ນາຍົກອັງກິດ ຢ້ຽມຢາມ ມຽນມາ ຄັ້ງປະຫວັດສາດ (ເບິ່ງສະໄລດ໌ກັບວິດີໂອ)

  • Thongpane Thepvongsa

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ພົບປະກັບຜູ້ນຳພັກຝ່າຍຄ້ານມຽນມາ ທ່ານນາງອອງຊານ ຊູຈີ ທີ່ນະຄອນຢ່າງກຸ້ງ (13 ເມສາ 2012)

ນາ​ຍົກ​ລັດຖະມົນ​ຕີອັງກິດ ທ່ານ David Camaron ​ໄດ້​ເດີນທາງ​ໄປ​ເຖິງ​ມຽນມາ
ໃນ​ວັນ​ສຸກມື້ນີ້ ຊຶ່ງ​ເປັນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ ຂອງ​ຜູ້​ນໍາ ຕາ​ເວັນ​ຕົກ​ ໃນໄລຍະ
ເຄິ່ງສັດຕະ​ວັດຜ່ານ​ມາ​.

ໃນ​ລະຫວ່າງການ​ຢ້ຽມ​ຢາມ​ເປັນ​ເວລາ​ນຶ່ງມື້ ທ່ານ Cameron ຈະ​ໄດ້​ພົບ​ປະ​ກັບ
ປະທານາທິບໍດີ Thein Sein ຢູ່ທີ່​ເມືອງຫຼວງການ​ປົກຄອງ Napytaw ກ່ອນ​ທີ່​
ທ່ານຈະ​ເດີນ​ທາງ​ໄປ​ຍັງ​ນະຄອນຢ່າງ​ກຸ້ງ ເພື່ອສົນ ທະນາຫາລືກັບຜູ້​ນໍ​າປະຊາທິ
ປະໄຕທ່ານ​ນາງອອງ ຊານ ຊູ ຈີ ຊຶ່ງ​ພັກ ​ຂອງ​ທ່ານ​ ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ​
ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ ຊາດ​ຄັ້ງພິ​ເສດ ​ໃນ​ເດືອນ​ນີ້.

ທ່ານ Cameron ​ໄດ້​ບອກ​ອົງການ​ຂ່າວ BBC ​ໃນ​ວັນ​ພະຫັດວານ​ນີ້​ວ່າ ອັງກິດໃນ
ບໍ່​ຊ້າ​ຈະ​ຜ່ອນຜັນ​ການ​ລົງ​ໂທດ​ແກ່​ມຽນມາ ​ແຕ່​ວ່າທ່ານ​ຕ້ອງການ​ຢາກ​ເຫັນ​ເປັນ​ພິ
ຍານ​ດ້ວຍຕົນ​ເອງ​ເສຍ​ກ່ອນໆ​ທີ່​ຈະ​ຕັດ​ສີນ​ໃຈ​ໃດໆ.

ການ​ຢ້ຽມຢາມ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ເວລາ​ຫ້າ​ມື້​ຂອ​ງທ່ານ ​ແມ່ນ​ຈະຮວມ​
ທັງປະ​ເທດອີນ​ໂດ​ເນ​ເຊຍ ​ແລະມາ​ເລ​ເຊຍນຳ​ດ້ວຍ.

ເບິ່ງວີດີໂອກ່ຽວກັບຮູບເງົາ The Lady ກ່ຽວກັບທ່ານນາງອອງຊານ ຊູຈີ

http://www.voanews.com/templates/widgetDisplay.html?id=147319815&player=article