ຈີນ ຍົກເຮືອທີ່ຫຼົ້ມ ຢູ່ໃນແມ່ນ້ຳຢ່າງຊີ ໃຫ້ຕັ້ງຂຶ້ນ ແລະ ຜູ້ເສຍຊີວິດ ເພີ້ມຂຶ້ນເປັນ 97 ຄົນ

ບັນດາພະນັກງານກູ້ໄພ ພາກັນເບິ່ງ ເຮືອດາວຕາເວັນອອກ ພວມຖືກຍົກຂຶ້ນຈາກນ້ຳ ດ້ວຍເຮືອຍົກຢູ່ແມ່ນ້ຳ ຢ່າງຊີ ໃນເມືອງ Jianli ຂອງແຂວງ Hubei ທາງພາກໃຕ້ຂອງຈີນ ໃນຂະນະທີ່ແນມເຫັນຈາກອີກຟາກນຶ່ງຂອງແມ່ນ້ຳ ທີ່ເມືອງ Huarong ຂອງແຂວງ Hunan, ວັນທີ 5 ມີຖຸນາ 2015.

ໜ່ວຍ​ກູ້​ໄພ ​ໃນ​ພາກ​ກາງຂອງຈີນ ​ໄດ້​ເລີ້ມຍົກ​ເຮືອ​ນຳ​ທ່ຽວ
ທີ່ຫຼົ້ມ​ຢູ່​ໃນ ແມ່ນ້ຳຢ່າງ​ຊີ ຂຶ້ນຢ່າງຊ້າໆ ​ແລະ ກ່າວ​ວ່າ​ບໍ່​ມີ
​ໂອກາດ​ເລີຍ ທີ່​ຈະ​ພົບ​ເຫັນ​ຜູ້​ທີ່​ລອດ​ຊີວິດ​ອີກ ​ໃນ​ຂະນະ​ທີ່​
ຈຳນວນ​ຜູ້ເສ​ຍຊີວິດ​ແລ້ວ ໄດ້ເພີ້​ມຂຶ້ນເປັນຢ່າງ​ນ້ອຍ 97 ຄົນ​.

ພາບ​ວີ​ດີ​ໂອ ​ສະ​ແດງໃຫ້​ເຫັນ​ວ່າ ​ຂ້າງ​ນຶ່ງ​ຂອງ​ເຮືອດາວຕາເວັນ
ອອກ ຫຼື Eastern Star ທີ່​ຂວ້ຳຢູ່ນັ້ນ ໄດ້ຖືກຍົກຂຶ້ນໃຫ້ພົ້ນນ້ຳ
ໃນ​ຕອນ​ເຊົ້າວັນ​ສຸກມື້​ນີ້ ຫຼັງຈາກ​ທີ່​ໜ່ວຍ​ກູ້​ໄພໄດ້​ທຳ​ງານ​ໝົດ​ຄືນ
​ເພື່ອເຮັດໃຫ້ ເຮືອດັ່ງກ່າວຕັ້ງຂຶ້ນ.

ມີພຽງ 14 ຄົນ​ເທົ່າ​ນັ້ນທີ່​ໄດ້​ຮັບ​ການຊ່ອຍ​ເຫຼືອ ນັບ​ຕັ້ງ​ແຕ່​ເຮືອ
ລຳ​ດັ່ງກ່າວ​ໄດ້​ປີ້ນຂວ້ຳລົງ ໃນ​ສະພາບອາກາດທີ່​ປັ່ນປ່ວນເມື່ອ​ຕອນ​ເດິກຂອງ ຄືນ​ວັນ​ຈັນ​
ຜ່ານ​ມາ. ຜູ້​ໂດຍສານຫຼາຍກວ່າ 300 ຄົນ ສ່ວນ​ໃຫຍ່​ແມ່ນ​ຜູ້​ມີ​ອາຍຸ​ສູງ ຍັງ​ຫາຍ​ສາບ​ສູນ​ຢູ່. ​ເຊື່ອ​ກັນ​ວ່າ ຫຼາຍໆ​ຄົນ​ຍັງ​ຄົງ​ຕົກຄ້າງ ​ຢູ່​ໃນ​ເຮືອ.

ຈີນເລັ່ງຊອກຫາ ພວກລອດຊີວິດ ຈາກເຮືອຫຼົ້ມ

ທ່ານ Xu Chengguang ໂຄສົກກະຊວງຄົມມະນາຄົມຂົນສົ່ງ ກ່າວຕໍ່ພວກນັກຂ່າວໃນວັນ
ສຸກມື້ນີ້ວ່າ ເຮືອລຳນີ້ຈະຖືກຍົກຂຶ້ນໃຫ້ພົ້ນຈາກນ້ຳ ເພື່ອຈະໄດ້ຊອກຄົ້ນຫາຊາກສົບ ຂອງ
ຜູ້ເສຍຊີວິດ.

ທ່ານ Xu Chengguang ຮອງ​ຫົວໜ້າ ​ສູນ​ກາງຄົ້ນຄວ້າດ້ານ​ນະ​ໂຍບາຍ ກະຊວງຄົມມະ
ນາຄົມ​ ຂົນສົ່ງເວັ້າ​ວ່າ “ອີກຈຳນວນ​ 20 ສົບ ໄດ້ພົບເຫັນຢູ່​ຈຸດ​ເກີດ​ເຫດ. ​ໃນ​ເວລາ​ນີ້
ສາມາດ​ເກັບ​ກູ້​ໄດ້ຈຳນວນ 97 ສົບ​ແລ້ວ. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມເສຍ​ອົກເສຍໃຈ​ ຢ່າງ​ເລິກ​ເຊິ່ງ ຕໍ່​ບັນດາ​ຜູ້​ເຄາະ​ຮ້າຍ ​ແລະ ພວກ​ເຮົາ​ຫວັງ​ວ່າ ບັນດາ​ຄອບຄົວ​ ຂອງ​ຜູ້​ເຄາະ​ຮ້າຍ ຈະ​ຄວບ​ຄຸມຄວາມ​ໂສກ​ເສົ້າ​ເສຍ​ໃຈຂອງ​ພວກ​ຕົນໄວ້.”

ຄາດ​ກັນ​ວ່າ ຈຳນວນ​ຂອງ​ຜູ້​ເສຍ​ຊີວິດ ຈະເພີ້​ມຂຶ້ນຕື່ມຢ່າງ​ຫຼວງຫລາຍ ​ແລະ​ມີ​ທ່າ​ທາງ​ວ່າ​
ຈະ​ເຮັດ​ໃຫ້​ເຫດຮ້າຍ​ນີ້ ​ເປັນ​ໂສກ​ນາດຕະກຳ​ທາງ​ທະ​ເລ​ ​ທີ່​ເຮັດ​ໃຫ້ມີ​ຄົນ​ເສຍ​ຊີວິດຫຼາຍທີ່​ສຸດ ຂອງ​ຈີນ ​ໃນຮອບຫຼາຍທົດ​ສະ​ວັດ​.

Your browser doesn’t support HTML5

China Ship