອັນໃສ່ກັນ ຫລື Connect four ແລະ ມັນກະໃກ້ຊິແລ້ວແລ້ວຫລະ.
Jonathan: Isn't that for two players?
ມັນບໍ່ແມ່ນສໍາລັບໃຫ້ສອງຄົນຫລິ້ນຫວາ?
Anna: Yes, but I'm alone, so I have to play against myself.
ແມ່ນແລ້ວ, ແຕ່ຂ້ອຍຢູ່ຄົນດຽວ. ສະນັ້ນ ຂ້ອຍຕ້ອງຫຼິ້ນກັບຕົວເອງ.
Jonathan: Well, I guess desperate times call for desperate measures.
ເອີ ບາງທີຂ້ອຍຄິດວ່າ ໃນເວລາທີ່ໝົດຫວັງ ຫລື ຈົນຕາແຈມັນຮຽກຮ້ອງໃຫ້ມີມາດຕະການທີ່ຈົນຕາແຈ.
Anna: I won and I lost.
ຂ້ອຍຊະນະແລ້ວ ແລະຂ້ອຍກໍເສຍໄຊ.
In difficult times, we do things we probably wouldn't have to do in normal times. The phrase desperate times call for desperate measures. It’s a way of expressing this. Just to be clear, playing Connect four by yourself is a little desperate.
ໃນເວລາທີ່ພົບຫຍຸ້ງຍາກ ພວກເຮົາກໍຈະເຮັດໃນສິ່ງທີ່ພວກເຮົາອາດຈະບໍ່ຕ້ອງໄດ້ເຮັດໃນສະພາບທີ່ປົກກະຕິ. ຄຳວ່າ ເວລາໝົດຫວັງຫລື ຈົນຕາແຈ ມັນຮຽກຮ້ອງໃຫ້ມາດຕະການທີ່ຈຳເປັນຕ້ອງເຮັດ ແມ່ນເປັນວິທີການສະແດງອອກເຖິງສະພາບນີ້. ແຕ່ຢາກໃຫ້ຮູ້ຢ່າງຈະແຈ້ງ ເດີ້ ຫຼີ້ນເກມຕໍ່ຄອນເນັກ (Connect) ສີ່ຄົນດຽວ ແມ່ນມີຄວາມຈົນຕາແຈຢູ່ໜ້ອຍນຶ່ງ.
and that's English in a minute.