ຫລາຍຮ້ອຍຄົນ ຍັງຫາຍສາບສູນ ຫຼັງຈາກເຮືອຫລົ້ມ ຢູ່ ພາກກາງຈີນ

ຜູ້ຍິງອາຍຸ 65 ປີ (ກາງ) ກຳລັງຖືກກູ້ໄພ ດືງຂື້ນຈາກເຮືອ Dongfangzhixing ຫລື ເຮືອ "Eastern Star" ທີ່ຫລົ້ມຢູ່ໃນ ແມ່ນຳ້ຢັງຊີ.

ບັນດາ​ໜ່ວຍ​ກູ້​ໄພ ຢູ່​ພາ​ກກາງ​ປະ​ເທດ​ຈີນ ຍັງສືບຕໍ່ໃນ​ວັນ​ອັງ
ຄານ​ມື້​ນີ້ເພື່ອຊອກຫາ​ຜູ້​ລອດ​ຊີວິດມາໄດ້ ຫລັງ​ຈາກ​ເຮືອ​ໂດຍ​
ສານ​ທີ່ບັນທຸກ 450 ຄົນ ​ໄດ້​ຫລົ້ມ ​ລະຫວ່າງ​ທີ່​ເກີດ​ລົມພາຍຸ ຢູ່​
ແມ່​ນຳ້ຢັງ​ຊີ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ ກ່າວ​ວ່າ ແລະມີ​ພຽງ​ແຕ່
15 ຄົນ​ໄດ້​ຖືກ​ຊ່ວຍຊີວິດ​ໄວ້​ໄດ້ ​ແລະ​ອີກ​ຫ້າ​ສົບ​ໄດ້​ຄົ້ນ​ພົບມາ
ຮອດປັດຈຸບັນນີ້. ລົ​ມ​ແຮງ ແລະ ​ຝົນຕົກ​ໜັກ​ໄດ້​ເປັນອຸບປະສັກ
ຂັດຂວາງຕໍ່​ການ​ຊອກ​ຫາ​ຄົນ​ອຶ່ນໆ.

ສາມ​ຊົບ​ໄດ້​ພົບ​ເຫັນ ຢູ່​ລຸ່ມ​ແມ່​ນຳ້ທີ່ Yueyang ​ໃນ​ແຂວງ
Hunan ປະມານ 50 ກິ​ໂລ​ແມັດ​ຫ່າງຈາກ​ບ່​ອນເຮືອ​ຫລົ້ມ ​ອີງ​ຕາມ​ໜັງສືພິມປະຊາຊົນ​ລາຍວັນ.

ໜ່ວຍກູ້ໄພກຳລັງປະຕິບັດງານຢູ່ບ່ອນເຮືອຫລົ້ມ

ຜູ້​ໂດຍ​ສານ​ຫລາຍ​ຄົນ​ເຊື່ອ​ວ່າ ຍັງ​ຕົກ​ຄ້າງ​ຢູ່​ທາງ​ໃນຂອງເຮືອ. ພວກ​ກູ້​ໄພ​ລາຍ​ງານ​ວ່່າ ​ໄດ້​ຍິນ​ສຽງຮ້ອງ​ໃຫ້​ຂໍ​ຄວາມ​ຊ່ວຍ​ເຫລືອຈາກ​ທາງຂອງເຮືອທີ່​ຫລົ້​ມ ​ອີງ​ຕາມລາຍ​ງານ​ຂອງ​ສື່ມວນຊົນທາງການຈີນ.

ທະຫານ​ຫລາຍ​ກວ່າ 1,000 ຄົນ ​ແລະ ​ເຮືອ 48 ລຳ​ ກຳ​ລັງ​ພົວພັນໃນການ ປະຕິບັດ​ງານ​ກູ້​ໄພ ອີ​ງຕາມໜັ​ງສື​ພິມ​ປະຊາຊົນ​ລາຍ​ວັນ.

ສາ​ເຫດ​ທີ່ຫາໃຫ້ເຮືອຫຼົ້ມຄັ້ງນີ້ຍັງ​ບໍ່​ເປັນ​ທີ່​ແຈ້ງຂາວເທື່ອ. ​ເຮືອດາວຕາເວັນອອກ ຫລື Dongfangzhixing ​ແລ່ນອອກ​ຈາກ​ເມືອງ Nanjing ​ໄປ​ຫາ​ເມືອງ Chongqing ຢູ່​ທາງ​ພາກ​ຕາ​ເວັນຕົກ​ສຽງ​ໃຕ້​ຂອງປະ​ເທດ​ຈີນ​ແລະໄດ້​ຫລົ້ມ​ຢ່າງ​ກະທັນຫັນ ໃນອັນ​ທີ່​ກ່າວກັນວ່າ​ ເປັນລົມຫົວກຸດຂະໜາດໃຫຍ່.

