Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.
Your browser doesn’t support HTML5
ຮຽນພາສາອັງກິດ ໃນນຶ່ງນາທີ: “Bone to pick” ແປວ່າ “ມີເລື້ອງຄາໃຈ”
Bones are strong. They make up our skeleton. But what could it mean to have a bone to pick with someone?
ກະດູກມີຄວາມແຂງແຮງ. ພວກມັນປະກອບກັນເປັນໂຄງກະດູກຂອງພວກເຮົາ. ແຕ່ ຄຳສຳນວນທີ່ວ່າ a bone to pick ກັບໃຜຄົນນຶ່ງ ມັນມີຄວາມໝາຍວ່າແນວໃດກັນແທ້ ? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງອານນາ ກັບແດນ ລອງເບິ່ງເນາະ, ບາງທີ່ມັນອາດຊ່ວຍໃຫ້ພວກເຮົາເຂົ້າໃຈສຳນວນນີ້ຫຼາຍຂຶ້ນ.
Anna: Dan, are you ready to read scripts?
ອານນາ: ແດນ, ເຈົ້າພ້ອມທີ່ຈະອ່ານ ສຄຣິບສ໌ ແລ້ວບໍ?
Dan: Maybe.
ແດນ: ອາດຈະພ້ອມ.
Anna: Dan, umm, are you upset about something?
ອານນາ: ແດນ, ອືມ, ເຈົ້າບໍ່ພໍໃຈກ່ຽວກັບບາງສິ່ງບາງຢ່າງຫວາ?
Dan: actually, yes! I have a bone to pick with you.
ແດນ: ຄວາມຈິງແລ້ວ, ແມ່ນລະ! ຂ້ອຍມີເລື້ອງຄາໃຈກັບເຈົ້າ.
Anna: what did I do now?
ອານນາ: ຂ້ອຍໄດ້ເຮັດຫຍັງລົງໄປ ຕອນນີ້ ນິ?
Dan: well, your new script is about a co-worker who is always late and grumpy. It’s about me, isn’t it?
ແດນ: ກະຄືວ່າ, ສຄຣິບໃໝ່ຂອງເຈົ້າ ແມ່ນກ່ຽວກັບເພື່ອນຮ່ວມງານ ທີ່ມັກມາຊ້າ ແລະ ອາລົມເສຍ ຢູ່ສະເໝີ. ມັນກ່ຽວກັບຂ້ອຍແມ່ນບໍ?
Anna: No, no you are… never late!
ອານນາ: ບໍ່, ບໍ່ ເຈົ້າບໍ່ເຄີຍມາຊ້າ!
When you have a bone to pick with someone, you have an issue with them that bothers you. If you have a bone to pick with a co-worker or friend, it is best to talk about it sooner rather than later.
ເວລາ ທີ່ເຈົ້າມີບັນຫາຄາໃຈກັບໃຜຄົນນຶ່ງ, ເຈົ້າມີບັນຫາກັບພວກເຂົາ ທີ່ພວກມັນລົບກວນຈິດໃຈຂອງເຈົ້າ. ຖ້າເຈົ້າມີເລື້ອງຄາໃຈກັບເພື່ອນຮ່ວມງານ ຫຼື ໝູ່, ມັນເປັນການດີທີ່ສຸດ ທີ່ຈະລົມກັນກ່ຽວກັບບັນຫານີ້ ໂດຍໄວ ດີກວ່າຈະປະໄວ້ດົນ.
And that's English in a minute.
ແລະ ນັ້ນແມ່ນພາສາອັງກິດໃນ 1 ນາທີ.