ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ນາຍົກອັງກິດ ພົບປະ ຜູ້ນຳຝ່າຍຄ້ານ ຂອງມຽນມາ (ເບິ່ງສະໄລດ໌)


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ແລະ ທ່ານນາງ Aung San Suu Kyi ຮ່ວມກັນຕອບ ຄໍາຖາມຂອງບັນດາສື່ມວນຊົນ ທີ່ບ້ານພັກຂອງທ່ານນາງ ທີ່ນະຄອນຢ້າງກຸ້ງ ວັນທີ 13, ເດືອນເມສາ 2012.

ນາຍົກລັດຖະມົນ​ຕີ​ອັງກິດ ທ່ານ David Cameron ​ແລະທ່ານ​ນາງ Aung San
Suu Kyi ຜູ້ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ມຽນມາ​ໄດ້​ປະກາດວ່າ​ ​ພວກ​ທ່ານ​ສະໜັບສະໜຸນ ​
ໃນ​ການ​ໂຈະການ​ລົງ​ໂທດ​ຕໍ່​ມຽນມາ ທີ່​ເຄີຍ​ປົກ​ຄອງ​ໂດຍ​ພວກທະຫານ ​ເພື່ອ​ເປັນ​
ການ​ສະໜອງ​ຕອບ​ຕໍ່​ການ​ປະຕິ​ຮູບ​ໄປ​ສູ່​ປະຊາທິປະໄຕ.

ການ​ເດີນທາງ​ໄປຢ້ຽມ​ຢາມມຽນມາ​ ອະດີດ​ຫົວ​ເມືອງ​ຂື້ນ​ຂອງ​ອັງກິດ ເປັນ​ເວລາ​ນຶ່ງ​ມື້
ຂອງທ່ານ Cameron ນັ້ນ ​ແມ່ນເປັນ​ການ​ຢ້ຽມຢາມ​ເທື່ອ​ທໍາ​ອິດ ຂອງຜູ້ນຳປະ​ເທດ
ຕາ​ເວັນ​ຕົກ ນັບ​ຕັ້ງ​ແຕ່​ພວກທະຫານ​ໃນ​ມຽນມາ ​ຢຶດອຳນາດ​ການ​ປົກ​ຄອງປະ​ເທດ​
ໃນ​ປີ 1962. ທ່ານ​ໄດ້​ພົບ​ປະ​ກັບທ່ານ​ນາງ Aung San Suu Kyi ທີ່ບ້ານພັກ​ຂອງ
​ທ່ານ​ນາງ ຢູ່​ແຄມ​ທະ​ເລ​ສາບ​ໃນ​ນະຄອນຢ້າງ​ກຸ້ງ.

ທ່ານ Cameron ກ່າວ​ວ່າ ການ​ຫ້າມ​ຂາຍອາວຸດໃຫ້​ແກ່​ມຽນມາຄວນ ຈະ​ມີ​ຜົນ​ບັງ
ຄັບ​ໃຊ້​ຕໍໍ່​ໄປ ແຕ່​ທ່ານ​ ແລະ​ທ່າ​ນນາງ Aung San Suu Kyi ໄດ້ເຫັນ​ດີນຳ​ກັນ​ວ່າ
ການ​ໂຈະການ​ລົງ​ໂທດ ​ຄວນ​ຈະ​ມີ​ເງື່ອນ​ໄຂ​ ຂຶ້ນຢູ່ກັບ ການດຳ​ເນີນ​ຕໍ່​ໄປ​ກ່ຽວ​ກັບ​
ການ​ປະຕິ​ຮູບເພື່ອ​ປະຊາທິປະໄຕ ຢູ່​ໃນ​ປະ​ເທດທີ່​ມີ​ການ​ຄວບ​ຄຸມ​ຢ່າງ​ໜາ​ແໜ້ນນັ້ນ.

ພັກ​ການ​ເມືອງ​ຂອງທ່ານ​ນາງ Aung San Suu Kyi ທີ່​ນິຍົມ​ປະຊາ ທິປະໄຕ ໄດ້​ຮັ
ໄຊຊະນະຢ່າງ​ຖ້ວມ​ລົ້ນ ​ໃນ​ການ​ເລືອກ​ຕັ້ງສະພາຄັ້ງພິ ​ເສດ ໃນ​ເດືອນ​ນີ້. ຜູ້​ນໍາ​ຝ່າຍ​
ຄ້ານຂອງມຽນມາ​ໄດ້​ໄຊ້​ເວລາ​ສ່ວນ​ໃຫຍ່ຖືກ​ຄຸມ​ຂັງໃນ​ໄລຍະ 20 ປີຜ່ານ​ມາ.

ສະຫະລັດ​ອາ​ເມ​ຣິ​ກາ ​ໄດ້​ປະກາດໃນອາທິດແລ້ວ​ນີ້​ທີ່​ຈະ​ຫຼຸດຜ່ອນກາ​ນ ລົງ​ໂທດ​ຕໍ່
ມ​ຽນມາ ຮວມ​ທັງ​ການ​ຈຳກັດ​ກ່ຽວ​ກັບການ​ເດີນ​ທາງ ​ແລະ​ການ​ລົງ​ທືນຢູ່​ໃນ​ປະ​ເທດ​
ດັ່ງກ່າວ.

ທ່ານ Cameron ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ມຽນມາ ​ໃນ​ຕອນ​ເຊົ້າ ຂອງ​ມື້ວັນ​ສຸກ
ທີ່​ນະຄອນ​ເນ​ປີ​ດໍ ​ເມືອງ​ຫຼວງການ​ປົກຄອງ​ຂອງ​ມຽນ

XS
SM
MD
LG