ບັນດາຜູ້ສະມັກຂອງພັກຣີພັບບລີກັນທີ່ພວມແຂ່ງຂັນເພື່ອໃຫ້ໄດ້ຮັບການຖືກແຕ່ງຕັ້ງເປັນ
ຜູ້ຕາງໜ້າຂອງພັກ ໃນການເລືອກຕັ້ງປະທານາທິບໍດີສະຫະລັດ ສືບຕໍ່ການໂຄສະນາຫາ
ສຽງທີ່ລັດ South Carolina ໃນວັນເສົາມື້ນີ້ ເຖິງແມ່ນການປ່ອນບັດໃນການເລືອກຕັ້ງ
ຂັ້ນຕົ້ນຢູ່ທີ່ລັດດັ່ງກ່າວ ເລີ່ມຂຶ້ນກໍຕາມ.
ອີງຕາມອົງການຂ່າວຣອຍເຕີ້ແລ້ວ ການເລືອກຕັ້ງທີ່ລັດ South Carolina ແມ່ນດຸເດືອດ
ຫຼາຍໂດຍທີ່ທ່ານ Mitt Romney ແລະທ່ານ Newt Gingrich ມີໝາຍກຳນົດຈະຢຸດແວ່
ໂຄສະນາຫາສຽງໃນເວລາແລະສະຖານທີ່ດຽວກັນໃນວັນເສົາມື້ນີ້.
ການຢັ່ງຫາງສຽງປະຊາຊົນເມື່ອໄວໆມານີ້ສະແດງໃຫ້ເຫັນວ່າ ການສະໜັບສະໜຸນຕໍ່ອະດີດ
ປະທານສະພາຕໍ່າສະຫະລັດທ່ານ Newt Gingrich ພວມຖີບໂຕສູງຂຶ້ນຂະນະທີ່ທ່ານທ້າ
ທາຍຕໍ່ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney.
ໃນມື້ວານນີ້ທ່ານ Romney ໄດ້ພະຍາຍາມລົດຄວາມຄາດຫວັງຂອງທ່ານລົງໂດຍເວົ້າວ່າ
ຈະເປັນການແຂ່ງຂັນທີ່ມີຄະແນນໃກ້ຄຽງກັນຫຼາຍໃນນາທີສຸດທ້າຍ ຊຶ່ງເປັນເລື່ອງທີ່ໜ້າຕື່ນ
ເຕັ້ນ. ເມື່ອນຶ່ງອາທິດກ່ອນນັ້ນ ການຢັ່ງຫາງສຽງທາງດ້ານການເມືອງຫຼາຍໆຄັ້ງສະແດງໃຫ້
ເຫັນວ່າທ່ານ Romney ຈະໄດ້ຮັບໄຊຊະນະຢ່າງງ່າຍດາຍໃນການແຂ່ງຂັນທີ່ລັດ South
Carolina. ແຕ່ລຸນຫຼັງທີ່ໄດ້ມີການກ່າວໂຈມຕີຢ່າງໜັກຈາກພວກຂູ່ແຂ່ງ ແລະມີການປ່ຽນ
ແປງຢ່າງໃຫຍ່ໃນການແຂ່ງຂັນ ໃນສັບປະດານີ້ແລ້ວການຢັ່ງຫາງສຽງຫຼາຍໆຄັ້ງແລະພວກ
ນັກວິເຄາການເມືອງກ່າວວ່າ ການແຂ່ງຂັນອາດຈະມີຄະແນນສຽງໃກ້ຄຽງກັນກວ່ານັ້ນ.
ທ່ານ Gingrich ອາດໄດ້ຮັບຜົນປະໂຫຍດຍ້ອນການຕັດສິນໃຈຖອນໂຕຈາກການແຂ່ງຂັນ
ຂອງຜູ້ປົກຄອງລັດເທັກຊັສ ທ່ານ Rick Perry ໃນມື້ວັນພະຫັດຜ່ານມາແລະປະກາດໃຫ້
ການສະໜັບສະໜຸນທ່ານ.
ເບິ່ງວີດີໂອ ກ່ຽວກັບລັດ South Carolina: