ໃນລາຍການຊີວິດລາວ ໃນແລງວັນພະຫັດມື້ນີ້ ເຮົາ
ຈະສະເໜີລາຍງານ ການສຳພາດ ກັບບັນດາສະມາຊິກ
ແລະຜູ້ສະນັບສະໜູນ ອົງການ ພັນທະມິດເພື່ອປະຊາທິ
ປະໄຕໃນລາວ ທີ່ເດີນທາງມາຈາກ ປະເທດຝຣັ່ງ ເຢຍ
ຣະມັນ ນິວຊີແລນ ແລະທົ່ວສະຫະລັດ. ເຂົາເຈົ້າ ພາ
ກັນມາເຕົ້າໂຮມກັນຮ້ອງໂຮປະທ້ວງຢູ່ຕໍ່ໜ້າ ສະຖານ
ທູດ ສປປ ລາວ ແລະຫວຽດນາມ ໃນວັນເສົາທີ 8 ທີ
ຜ່ານມາ ເພື່ອຮຽກຮ້ອງ ລັດຖບານ ສປປ ລາວ ໃຫ້ປັບ
ປຸງການປະຕິບັດດ້ານສິດທິມະນຸດ ເປິດກວ້າງປະຊາ
ທິປະໄຕ ແລະອື່ນໆ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານ ແລະການສຳພາດ ພວກປະທ້ວງຈາກ ອົງການ ພປລ ຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ແລະຫວຽດນາມ
ທ່າມກາງບັນຍາກາດຂອງລະດູໃບໄມ້ຫລົ່ນ ທີ່ມີສີສັນ ຂອງວັນເສົາທີ 8 ເດືອນພະຈິກ
ຜ່ານມາ ແຕ່ເວລາ 1 ຫາ 5 ໂມງແລງ ຢູ່ຖະໜົນ S ຕໍ່ໜ້າຕຶກເລກທີ່ 2222 ຂອງສະຖານ
ທູດ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນ ດີ.ຊີ. ເວລານັ້ນ ໄດ້ມີບັນດາສະມາຊິກ ແລະ
ຜູ້ສະໜັບສະໜູນ ອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ທີ່ເດີນທາງມາຈາກ ປະ
ເທດຝຣັ່ງ ເຢຍຣະມັນ ນິວຊີແລນ ແລະຈາກລັດຕ່າງໆທົ່ວອາເມຣິກາ. ເຂົາເຈົ້າໄດ້ມາເຕົ້າ
ໂຮມກັນຢືນຢູ່ຟາກທາງ ຕໍ່ໜ້າ ສະຖານທູດ ສປປ ລາວ ສັບປ່ຽນກັນສົ່ງສານ ແລະສຽງ
ຮ້ອງອັນນອງນັນ ປະທ້ວງ ລັດຖະບານ ສປປ ລາວ ເພື່ອໃຫ້ປັບປຸງປ່ຽນແປງ ນະໂຍ
ບາຍການປົກຄອງ ໂດຍສະເພາະດ້ານສິດທິມະນຸດ ການແຊກແຊງຈາກ ຫວຽດນາມ
ຄວາມເປັນຫ່ວງກ່ຽວກັບການອະນຸຍາດໃຫ້ຈີນມາລົງທຶນຢ່າງຫລວງຫລາຍ ດ້ານການ
ຄ້າມະນຸດ ການສໍ້ລາດບັງຫລວງ ການຫາຍສາບສູນໄປຂອງ ທ່ານສົມບັດ ສົມພອນ
ແລະອື່ນໆ.
ອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ມີຊື່ຫຍໍ້ວ່າ ພປລ ເປັນອົງການຈັດຕັ້ງການ
ເມືອງ ຂອງປະຊາຄົມລາວ ຢູ່ນອກປະເທດ ຕັ້ງຂຶ້ນມາໃນປີ 2009 ທີ່ນະຄອນ Brussel
ປະເທດ Belgium ແລະມີຜູ້ຕາງໜ້າຢູ່ 7 ປະເທດຄື ເຢຍຣະມັນ ແບລຢ້ຽມ ຝຣັ່ງ ອັງກິດ
ອັອສເຕຣຍ ອາເມຣິກາ ແລະລາວ. ອົງການ ພປລ ເປັນອົງການເອກກະຊົນ ທີ່ບໍ່ຂຶ້ນກັບ
ລັດຖະບານໃດໆ ແລະຖືກຕ້ອງຕາມກົດໝາຍສາກົນ ທີ່ມີຫ້ອງການຕັ້ງຢູ່ ເມືອງ Hagen
ປະເທດເຢຍຣະມັນ ໂດຍການ ເປັນປະທານຂອງ ທ່ານນາງ ດອກເຕີ ບຸນທອນ ຈັນທະ
ລາວົງ ວີເຊີ. ເປົ້າໝາຍຂອງ ພປລ ກໍຄື ປະສານງານ ດ້ານການເມືອງຢູ່ທົ່ວໂລກ ເປັນປາກກະບອກສຽງໃຫ້ ປະຊາຄົມລາວ ຢູ່ໃນ ແລະນອກປະເທດ ແບບສັນຕິວີທີ ຊຸກຍູ້ສິດທິມະ
ນຸດ ເຄື່ອນໄຫວໃຫ້ມີການປ່ຽນແປງນະໂຍບາຍການປົກຄອງ ເພື່ອໃຫ້ມີສິດເສຣີ ແລະປະຊາທິປະໄຕຢູ່ໃນລາວ.
