ຂໍ້ສົງໄສໃນອະນະຄົດຂອງລັດຖະທໍາມະນູນ ກ່ຽວກັບສັດທີ່ໃກ້ຈະສູນພັນ

ແຟ້ມຮູບ-ໝາໄນສີເທົາ ຖືກຖ່າຍຮູບໃນວັນທີ 16 ກໍລະກົດ 2004, ຢູ່ທີ່ສູນກາງວິທະຍາສາດສັດປ່າ ໃນ , ລັດມິນີໂຊຕາ.

ນັກຊີວະວິທະຍາ ທ່ານນາງ ອາຊ໌ລີ ວີລສັນ ໄດ້ຊ່ອຍເຈຍໂຕນຶ່ງອອກຈາກ ຕາໜ່າງຢ່າງລະມັດລະວັງ ທີ່ຫ້າງໄວ້ຢູ່ເທິງປາຍຕົ້ນໄມ້ຕາມແຄມແມ່ນ້ຳ ແລະ ໄດ້ກວດສອບເບິ່ງຂົນຂອງໂຕສັດທີ່ລ້ຽງລູກດ້ວຍນົມ ທີ່ກຳລັງດີ້ນດຸກດິກຢູ່ນັ້ນ ດ້ວຍແສງໄຟສາຍທີ່ຕິດຢູ່ຫົວຂອງທ່ານນາງ. ທ່ານນາງກ່າວ ໃນຂະນະຖອນ ຫາຍໃຈວ່າ “ໂຕໃຫຍ່ສີນ້ຳຕານອີກໂຕນຶ່ງ.”

ມັນເປັນປະເພດທີ່ມີທົ່ວໄປ ເປັນນຶ່ງໃນຫຼາຍໆໂຕທີ່ທ່ານນາງວີລສັນ ແລະ ເພື່ອນຮ່ວມງານທັງຫຼາຍ ໄດ້ຈັບມາໄດ້ໃນຕອນຄ່ຳຄືນຂອງລະດູຮ້ອນ ຢູ່ໃນເຂດ ຊົນນະບົດທາງພາກໃຕ້ຂອງລັດມິຊິແກັນ. ພວກເຂົາເຈົ້າ ຊອກຫາພວກເຈຍທີ່ ຫາຍາກຫຼາຍຂຶ້ນນັບມື້ຢູ່ໃນລັດອິນດຽນນາ ແລະພວກເຈຍຫູຍາວເຂດພາກເໜືອ ຊຶ່ງໃນປະຫວັດສາດແລ້ວ ພວກມັນອົບພະຍົບໄປຫາບ່ອນພັກອາໄສໃນລະ​ດູ ການເກີດລູກ ຢູ່ຫລັງເປືອກພວກຕົ້ນໄມ້ທີ່ຕາຍແລ້ວ.

ພວກນັກວິທະຍາສາດ ຍັງບໍ່ທັນພົບເຫັນສາຍພັນຂອງເຈຍທັງສອງປະເພດດັ່ງ ກ່າວເທື່ອໃນປີນີ້ ຂະນະທີ່ພວກເຂົາເຈົ້າ ດຳເນີນພາລະກິດການຫ້າງຕາໜ່າງ ເພື່ອຈັບເຈຍນັ້ນ.

“ມັນເປັນການສະເໜີແນະທີ່ບໍ່ຄ່ອຍດີ ຖ້າວ່າພວກເຮົາບໍ່ສາມາດຈັບມັນໄດ້. ມັນເບິ່ງຄືວ່າ ບໍ່ດີເລີຍ” ທ່ານອາລແລນ ເຄີຣຕາ ອາຈານສອນຢູ່ທີ່ມະຫາວິ ທະຍາໄລ ມິຊິແກັນຕາເວັນອອກ ຜູ້ທີ່ໄດ້ສຶກສາກ່ຽວກັບພວກເຈຍ ເປັນເວລາ ຫຼາຍກວ່າ 40 ປີ ໄດ້ກ່າວ.

ເຈຍທັງສອງສາຍພັນດັ່ງກ່າວ ໄດ້ຖືກກຳນົດເປັນສາຍພັນທີ່ໄດ້ຮັບອັນຕະລາຍ ພາຍໃຕ້ກົດໝາຍວ່າດ້ວຍສາຍພັນທີ່ໃກ້ຈະສູນພັນ.

ອ່ານຂ່າວນີ້ເປັນພາສາອັງກິດ