ປະຊາຄົມລາວ ຫາລາຍໄດ້ ຊ່ວຍອົງການເກັບກູ້ລະເບີດ MAG ຢູ່ໃນລາວ (ວີດີໂອ)

ເມື່ອໄວໆມານີ້ ບັນດາສະມາຊິກປະຊາຄົມລາວ ໃນຂົງເຂດນະຄອນຫລວງວໍຊິງຕັນ ໄດ້ຈັດ ງານຫາລາຍໄດ້ ເພື່ອນໍາເງິນໄປສົມທົບເຂົ້າໃສ່ການໃຊ້ຈ່າຍ ໃນການເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ໃນປະເທດລາວ. ກິ່ງສະຫວັນໄດ້ໄປຮ່ວມໃນງານນີ້ ແລະມີ ລາຍລະອຽດມາເລົ່າສູ່ທ່ານຟັງ.

ວີດີໂອພາສາອັງກິດ ເລື້ອງ Surviving the Peace ທີ່ນໍາມາສະເໜີໃຫ້ຊົມ
ໃນງານຫາລາຍໄດ້:

http://www.voanews.com/templates/widgetDisplay.html?id=137915223&player=article

ລາວເປັນ​ປະ​ເທດ​ທີ່ໄດ້​ຮັບ​ເຄາະ​ຮ້າຍ​ຈາ​ກການ​ຖີ້ມລະ​ເບີດ​ໃສ່ຫລາຍທີ່​ສຸດ​ໃນສ​ະໄໝ
ສົງ​ຄາມອິນ​ໂດ​ຈີນ​. ອິງຕາມ​ຕົວ​ເລກ​ຂອງອົງການ MAG ກໍ​ແມ່ນ​ວ່າ ​ໃນ​ລະຫວ່າງ​ປີ
1964 ຫາ 1975 ລະ​ເບີດຈໍາ​ນວນສອງ​ລ້ານ​ຕັນ ​ໄດ້​ຖືກຖີ້ມລົງໃສ່​ປະ​ເທດລາວ. ໃນ​ນັ້ນ
​ແມ່ນ​ຮວມ​ທັງລະ​ເບີດລູກ​ຫວ່ານ ຫລື bombies 270 ລ້ານ​ໜ່ວຍ ຊຶ່ງ​ຍັງ​ມີປະມານ 80
ລ້ານລູກ​ ທີ່​ຍັງຕົກ​ຄ້າງ ​ບໍ່ທັນ​ແຕກຢູ່​ໃນ​ແຜ່ນ​ດີ​ນລາວ.

MAG ​ຫລື Mines Advisory Group ເປັນອົງການ​ເກັບ​ກູ້​ລະ​ເບີດຂອງເອກະ​ຊົນ​ ເພື່ອ
ຊ່ວຍ​ເຫລືອດ້ານ​ມະນຸດສະ​ທໍາ ​ແລະບໍ່​ສ້າງ​ຜົນ​ກໍາ​ໄລ ມີ​ສໍານັກງານ​ໃຫຍ່​ຢູ່ທີ່​ເມືອງ
Manchester ປະ​ເທດ​ອັງກິດ ​ແລະມີ​ຫ້ອງການ​ຕາງໜ້າ​ທີ່ນະ​ຄອນ​ຫລວງ​ ວໍ​ຊິງ​ຕັນ ດີ​.ຊີ​.
​ຊຶ່ງໄດ້ຕັ້ງ​ຂື້ນ​ມາ​ໃນ​ປີ 2000. ປັດຈຸບັນນີ້ MAG ​ກໍາລັງ​ປະຕິບັດ​ງານ​ຢູ່​ໃນສາມ​ຂົງ​ເຂດ ຄື
ອາ​ຟຣິກາ ພາກຕາ​ເວັນ​ອອກ​ກາງ ​ແລະເອ​ເຊຍ ຮວມທັງ​ໝົດ​ 17 ປະ​ເທດ​ ໂດ​ຍ​ນໍາພາ
​ແລະຝຶກ​ສອນປະຊາຊົນ​ທ້ອ​ງຖີ່​ນໃຫ້ ເປັນ​ຜູ້ເຮັດ​ວຽກ​ເກັບ​ກູ້​ລະ​ເບີດ​ເອົາ​ເອງ ຢູ່​ໃນ​ປະ​ເທດ​
ຂອງ​ເຂົາ​ເຈົ້າ.