ນາຍົກລັດຖະມົນຕີ Li Keqiang ກຳ​ລັງ​ຕິ​ດຕາມ​ເບິ່ງ​ຄວາມພະຍາຍາມ​ກູ້​ໄພ​ດ້ວຍ​ຕົນ​ເອງ ​ແລະ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ ໄ​ດ້ໄປເຖິງບ່ອນ​ກູ້​ໄພ ​ພ້ອມ​ດ້ວຍ​ ຄະນະເຈົ້າໜ້າທີ່ຂອງສະພາ​ປົກຄອງລັດ ​ອີງ​ຕາມອົງການ​ຂ່າວຊິນ​ຫົວ.

ປະທານ ​ປະ​ເທດ Xi Jinping ​ໄດ້​ສັ່ງ​ໃຫ້ ພະຍາຍາມກູ້ໄພ ‘ເຖິງທີ່ສຸດ” ເພື່ອ ຊ່ວຍ​ຜູ້​ໂດຍສານ ຊຶ່ງສ່ວນ​ຫລາຍ​ເຊື່ອ​ວ່າ​ມີ​ອາຍຸ​ລະຫວ່າງວ 50 ​ຫາ 80 ປີ ​ອີງ​ຕາມ​ສື່​ມວນຊົນຂອງທາງການ.

ຈີນເລັ່ງຊອກຫາ ພວກລອດຊີວິດ ຈາກເຮືອຫຼົ້ມ

ບັນດາ​ຍາດຕິ​ພີ່ນ້ອງ​ຂອງ​ຜູ້​ຫາຍ​ສາບ​ ສູນ ພາກັນ​ລໍຖ້າ​ຢ່າງ​ກະວົນກະວາຍ ​ເພື່ອ​ຮັບຟັງ​ຂ່າວກ່ຽວກັບ​ຄົນ​ຮັກຂອງ​ເຂົາ​ເຈົ້າ ແລະ​ຕ້ອງການຄຳຕອບຕໍ່ການພະຍາ ຍາມກູ້ໄພທີ່ເບິ່ງຄືວ່າເປັນໄປດ້ວຍຄວາມຊັກຊ້ານັ້ນ. ​

ທ່ານ Chen Guifu ທີ່ມີສະມາຊິກຄອບຄົວ​ຫ້າ​ຄົນ ຢູ່​ໃນ​ເຮືອ ກ່າວ​ວ່າ “ມື້​ເຊົ້າ​ນີ້ພວກ​ເຮົາ​ເຫັນ​ຢູ່ອິນ​ເຕີ​ແນັດ ​ເຮືອ​ໄດ້ປີ້ນ​ຂວ້ຳ. ມັນ​ເກີດ​ຂື້ນ​ໃນ​ເວລາ 11 ໂມງ ຕອນ​ແລງ ມື້​ຄືນ​ນີ້​. ກ່ອນ​ອື່ນພວກ​ເຮົາພະຍາຍາມ​ຕິດ​ຕໍ່​ຫາ​ຄອບຄົວ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໂທ​ຫາ​ໝົດ​ທຸກ​ຄົນ ​ແຕ່ບໍ່​ມີ​ໃຜ​ຕອບ​.”

ໂທລະພາບ CCTV ຂອງທາງການຈີນລາຍງານວ່າ ​ເຮືອ​ທີ່​ເປັນ​ເຈົ້າຂອງ​ໂດຍ ບໍລິສັດຂົນສົ່ງ Chongqing ຕາເວັນອອກ ທີ່​ນຳພາ​ການ​ທ່ອງທ່ຽວ​ຢູ່​ໃນ​ເຂດ ເຂື່ອນສາມໜ້າຜາ ກ່າ​ວວ່າ ​ເຮືອ​ລຳນີ້ ສາມາດບັນ​ທຸກຜູ້ໂດຍສານ 534 ຄົນ.

Your browser doesn’t support HTML5

China Ship Sinks