ຫລັງຈາກສົງຄາມອິນດູຈີນ ໄດ້ສິ້ນສຸດລົງໃນປີ 1975 ຄະນະແນວລາວຮັກຊາດ ໄດ້ກຳ
ອຳນາດການປົກຄອງ ແລະສ້າງຕັ້ງປະເທດໃໝ່ວ່າ ສາທາລະນະລັດ ປະຊາທິປະໄຕ ປະ
ຊາຊົນລາວ ຫລື ສປປ ລາວ. ໃນປີ 1992 ສປປ ລາວ ໄດ້ເລີ້ມເປີດສຳພັນທະໄມຕີກັບໂລກພາຍນອກຫລາຍຂື້ນ ໂດຍສະເພາະແລກປ່ຽນການທູດຜູ້ມີອຳນາດເຕັມລະຫວ່າງ
ສະຫະລັດ ອາເມຣິກາ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີທູດຖາ
ວອນ ປະຈຳອົງການສະຫະປະຊາຊາດ ຊຶ່ງພາຍລຸນມາກໍໄດ້ມີການແລກປ່ຽນທູດທະຫານ
ແລະໄດ້ເຂົ້າເປັນສະມາຊິກການຄ້າໂລກ. ນັບແຕ່ນັ້ນມາ ສະຫະລັດ ໄດ້ເລີ້ມໃຫ້ການຊ່ວຍ
ເຫລືອຢູ່ເປັນລະຍະ ເຊັ່ນການປາບປາມຢາເສບຕິດ ການຂຸດຄົ້ນຫາລະເບີດທີ່ຕົກຄ້າງບໍ່
ທັນແຕກມາແຕ່ປາງສົງຄາມໃນລາວ ການສຶກສາ ແລກປ່ຽນວັດທະນະທຳ ບຸູລະນະສ້າງ
ສາວັດທຸໂບຮານ ແລະການເປີດກວ້າງໄປມາຫາສູ່ກັນ ອັນເປັນຄວາມຄືບໜ້າດ້ານ ສຳ
ພັນທະໄມຕີລະຫວ່າງສອງປະເທດ ສປປ ລາວ ແລະປະຊາຄົມໂລກ.
ແຕ່ວ່າ ບັນດາປະຊາກອນເຊື້ອຊາດລາວ ຢູ່ຕ່າງປະເທດ ຜູ້ເຫັນຄວາມເດືອດຮ້ອນ ເປັນ
ຫ່ວງບ້ານເກີດເມືອງນອນ ແລະຍາດຕິພີ່ນ້ອງທີ່ຢູ່ ພາຍໃຕ້ການປົກຄອງຂອງ ລັດຖະບານ
ສປປ ລາວ ທີ່ບໍ່ໄດ້ຮັບຄວາມຍຸຕິທຳດ້ານສິດທິມະນຸດຕ່າງໆ. ເພາະສະນັ້ນ ເຂົາເຈົ້າຈຶ່ງໄດ້
ພາກັນຖືໂອກາດນີ້ ມາຖະແຫລງເຖິງຄວາມເປັນຫ່ວງ ໃນການປະທ້ວງຄັ້ງນີ້ວ່າ:
ທ່ານນາງ ດອກເຕີ ບຸນທອນ ຈັນທະລາວົງ ວີເຊີ ປະທ່ານ ພປລ
Your browser doesn’t support HTML5
ຟັງຄຳຖະແຫລງ ທ່ານດອກເຕີ ບຸນທອນ ຈັນທະລາວົງ ວີເຊີ ປະທານ ພປລ
ທ່ານ Lohan Joshua Cooper ສາສະດາຈານ ຝ່າຍລັດຖະສາດ ຈາກສູນກາງ East West Center ທີ່ມະຫາວິທະຍາໄລ ຮາວາຍ ກ່າວວ່າ :
ສາສະດາຈານ Loha Joshua Cooper ຈາກມະຫາວິທະຍາໄລ ຮາວາຍ
Your browser doesn’t support HTML5
ຟັງການສຳພາດ ສາສະດາຈານ Lohan Joshua Cooper
ທ່ານຕູ້ຍ ຕຸລາມະນີຄຳ ສະມາຊິກ ພປລ ຈາກປະເທດ ນີວຊີແລນ ມີຄວາມເຫັນດັ່ງນີ້ :
ທ່ານຕູ້ຍ ຕຸລາມະນີຄຳ ຈາກປະເທດ ນີວຊີແລນ
Your browser doesn’t support HTML5