ອົງການ MAG ໄດ້ເລີ້ມປະ​ຕິ​ບັດງານ​ຢູ່ໃນ​ລາວມາແຕ່ຕົ້ນຊຸມ​ປີ 1990 ໂດຍ​ເຈາະຈົງ​ເກັບ
​ກູ້​ແລະທໍ​າລາຍລະເບີດ ຢູ່​ໃນ​ເຂດ​ທີ່​ມີ​ປະ​ຊາຊົນອາ​ໃສ​ຢູ່ ແລະທໍາ​ມາ​ຫາກີ​ນຢູ່ເທົ່າ​ນັ້ນ​.
​ລະຫວ່າງ​ປີ ​ 2007-2011 ອົງການ MAG ໄດ້​ເກັບ​ກູ້​ແລະ​ຍົກຍ້າຍ​ລະ​ເບີດ ຈໍານວນ​
23.778 ໜ່ວຍ ​ແລະ ທໍາລາຍ 145.000 ໜ່ວຍ​ ຊຶ່ງ​ໄດ້ຊ່ວຍ​ໃຫ້ປະຊາກອນ​ລາວ ຈໍາ​ນວນ
330.000 ຄົນ​ ສາມາດສ້າ​ງສາ​ປະຊາ​ຄົມໃຫ້​ເປັນ​ບ່ອນ​ ທໍາ​ມາ​ຫາ​ກິນ ​ແລະດໍາລົງ​ຊີວິດຢູ່
ດ້ວຍ​ຄວາມ​ປອດ​ໄພ.

ແຕ່ລະ​ປີ ອົງການ MAG ​ໄດ້​ຮັບ​ທຶນ​ຈາກ​ ກະ​ຊວງ​ການ​ຕ່າງປະ​ເທດຂອງສະຫະລັດອາ​ເມ
ຣິ​ກາ ​ເປັນ​ຈໍານວນ​ຫລາຍ​ລ້ານ​ໂດ​ລາ. ​ນອກນັ້ນ​ຍັງໄດ້​ມາ​ຈາກສ່ວນ​ບຸກຄົນ ອົງການ​ຈັດ​ຕັ້ງ
ແລະ​ບໍລິ​ສັດ​ຕ່າງໆ ​ໂດຍ​ສະ​ເພາະ​ຢ່າງ​ຍິງ​ແມ່ນ​ການ​ຫາ​ລາຍໄດ້​ປະ​ຈໍາ​ປີມາ​ສົມທົບທຶນບໍລິ
ຫານວຽກງານ​ເກັບ​ກູ້​ລະ​ເບີດ​ທັງ​ໝົດ.

ການສະແດງຟ້ອນດອກຈໍາປາ ພາຍໃຕ້ການບັນເລງດົນຕີແລະຮ້ອງປະກອບໂດຍເດັກ
ນັກຮຽນລາວ-ອາເມຣິກັນ ຂອງສະມາຄົມສະຕີລາວ-ອາເມຣິກັນແຫ່ງຂົງເຂດນະຄອນ
ຫລວງວໍຊິງຕັນ.

