ທ່ານອາລຸນ ໂຄທິເສນ ໃນເບື້ອງຕົ້ນ ໄດ້ອົບພະຍົບໄປຢູ່ຝຣັ່ງ ແລ້ວຍົກຍ້າຍມາຢູ່ສະຫະລັດ

ຄອບຄົວຂອງທ່ານໂຄທິເສນ ຕັ້ງຖິ່ນຖານຢູ່ຊານເມືອງຂອງແອລຈິນ ລັດອີລລີນອຍ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນຄ່ຳຄືນນີ້ ທ່ານຈະໄດ້ຮັບຟັງການສຳພາດ ກັບທ່ານອາລຸນ ໂຄທິເສນ ຜູ້ທີ່ໃນເບື້ອງຕົ້ນໄດ້ອົບພະຍົບໄປຕັ້ງຖິ່ນຖ່ານຢູ່ໃນເມືອງລີອ໋ອງ ຂອງຝຣັ່ງ ໄລຍະນຶ່ງ ແລະໃນທີ່ສຸດໄດ້ຍົກຍ້າຍໄປຕັ້ງຖິ່ນຖານຢູ່ເມືອງແອລຈິນ ໃນເຂດເຄນເຄົາຕີ ລັດອີລລີນອຍຂອງສະຫະລັດ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ທ່ານອາລຸນ ໂຄທິເສນ ໃນເບື້ອງຕົ້ນໄດ້ອົບພະຍົບໄປຢູ່ຝຣັ່ງ ແລ້ວຍົກຍ້າຍໄປຢູ່ສະຫະລັດ

ທ່ານອາລຸນ ໂຄທິເສນ ເປັນລູກຊາຍຫຼ້າສຸດຄົນທີ 10 ຂອງທ່ານເສນແລະທ່ານນາງຄຳແພງ ໝື່ນຈັນ ໂຄທິເສນ ຢູ່ຄຸ້ມບ້ານຂວັນຕາ ເມືອງຈັນທະບູລີ ເຂດນະຄອນຫຼວງວຽງຈັນ ພໍ່ຂອງທ່ານອາລຸນ ເປັນຊາວປະມົງຫາປາຢູ່ຕາມແມ່ນ້ຳຂອງ ຊຶ່ງທ່ານກ່າວວ່າ ທ່ານເຄີຍຂີ່ເຮືອໄປຕຶກເບັດນຳພໍ່ແລະອ້າຍເປັນປະຈຳ ຕົກມາໃນປະມານຊຸມປີ 1976 ເມື່ອທ່ານອາລຸນ ມີອາຍຸໄດ້ 6 ປີ ທ່ານພ້ອມດ້ວຍເອື້ອຍສອງຄົນແລະລູກນ້ອຍກັບພໍ່ ໄດ້ພາກັນພາຍເຮືອຫາປາລຳດັ່ງກ່າວ ຂ້າມແມ່ນ້ຳຂອງໄປໄທ ໃນຕອນເຊົ້າມືດ ດັ່ງທີ່ທ່ານກ່າວໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານອາລຸນ ໂຄທິເສນ ກ່າວກ່ຽວກັບການຂ້າມແມ່ນຳ້ຂອງ (1)

ທ່ານອາລຸນ ກ່າວເປັນພາສາອັງກິດວ່າ “ກ່ອນເຮືອໃກ້ຈະຮອດຝັ່ງໄທ ນ້ຳກໍລັ່ງເຂົ້າເຮືອເຮັດໃຫ້ເຮືອຈົມລົງ ເປັນຈັ່ງໂຊກ ເພາະວ່າເຫຼືອພຽງປະມານແມັດເຄິ່ງຈາກຝັ່ງເທົ່ານັ້ນ” ໝົດທຸກຄົນຈຶ່ງຂຶ້ນຝັ່ງໄດ້ຢ່າງປອດໄພ.

ທ່ານອາລຸນກ່າວຕື່ມວ່າ ຫຼັງຈາກຂຶ້ນຝັ່ງໄທແລ້ວ ກໍມີຕຳຫຼວດໄທໄດ້ມາຮັບເອົາພວກເຂົາໄປຂັງຢູ່ກົມຕຳຫຼວດຄືນນຶ່ງ ໃນຕອນເຊົ້າມື້ຕໍ່ມາ ມີລົດທະຫານກໍມາຮັບເອົາພວກຄົນລາວອົບພະຍົບທັງຫຼາຍໄປເຂົ້າສູນໜອງຄາຍ.

