ນັກທ່ອງທ່ຽວ 19 ຄົນ ເສຍຊີວິດ ຍ້ອນບານລູນຕົກ ຢູ່ອີຈິບ (ສະໄລດ໌)

ສົບຂອງນັກທ່ອງທ່ຽວຜູ້ນຶ່ງ ທີ່ເສຍຊີວິດ ພາຍຫລັງທີ່ລູກບານລູນຕົກ ໄດ້ຖືກນໍາຂຶ້ນໄປໃສ່ລົດໂຮງໝໍ ຢູ່ໃນເມືອງ Luxor ຂອງອີຈິບ, ວັນ 26 ກຸມພາ 2013.

ບານລູນ ທີ່ແລ່ນດ້ວຍອາຍຮ້ອນໜ່ວຍນຶ່ງຕົກລົງຢູ່ໃກ້ເມືອງ
Luxor ຂອງອີຈິບ ເຮັດໃຫ້ພວກນັກທ່ອງທ່ຽວ 19 ຄົນທີ່ຢູ່
ເທິງບານລູນເສຍຊີວິດ.

ແຜນທີ່ເມືອງ Luxor


ອີກສອງຄົນ ລວມທັງຄົນຂັບ ລອດຊີວິດມາໄດ້ ລຸນຫລັງທີ່
ບານລູນຖືກໄຟໄໝ້ ແລະລະເບີດຂຶ້ນໃນວັນອັງຄານມື້ນີ້ ໃນ
ຂະນະທີ່ເດີນທາງໄປໃນລະດັບຄວາມສູງ 300 ແມັດ ຢູ່ເທິງ
ຝັ່ງກໍ້າຕາ ເວັນຕົກຂອງແມ່ນໍ້າໄນລ໌.

ພວກເຈົ້າໜ້າທີ່ເວົ້າວ່າ ໃນຈໍານວນຄົນທີ່ເສຍຊີວິດນັ້ນ ລວມ
ມີຊາວຝຣັ່ງ, ອັງກິດ, ແລະຈາກປະເທດອື່ນໆອີກ.

Hot Air Balloon Crash Kills 19 in Egypt