ງານ​ຫາ​ລາຍ​ໄດ້​ໃນ​ເດືອນ​ແລ້ວ​ນີ້ ​ແມ່ນເທື່ອ​ທໍາ​ອິດທີ່ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ ​ດີ​ຊີ ​ຂອງອົງການ
MAG ສໍາລັບ​ປີ 2012 ນີ້​ ​ທີ່​ຮ້ານ​ອາຫານ​ຈີນແຫ່ງ​ນຶ່ງ​ ​ໂດຍໄດ້​ຮັບ​ການປະສານ​ງານຈາກ
ທ່ານກາຍ​ຍະ​ສິດ ຣັດຕະນະ​ວົງກົດ ​ທີ່ເປັນ​ຫລັກ​ອຸດ​ໜຸນ​ທາງ​ດ້ານການ​ເງິນ ​ແລະ​ດ້ວຍ​ການ
ຮ່ວມ​ມືຈາກອົງການ​ຈັດ​ຕັ້ງ​ອື່ນໆ​ຂອງ​ຊາວ​ລາວໃນເຂດ​ນີ້ ​ໂຮມ​ທັງ​ສະມາຄົມ​ສະຕີ ​ລາວ​-
ອາ​ເມຣິກັນ ທີ່​ໄດ້ຈັດການ​ສະ​ແດງສິນ​ລະ​ປະ​ພື້ນ​ເມືອງ​ລາວ ​ເຊ່​ນວ່າ ການ​ເສບດົນ​ຕີ​ພື້ນ​ເມືອງ
ການ​ຟ້ອນ​ພື້ນ​ເມືອງ​ ຂອງບັນດາລູກ​ຫລານ​ສະມາຊິກ ແລະອົງການ Legacies of War
ຫລື​ມູນ​ມໍລະດົກ​ຈາກ​ສົງຄາມ ທີ່​ນໍາພາ​ໂດຍ​ຍານາງ​ຈັນ​ນະພາ ຄໍາ​ວົງສາ ຊຶ່ງ​ເປັນອີກ​ອົງການ​
ນຶ່ງທີ່​ພະຍາ​ຍາມ​ຫາ​ທາງ​ຊ່ວຍ​ກໍາຈັດ​ມູນ​ມໍລະດົກ​ທີ່​ຕົດ​ທອດ​ມາ​ຈາກ​ສົງຄາມ ກໍ​ຄື​ລະ​ເບີດ​ບໍ່​
ທັນ​ແຕກ​ທີ່​ຍັງ​ຕົກ​ຄ້າງຢູ່​ໃນ​ລາວ​ນັ້ນ. ນອກ​ນີ້​ແລ້ວ ກໍ​ມີລາຍການສະ​ແດງດົນຕີ​ແລະເຕັ້ນ​ລໍາ​ ​
ໂດຍນັກ​ຮ້ອງລາວ ຈາກ​ລັດ​ອື່ນໆ ແລະຮອດ​ຈາກການ​າດາ ​ທີ່ໄດ້​ເດີນທາ​ງ​ມາ​ຮ່ວມ​ສົມທົບ
ສ້າງ​ຄວາມ​ມ່ວນ​ຊື່ນ.

ບັນດາແຂກ​ຜູ້ມີ​ກຽດ​ ທັງ​ລາວແລະ​ຕ່າງປະ​ເທດ ທີ່​ໄດ້ເຂົ້າ​ຮ່ວມ ກໍມີອົງການ​ຈັດຕັ້ງຕ່າງໆ
ຫົວໜ້າ​ບໍລິສັດຕ່າງໆ ​ແລະ​ເຈົ້າ​ໜ້າ​ທີ່​ຈາກສະຖາ​ນ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ປະ​
ຈໍາ​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ. ພາຍ​ໃນ​ຫ້ອງ​ອາຫານ ມີ​ການວາງສະ​ແດງ​ຮູບ​ພາບຂອງ
ຜູ້​ໄດ້​ຮັບ​ເຄາະ​ຮ້າຍຈາກ​ລະ​ເບີດ​ ແລະສາຍ​ຮູບ​ເງົາ​ສາລະ​ຄະດີ​ Surviving the Peace
ກ່ຽວ​ກັບການປະຕິບັດ​ງານຂອງ​ MAG ​ຢູ່​ໃນ​ລາວ ແລະຜົນ​ກະທົບ​ຈາກ​ລະ​ເບີດ​ບໍ່ທັນແຕກ
ຕໍ່​ປະຊາຊົນ​ລາວ ຊຶ່ງ​ໃນ​ແຕ່ລະ​ປີ ມີ​ຫລາຍ​ຮ້ອຍ​ຄົນ​ເສຍ​ອົງຄະ​ແລະ​ເສຍ​ຊີວິດ​ໄປ​ ກໍ​ມີ.

ອຸບປະກອນທີ່ໃຊ້ໃນການຊອກຫາລະເບີດທີ່ບໍ່ທັນແຕກ ຢູ່ຕາມທົ່ງໃຮ່ທົ່ງນາ ໃນປະເທດລາວ.

