ພັກຝ່າຍ ໃນປະເທດ ອາຟຣິກາກາງ ຕົກລົງກັນໄດ້

ທະຫານລັດຖະບານ ໃນສາທາລະນະລັດອາຟຣິກາກາງ ຂະນະທີ່ຕິດຕາມຂະບວນລົດຂອງປະທານາທິບໍດີ ໄປຍັງສະໜາມບິນ ໃນນະຄອນຫຼວງ Bangui (10 ມັງກອນ 2013)

ພວກກະບົດແລະລັດຖະບານໃນສາທາລະນະລັດອາຟຣິກາກາງ
ໄດ້ຕົກລົງ ທີ່ຈະສ້າງຕັ້ງ ລັດຖະບານສາມັກຄີຊາດຂຶ້ນ ໂດຍທີ່ປະ
ທານາທິບໍດີ Francois Bozize ຍັງສືບຕໍ່ກຳອຳນາດ.

ທ່ານນາງ Margaret Vogt ຜູ້ຕາງໜ້າຂອງອົງການສະຫະປະຊາ
ຊາດໃນສາທາລະນະລັດອາຟຣິກາກາງ ໄດ້ແຈ້ງໃຫ້ຊາບກ່ຽວກັບ
ຮູບຮ່າງຂອງຂໍ້ຕົກລົງໃນມື້ວັນສຸກວານນີ້ຫຼັງຈາກທັງສອງຝ່າຍໄດ້ ບັນລຸການຕົກລົງທີ່ນະຄອນຫຼວງ Libreville ຂອງປະເທດກາບົງ.

ຂໍ້ຕົກລົງທີ່ວ່ານີ້ຮຽກຮ້ອງໃຫ້ປະທານາທິບໍດີ Bozize ກຳອຳນາດ
ຕໍ່ໄປ ຈົນເທົ່າໝົດສະໄໝໃນການດຳລົງຕຳແໜ່ງຂອງທ່ານ ໃນປີ
2016 ໂດຍທີ່ພວກຝ່າຍຄ້ານຈະແຕ່ງຕັ້ງນາຍົກລັດຖະມົນຕີເພື່ອ
ເຂົ້າບໍລິຫານງານລັດຖະບານໃນໄລຍະຂ້າມຜ່ານ. ທັງນາຍົກລັດ
ຖະມົນຕີແລະປະທານາ ທິບໍດີ Bozize ຈະບໍ່ມີສິດສະໝັກເຂົ້າແຂ່ງຂັນໃນການເລືອກຕັ້ງ ປະທານາທິບໍດີເທື່ອໜ້າ.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວແລະຮຽກ ຮ້ອງໃຫ້ທັງສອງຝ່າຍຈັດຕັ້ງປະຕິບັດເງື່ອນໄຂຕ່າງໆຂອງຂໍ້ຕົກລົງດ້ວຍຄວາມຊື່ສັດສຸດຈະ ລິດ. ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ນັ້ນສະພາຄວາມໝັ້ນຄົງຍັງໄດ້ຍົກຍ້ອງ ໃນອັນທີ່ທາງສະພາເອີ້ນວ່າ ການດຳເນີນຄວາມພະຍາຍາມຢ່າງວ່ອງໄວໂດຍສະຫະພາບ ອາຟຣິກາ ແລະປະຊາຄົມເສດຖະກິດຂອງບັນດາລັດໃນອາຟຣິກາກາງ ເພື່ອແກ້ໄຂວິກິດ ການທີ່ເກີດຂຶ້ນເມື່ອໄວໆມານີ້.

ພວກກະບົດໃນອາຟຣິກາກາງໄດ້ເຂົ້າຢຶດເອົາພື້ນທີ່ນຶ່ງສ່ວນສາມຂອງປະເທດນັບແຕ່ເລີ້ມ ມີການລຸກຮືຂຶ້ນເມື່ອນຶ່ງເດືອນກ່ອນ. ພວກກະບົດໄດ້ກ່າວຫາປະທານາທິບໍດີວ່າ ບໍ່ໄດ້ປະ ຕິບັດຕາມຂໍ້ຕົກລົງສັນຕິພາບສະບັບກ່ອນ ໃນປີ 2007 ແລະປີ 2008.

ພວກກະບົດ ໄດ້ປະກາດຢຸດຍິງເປັນເວລານຶ່ງອາທິດ ໃນວັນພະຫັດຜ່ານມານີ້.