ຊາວກະສິກອນພາກັນໂຕ້ຖຽງກັນ ກ່ຽວກັບການແບ່ງປັນເງິນອຸດໜູນ ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ

ບັນດານັກເຄື່ອນໄຫວເຂົ້າຮ່ວມການປະທ້ວງ ຢູ່ທີ່ກອງປະຊຸມສຸດຍອດດ້ານສະພາບອາກາດຂອງອົງການສະຫະປະຊາຊາດ COP29 ໃນນະຄອນຫຼວງບາກູ, ປະເທດອາເຈີບາຍຈານ. (AP Photo/Rafiq Maqbool)

ຄວາມຮ້ອນທີ່ຮຸນແຮງໃນປີນີ້ ໄດ້ທໍາລາຍໝາກນັດໃນສວນຂະໜາດນ້ອຍຂອງ ທ່ານນາງ ອິສເຕີ ເພນູເນຍ (Esther Penunia) ໃນຟີລິບປິນ, ເຊິ່ງໄດ້ສ້າງ ຄວາມຜິດຫວັງຢ່າງຫຼວງຫຼາຍກວ່າໄພພິບັດ ເນື່ອງຈາກ ທ່ານນາງ ເພນູເນຍ ບໍ່ໄດ້ເພິ່ງພາດ້ານກະສິກໍາສໍາລັບການດໍາລົງຊີວິດ. ແຕ່ ທ່ານ ເພນູເນຍ ມີຄວາມກັງວົນກ່ຽວກັບຊາວກະສິກອນຂະໜາດນ້ອຍຫຼາຍລ້ານຄົນຢູ່ໃນໂລກຜູ້ມີອາຊີບດຽວກັນກັບນາງທີ່ເພິ່ງພາອາໄສນາເຂົ້າ, ສວນໝາກພ້າວ ແລະໜານ ປູກຜັກ ທີ່ໄດ້ຮັບໄພຂົ່ມຂູ່ຈາກການປ່ຽນແປງຂອງດິນຟ້າອາກາດ.

ນັ້ນແມ່ນເຫດຜົນທີ່ນາງຫວັງວ່າ ປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ສະພາບອາກາດຂອງອົງການສະຫະປະຊາຊາດໃນປີນີ້ ຈະອຸທິດເງິນຈໍານວນ ນຶ່ງເພື່ອຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດທີ່ມີຜົນຕໍ່ການກະເສດ ແລະ ຄອບຄົວຂອງຊາວກະສິກອນ ທີ່ລ້ຽງດູປະຊາຊົນສ່ວນໃຫຍ່ໃນຫຼາຍໆປະເທດ ທົ່ວໂລກ.

ທ່ານນາງ ເພນູເນຍ, ປະທານສະມາຄົມຊາວກະສິກອນແຫ່ງເອເຊຍ ສົງໄສວ່າ “ເຈົ້າບໍ່ຊ່ວຍຊາວກະສິກອນຂະໜາດນ້ອຍ, ແລ້ວເຈົ້າຈະເອົາອາຫານຂອງເຈົ້າ ມາແຕ່ທາງໃດ? ໃຜຈະເຮັດໄຮ່ນາຮົ້ວສວນສໍາລັບພວກເຈົ້າ? ແມ່ນໃຜຊິຫາປາ, ຜູ້ໃດຈະຊອກຫານໍ້າເຜິ້ງ, ໃຜຈະປູກຜັກສໍາລັບພວກເຈົ້າ?”

ຫຼາຍໆປະເທດ, ໂດຍສະເພາະບັນດາປະເທດທີ່​ມີ​ເສດ​ຖະ​ກິດ​ຕ່ຳ, ມີຄວາມຕ້ອງ ການເງິນເພື່ອຊ່ວຍສໍາລັບຟື້ນຟູໃນທຸກໆເດືອນ ເວລາທີ່ພະຍຸໄຕ້ຝຸ່ນໄດ້ທໍາລາຍ ທົ່ງໄຮ່ທົ່ງນາ, ເພື່ອຮັບປະກັນດ້ານໄພແຫ້ງແລ້ງທີ່ຮ້າຍແຮງກວ່າເກົ່າສໍາລັບ ຊາວກະສິກອນ ແລະເພື່ອການກະກຽມແນວພັນທີ່ດີກວ່າເກົ່າສໍາລັບໂລກຮ້ອນ, ປຸຍທີ່ດີກວ່າເກົ່າ ແລະນໍ້າ ທີ່ມີພື້ນຖານໂຄງລ່າງທີ່ດີກວ່າເກົ່າ. ແຕ່ມີຊ່ອງ ຫວ່າງຢ່າງຫຼວງລະຫວ່າງເງິນທຶນດ້ານດິນຟ້າອາກາດ 1 ພັນຕື້ໂດລາ ທີ່ປະ ເທດທຸກຍາກມີຄວາມຕ້ອງການ, ອີງຕາມຜູ້ຊ່ຽວຊານຈາກສະຖາບັນຊັບພະຍາ ກອນໂລກ, ແລະສິ່ງທີ່ປະເທດຮັ່ງມີກຽມພ້ອມທີ່ຈະຈ່າຍ.

ບໍ່ວ່າຂໍ້ຕົກລົງໃດຈະບັນລຸກໍ່ຕາມ, ແນ່ນອນວ່າ ຕ້ອງມີການໃຊ້ຈ່າຍທີ່ປະຫຍັດ. ແລະມີການໂຕ້ຖຽງກັນກ່ຽວກັບຈໍານວນເງິນເທົ່າໃດຄວນໃຊ້ເຂົ້າໃນພາກສ່ວນກະສິກໍາ ແລະຫຼາຍປານໃດຕໍ່ການຕັດການປ່ອຍອາຍພິດເຮືອນແກ້ວ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

BAKU, Azerbaijan (AP) — Extreme heat ruined the pineapples on Esther Penunia's small farm in the Philippines this year, more disappointment than catastrophe since Penunia doesn't depend on the farm for a living. But Penunia worries about the millions of small farmers in her part of the world who do depend on rice paddies, coconut groves and vegetable patches that are all threatened by climate change.

That’s why she’s hoping that countries at this year’s United Nations climate summit will dedicate some of the money for fighting climate change to agriculture — and the family farmers who feed most of the people in many parts of the world.

“You don’t help small farmers, where will you get your food?" wondered Penunia, secretary general of the Asian Farmers Association. "Who will farm for you? Who will catch the fish, who will get the honey, who will plant your vegetables?”

Many countries, especially in the Global South, need money to help pay for the months of recovery when typhoons wreck fields, to insure farmers against more extreme droughts and to prepare for a hotter world with better seeds, better fertilizers and better water infrastructure. But there's a massive gap between the $1 trillion in climate finance that poorer countries need, according to experts from the World Resources Institute, and what richer countries are prepared to pay.

Whatever deal is reached, it's certain that the money will have to be stretched. And there's debate about exactly how much money should go toward agriculture and how much toward cutting fossil fuel emissions.