ແອມະຊອນ-ກູໂກລ ເລັ່ງລົງທຶນໃນພະລັງງານນິວເຄລຍ ເພື່ອສະໜັບສະໜູນ ສູນຂໍ້ມູນ-AI

ເຄື່ອງໝາຍຂອງ "ກູໂກລ" (ຊ້າຍ) ຢູ່ທີ່ໜ້າສຳນັກງານບໍລິສັດໃນລັດຄາລີຟໍເນຍ ແລະເຄື່ອງໝາຍຂອງບໍລິສັດ "ແອມາຊອນ" (ຂວາ) ຢູ່ທີ່ດ້ານນອກຕຶກ Amazon OXR1 ໃນລັດຄາລີຟໍເນຍ ເຊັ່ນກັນ.

ບໍລິສັດແອມະຊອນ (Amazon) ເປີດເຜີຍໃນວັນພຸດວານນີ້ ວ່າກຳລັງດຳເນີນການລົງທຶນໃນການພັດທະນາເຄື່ອງປະຕິກອນນິວເຄລຍຂະໜາດນ້ອຍ ຫັລງຈາກບໍລິສັດກູໂກລ ຫາກໍປະກາດແຜນງານແບບດຽວກັນນີ້ໄປແລ້ວ ເມື່ອສອງວັນກ່ອນ ໂດຍສອງຍັກໃຫຍ່ຈາກວົງການເທັກໂນໂລຈີ ຕັ້ງເປົ້າຫາແຫລ່ງພະລັງງານໄຟຟ້າໃໝ່ທີ່ບໍ່ກໍ່ໃຫ້ເກີດແກັສຄາບອນ ເພື່ອມາຊ່ອຍຕອບສະໜອງຄວາມຕ້ອງການຂອງສູນຂໍ້ມູນ ແລະປັນຍາປະດິດ ຫຼື AI ທີ່ສູງຂຶ້ນຢ່າງໄວວາໃນເວລານີ້ ຕາມລາຍງານຂອງອົງການຊ່າວເອພີ.

ການເດີນໜ້າລົງທຶນໃນການຜະລິດພະລັງງານນິວເຄລຍຂອງສອງບໍລິສັດນີ້ ມີອອກມາບໍ່ດົນຫຼັງຈາກທີ່ບໍລິສັດ ໄມໂຄຣຊອຟ (Microsoft ວາງແຜນຈະຈັດຊື້ພະລັງງານຈາກໂຮງງານໄຟຟ້າ ພະລັງນິວເຄລຍ Three Mile Island ທີ່ເຄີຍຖືກປິດໄປມາດົນນານ ແຕ່ຈະມີການເປີດໃຊ້ງານຄືນໃໝ່ ເພື່ອນຳມາໃຊ້ສະໜັບສະໜູນການປະຕິບັດງານສູນຂໍ້ມູນຂອງຕົນເອງ.

ທີ່ຜ່ານມາ ບໍລິສັດຊັ້ນນຳດ້ານເທັກໂນໂລຈີ ທັງສາມບໍລິສັດ ໄດ້ເດີນໜ້າລົງທຶນໃນເທັກໂນໂລຈີ ພະລັງງານແສງຕາເວັນ ແລະພະລັງງານລົມເພື່ອຈຸດປະສົງດຽວກັນນີ້ມາກ່ອນ ແລະທັງໝົດກ່າວວ່າ ການກ້າວເຂົ້າສູ່ວົງການພະລັງງານນິວເຄລຍນີ້ ມີເປົ້າໝາຍທັງຊ່ອຍສະໜັບສະໜູນທຸລະກິດຂອງຕົນ ຄຽງຄູ່ໄປກັບການມຸ້ງຊ່ອຍຫລຸດຜ່ອນການປ່ອຍແກັສເຮືອນແກ້ວທີ່ເປັນຕົ້ນເຫດຂອງພາວະໂລກຮ້ອນນຳດ້ວຍ.

ເອພີລາຍງານວ່າ ຄວາມຕ້ອງການພະລັງງານໄຟຟ້າທົ່ວໂລກໄດ້ເພີ້ມສູງຂຶ້ນຈົນເຮັດໃຫ້ມີສະຖິຕິໃໝ່ໃນປີທີ່ກາຍນີ້ ເມື່ອອາຄານແລະພາຫະນະຕ່າງໆ ຫັນມາໃຊ້ໄຟຟ້າຫຼາຍຂຶ້ນ ສົ່ງຜົນໃຫ້ໂຄງຂ່າຍພະລັງງານຕ່າງໆ ຕ້ອງເຮັດວຽກໜັກຂຶ້ນຢ່າງຫຼວງຫຼາຍ ໂດຍຄວາມຕ້ອງການໄຟຟ້າທີ່ເພີ້ມຂຶ້ນຫຼາຍນີ້ ມາຈາກການເດີນໜ້າພັດທະນາສູນຂໍ້ມູນ ແລະ AI ນັ້ນເອງ.

ອົງການພະລັງງານລະຫວ່າງປະເທດ (International Energy Agency) ຄາດການວ່າ ໂຕເລກລວມຂອງການໃຊ້ພະລັງງານໄຟຟ້າຂອງສູນຂໍ້ມູນທັງຫຼາຍນັ້ນ ໜ້າຈະເພີ້ມຂຶ້ນເກີນລະດັບ 1,000 ເທຣາວັດຕໍ່ຊົ່ວໂມງພາຍໃນປີ 2026 ຫຼືເພີ້ມຂຶ້ນກວ່າສອງເທົ່າຈາກສະຖິຕິໃນປີ 2022.

ໂຕເລກປະເມີນລະບຸວ່າ ພະລັງງານ 1 ເທຣາວັດຕໍ່ຊົ່ວໂມງນັ້ນ ສາມາດຈ່າຍໄຟຟ້າໃຫ້ກັບບ້ານຄົນຈຳນວນ 70,000 ຫລັງເປັນເວລາ 1 ປີ.