ໃນລະຫວ່າງຢູ່ສູນໜອງຄາຍນັ້ນ ແມ່ແລະພວກເອື້ອຍອ້າຍອີກ 7 ຄົນຂອງທ່ານອາລຸນ ຍັງບໍ່ທັນໄດ້ຂ້າມມາເທື່ອ ແລະພໍ່ຂອງທ່ານອາລຸນ ກໍໄດ້ກັບຄືນໄປລາວເພື່ອຮັບເອົາພວກເຂົາເຈົ້າຂ້າມ ມາໄທຕາມທີຫຼັງ ຫຼັງຈາກໄດ້ເຂົ້າອາໄສຢູ່ສູນເປັນເວລາສອງປີກວ່າ ຊຶ່ງໃນຊ່ວງໄລຍະນັ້ນ ພໍ່ຂອງທ່ານອາລຸນພ້ອມກັບເອື້ອຍແລະອ້າຍທີ່ຂ້າມມາຊຸດທຳອິດ ໄດ້ຕັດສິນໃຈເລືອກອົບພະຍົບໄປປະເທດຝຣັ່ງກ່ອນ ດັ່ງທີ່ທ່ານອາລຸນ ໄດ້ອະທິບາຍດັ່ງນີ້:

Your browser doesn’t support HTML5

ທ່ານອາລຸນ ໂຄທິເສນ ກ່າວກ່ຽວກັບເຫດຜົນທີ່ເລືອກໄປຝຣັ່ງ (2)

ສ່ວນແມ່ ແລະເອື້ອຍຂອງທ່ານອາລຸນ ກໍໄດ້ຢູ່ໃນສູນໜອງຄາຍຕໍ່ໄປ ໄລຍະນຶ່ງຈົນໃນທີ່ສຸດ ແມ່ຂອງທ່ານ ກໍໄດ້ເດີນທາງໄປຝຣັ່ງທີ່ເມືອງລີອ໋ອງ ເພື່ອຮ່ວມກັນກັບຄອບຄົວສ່ວນນຶ່ງຄືເກົ່າ ແລະເອື້ອຍຜູ້ທີ່ຢູ່ນຳແມ່ໃນສູນ ກໍໄດ້ໄປຢູ່ສະຫະລັດໃນລັດເວີຈີເນຍຕາມຄວາມປະສົງ ແລະຕອນຄອບຄົວຂອງທ່ານໄປຮອດຝຣັ່ງໃໝ່ໆ ທ່ານໄດ້ກ່າວໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານອາລຸນ ໂຄທະເສນ ກ່າວກ່ຽວກັບຕອນຄອບຄົວຂອງທ່ານໄປຮອດຝຣັ່ງໃໝ່ໆ (3)

ໃນລະຫວ່າງອາໄສຢູ່ໃນເມືອງລີອ໋ອງນັ້ນ ຄວບຄົວຂອງທ່ານອາລຸນ ກໍໄດ້ຍັບຍ້າຍອອກໄປພັກຢູ່ເຮືອນພັກອາພາດເມັນທີ່ມີຄອບຄົວຊາວອົບພະຍົບອາໄສຢູ່ນຳກັນຫຼາຍ ແລະທ່ານກໍໄດ້ເລີ້ມເຂົ້າໂຮງຮຽນຊັ້ນປະຖົມມາໄດ້ໄລຍະນຶ່ງ ຊຶ່ງທ່ານໄດ້ກ່າວເຖິງສະພາບແວດລ້ອມໃນເວລານັ້ນວ່າ:

Your browser doesn’t support HTML5

ທ່ານອາລຸນ ໂຄທິເສນ ກ່າວເຖິງສະພາບແວດລ້ອມໃນຝຣັ່ງ (4)

ເອື້ອຍຂອງທ່ານອາລຸນສອງຄົນໄດ້ອົບພະຍົບໄປຢູ່ສະຫະລັດ ຄົນນຶ່ງຢູ່ລັດເວີຈີເນຍ ແລະອີກຄົນນຶ່ງຢູ່ລັດໂອໄຮໂອ ຫຼັງຈາກທີ່ແມ່ຂອງທ່ານໄດ້ເສຍຊິດ ພໍ່ຂອງທ່ານໄດ້ຕັດສິນໃຈສົ່ງທ່ານແລະເອື້ອຍຜູ້ທີ 9 ໄປຫາເອື້ອຍຢູ່ລັດເວີຈີເນຍຂອງສະຫະລັດ ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານອາລຸນ ໂຄທິເສນ ກ່າວກ່ຽວກັບການໄປຢູ່ສະຫະລັດ (5)

ທ່ານອາລຸນ ອາໄສຢູ່ໃນລັດເວີຈີເນຍບໍ່ດົນແລ້ວກໍໄດ້ຍົກຍ້າຍໄປຢູ່ກັບເອື້ອຍຢູ່ລັດໂອໄຮໂອ ເມື່ອທ່ານໄດ້ຮັບໜັງສືເປັນພົນລະເມືອງຖາວອນແລ້ວ ຈຶ່ງໄດ້ເລີ້ມເຂົ້າຮ່ຳຮຽນຊັ້ນມັດທະຍົມຕົ້ນມາຈົນຮອດຊັ້ນທີ 9 ແລ້ວຄອບຄົວຂອງເອື້ອຍກໍໄດ້ຍ້າຍໄປຢູ່ລັດອີລລີນອຍ ດັ່ງທີ່ທ່ານອາລຸນ ໄດ້ກ່າວວ່າ:

