ໃນລາຍການຊຸມຊົນລາວໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ແລງວັນອາທິດມື້ນີ້ ທ່ານບົວສີ ກິດຕິພັນຈາກເມືອງແຟຣສໂນ ທາງ ພາກກາງຂອງລັດຄາລີຟໍເນຍ ຈະມາລົມສູ່ຟັງ ກ່ຽວກັບປະຫວັດຄວາມເປັນມາຂອງຄອບຄົວເພິ່ນ ໃນການມາຕັ້ງຖິ່ນຖານ ຢູ່ສະຫະລັດ ແລະ ຊີວິດການເປັນຢູ່ຂອງຊາວລາວໃນນະຄອນດັ່ງກ່າວຊຶ່ງ ບົວສະຫວັນຈະນຳເອົາບົດສຳພາດມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການເລົ່າເລື້ອງການມາຕັ້ງຖິ່ນຖານໃນ ສຫລ ຂອງທ່ານບົວສີ ກິດຕິພັນ, ອະດີດນາຍທະຫານ
ທ່ານບົວສີ ກິດຕິພັນ ໃນຕອນເປັນນັກສຶກສາດ້ານສື່ສານຢູ່ນະຄອນຫລວງວຽງຈັນກ່ອນ ປີ 1975
ທ່ານບົວສີ ກິດຕິພັນ, ເກີດຢູ່ເມືອງໂພນທອງ, ແຂວງຈໍາປາສັກ ແລະເປັນອະດີດນາຍທະຫານດ້ານສື່ສານໃນສະໄໝລັດຖະບານຣາດຊະອານາຈັກລາວ ຊຶ່ງທ່ານເລົ່າເຖິງປະຫວັດຂອງທ່ານ ກ່ອນຈະມາຕັ້ງຖິ່ນຖານຢູ່ໃນສະຫະລັດນັ້ນສູ່ຟັງວ່າ:
Your browser doesn’t support HTML5
ສຽງ 1 ທ່ານບົວສີ ກິດຕິພັນ ເວົ້າເຖິງຊີວິດຢູ່ລາວ ແລະສູນອົບພະຍົບກ່ອນຈະມາຮອດ ສຫລ ໃນປີ 1976
ຫລັງຈາກມາເຖິງສະຫະລັດແລ້ວທ່ານກໍໄດ້ຕັ້ງໃຈທໍາມາຫາກິນຢູ່ໃນນະຄອນ ນິວຢອກ, ທາງຕາເວັນອອກຂອງສະຫະລັດເປັນໄລຍະນຶ່ງແລ້ວຈຶ່ງຍົກຍ້າຍມາຕັ້ງ ຖິ່ນຖານຢູ່ໃນລັດຄາລີຟໍເນຍທີ່ຢູ່ຟາກຕາເວັນຕົກຂອງປະເທດ ຊຶ່ງທ່ານເລົ່າເຖິງເລື້ອງນີ້ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 2 ທ່ານບົວສີ ກິດຕິພັນ ເວົ້າເຖິງຕອນມາຮອດ ສຫລ ໃໝ່ໆ
ທ່ານບົວສີ ກິດຕິພັນ ພ້ອມພັນລະຍາ ແລະລູກ 2 ຄົນຂອງທ່ານຕອນມາຕັ້ງຖິ່ນຖານໃໝ່ ໃນເເມືອງແຟຣສໂນ