“ຂ້າພະ​ເຈົ້າຊື່​ Jennifer Lachman.
ຂ້າພະ​ເຈົ້າ​ເປັນຜູ້​ອໍານວຍ​ການບໍລິຫານ
ຂອງ MAG America. ພວກ​ເຮົາ​ຈັດ​
ງານ​ຫາລາຍ​ໄດ້ ຢູ່​ໃນ​ນະຄອນຫລວງ
​ວໍຊິງ​ຕັນ ປະມານ 4 ​ເທື່ອ​ຕໍ່​ປີ. ການ​ຫາ​
ລາຍ​ໄດ້​ເທື່ອ​ຕໍ່​ໄປ​ຈະ​ແມ່ນ​ ​ໃນເດືອນ​ມີຖຸ
ນາ ຊຶ່ງພວກ​ເຮົາ​ຈະ​ມີ​ການ​ແຂ່ງຂັນ​ຕີ​ກອ໊​ຟ.
ພວກ​ເຮົາ​ພະຍາຍາມ​ຫາ​ລາຍ​ໄດ້ໃນ​ຮູບ
​ແບບທີ່​ແຕກ​ຕ່າ​ງກັນ ສໍາ​ລັບ​ແຕ່​ລະ​ກຸ່​ມຊົນ ​
ແລະເທື່ອນີ້​ແມ່ນ​ເທື່ອ​ທໍາ​ອິດ ທີ່​ເຮົາ​ເຮັດ​
ໃນ​ປີນີ້. ພວກ​ເຮົາ​ຫວັງ​ຢ່າ​ງຍິ່ງ​ວ່າ ປະຊາ
​ຄົມ​ລາວຈະ​ໃຫ້ການ​ຮ່ວມ​ມື​ອີກ​ປີໜ້າ ຫລັງ​
ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ເຫັນຮູບ​ເງົາ​ສາລະ​ຄະດີ​
ຂອງ​ພວກ​ເຮົາ ​ແລະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ວຽກ​ງານ​ຂອງ​ພວກ​ເຮົາ​ແລ້ວ. ​ຫວັງ​ວ່າ ເຂົາ​ເຈົ້າ​ມີ​
ຄວາມ​ຮູ້​ສຶກສົງສານ ​ແລະ​ຮູ້ສຶກ​ຖືກ​ດົນ​ຈິດດົນ​ໃຈ​ໃຫ້​ສືບ​ຕໍ່​ສະໜັບສະໜຸນພວກ​ເຮົາ ແລະ
ຊ່ວຍ​ປຸກລະດົມ​ໃຫ້​ມີ​ການ​ຕຶ່ນ​ໂຕ​ກ່ຽວ​ກັບວຽກ​ການ​ທີ່ພວກ​ເຮົາກໍາລັງ​ເຮັດ​ຢູ່​ນີ້. ພວກ​ເຮົາ
​ໄດ້​ເລີ້ມປະຕິບັດ​ງານຢູ່ໃນ​ລາວ​ມາ​ແຕ່​ປີ 1993.

