Your browser doesn’t support HTML5
ມີເດັກນ້ອຍຕາບອດ ປະມານ 70,000 ຄົນຢູ່ໃນອິນໂດເນເຊຍ
ອິງຕາມບົດສຶກສາບົດນຶ່ງເມື່ອໄວໆມານີ້ ຢູ່ໃນວາລະສານກ່ຽວ
ກັບພະຍາດຕາຂອງອັງກິດ. ພວກນັກຄົ້ນຄ້ວາພົບວ່າ 60 ສ່ວນ
ຮ້ອຍຂອງເດັກນ້ອຍທີ່ເຂົາເຈົ້າສຶກສາ ບໍ່ຈຳເປັນຕ້ອງໄດ້ຕາບອດ
ເລີຍ. ມີຢູ່ເລື້ອຍໆ ທີ່ອາການຫລາຍໆຢ່າງທີ່ປິ່ນປົວໄດ້ ເຊັ່ນພະ
ຍາດໝາກສຸກ ຕາຕໍ້ກະ ຈົກ ແລະຕາຕໍ້ຫິນ ພາໃຫ້ຕາບອດ ຖ້າບໍ່
ໄດ້ຮັບການປິ່ນປົວ.
ທ່ານ Iyehezkiel Parudani ເສຍສາຍຕາ ຕັ້ງແຕ່ອາຍຸ 6 ປີ
ຍ້ອນເປັນພະຍາດໝາກສຸກໝາກໄສ. ເວລານີ້ ທ່ານສອນພາ
ສາອັງກິດ ໃຫ້ນັກຮຽນຕາບອດແລະພິການທາງສາຍຕາ ຢູ່
ໂຮງຮຽນພິເສດ Pajajaran ໃນເມືອງ Bandung.
ທ່ານ Iyehezkiel Parudani ກ່າວວ່າ ການຮຽນພາສາອັງກິດ
ສາມາດຊ່ວຍຄົນຕາບອດ ໃຫ້ມີຄວາມຮູ້ສຶກດີກ່ຽວກັບຕົວເຂົາ
ເຈົ້າເອງ ແລະຊອກວຽກການເຮັດໄດ້.
ທ່ານເວົ້າວ່າ “ໂດຍການຮຽນພາສາອັງກິດ ພວກເຂົາເຈົ້າຈະສາມາດເປັນ
ຄູສອນພາສາອັງກິດໄດ້ ສາມາດເປັນນາຍພາສາໄດ້ ເປັນນັກແປໄດ້ ແລະ
ກໍສາມາດເປັນຄົນນຳທ່ຽວໄດ້ ນຳອີກ.”
ພວກນັກຮຽນຕາບອດອ່ານໜັງສື ດ້ວຍການໃຊ້ລະບົບຕົວອັກສອນນູນໆ ທີ່ເອີ້ນວ່າ ອັກ
ສອນ Braille. ສຳຫລັບການຂຽນນັ້ນ ພວກນັກຮຽນໃຊ້ເຄື່ອງມືພິເສດ ທີ່ເອີ້ນວ່າ slate
ທີ່ເປັນແຜງ ສຳຫລັບໃຫ້ເອົາ stylus ທີ່ມີປາຍແຫລມໆ ຂີດຂຽນເປັນໂຕໜັງສືລົງໄປ.
ທ່ານກ່າວວ່າ ພວກຄົນຕາບອດບໍ່ຄວນປ່ອຍໃຫ້ ຂໍ້ຈຳກັດຮັດ
ແຄບດ້ານຮ່າງກາຍຂອງຕົນ ສົ່ງຜົນກະທົບຕໍ່ຄວາມໄຝ່ຝັນ
ຂອງຕົນ. ໃນປີ 2008 ມູນນິທິ Ford ໄດ້ມອບທຶນໃຫ້ທ່ານມາ
ສຶກສາຢູ່ມະຫາວິທະຍາໄລແຫ່ງເທັກຊັສ ເປັນເວລາສອງປີ.
ຢູ່ທີ່ນັ້ນ ທ່ານໄດ້ຮັບປະລິນຍາໂທ ວິຊາພັດທະນາຫລັກສູດ.
ທ່ານຢາກໃຫ້ນັກຮຽນຂອງທ່ານຮຽນພາສາອັງກິດ ເພື່ອວ່າ
ເຂົາເຈົ້າຈະໄດ້ໄປສຶກສາຢູ່ຕ່າງປະເທດ ຄືກັນກັບທ່ານ.