ຟັງການສຳພາດ ທ່ານຕູ້ຍ ຕຸລາມະນີຄຳ
ທ່ານນາງ ມາຍຮົວເຢ ອັນຈົວຢາ ຈາກເຂດ New England ພາກຕາເວັນອອກສຽງເໜືອ ຂອງ ສະຫະລັດ ກ່າວວ່າ :
ທ່ານນາງ ມາຍຮົວເຢ ອັນຈົວຢາ ຈາກເຂດ New England
Your browser doesn’t support HTML5
ຟັງການສຳພາດ ທ່ານນາງ ມາຍຮົວເຢ ອັນຈົວຢາ
ທ່ານວິຣະ ມິ່ງເມືອງ ສະມາຊິກ ພປລ ຈາກເມືອງ Strasbourg ປະເທດຝຣັ່ງ ໄດ້ກ່າວວ່າ :
ທ່ານ ວິຣະ ມິ່ງເມືອງ ຈາກປະເທດຝຣັ່ງ
Your browser doesn’t support HTML5
ຟັງການສຳພາດ ທ່ານວິຣະ ມິ່ງເມືອງ
ທ່ານດວນ ຮວງ ສະມາຊິກ ພປລ ຈາກເມືອງ Leon ປະເທດຝຣັ່ງ ກໍແມ່ນອີກຄົນນຶ່ງທີ່ໄດ້ ມາກ່າວດັ່ງນີ້ :
ທ່ານດວນ ຮົງ ຈາກເມືອງ Leon ປະເທດຝຣັ່ງ
Your browser doesn’t support HTML5
ຟັງການສຳພາດ ທ່ານດວນ ຮວງ
ທ່ານນາງ ນູຊົງ ແວງ ຈາກອົງການ Southeast Asia Monitor ທີ່ເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ ກ່າວວ່າ :
ທ່ານນາງ ນູຊົງ ແວງ ຈາກລັດເວີຈີເນຍ
Your browser doesn’t support HTML5
ຟັງການສຳພາດ ທ່ານນາງ ນູຊົງ ແວງ
ທ່ານທອງວັນ ທ້າວ ຈາກເມືອງ Harrisonburg ລັດເວີຈີເນຍ ກ່າວວ່າ :
ທ່ານທອງວັນ ທ້າວ ຈາກລັດເວຈີເນຍ
Your browser doesn’t support HTML5
ຟັງການສຳພາດ ທ່ານທອງວັນ ທ້າວ
ທ່ານເຫລື່ອມ ບົວລະພັນ ສະທາຊິກ ພປລ ຈາກລັດ Minnesota ກ່າວວ່າ :
ທ່່ານບຸນເຫລື່ອມ ບົວລະພັນ ຈາກລັດ Minnesota
Your browser doesn’t support HTML5
ຟັງການສຳພາດ ທ່ານບຸນເຫລື່ອມ ບົວລະພັນ
ພວກປະທ້ວງ ຢືນຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ
ໃນຕົ້ນປີ 2015 ຈະມາເຖິງນີ້ ອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ຈະນຳເອົາບັນຫາຕ່າງໆເຫລົ່ານີ້ ສະເໜີຢູ່ໃນ ກອງປະຊຸມກ່ຽວກັບດ້ານສິດທິມະນຸດ ປະຈຳປີຂອງ ອົງການສະຫະປະຊາຊາດ ທີ່ນະຄອນເຈນີວາ ປະເທດ ສະວິດເຊີແລນ. ທ່ານສາມາດຕິດຕາມຟັງ ອ່ານລາຍລະອຽດ ແລະເບິ່ງຮູບພາບການ ປະທ້ວງທັງໝົດໄດ້ທີ່ www.lao.voanews.com