Your browser doesn’t support HTML5

ທ່ານອາລຸນ ໂຄທິເສນ ກ່າວກ່ຽວກັບການຍົກຍ້າຍໄປຢູ່ລັດອີລລີນອຍ (6)

ຢູ່ທີ່ເມືອງແອລຈິນ ລັດອີລລີນອຍນີ້ ມີຈຸດພິເສດອັນນຶ່ງ ຊຶ່ງລັດທະບານຂອງທ້ອງຖິ່ນ ໄດ້ໃຫ້ການຊ່ອຍເຫຼືອສະໜັບສະໜຸນແກ່ຊາວອົບພະຍົບທັງຫຼາຍ ໂດຍສະເພາະຊາວລາວອົບພະຍົບ ເມືອງແອລຈິນໄດ້ສະຖາປະນາ ເປັນເມືອງເອື້ອຍເມືອງນ້ອງຂອງນະຄອນວຽງຈັນ ແລະໄດ້ເປັນເຈົ້າພາບຈັດກອງປະຊຸມປະຈຳປີ ຄັ້ງທີ 8 ໃນເດືອນສິງຫາ ປີ 2017

https://www.chicagotribune.com/suburbs/elgin-courier-news/ct-ecn-elgin-lao-st-0803-20170802-story.html

ແລະທ່ານອາລຸນໄດ້ກ່າວເຖິງໂຄງການຕ່າງໆທີ່ລັດຖະບານຂອງລັດອີລີນອຍ ໄດ້ໃຫ້ທຶນສະໜັບສະໜຸນແກ່ຊາວລາວອົບພະຍົບວ່າ:

Your browser doesn’t support HTML5

ທ່ານອາລຸນ ໂຄທິເສນ ກ່າວເຖິງໂຄງການຕ່າງໆທີ່ລັດຖະບານຂອງລັດອີລີນອຍ (7)

ວັດລາວ ພຸດທະຣາມ ແຫ່ງລັດອີລລີນອຍ

ນອກຈາກນັ້ນແລ້ວຊາວລາວໃນເມືອງແອລຈິນຫຼາຍສິບພັນຄົນໄດ້ພາກັນສ້າງສາວັດວາອາຮາມຂຶ້ນສາມແຫ່ງ ດັ່ງທີ່ທ່ານອາລຸນ ກ່າວໃຫ້ຟັງດັ່ງນີ້:

Your browser doesn’t support HTML5

ທ່ານອາລຸນ ໂຄທິເສນ ກ່າວກ່ຽວກັບຊຸມຊົນຊາວລາວໃນເມືອງແອລຈິນ (8)

ວັດລາວພຸທສາມັຄຄີ ແຫ່ງເມືອງແອລຈິນ ລັດອີລລີນອຍ

ສ່ວນສະມາຄົມລາວ ກໍມີຫຼາກຫຼາຍສະມາຄົມ ທີ່ມີຄວາມຂະຫຍັນຂັນແຂງຊ່ອຍເຫຼືອສັງຄົມລາວໃນຫຼາຍດ້ານໂດຍສະເພາະພວກເຍົາວະຊົນລຸ້ນໃໝ່ ເພື່ອຮັກສາວັດທະນະທຳແລະຮີດຄອງປະເພນີອັນດີງາມຂອງຊາວລາວ ຕະຫຼອດທັງຮ້ານຄ້າແລະຮ້ານອາຫານຂອງຄົນລາວກໍມີຢ່າງຫຼວງຫຼາຍ. ທ່ານອາລຸນກໍແມ່ນຄົນນຶ່ງທີ່ເຮັດວຽກກ່ຽວກັບສັງຄົມສົງເຄາະ ໃນປັດຈຸບັນນີ້ ທີ່ພວກເຮົາໄດ້ລາຍງານໄປແລ້ວ ໃນຕົ້ນເດືອນນີ້.

ຊົມລາຍງານ ກ່ຽວກັບວຽກງານຂອງທ່ານອາລຸນ ໂຄທິເສນ:

https://lao.voanews.com/a/lao-american-social-worker-in-kane-county-helps-elderly-community-with-caregiver-and-vaccine/5807314.html

ທີ່ທ່ານໄດ້ຟັງຜ່ານໄປນັ້ນແມ່ນການສຳພາດທ່ານອາລຸນ ໂຄທິເສນ ຜູ້ໄດ້ອົບພະຍົບໄປຕັ້ງຖິ່ນຖານ ຢູ່ທະວີບຢູໂຣບໃນປະເທດຝຣັ່ງ ແລ້ວໃນທີ່ສຸດຍົກ ຍ້າຍໄປຢູ່ສະຫະລັດໃນເມືອງແອລຈິນ ລັດອີລລີນອຍຂອງສະຫະລັດ ມາພົບກັບພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ວັນອາທິດໜ້າ ເວລາດຽວກັນນີ້.