ທ່ານ Parudani ກ່າວວ່າ “ຢູ່ໃນສະຫະລັດ ອັນໃດກໍສາມາດເຂົ້າເຖິງໄດ້. ຖ້າ
ຂ້າພະເຈົ້າໄປຮຽນຢູ່ມະຫາວິທະຍາໄລ ທຸກສິ່ງທຸກຢ່າງກໍແມ່ນຈະມີໃຫ້ ເຊັ່ນ
ປື້ມອີເລັກໂທຣນິກ ຫລື E-book ແລະປື້ມ Braille. ຢູ່ ອິນໂດເນເຊຍນີ້ ເຈົ້າ
ຮູ້ບໍ່ ມັນຍາກທີ່ຈະຊອກຫາໜັງສືອ້າງອິງ ແບບປື້ມ E-book ຫລືປື້ມ Braille
ໄດ້. ພວກເຮົາຕ້ອງໄດ້ເຮັດເອົາເອງ. ແຕ່ວ່າຕອນຂ້າພະເຈົ້າຢູ່ສະຫະລັດ ປື້ມ
ທຸກໆຢ່າງ ໜັງສືອ້າງອິງທຸກໆຢ່າງທີ່ຂ້າພະເຈົ້າຕ້ອງການ ແມ່ນມີໃຫ້ໃຊ້ໄດ້
ຢູ່ໃນຫ້ອງສະມຸດ... ຂ້າພະເຈົ້າ ສາມາດເຄື່ອນໄປບ່ອນໃດທີ່ຢາກໄປ ກໍໄດ້
ຢ່າງງ່າຍດາຍ ເພາະວ່າ ທຸກຢ່າງແມ່ນອອກແບບ ໃຫ້ພວກຄົນທີ່ຕາບອດ
ເຂົ້າໃຊ້ເຂົ້າເຖິງໄດ້ອີ່ຫລີ.”
Eha Lestari ເຄີຍເປັນລູກສິດເດັ່ນຄົນນຶ່ງຂອງທ່ານ Iyehezkiel Parudani. ນາງຕາ
ບອດເກືອບຢ່າງສິ້ນເຊີງ ຍ້ອນເປັນໂຣກຕາຕໍ້ ຕອນທີ່ນາງມີອາຍຸພຽງ 4 ປີ. ນາງກ່າວວ່າ
ການຮຽນພາສາອັງກິດ ໄດ້ເຮັດໃຫ້ຊີວິດຂອງນາງປ່ຽນໄປ.
Eha Lestari ເວົ້າວ່າ “ຂ້ອຍຮຽນພາສາອັງກິດ ກໍເພາະຂ້ອຍມັກພາສາອັງກິດ
ຫລາຍ. ຂ້ອຍຢາກເປັນນາຍພາສາ. ມັນເປັນຄວາມໄຝ່ຝັນອັນນຶ່ງຂອງຂ້ອຍ.
ສະນັ້ນ ມັນຈຶ່ງເປັນເຫດຜົນທີ່ຂ້ອຍຢາກຮຽນ ພາສາອັງກິດຫລາຍ...ຂ້ອຍຢາກ
ເປັນນາຍພາສາ ເພາະວ່າຂ້ອຍຢາກໄປປະເທດອື່ນໆ ແລະຂ້ອຍກໍຢາກພົບພໍ້
ກັບຄົນອື່ນໆ ຈາກທົ່ວໂລກນຳ.”
ນາງ Eha Lestari ໄດ້ເດີນທາງໄປ San Francisco ແລະ Washington DC ຮ່ວມກັບນັກຮຽນອີກຫລາຍໆຄົນ ໃນໂຄງການຜູ້ນຳເຍົາວະຊົນ ອິນໂດເນເຊຍ-ສະຫະລັດ. ການເດີນທາງດັ່ງກ່າວໄດ້ມີຜົນສະທ້ອນທີ່ສຳຄັນຕໍ່ຊີວິດຂອງນາງ. ພຽງເມື່ອສອງປີກ່ອນນີ້ ນາງ Eha ເວົ້າພາສາອັງກິດຍັງບໍ່ເກ່ງເລີຍ ລອງຟັງເບິ່ງ.
“I want. I want can speak English. I want to speak English. Yes. Very good.”
“ຂ້ອຍຢາກ ຂ້ອຍຢາກ ສາມາດ ປາກພາສາອັງກິດ. ຂ້ອຍຢາກເວົ້າ ພາສາອັງກິດ.
ແມ່ນແລ້ວ. ເວົ້າເກັ່ງໆ.”
ນາງ Eha ມັກຮ້ອງເພງ ຄືກັນກັບເພື່ອນນັກຮຽນຮ່ວມຫ້ອງຂອງນາງ.
ໂຮງຮຽນພິເສດ Pajajaran Special School ແມ່ນເຕັມໄປດ້ວຍນັກດົນຕີທີ່ບໍ່ທຳມະດາ.
ຢູ່ທີ່ນີ້ ດົນຕີແມ່ນສ່ວນນຶ່ງຂອງຊີວິດປະຈຳວັນ. ແມ່ນແຕ່ພວກນັກຮຽນທີ່ບໍ່ຮຽນພາສາອັງ
ກິດ ກໍສາມາດຮ້ອງເພງພ໊ອບຮິຕຂອງຕາເວັນຕົກໄດ້...ພວກນັກຮຽນກຳລັງພາກັນຮຽນຮ້ອງ
ເວີຊັ່ນພິເສດທີ່ເຂົາເຈົ້າດັດແປງເອງ ຂອງເພງພ໊ອບຄລາສຊິກຂອງອາເມຣິກາ ທີ່ຊື່ “Stand By Me.”
[Students singing] “Stand by me. Please stand, stand by me. Stand by me.”
ທ່ານ Iyehezkiel Parudani ກ່າວວ່າ ເພງນີ້ມີຄວາມໝາຍພິເສດ ສຳຫລັບພວກນັກຮຽນ.
ທ່ານກ່າວວ່າ “ໃນຊີວິດນີ້ ພວກເຮົາແມ່ນຕ້ອງການອີກຄົນນຶ່ງ. ເຈົ້າຕ້ອງຢືນຢູ່ຄຽງ
ຂ້າງຂ້ອຍ. ຖ້າເຈົ້າບໍ່ຢືນຢູ່ຄຽງຂ້າງຂ້ອຍແລ້ວ ຂ້ອຍກໍບໍ່ມີຄວາມໝາຍຫຍັງ.”
Eha Lestari ວາງແຜນຈະໄປຮຽນຕໍ່ມະຫາວິທະຍາໄລ ແລະຮຽນເອົາປະລິນຍາໃນພາສາອັງກິດ. ສຳຫລັບເວລານີ້ ນາງມີຄຳແນະນຳບາງຢ່າງ ສຳຫລັບຊາວໜຸ່ມຄົນອື່ນໆ.
ນາງກ່າວວ່າ “ກະລຸນາໃຊ້ພາສາອັງກິດທຸກໆມື້. ຢ່າສຸອາຍ ທີ່ຈະເວົ້າພາສາອັງກິດ.
ຖ້າຫາກເຮົາສາມາດເວົ້າພາສາອັງກິດໄດ້ ຖ້າຫາກເຮົາສາມາດຫລິ້ນດົນຕີໄດ້
ຂ້ອຍຄິດວ່າ ອະນາຄົດຂອງເຮົາກໍຈະດີ...ດີຫລາຍ.”
ແລະນັ້ນກໍຄືລາຍງານການສຶກສາຂອງວີໂອເອ ພະແນກຮຽນພາສາອັງກິດ.
There are an estimated 70,000 blind children in Indonesia, according to a recent study in the British Journal of Ophthalmology. The researchers found that 60 percent of the children they studied did not have to go blind. Treatable conditions like measles, cataracts, and glaucoma too often lead to blindness.
Iyehezkiel Parudani lost his eyesight at age six from chicken pox. He now teaches English to blind and visually impaired students at the Pajajaran Special School in the city of Bandung.
“What I would like you to do now is listing some professional jobs…professions.”
Iyehezkiel Parudani says learning English can help blind people feel better about themselves and find jobs.
“By learning English, they can be an English teacher. They can be an interpreter. They can be a translator, and also they can be a tourist guide.”
Students read using Braille, a writing system in which letters are represented by a series of raised dots. To write, students use special tools: a slate and stylus.
He says blind people should not let their physical limitations affect their dreams. In 2008, the Ford Foundation gave him a two-year scholarship to study at the University of Texas. There, he earned a Master’s degree in curriculum development. He wants his students to learn English so they too can study overseas.
“In the US everything is accessible. If I go to the university to study, everything is available—like E-book, Braille book. Here in Indonesia, you know, it’s difficult to find a reference book in E-book or in Braille. We have to make it ourselves. But when I was in the US, all books, references I need are available in the library…I can easily move wherever I want because everything designed really accessible for people with blindness."
Eha Lestari was one of Iyehezkiel Parudani’s star students. She is almost completely blind from an eye cataract she suffered when she was four years old. She says learning English has changed her life.
“I study English because I love English very much. I want to be an interpreter. It’s one of my dreams so that’s why I want to learn English very much…I want to be an interpreter because I want to go to the other countries and then I want to meet some people from around the world.”
Eha Lestari traveled to San Francisco and Washington DC as part of the Indonesia-U.S. Youth Leadership Program. The trip had a major effect on her life. Listen to her speaking English just two years ago.
“I want. I want can speak English. I want to speak English. Yes. Very good.”
Like her classmates, Eha loves to sing. The Pajajaran Special School is filled with extraordinary musicians. Here, music is part of daily life. Even the students who do not study English can sing the latest Western pop hits. The students worked on a special version of the classic American pop song “Stand By Me.”
[Students singing] “Stand by me. Please stand, stand by me. Stand by me.”
Iyehezkiel Parudani says the song has special meaning for the students.
“In this life, we need other person. You have to stand by me. Without you standing by me, I’m meaningless.”
Eha Lestari plans to go to college and major in English. For now, she has some advice for other young people.
“Please use English every day. Don’t be shy to speak English…If we can speak English, if we can play music, I think your future is good…is very good.”
This story was written and produced for VOA Learning English by Adam Brock. It was narrated by Christopher Jones-Cruise. The script was edited by George Grow.