ບາລີ ໄວ້ອາໄລ ຄົບຮອບ 10 ປີ ໃນການວາງລະເບີດ ສະລະຊີບ (ສະໄລດ໌)

ບັນດາຜູ້ລອດຊີວິດ ແລະຍາດຕິພີ່ນ້ອງ ພາກັນໄວ້ອາໄລ ຄົບຮອບ 10 ປີ ຂອງການວາງລະເບີດສະລະຊິບ ທີ່ເກາະບາຫຼີ

ບັນດາ​ຜູ້​ລອດ​ຊີວິດ​ຫລາຍ​ຮ້ອຍ​ຄົນ ​ແລະ​ຍາດຕິ​ພີ່ນ້ອງ​ຂອງ
​ຜູ້​ເສຍ​ຊີວິດ ​ໄດ້​ພາ ກັນໄປເຕົ້າ​ໂຮມກັນ​ ຢູ່ທີ່​ເກາະ ​Bali ບ່ອນ​
ຕາກ​ອາກາດຂອງອິນ​ໂດ​ເນ​ເຊຍ ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ລະ​ລຶກ​
ເຖິງ​ວັນ​ຄົບຮອບ 10 ປີ​ຂອງ​ການວາງ​ລະ​ເບີດຮ້າຍ​ແຮງ ທີ່​
ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ເຖິງ 202 ຄົນ.


ມີການ​ຮັກສາ​ຄວາມ​ປ​ອດ​ໄພ​ຢ່າງ​ເຄັ່ງ​ຄັດ ​ໂດຍ​ມີ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ແລະ​ທະ ຫານ 2000 ຄົນ​ເຝົ້າ​ຍາມ​ຮັກສາ​ຄວາມ​ສະຫງົບ​ຢູ່ໃນ​ພິທີດັ່ງກ່າວຫລັງ​ຈາກ​ເຈົ້າ​ໜ້າ​ທີ່​ຕໍາ
ຫລວດ​ໄດ້​ລາຍງານ​ໃນຕົ້ນອາທິດ​ນີ້ວ່າ ມີ​ການຂົ່ມ​ຂູ່​ທີ່​ຈະ​ໂຈມ​ຕີບັນດາ​ແຂກ​ຜູ້​ມີ​ກຽດທີ່​ໄປ​ໃນ​ຮ່ວມພິທີ.

ນາຍົກລັດຖະມົນ​ຕີ ອອສ​ເຕ​ຣເລຍ ທ່ານ​ນາງ Julia Gillard ​ໄດ້​ນໍາພາ​ບັນດາ​ແຂກ​ຜູ້​ສໍາ
ຄັນ​ເຂົ້າ​ຮ່ວມ​ຢູ່່​ໃນ​ພິທີ. ທ່ານ​ນາງ​ໄດ້​ກ່າວຄໍາ​ປາ​ໄສ​ຢ່າງເຂັ້ມ​ແຂງ​ໂດຍ​ ​ເວົ້າ​ວ່າ ການ​ໂຈມ​ຕີທີ່​ໄດ້​ສັງຫານຊາວ​ອອສ​ເຕຣ​ເລຍ 88 ຄົນ ບໍ່​ໄດ້​ຊະນະ​ໃນ​ການ​ຕັດສິນ​ໃຈ​ຢ່າງ​ແນ່​ວ​ແນ່​ຂອງປະຊາ​ຊົນ​ອອສ​ເຕຣ​ເລຍ.

ທ່ານ​ນາງ​ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ລື​ມ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເສຍ​ໄປທັງ​ໝົດ. ພວກ​ເຮົາ​ຈະຍຶດ
ໝັ້ນ​ໃນ​ສິ່ງ​ທີ່​ຍັງ​ເຫລືອ​ຢູ່: ເພື່ອ​ຄວາມ​ຕັ້ງ​ອົກ​ຕັ້ງໃຈ​ຂອງ​ພວກ​ເຮົາ​ໃນ​ຖາ ນະປະຊາຊົນ​ຜູ້​ມີ​ເສລີທີ່​ຈະ​ສຳ​ຫຼວດ​ເບິ່ງ​ໂລກ ​ໂດຍ​ບໍ່​ກົ້ມ​ໜ້າໃຫ້​ແກ່​ຄວາ​ມ ຢ້ານກົວ; ​ເພື່ອ​ການ​ຕົກລົງ​ໃຈ​ທີ່​ຈະ​ເອົາ​ໄຊຊະນະ​ພວກກໍ່​ການ​ຮ້າຍ ​ແລະຕໍ່​ໜ້າ​ທີ່​ຂອງ​ພວກ​ເຮົາ ​ທີ່​ຈະເບິ່ງ​ແຍງ​ຊຶ່ງ​ກັນ
ແລະ​ກັນ.”

ການ​ໂຈມ​ຕີ​ໃນ​ປີ 2002 ຢູ່ໄນຄລັບສອງ​ແຫ່ງ ທີ່​ເກາະ​ Bali ແມ່ນນໍາ​ພາ​ໂດຍ​ພວກ​ວາງ​ລະ​ເບີດ​ສະລະ​ຊີບຂອງ​ກຸ່ມ​ Jemaah Islamiyah ຊຶ່ງ​ເປັນ​ເຄືອ​ຂ່າຍ ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ຂ້າມ​ຊາດ​ອາລກາ​ອີ​ດານັ້ນ. ​ເຫດການ​ດັ່ງກ່າວ​ໄດ້​ຕິດຕາມ​ມາ​ດ້ວຍ​ຄື້ນຟອງ​ການ​ໂຈມ​ຕີກໍ່​ການ​ຮ້າຍ​ໃນ​ທົ່ວອິນ​ໂດ​ເນ​ເຊຍ ຊຶ່ງ​ເປັນປະ​ເທດທີ່​ມີ​ປະຊາກອນ​ນັບຖື​ສາສະໜາ​ອິສລາມ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ພິທີລະນຶກເຖິງຜູ້ໄດ້ຮັບເຄາະ ຈາກການວາງລະເບີດ ທີ່ເກາະບາຫລີ