ປະທານາທິບໍດີມຽນມາ ຕອບຄໍາຖາມ ໃນກອງປະຊຸມ town hall ທີ່ວີໂອເອ (ວີດິໂອ)

ປະທານາທິບໍດີ Thein Sein ຕອບຄໍາຖາມ ໃນກອງປະຊຸມ town hall meeting ຢູ່ວີໂອເອ, ວັນທີ 19 ພຶດສະພາ 2013.

ປະທານາທິບໍດີ ມຽນມາ ທ່ານ Thein Sein ​ໃນ​ວັນ​ຈັນ​ມື້​ນີ້
ຈະ​ເປັນ​ຜູ້​ນໍາ​ຄົນ​ທໍາ​ອິດຂອງ​ປະ​ເທດຂອງ​ທ່ານ ທີ່​ມາ​ຢ້ຽມ
ຢາມ​ທໍານຽບຂາ​ວ ​ໃນຮອບເກືອບ​ເຄິ່ງ ສັດຕະວັດ.

ອະດີ​ດນາຍ​ພົນທະຫານທ່ານ​ນີ້ ຈະພົບ​ປະ​ກັບປະທານາທິບໍ
ດີ Barack Obama ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ ທີ່ອົງການ
​ສິດທິ​ມະນຸດຕ່າງໆ ​ແລະນັກ​ການ​ເມືອງ​ຈໍານວນ​ນຶ່ງ ​ກ່າວ​ວ່າ
ມີ​ຂຶ້ນ​ໄວ​ເກີນ​ໄປ ​ເພາະວ່າຍັງ​ມີ​ຄວາມ​ຮຸນ​ແຮງ ຕ້ານ​ຊາວ​ມຸສ
ລິ​ມ ​ແລະການ​ຝ່າຝືນ​ສິດທິ​ຕ່າງໆ​ຢູ່ຕໍ່​ມາ ໃນ​ມຽນມານັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄາດ​ວ່າປະ​ເທດ​ທັງ​ສອງ​ ​ຈະ​ໃຊ້ການ
​ຢ້ຽມຢາມ​ເທື່ອ​ນີ້ ​ເຮັດຂໍ້ຕົກລົງ ທີ່​ອາດ​ນໍາ​ໄປ​ສູ່​ການ​ສົນທະນາ​ກັນ
ເປັນ​ປົກກະຕິ ​ເພື່ອຊຸກຍູ້​ການ ແລກປ່ຽນ​ການ​ຄ້າ ມາດຕະຖານ
​ດ້ານແຮງ​ງານ ​ແລະການ​ລົງທຶນ.

​ໃນ​ວັນ​ອາທິດ​ວານ​ນີ້ ປະທານາທິບໍດີ Thein Sein ກ່າວ​ຢູ່​ໃນ
​ກອງປະ​ຊຸມ​Town Hall ຕອບ​ຄໍາ​ຖາມ​ແບບ​ເປັນ​ກັນ​ເອງ​ກັບ​
ຊາວ​ເມືອງ ຢູ່​ສໍານັກງານ​ໃຫຍ່​ຂອງວີ​ໂອ​ເອ ວ່າຄວາມ​ຮຸນ​ແຮງ​
ຕ້ານ​ຊາວ​ມຸສລິ​ມ ທີ່​ເປັນຊົນ​ກຸ່ມ​ນ້ອຍ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ
​ມຽນ​ມາ​ນັ້ນ ​ເປັນຄວາມ​ປະ​ພຶດ​ແບບ​ກໍ່​ອາ​ຊະ​ຍາ​ກໍາ ບໍ່​ແມ່ນການ​
ຕໍ່ສູ້​ກັນ​ລະຫວ່າງ​ພົນລະເມືອງ.

ປະທານາທິບໍດີ Thein Sein (ຊ້າຍ) ກັບຫົວໜ້າວີໂອເອພະແນກພາສາມຽນມາ ທ່ານ Than Lwin Htun ໃນກອງປະຊຸມຕອບຄໍາຖາມ ທີ່ VOA.