ພວກ​ເຮົາແມ່ນ​ນັບ​ຈໍາ​ນວນ​ລູກ​ລະ​ເບີດ​ທີ່ເກັບ​ກູ້ ຫລືຂຸດຂຶ້ນ​ມາ ​ແລະ​ນັບ​ລູກ​ລະ​ເບີດ​ແຕ່ລະ
​ໜ່ວຍ​ທີ່ພວກ​ເຮົາ​ທໍາລາຍ. ປັດຈຸບັນ​ນີ້​ ພວກ​ເຮົາ​ປະຕິບັດ​ງານ​ຢູ່​ໃນ 17 ປະ​ເທດ. ຫ້ອງ
ການ​ຂອງ​ພວກ​ເຮົາ​ຢູ່​ອາ​ເມຣິກາ​ນີ້​ມີໜ້າ​ທີ່​ຫາ​ລາຍ​ໄດ້ ​ແລະເຜີຍ​ແຜ່​ໃຫ້​ຜູ້​ຄົນ​ຕື່ນ​ໂຕ​ ​ເພື່ອ
ດຶງ​ເອົາ​ກາ​ນ ສະໜັບ​ສະ​ໜຸນ ສໍາລັບ​ວຽກ​ງານ​ຂອງ​ເຮົາຢູ່​ຕ່າງ​ປະ​ເທດ. ສໍານັກງານ​ໃຫຍ່
ຂອງ​ພວກ​ເຮົາ​ ​ແມ່ນຕັ້ງ​ຢູ່​ເມືອງ Manchester ປະ​ເທດອັງກິດ ​ທີ່ເປັນ​ບ່ອນຄວບ​ຄຸ​ມວຽກ
​ງານ​ທັງ​ໝົດ​ຂອງ​ພວກ​ເຮົາທີ່ຢູ່​ຕ່າງປະ​ເທດ. ທຶນສ່ວນ​ໃຫຍ່ ​ແມ່ນ​ພວກເຮົາ​ໄດ້​ມາ​ຈາກລັດ
ຖະບານ​ຂອງ​ຫລາຍໆ​ປະ​ເທດ ​ແລະ ກະ​ຊວງ​ການ​ຕ່າງປະ​ເທດຂອງສະຫະລັດ ​ແມ່ນ​ເປັນ
​ຜູ້​ສະໜັບສະໜຸນ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ພວກ​ເຮົາ ຄື​ປະມານ 17 ລ້ານ$ ຕໍ່ປີ. ກໍ​ໜ້າ​ເສຍ​ໃຈ
​ຢູ່ ທີ່ໂຄງການ​ນີ້​ຈະ​ເປັນ​ໂຄງການ​ອັນ​ຍາວ​ນານ ​ເພາະວ່າ ຈໍາ​ນວນ​ລະ​ເບີດ​ທີ່​ໄດ້​ຖືກ​ກວາດ
ລ້າງ​ອອກ​ຈາກ​ລາວນັ້ນ ມີພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ​. ຂ້າ​ພະ​ເຈົ້າ​ຍັງ​ບໍ່​ມີ​ໂອກາດ​ໄດ້​ໄປ​ເມືອງ
​ລາວ ຂ້າພະ​ເຈົ້າ​ໄດ້ໄປເຫັນ​ໂຄງການຂອງ​ພວກ​ເຮົາ​ທີ່ ກໍາປູ​ເຈຍ ອີຣັກ ​ແລະ ​ເລ​ບາ​ນອນ
​ແຕ່​ວ່າ​ຍັງ​ບໍ່​ມີ​ໂອກາດ​ໄດ້ໄປ​ເມືອງ​ລາວ​ເທື່ອ. ຂ້າ​ພະ​ເຈົ້າ ຢາກໄປເມືອງ​ລາວຫລາຍ. ປັດ​ຈຸ​
ບັນ​ນີ້ ​ເຮົາກໍ​ກໍາລັງຈັດ​ລາຍການ​ເດີນ ທາງ​ໄປ​ລາວ ສໍາລັບ​ຜູ້​ມີ​ຄວາມ​ສົນ​ໃຈ ​ຢາກໄປ​ເບິ່ງ​
ການ​ປະຕິບັດ​ງານ​ຂອງ​ພວກ​ເຮົາ ຢູ່​ໃນ​ລາວ ກໍາ​ປູ​ເຈຍ ​ແລະ​ຫວຽດນາມ ​ໃນ​ເດືອນ​ພະ​ຈິກ​
ຂອງ​ປີ​ນີ້ ​ຊຶ່ງ​ເຮົາ​ຈະ​ພາ​ໄປຢາມທີ​ມງານ​ຂອງ​ພວກ​ເຮົາທີ່ເຮັດ​ວຽກຢູ່​ສະໜາມ ແລະ​ເບິ່ງວ່າ
​ເຂົາ​ເຈົ້າ​ເຮັດ​ວຽກແນວ​ໃດ. ​ໂຄງການຢ້ຽ​ມຢາມ​ທີ່​ວ່າ​ນີ້ ຈະມີ​ກໍານົດສາມ​ອາ​ທິດແລະ​ພວກ
​ເຮົາ​ຫວັງ​ວ່າ ຈະມີ​ໃນ​ລະຫວ່າງ 15 ຫາ 20 ຄົນເດີນທາງ​ໄປ​ນໍາ”.

ບຸກຄົນ​ສໍາຄັນອີກຄົນ​ນຶ່ງ ຈາກ​ປະຊາ​ຄົ​ມລາວ-ອາ​ເມຣິ​ກັນ ທີ່​ໄປຮ່ວມ ​ໃນ​ງານ​ຫາ​ລາຍ​ໄດ້​
ຄືນ​ນັ້ນ ຄື ທ່ານ​ນາງ Mee Moua ອ​ະດີດສະມາ​ຊິກ​ສະພາ​ສູງລັດ​ມີ​ນີ​ໂຊ​ຕາ ເຊື້ອສາຍ
ລາວມົ້ງ-ອາ​ເມ​ຣິ​ກັນຄົນ​ທໍາ​ອິດ. ປັດຈຸບັນ​ ທ່ານນາງເປັນ​ຜູ້ອໍານວຍ​ການ​ບໍລິຫານ ສູ​ນກາງ​
ຍຸ​ຕິ​ທໍາ​ເອ​ເຊຍ​ອາ​ເມ​ລິ​ກັນ (Asian American Justice Center) ທີ່​ນະ​ຄອນ​ຫລວງ​ວໍ​ຊິງ​
ຕັນ ດີ​ຊີ. ທ່ານ​ນາງ​ໄດ້​ໃຫ້ເຫດຜົນ​ໃນການມາ​ຮ່ວມ​ງານຄັ້ງ​ນີ້ ​ພ້ອມ​ກັບ​ເລົ່າ​ເຖິງເບື້ອງ​ຫລັງ
​ຄວາມ​ເປັນ​ມາ ຂອງ​ທ່ານ​ນາງ​ເອງວ່າ:

ອະດີດສະມາຊິກສະພາສູງລັດມິນນີໂຊຕາ ທ່ານນາງ Mee Mua (ສອງຈາກຂວາ) ກັບແຂກຄົນອື່ນໆໃນງານຫາລາຍໄດ້ໃຫ້ອົງການ MAG ຢູ່ Falls Church ລັດເວີຈີເນຍ, ເມື່ອວັນທີ 17 ມີນາ 2012.

“ຂ້າພະ​ເຈົ້າ​ໄດ້​ຖືກ​ເຊື້ອ​ເຊີນໃຫ້
ມາຊ່ວຍ​ຫາ​ລາຍ​ໄດ້ໃຫ້ MAG ​
ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ເງິນທຶນສືບ​ຕໍ່​
ຊ່ວຍ​ເຫລືອໃນການ​ກໍາຈັດ​ລະ
​ເບີດ​ທີ່ຍັງ​ບໍ່​ທັນ​ແຕກ​ຢູ່​ທົ່ວ​ໂລກ ​
ໂດ​ຍສະ​ເພາະ​ຢ່າງ​ຍິ່ງຄວາມພະ
ຍາຍາມຂອງ​ເຂົາ​ເຈົ້າ ຢູ່​ໃນ​ລາວ. ​
ໃນ​ນາມ​ເປັນຜູ້ນຶ່ງ​ທີ່​ເກີດ​ຢູ່​ລາວ
ຂ້າພະ​ເຈົ້າ​ຍັງ​ມີ​ຍາດຕິ​ພີ່ນ້ອງ
ຫລາຍໆ​ຄົນ​ຢູ່​ເມືອງ​ລາວ. ຂ້າ
ພະ​ເຈົ້າ​ຄິດ​ວ່າ ມັນເປັນ​ໜ້າ​ທີ່​
ແລະ​ຄວາມ​ຮັບຜິດຊອບ​ທີ່​ຕ້ອງ​
ມາ​ໃນງານມື້​ແລງນີ້ ​ເພື່ອ​ຊ່ວຍສະໜັບສະໜຸນ ​ການ​ຫາ​ລາຍ​ໄດ້ນີ້. ຂ້າພະ​ເຈົ້າຍັງ​ບໍ່​ເຄີຍ​ກັບ​ໄປ
​ຢ້ຽມຢາມ​ເມືອ​ງລາວ ​ແຕ່​ກໍ​ຄິດ​ວ່າ ຈະ​ສາມາດ​ກັບ​ຄືນ​ໄປ​ຢາມ​ໄດ້ ​ໃນ​ອີກ 2-3 ​ປີ​ນີ້​ແຫລະ. ຂ້າ
ພະ​ເຈົ້າ​ເກີດ​ຢູ່​ເມືອງ​ນ້ອຍໆ​ໃນແຂວງ​ຊຽງ​ຂວາງ ຊຶ່ງ​ອາດ​ຈະ​ບໍ່​ມີຢູ່​ແລ້ວ​ເວລາ​ນີ້. ຄອບ​ຄົວ​ຂອງ​
ຂ້າພະ​ເຈົ້າໜີ​ອອກ​ຈາກເມຶ​ອງລາວ ​ໃນ​ປີ 1975. ພວກ​ເຮົາ​ໄດ້​ໄປ​ຢູ່​ສູນ​ອົບ​ພະ​ຍົບທີ່​ປະ​ເທດໄທ
ປະມານ​ສາມ​ປີ ​ແລະ​ໃນ​ປີ 1978 ພວກ​ເຮົາ​ໄດ້​ມາ​ເຖິງ ສະຫະ​ລັດ ອາ​ເມຣິກາ. ພວກ​ເຮົາ​ພາ
ກັນ​ຕັ້ງ​ຖິ່ນ​ຖານ​ລົງ​ຢູ່​ລັດ Rhode Island ​ແລະ​ຫລັງ​ຈາກ​ນັ້ນ ພໍ່​ແມ່ໄດ້​ຍ້າຍ​ມາ​ຢູ່​ລັດ
Wisconsin ​ແລະ​ຫລັງ​ຈາກ​ຮຽນ​ຈົບ​ອຸດົມ​ແລ້ວ ພວກ​ເຮົາ​ໄດ້​ຍ້າຍ​ໄປ​ຢູ່​ລັດ Minnesota.