ຈາກນັ້ນ ທ່ານກໍໄດ້ຕັ້ງໃຈສຶກສາຮໍ່າຮຽນເອົາວິຊາຄວາມຮູ້ ແລະສ້າງຖານະຄອບ ຄົວ ແລະປະກອບສ່ວນຊ່ວຍເຫລືອຊຸມຊົນລາວໄປນໍາ ຊຶ່ງທ່ານເລົ່າເຖິງການຍົກຍ້າຍຖິ່ນຖານຂອງທ່ານເອງກັບຊຸມຊົນລາວໄປຢູ່ເມືອງແຟຣສໂນສູ່ຟັງວ່າ:
Your browser doesn’t support HTML5
ສຽງ 3 ທ່ານບົວສີ ກິດຕິພັນ ເວົ້າເຖິງຊີວິດກ່ອນຈະຍົກຍ້າຍໄປຢູ່ເມືອງແຟຣສໂນ
ລັດຄາລິຟໍເນຍ ໂດຍສະເພາະແມ່ນຢູ່ເມືອງແຟຣສໂນ ແລະນະຄອນແຊນດິໂກ, ແມ່ນມີຄົນລາວທີ່ມາຈາກສູນອົບພະຍົບ ແລະຈາກລັດອື່ນ ຫລັ່ງໄຫລເຂົ້າໄປຢູ່ຫລາຍໃນໄລຍະທ້າຍໆປີ 1980 ຫາປີ 2000 ເນື່ອງຈາກມີ ການຊ່ວຍເຫລືອ ດ້ານສະຫວັດດີການສັງຄົມຫລາຍ ຊຶ່ງທ່ານບົວສີເອງກໍໄດ້ ປະກອບສ່ວນໃນຊ່ວຍເຫລືອສັງຄົມໂດຍໄດ້ຮ່ວມຈັດຕັ້ງສະມາຄົມຫາທຶນມາຊ່ວຍເຫລືອຂຶ້ນມາ ຊຶ່ງທ່ານເລົ່າໃຫ້ວີໂອເອຟັງວ່າ:
Your browser doesn’t support HTML5
ສຽງ 4 ທ່ານບົວສີ ກິດຕິພັນ ເວົ້າເຖິງຊີວິດການຈະຍົກຍ້າຍຂອງຄົນລາວເຂົ້າໄປຢູ່ເມືອງແຟຣສໂນ
ນັບແຕ່ປີ 2000 ເປັນຕົ້ນມາ ເນື່ອງຈາກວ່າທາງລັດຖະບານສະຫະລັດ ໄດ້ຕັດ ເງິນຊ່ວຍເຫລືອດ້ານສະຫວັດດີການລົງ ເມື່ອຊາວອົບພະຍົບສ່ວນໃຫຍ່ ສາມາດ ຕັ້ງຕົວໄດ້ແລ້ວ ຊຶ່ງຫລາຍຄົນກໍໄດ້ຮໍ່າຮຽນເອົາຄວາມຮູ້ໄປປະກອບອາຊີບ ແລະ ພາກັນຍົກຍ້າຍໄປຢູ່ລັດອື່ນຕາມວຽກງານຂອງເຂົາເຈົ້າ. ສະນັ້ນ ປັດຈຸບັນນີ້ ຄົນ ເຊື້ອສາຍລາວອາໄສຢູ່ແຟຣສໂນຫລຸດລົງຫລາຍ ແຕ່ແນວໃດກໍຕາມຍັງເປັນເມືອງທີ່ມີຄົນລາວ ແລະຄົນມົ້ງອາໄສຢູ່ຢ່າງຫລວງຫລາຍເມື່ອທຽບໃສ່ລັດ ແລະ ເມືອງອື່ນໆຂອງສະຫະລັດ, ອີງຕາມທ່ານບົວສີ.
ທ່ານບົວສີ ກິດຕິພັນ (ກາງ), ພ້ອມພັນລະຍາຂອງທ່ານ (ກາງ) ແລະໝູ່ເພື່ອນໄປເຮັດບຸນຢູ່ທີ່ວັດແຫ່ງນຶ່ງໃນເເມືອງແຟຣສໂນ
ເນື່ອງຈາກສະພາບດິນຟ້າອາກາດອັນອົບອຸ່ນໃນເຂດພາກກາງຂອງລັດຄາລິຟໍ ເນຍຊຶ່ງຄ້າຍໆກັບອາກາດຢູ່ລາວ ກໍຄືອຸນຫະພູມຈະຢູ່ໃນລະດັບ 37 ເຖິງ 40 ອົງສາແຊນຊຽສ ໃນລະດູຮ້ອນ. ສ່ວນລະດູໜາວກໍບໍ່ໜາວຫລາຍໃນຈຶ່ງອໍານວຍ ຄວາມສະດວກໃນການປູກພືດເຂດຮ້ອນ ແລະເຂດນີ້ກໍເປັນເຂດກະສິກໍາສົ່ງ ພືດ ພັນສົດໃຫ້ບັນດາລັດຕ່າງໆ ໄດ້ຕະຫລອດປີ. ຊາວລາວຢູ່ເຂດແຟຣສໂນສ່ວນ ໃຫຍ່ກໍມັກເຮັດສວນ, ເຮັດຟາມປູກພືດເປັນສິນຄ້າ ເພື່ອສົ່ງໃຫ້ບໍລິສັດຂາຍົກດ້ານ ກະສິກໍາ ຊຶ່ງທ່ານບົວສີເລົ່າເຖິງເລື້ອງນີ້ສູ່ຟັງ:
Your browser doesn’t support HTML5
ສຽງ 5 ທ່ານບົວສີ ກິດຕິພັນ ເວົ້າເຖິງຊີວິດການງານຂອງຄົນລາວຢູ່ໃນເມືອງແຟຣສໂນ
ທ່ານເລົ່າກ່ຽວກັບເລື້ອງນີ້ຕໍ່ໄປອີກວ່າ:
Your browser doesn’t support HTML5
ສຽງ 5 (ຂ) ທ່ານບົວສີ ກິດຕິພັນ ເວົ້າເຖິງອາຊີບຂອງຄົນລາວຢູ່ໃນເມືອງແຟຣສໂນ
ທ່ານບົວສີ ກິດຕິພັນ, ຖ່າຍຮູບກັບຫລານຊາຍທີ່ແຕ່ງງານໃນເເມືອງແຟຣສໂນ, ລັດຄາລິຟໍເນຍ
ນອກນັ້ນກໍຍັງມີຄົນເຊື້ອສາຍລາວ ແລະມົ້ງຈໍານວນນຶ່ງ ເຮັດການຄ້າຂາຍເຊັ່ນ ຕັ້ງຮ້ານອາຫານ ແລະຂາຍເຄື່ອງຍ່ອຍຂອງເອເຊຍອີກ ດັ່ງທີ່ທ່ານບົວສີ ເລົ່າສູ່ ຟັງວ່າ:
Your browser doesn’t support HTML5
ສຽງ 6 ທ່ານບົວສີ ກິດຕິພັນ ເວົ້າເຖິງທຸລະກິດຂອງຄົນລາວ ແລະມົ້ງຢູ່ໃນເມືອງແຟຣສໂນ
ທ່ານບົວສີ ກິດຕິພັນ ພ້ອມພັນລະຍາ ທີ່ວັດພຸດໂພທະຣາມ ໃນເເມືອງແຟຣສໂນ
ເມື່ອຖາມເຖິງວັດລາວນັ້ນ ທ່ານບົວສີຕອບວ່າ:
Your browser doesn’t support HTML5
ສຽງ 7 ທ່ານບົວສີ ກິດຕິພັນ ເວົ້າເຖິງວັດລາວໃນເຂດເມືອງແຟຣສໂນ
ເມື່ອຖາມເຖິງສະຖານທີ່ທ່ອງທ່ຽວນັ້ນ ທ່ານບົວສີເວົ້າວ່າ ເມືອງແຟຣສໂນມືຊື່ສຽງ ດ້ານການທ່ອງທ່ຽວທໍາມະຊາດ ເຊັ່ນການໄປທ່ຽວປ່າເເບິ່ງຕົ້ນໄມ້ໃຫຍ່ ຊຶ່ງທ່ານບອກວ່າ:
Your browser doesn’t support HTML5
ສຽງ 8 ທ່ານບົວສີ ກິດຕິພັນ ເວົ້າເຖິງແຫລ່ງທ່ອງທ່ຽວໃນເຂດເມືອງແຟຣສໂນ
ນອກນັ້ນ ຄົນລາວທີ່ໄປທ່ຽວເມືອງນັ້ນກໍມັກຈະໄປທ່ຽວສວນປູກຕົ້ນໄມ້ກິນໝາກ ຕ່າງໆ ທັງເປັນຂອງຄົນເຊື້ອສາຍລາວ ແລະຄົນອາເມຣິກັນເຊື້ອສາຍອື່ນໆອີກ.
ທ່ານບົວສີ ແລະຫລານສາວ (ເສື້ອສີຟ້າອ່ອນ) ຂອງທ່ານໃນຈັງຫວັດອຸບົນປະເທດໄທ
ສະຫະລັດເປັນປະເທດທີ່ກວ້າງໃຫຍ່ໄພສານ, ມີຊື່ລືນາມວ່າ ເປັນດິນແດນແຫ່ງຄວາມຝັນຂອງຊາວໂລກ, ເປັນປະເທດທີ່ໃຫ້ໂອກາດແກ່ທຸກຄົນທີ່ມີຄວາມຂະ ຫຍັນໝັ່ນພຽນ ແລະໃຫ້ການຕ້ອນຮັບແກ່ອົບພະຍົບທຸກຊົນຊາດຊົນເຜົ່າຈາກທົ່ວ ໂລກ. ທ່ານບົວສີເອງທີ່ເປັນຊາວອົບພະຍົບກໍມີອາຊີບວຽກງານດີ, ທ່ານເປັນຜູ້ ອໍານວຍການສູນຊ່ວຍເຫລືອຊາວອາເມຣິກາ ເຊື້ອສາຍເອເຊຍຕາເວັນອອກສຽງ ໃຕ້ ແລະພັນລະຍາຂອງເພິ່ນກໍມີຮ້ານຂາຍເຄື່ອງແຫ້ງ ແລະສິນຄ້າທີ່ມາຈາກເຂດ ເອເຊຍ. ສ່ວນລູກສອງຄົນຂອງທ່ານນັ້ນ ກໍໄດ້ຮັບການສຶກສາຈົບປະລິນຍາຕີ ແລະມີອາຊີບການງານດີ.
ສະຫລຸບແລ້ວເມືອງແຟຣສໂນເປັນເມືອງໃຫຍ່ ຕັ້ງຢູ່ທາງພາກກາງຂອງລັດຄາລິຟໍເນຍ ທີ່ມີອາກາດທີ່ອົບອຸ່ນ ຊຶ່ງອໍານວນຄວາມສະດວກໃຫ້ແກ່ອົບພະຍົບຈາກລາວຫລາຍໆ ພັນຄົນທີ່ມາຕັ້ງຖິ່ນຖານຢູ່ໃນເຂດດັ່ງກ່າວ ໄດ້ທໍາອາຊີບ ປູກຝັງ ແລະທ່ານບົວສີເອງກໍໄດ້ມີສ່ວນປະກອບອັນຫລວງຫລາຍໃນການພັດ ທະນາຊຸມຊົນລາວຢູ່ເຂດນັ້ນ ແລະກໍເປັນຜູ້ນໍາພາໃນເລື້ອງສ້າງສາວັດວາ ແລະຮັກສາຮີດຄອງປະເພນີອັນດີງາມຂອງຄົນລາວໄວ້.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາວ ຊຶ່ງມື້ນີ້ທ່ານບົວສີ ກິດຕິພັນ ໄດ້ມາເລົ່າເຖິງເລື້ອງການຕັ້ງຖິ່ນຖານຂອງເພິ່ນຢູ່ໃນເມືອງແຟຣສໂນ ທາງພາກກາງຂອງລັດຄາລິຟໍເນຍ. ຂໍເຊີນບັນດາທ່ານພົບກັບ ລາຍການ ຊຸມຊົນລາວ ຂອງພວກເຮົາໄດ້ອີກ ໃນວັນອາທິດໜ້າເວລາດຽວກັນນີ້.