ທ່ານ​ຮັບຮູ້​ວ່າ ຈໍານວນ​ນຶ່ງເປັນການ “ປະຕິບັດ​ແບບ​ໃຊ້​ອໍານາດ
​ເກີນ​ຂອບ​ເຂດ” ຂອງ​ຕໍາຫລວດ ໃນ​ຄວາມ​ພະຍາຍາມ​ຂອງ​ເຂົາ
​ເຈົ້າ ​ເພື່ອ​ຄວບ​ຄຸມການ​ຄັດຄ້ານ​ທາງ​ການ​ເມືອງ ​ຢູ່ໃນປະ​ເທດ
​ຂອງ​ທ່ານ ​ແຕ່​ທ່ານກ່າວ​ວ່າ ທັງ​ສອງ​ຝ່າຍ ກໍ​ຄື​ພວກປະ​ທ້ວງ ​
ແລະ​ຕໍາຫລວດ ​ຕ້ອງເຂົ້າ​ໃຈ ກ່ຽວ​ກັບຄວາມ​ຮັບ​ຜິດ​ຊອບ​ຂອງ
​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ປະຊາທິປະໄຕ ກໍາລັງຈະ​ຝັງ​ຮາກ​ລົງ​ຢູ່​ໃນ​
ມຽນມາ​ນັ້ນ.

ທ່ານ​ໄດ້​ກ່າວ​ຕໍ່ ຊາວ​ມຽນມາທີ່​ອາ​ໄສ​ຢູ່​ໃນສະຫະລັດ ປະມານ
30 ຄົນ​ທີ່​ມາ​ຮ່ວມ​ກອງ​ປະຊຸມ ວ່າການ​ພັດທະນາປະຊາທິປະ​
ໄຕ ຢູ່​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ ຕ້ອງຄຽງຄູ່ກັນ​ໄປ​ພ້ອມ​ກັບການ​ພັດທະນາ​
ເສດຖະກິດ ແຕ່​ວ່າ​ການ​ເຕີບ​ໂຕ​ດ້ານ​ເສ​ດຖະກິດ​ ຈະຕ້ອງ​ມາ​ກ່ອນ.

ຊາວມຽນມາ ອາເມຣິກັນ ທີ່ເຂົ້າຮ່ວມປະຊຸມ


ໃນ​ຕົ້ນ​ເດືອ​ນນີ້ ຫ້ອງການ​ສີ້​ງຊອມ​ສິດທິ​ມຸນຸດ Human Rights
Watch ​ໄດ້​ກ່າວ​ຫາພວກເຈົ້າ​ໜ້າ​ທີ່​ມຽນມາ ​ວ່າ ທໍາ​ການ​ກວດ
​ລ້າງ​ເຜົ່າ​ພັນ​ຕໍ່ຊາວມຸສລິ​ມ Rohingy ທີ່​ເປັນ​ຊົນ​ເຜົ່າ​ນ້ອຍ ຊຶ່ງ​
ສ່ວນ​ໃຫຍ່​ໄດ້​ຖຶກປະຕິ​ເສດ​ ສັນຊາດມຽນມາ ​ແລະ​ສິດທິ​ພື້ນ
ຖານ​ຕ່າງໆ.

ອົງການ​ສີ້​ງຊອມ​ສິດ​ທິມະນຸດ HRW ທີ່ມີ​ຫ້ອງການ​ຢູ່​ນະຄອນ​
ນິວຢອກ​ ຍັງ​ໄດ້​ກ່າວ​ຫາທະ​ຫານ ວ່າ​ບໍ່​ພະຍາ​ມ​ຍັບ​ຢັ້ງ​ຄວາມ
​ຮຸນ​ແຮງ ​ແລະ​ໃນ​ບາງ​ກໍລະນີ ຮອດ​ໄດ້ເຂົ້າ​ຮ່ວມ​ກໍ່ຄວາມ​ຮຸນ​ແຮງ​ນໍາ. ​ເຈົ້າ​ໜ້າ​ທີ່​ມຽນມາ​ໄດ້ໂຕ້​ແຍ້​ງ ຕໍ່​ການ​ກ່າວ​ຫາ​ເຫລົ່າ​ນີ້ຊໍ້າ​ແລ້ວຊໍ້າອີກ.

ຊາວມຽນມາທີ່ພາກັນປະທ້ວງ ຢູ່ຕໍ່ໜ້າ ຕຶກວີໂອເອ


ມີພວກ​ປະ​ທ້ວງ​ກຸ່ມ​ນ້ອຍໆ ​ພາກັນ​ເຕົ້າ​ໂຮມ​ຢູ່​ນອກ ວີ​ໂອ​ເອ ​
ໃນແລງວັນ​ອາທິດ​ວານ​ນີ້ ຮຽກຮ້ອງເອົາສິດທິໃຫ້ແກ່​ຊົນ​ເຜົ່າ​
ນ້ອຍ​ໃນ​ມຽນມາ.

ເບິ່ງວີດິໂອກ່ຽວຂ້ອງ:

Your browser doesn’t support HTML5

Washington Week: Focus on Burma, US Government Scandals