ບາດ​ແລ້ວ ​ຂ້າພະ​ເຈົ້າ​ ໄປ​ຮຽນ​ໜັງ​ສື​ທີ່ມະຫາວິທະຍາ​ໄລຢູ່​ລັດ​ອື່ນ​ແລະ​ໄດ້​ກັບ​ຄືນ​ໄປ​ລັດ
Minnesota ​ເພື່ອເຂົ້າ​ໂຮງຮຽນ​ກົດໝາຍ. ຫລັງ​ຈາກຮຽນ​ຈົບ​ແລ້ວ ​ກໍ​ໄດ້​ເຮັດ​ວຽກ​ຢູ່​ໃນ​ຫ້ອງ
ການ​ທະນາຍຄວາມ​ ເປັນ​ເວລາ​ເກືອບ​ສາມ​ປີ. ​ພໍດີ​ມີ​ບ່ອນ​ນັ່ງຫວ່າງ​ລົງ ຢູ່ສະພາ​ສູງ​ຂອງ​ລັດ
​ມິນ​ນີ​ໂຊ​ຕາສໍາ​ລັບ​ເຂດ​ທີ່ຂ້າພະ​ເຈົ້າ​ຢູ່ອາ​ໃສ ​ຂ້າພະ​ເຈົ້າ​ກໍ​ເລີຍ​ລອງ​ສະມັກ​ເບິ່ງ ​ເພາະ​ຄິດ​ວ່າ
ເປັນ​ໂອກາດ​ອັນ​ດີ​ໃນ​ການ​ເຂົ້າພົວພັນ​ໃນ​ຂັ້ນ​ຕອນດ້ານ​ການ​ເມືອງ. ​ທຸກ​ຄົນ​ພາກັນແປກ​ໃຈ
ຮວມ​ທັງ​ຕົວ​ຂອງ​ຂ້າພະ​ເຈົ້າ​ເອງ ທີ່ຂ້າພະ​ເຈົ້າ​ໄດ້​ຮັບ​ໄຊຊະນະໃນການ​ເລືອກ​ຕັ້ງ​ປີ 2002 ນັ້ນ.
ຂ້າພະ​ເຈົ້າ​ໄດ້​ຮັບໃຊ້​ມາຈົນ​ເຖິງເດືອນພຶດສະພາ ​ປີ 2011. ຂ້າພະ​ເຈົ້າສາມາດ​ທີ່​ຈະສະໝັກ​
ເລືອກຕັ້ງໃໝ່​ໄດ້​ອີກ ແຕ່​ກໍໄດ້ຕັດ​ສີນໃຈ​ບໍ່​ສະມັກ ​ເພາະຂ້າ​ພະ​ເຈົ້າ​ຄິດ​ວ່າ ​ໂຕ​ເອງ​ມີ​ພັນທະ​ຕໍ່​
ຄອບ​ຄົວ ​ແລະ​ປະຊາ​ຄົມ ທີ່​ຈະ​ຕ້ອງຊອກສະ​ແຫວ​ງຫາ​ໂອກາດ​ອື່ນໆ ​ເພື່ອ​ຕາງໜ້າ​ປະຊາ​ຄົມ
ໃນ​ວຽກ​ງານ​ທີ່​ແຕກ​ຕ່າງໄປ. ຂ້າພະ​ເຈົ້າກໍ​ເລີຍຕັດ​ສີນ​ໃຈຍ້າຍ​ມາຢູ່​ວໍ​ຊິງ​ຕັນ ດີຊີ ຫວ່າງ​ໜໍ່ໆ​
ມາ​ນີ້ ​ໂດຍ​ໄດ້​ຖືກ​ມອບ​ໝາຍ​ໜ້າ​ທີ່​ອັນ​ມີ​ກຽດ​ໃຫ້​ເປັນ​ຜູ້​ອໍາ ນວຍ​ການ​ບໍລິຫານ​ຂອງອົງການ
ສິດທິ​ມະນຸດ​ແລະ​ສິດທິ​ພົນລະ​ເມືອງທີ່​ສໍາຄັນທີ່​ຊື່ວ່າ Asian American Justice Center
ຫລື ສູນ​ກາງ​ຍຸດ​ຕິ​ທໍາເອ​ເຊຍ-ອາ​ເມຣິກັນ ​ທີ່ເປັນ​ຜູ້ຕາງໜ້າບັນດາປະຊາຄົມ​ເອ​ເຊຍ-ອາເມຣິ
ກັນ. ຂ້າພະ​ເຈົ້າມີ​ຄວາມຕື່ນເຕັ້ນກັບ​ວຽກ​ໃໝ່ນີ້​ຫລາຍ ​ແລະດີ​ໃຈ​ນໍາໂອກາດ​ທີ່​ຈະ​ໄດ້​ເປັນ​ຜູ້
ຕາງໜ້າ ປະຊາ​ຄົມ​ເອ​ເຊຍ-ອາ​ເມຣິກັນ ທົ່ວ​ປະ​ເທດ ກ່ຽວ​ກັບ​ດ້ານ​ສິດທິ​ມະນຸດ ຢູ່​ໃນ​ນະ​
ຄອນ​ຫລວງວໍ​ຊິງ​ຕັນ ດີຊີ ນີ້.

