ທ່ານ Gingrich ຊະນະ ການເລືອກຕັ້ງຂັ້ນຕົ້ນ ທີ່ລັດແຄໂຣໄລນາໃຕ້ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ທ່ານ Newt Gingrich ແລະພັນລະຍາໂບກມືໃສ່ຝູງຊົນທີ່ເມືອງ Columbia ລັດແຄໂຣໄລນາໃຕ້. ວັນທີ 22 ມັງກອນ 2012.

ອະດີດ​ສະມາຊິກ​ສະພາ​ຕໍ່າ Newt Gingrich ຊະນະ​ການ​ເລືອກ​ຕັ້ງ​ປະທານາທິບໍດີຂັ້ນ​ຕົ້ນ
ຂອງ​ພັກ Republican ​ໃນ​ລັດ Carolina ​ໃຕ້ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະ
ລັດ ​ນໍາ​ຄວາມ​ສັບສົນ​ມາສູ່ການ​ດໍາ​ເນີນ​ຂັ້ນ​ຕອນ​ຂອງ​ພັກ ​ເພື່ອ​ຊອກ​ຫາ​ຜູ້​ຕາງໜ້າ​ພັກ​ເຂົ້າ
ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ​ໃນ​ເດືອນ​ພະຈິກ​ປີ​ນີ້.

ທ່ານ Gingrich ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 40 ​ເປີ​ເຊັນ ໃນ​ການເລືອກຕັ້ງ​ຂັ້ນ​ຕົ້ນ ​ທີ່​ມີປະ
ຊາຊົນ​ໄປ​ປ່ອນ​ບັດ​ໃນ​ຈໍານວນ​ຫລາຍເປັນ​ປະວັດການ. ສ່ວນ​ທ່ານ Mitt Romney ອະດີດ
ຜູ້​ປົກຄອງ​ລັດ Massachusetts ມາ​ໃນ​ອັນ​ດັບ​ສອງ ​ໂດ​ຍ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 28
ເປີ​ເຊັນ.

ທ່ານ Gingrich ​ໄດ້ກ່າວໂອ້​ອວດ​ໄຊຊະນະ​ຂອງ​ທ່ານ​ ​ດ້ວຍ​ຄໍາເວົ້າທີ່ເປັນ​ການ​ເວົ້າໃສ່​ຢ່າງ​
ຈະ​ແຈ້ງ​ຕໍ່​ທ່ານ Romney ທີ່​ໄດ້​ປະ​ເຊີນ​ກັບ​ການ​ຕໍາ​ໜິຕິຕຽນຈາກ​ພວກ​ຄູ່​ແຂ່ງພັກ​ດຽວ​ກັນ ​
ກ່ຽວ​ກັບ​ຄວາມ​ຮັ່ງມີ​ຂອງ​ທ່ານ​ຣອມນີນັ້ນໂດຍ​ກ່າວ​ວ່າ :

“ພວກ​ເຮົາ​ບໍ່​ມີ​ເງິນ​ຫລາຍ​ເທົ່າ​ກັນ​ກັບ​ຢ່າງ​ໜ້ອຍ​ຜູ້​ສະມັກ​ແຂ່ງຂັນ​ຄົນ​ນຶ່ງຂອງພວກ​ເຮົາ ​ແຕ່
ພວກ​ເຮົາ​ຫາກ​ມີ​ແນວ​ຄິດແລະ​ພວກ​ເຮົາ​ມີປະຊາຊົນ ​ຢູ່ກັບ​ພວກ​ເຮົາ ​ແລະ​ພວກ​ເຮົາ​ໄດ້​ພິ​ສູດ
ໃຫ້​ເຫັນ​ຢູ່​ໃນ​ລັດ Carolina ​ໃຕ້ ວ່າ​ອໍານາດ​ຂອງ​ປະຊາຊົນ​ທີ່ມີ​ແນວ​ຄິດ​ທີ່​ຖືກຕ້ອງນັ້ນ
ສາມາດ​ເອົາ​ຊະນະຄວາມ​ຮັ່ງມີໄດ້ ​ແລະ​ພ້ອມ​ກັບ​ການ​ຊ່ອຍ​ເຫລື​ອຈາກ​ພວກ​ທ່ານນີ້ ພວກ
ເຮົາຈະ​ພິສູດ​ໃຫ້​ເຫັນ​ຕື່ມ​ອີກ​ ໃນ​ລັດ Florida.”

ພຽງເມື່ອ​ນຶ່ງ​ສັບປະດາ​ກ່ອນ​ນີ້ ​ໃຜໆ​ກໍຄາດ​ວ່າ​ທ່ານ Romney ຈະ​ເປັນ​ຊະນະຢ່າງ​ງ່າຍ
ດາຍ ​ແຕ່​ໜ່ວຍ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ໄດ້​ປະ​ເຊີນ​ກັບ​ການ​ໂຈມ​ຕີ​ຢ່າງ​ໜັກ​ກ່ຽວ​ກັບ​
ອາຊີບ​ຂອງທ່ານ​ໃນ​ຖານະ​ເປັນນັກ​ລົງທຶນ​ນັ້ນ.

ຫລັງ​ຈາກ​ຮູ້ຈັກຜົນຂັ້ນ​ຕົ້ນ​ຂອງ​ການ​ເລືອກຕັ້ງ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ Romney ​ໄດ້​ທໍາ​
ການ​ໂຈມ​ຕີ​ຄືນ ​ໂດຍ​ກ່າວ​ຕໍາ​ໜິຕິຕຽນ​ທັງ​ປະທານາທິບໍດີ​ ບາຣັກ​ ໂອ​ບາ​ມາ​ ແລະ​ພວກ​
ຄູ່ແຂ່ງ​ຈາກ​ພັກ Republican ຂອງທ່ານ.

ຜູ້​ທີ່​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ອັນ​ດັບ​ສາມ​ໃນ​ລັດ Carolina ​ໃຕ້ ​ໄດ້​ແກ່ອະດີດ​ສະມາຊິກ​
ສະພາ​ສູງ​ສະຫະລັດ Rick Santorum ຈາກ​ລັດ Pennsylvania ຊຶ່ງ​ໄດ້​ຮັບ 17ເປີ​ເຊັນ ​
ແລະ​ຮອງ​ອັນ​ດັບ​ລົງ​ມາ​ໄດ້​ແກ່​ທ່ານ Ron Paul ສະມາຊິກ​ສະພາ​ຕໍ່າ​ຈາກ​ລັດTexas ຊຶ່ງ​
ໄດ້ຮັບ 13 ​ເປີ​ເຊັນ.

ເບິ່ງວີດີໂອ ຊາວລັດແຄໂຣໄລນາໃຕ້ ປ່ອນບັດ: