ລາວຮວມຢູ່ໃນ 10 ປະເທດ ທີ່ຈະມີ ການຂະຫຍາຍໂຕສູງ ໃນປີ 2012 ນີ້

A Kashmiri woman walks at a tulip garden in the outskirts of Srinagar, India.

ວາລະສານ The Economist ຈັດໃຫ້ລາວເປັນ 1 ໃນ 10 ປະເທດ ທີ່ຈະມີການເຕີບໂຕ ທາງດ້ານເສດຖະກິດສູງສຸດ ຂອງໂລກໃນຕະຫຼອດປີ 2012 ໂດຍຄາດໝາຍວ່າ ເສດຖະ ກິດຂອງລາວຈະຂະຫຍາຍໂຕ ປະມານ 7.9%.

The Economist ຊຶ່ງເປັນວາລະສານທາງດ້ານເສດຖະກິດລະດັບນໍາຂອງໂລກ ໄດ້ສະເໜີ
ລາຍງານຄາດໝາຍການເຕີບໂຕທາງເສດຖະກິດຂອງໂລກ ປະຈໍາປີ 2012 ນີ້ວ່າ ປະເທດ
ທີ່ຖືກຄາດໝາຍວ່າ ຈະມີອັດຕາການຂະຫຍາຍໂຕທາງເສດຖະກິດສູງສຸດໃນ 10 ອັນດັບ
ຂອງໂລກ ຕະຫຼອດປີນີ້ ກໍຄືເຂດປົກຄອງພິເສດມ່າເກົ້າຂອງຈີນ ຊຶ່ງຄາດວ່າ ເສດຖະກິດ
ຈະຂະຫຍາຍໂຕເພີ່ມຂຶ້ນເຖິງ 15% ເມື່ອທຽບກັບປີ 2011 ທີ່ຜ່ານມາ.

ສ່ວນອີກ 9 ປະເທດທີ່ຕິດຕາມມານັ້ນ ກໍປະກອບດ້ວຍ ມົງໂກເລຍ, ລິເບຍ, ອີຣັກ, ອັງໂກລາ,
ໄນຈີເລຍ, ຈີນ, ອີທິໂອເປຍ, ຣະວັນດາ ແລະລາວ ຕາມລໍາດັບ ຊຶ່ງຄາດໝາຍວ່າ ເສດຖະກິດ ຈະຂະຫຍາຍໂຕໃນອັດຕາສະເລ່ຍ ຕັ້ງແຕ່ 7.9% ຂຶ້ນໄປຈົນເຖິງ 14.8% ຊຶ່ງກໍໝາຍຄວາມ
ວ່າ ລາວທີ່ຖືກຈັດໃຫ້ຢູ່ໃນອັນດັບທີ່ 10 ຂອງໂລກນັ້ນ ຈະມີການຂະຫຍາຍໂຕທາງເສດຖະ
ກິດ ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7.9% ໃນຕະຫຼອດປີ 2012 ນີ້ນັ້ນເອງ.

ລາວຮວມຢູ່ໃນ 10 ປະເທດ ທີ່ຈະມີ ການຂະຫຍາຍໂຕສູງ ໃນປີ 2012 ນີ້

ແຕ່ຢ່າງໃດກໍຕາມ ການຄາດໝາຍການຂະຫຍາຍໂຕ
ທາງເສດຖະກິດຂອງລາວໂດຍ The Economist ດັ່ງ
ກ່າວນີ້ ກໍເປັນເອກະພາບກັນກັບການຄາດໝາຍຂອງ
ທະນາຄານໂລກ ເນື່ອງຈາກວ່າ ສໍານັກງານປະຈໍາພາກ
ພຶ້ນອາຊີຕາເວັນອອກ ແລະປາຊີຟິກຂອງທະນາຄານໂລກນັ້ນ ໄດ້ສະເໜີລາຍງານການຄາດ
ໝາຍໃນໄລຍະກ່ອນໜ້ານີ້ວ່າ ເສດຖະກິດຂອງລາວຈະຂະຫຍາຍໂຕໃນອັດຕາສະເລ່ຍບໍ່ເກີນ
7.5% ໃນຕະຫຼອດປີ 2012 ຊຶ່ງລົດລົງຈາກ 8% ໃນປີ 2011 ໂດຍມີສາເຫດມາຈາກວິກິດ
ການທາງເສດຖະກິດຂອງໂລກ ແລະ ວິກິດທາງການເງິນໃນສະຫະພາບຢຸໂຣບ ທີ່ຈະເຮັດໃຫ້
ການລົງທຶນຈາກຕ່າງປະເທດໃນລາວ ແລະການສົ່ງອອກສິນຄ້າຂອງລາວ ໄປຕ່າງປະເທດ
ຕ້ອງຫລຸດລົງໄປນໍາ.

ທາງດ້ານທະນາຄານພັດທະນາເອເຊຍ (ADB) ທີ່ມີສໍານັກງານປະຈໍາປະເທດລາວ ກໍໄດ້ໃຫ້
ການຄາດໝາຍວ່າ ເສດຖະກິດຂອງລາວໃນຕະຫຼອດປີ 2012 ນີ້ ຈະມີການຂະຫຍາຍໂຕ
ເພີ່ມຂຶ້ນ ໃນລະດັບຕໍ່າກວ່າປີ 2011 ຊຶ່ງກໍຄືການຫລຸດລົງຈາກ 8.1% ມາເປັນບໍ່ເກີນ 7.6%
ໂດຍມີສາເຫດມາຈາກການນໍາເຂົ້າສິນຄ້າອຸປະໂພກບໍລິໂພກ ແລະນໍ້າມັນເຊື້ອໄຟທີ່ມີລາຄາ
ເພີ່ມຂຶ້ນຢ່າງຕໍ່ເນື່ອງ ທີ່ນອກຈາກຈະເຮັດໃຫ້ປະຊາຊົນລາວຕ້ອງປະເຊີນກັບບັນຫາຄ່າຄອງ
ຊີບທີ່ສູງຂຶ້ນແລ້ວ ກໍຍັງຈະເຮັດໃຫ້ເກີດບັນຫາໄພເງິນເຟີ້ ທີ່ອາດຈະສູງເຖິງ 8.5% ອີກດ້ວຍ.

ພິທີວາງສີລາເລີກເພື່ອກໍ່ສ້າງໂຮງງານຜະລິດປຸຍ ທີ່ລາວ ທີ່ຈັດຂຶ້ນໃນປີ 2011 ທີ່ຜ່ານມານີ້

ຍິ່ງໄປກວ່ານັ້ນ ADB ຍັງໄດ້ເຕືອນດ້ວຍວ່າ
ບັນຫາທີ່ໜ້າເປັນຫ່ວງອີກຢ່າງນຶ່ງ ກໍຄື
ຄວາມແຕກໂຕນກັນຂອງລະດັບການພັດ
ທະນາເສດຖະກິດ ແລະລາຍໄດ້ຂອງປະຊາ
ຊົນລາວ ໃນເຂດຕົວເມືອງກັບເຂດຊົນນະບົດ
ເພາະຖ້າຫາກວ່າ ລັດຖະບານລາວດໍາເນີນ
ການປະຕິບັດແຜນການພັດທະນາເສດຖະ
ກິດ-ສັງຄົມ ໂດຍຂາດການກະຈາຍຜົນປະ
ໂຫຍດໄປສູ່ເຂດຊົນນະບົດນັ້ນແລ້ວ ກໍຍິ່ງຈະ
ເຮັດໃຫ້ເກີດບັນຫາແຕກໂຕນກັນຫຼາຍຂຶ້ນ
ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຕົວເມືອງກັບເຂດຊົນນະບົດນັ້ນເອງ.

ແຕ່ຢ່າງໃດກໍຕາມ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາ ວຽກງານທາງດ້ານເສດຖະກິດຂອງລັດຖະບານລາວ ກໍໄດ້ຖະແຫຼງຢືນຢັນວ່າ ເປົ້າໝາຍ ທີ່ສໍາຄັນທີ່ສຸດຂອງລັດຖະບານໃນໄລຍະຕໍ່ໄປນີ້ ກໍຄືການເຮັດໃຫ້ປະຊາຊົນລາວຫຼຸດພົ້ນ ຈາກຄວາມທຸກຍາກໃຫ້ໄດ້ໂດຍພຶ້ນຖານ ດັ່ງທີ່ທ່ານ ສົມສະຫວາດ ໄດ້ຖະແຫລງວ່າ:

ການເປີດສູນສໍາລະທະນາຄານລະຫວ່າງລາວ ແລະຫວຽດນາມ ທີ່ຈັດຂຶ້ນ ໃນປີ 2011

ພວກເຮົາວາງຈຸດໝາຍ
ລວມຂອງແຜນພັດທະນາ
ເສດຖະກິດ-ສັງຄົມ 5 ປີ
ຄັ້ງທີ
7 ດັ່ງນີ້ ເຮັດໃຫ້ເສດ
ຖະກິດແຫ່ງຊາດຂະຫຍາຍ
ໂຕຢ່າງຕໍ່ເນື່ອງ ແລະໝັ້ນ
ທ່ຽງ ເຖິງປິ 2015 ລວມຍອດ
ມູນຄ່າຜະລິດຕະພັນລວມ
ພາຍໃນ
ໄລ່ສະເລ່ຍຕໍ່ຫົວຄົນ
ໄດ້
1,700 ໂດລາ ບັນລຸເປົ້າ
ໝາຍ ເພື່ອເອົາປະເທດເຮົາ
ຫຼຸດພົ້ນຈາກສະຖານນະພາບປະເທດດ້ອຍພັດທະນາ ໃນປີ 2020
.

ໂດຍອີງຕາມມະຕິຂອງກອງປະຊຸມໃຫ່ຍຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວນັ້ນ ລັດຖະ
ບານກໍໄດ້ວາງ ເປົ້າໝາຍທີ່ຈະພັດທະນາເສດຖະກິດໃນໄລຍະຈາກປີ 2011-2015 ໃຫ້ຂະ
ຫຍາຍໂຕໃນອັດຕາສະເລ່ຍ ບໍ່ຫຼຸດ 8% ຕໍ່ປີ ຊຶ່ງຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ
ປະເທດ (GDP) ມີມູນຄ່າລວມທີ່ວັດສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ເຖິງ 1,700
ໂດລາຕໍ່ຄົນ ໃນປີ 2015 ທັງຍັງຈະເຮັດໃຫ້ອັດຕາຄວາມຍາກຈົນຂອງຄົນລາວ ຫລຸດລົງ
ເຫຼືອບໍ່ເກິນ 10% ຂອງປະຊາກອນທັງໝົດ ໃນປີ 2015 ດັ່ງກ່າວອີກດ້ວຍ.