ງານ​ຫາ​ລາຍ​ໄດ້​ສົມທົບ​ທຶນໃນ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ຢູ່​ປະ​ເທດ​ລາວ​ໃນ​ຄືນນັ້ນ
ດໍາ​ເນິນ​ໄປຈົນ​ເຖິງທ່ຽງ​ຄືນ ທ່າມກາງບັນຍາກາດ​ແຫ່ງ ຄວາມມ່​ວນຊື່​ນລື້​ນ​ເລີງ​ ໄມຕີ​ຈິດ
ມິດຕະພາບ​ອັນ​ອັນ​ແຈ່ມ​ໃສ ແລະ ຄວາມ​ອິ່ມ​ອົກ​ອິ່ມ​ໃຈ​ຂອງ​ບັນດາ​ຜູ້​ທີ່​ໄປ​ຮ່ວມ ທີ່​ໄດ້ເຮັດ
ບຸ​ນ​ແລະຊ່ວຍ​ເຫລື​ອສະໜັບສະ​ໜຸນວຽກ​ງານ​ດ້ານ​ມະນຸດສະ​ທໍາຢູ່​ໃນ​ປະ​ເທດ​ລາວ ຊຶ່ງ​ເປັນ
ບ້ານ​ເກີດ​ເມືອງ​ນອນຂອງ​ຫລາຍໆ​ຄົນ ທີ່​ໄປ​ຮ່ວມ​ງານ​ນັ້ນ.

ວີດີໂອ Surviving the Peace ເປັນພາສາລາວ:

ເບິ່ງວີດີໂອ ກ່ຽວກັບຄໍາໃຫ້ການຕໍ່ລັດຖະສະພາສະຫະລັດຂອງ ຈັນນະພາ ຄໍາວົງສາ
ຜູ້ອໍານວຍການ ອົງການ Legacies of Wars ກ່ຽວກັບບັນຫາລະເບີດບໍ່ທັນແຕກ
ໃນລາວ, ເມື່ອວັນທີ 22 ເມສາ 2012: