ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄງການ 'Access' ຂອງສະຫະລັດ ສອນ ພາສາອັງກິດຟຣີ ໃຫ້ເດັກນ້ອຍທຸກຍາກ


US Teachers Reach Out to Indonesians in 'Access'
please wait

No media source currently available

0:00 0:08:48 0:00

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ໃນ​ປີ 2004 ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ຈັດ​ຕັ້ງ​
ໂຄງການ​ສອນ​ພາ​ສາ​ອັງກິດຟຣີ ​ໃຫ້​ບັນ​ດ​ານັກຮຽນ​ທີ່​ທຸກ​ຈົນ​
ໃນ​ປະ​ເທດ​ພວມ​ພັດທະນາ ​ເປັນ​ເວລາ​ສອງ​ປີ ຊຶ່ງ​ເອີ້ນ​ງ່າຍໆ
​ວ່າ ​ໂຄງການ “Access”. ມາ​ຮອດ​ປັດຈຸບັນ​ນີ້ ໄດ້​ມີ​ນັກຮຽນ​
ປະມານ 95 ພັນ​ຄົນ ປະກອບສ່ວນ​ໃນໂຄງການ​ດັ່ງກ່າວ​ ຈາກ
ເກືອບ 90 ປະ​ເທດ ​ໂຮມ​ທັງ​ອິນ​ໂດ​ເນ​ເຊຍ ຊຶ່ງ​ດາຣາມີ​ລາຍ
​ລະອຽດ​ມາສະ​ເໜີ​ທ່ານ ຈາກ​ລາຍ​ງານ​ຂອງ​ວີ​ໂອ​ເອ ພະ​ແນ​ກ
ພາສາ​ອັງກິດ​ພິ​ເສດ.

ຜູ້ຄົນ​ສ່ວນ​ໃຫຍ່​ຈະ​ເຫັນ​ພ້ອມ​ນຳ​ກັນ​ວ່າ ການ​ຮູ້​ພາສາ​ອັງ​ກິດ​ ແມ່ນສຳຄັນ​ຕໍ່​ການ​ໄດ້​ຂຶ້ນ
ຫ້ອງຮຽນ ​ແລະເລື່ອນ​ຊັ້ນ​ໃນ​ທີ່​ທຳງານ. ​ແຕ່​ວ່າ ນັກຮຽນ​ຫລາຍ​ລ້ານ​ຄົນ​ ຢູ່​ໃນ​ບັນດາປະ
ເທດ​ພ​ວມພັດທະນາ ມີ​ໂອກາດ​ໜ້ອຍ​ຫລາຍ ຫລື​ວ່າ​ບໍ່​ມີ​ໂອກາດ​ເລີຍ ທີ່​ຈະ​ໄດ້​ຮຽນພາສາ
ອັງກິດ​ທີ່​ມີ​ຄຸນ​ນະພາ​ບ.

​ເລື້ອງ​ນີ້​ແມ່ນ​ເປັນຄວາມ​ຈິງ​ເປັນ​ພິ​ເສດ ຢູ່​ໃນ​ອິນ​ໂດ​ເນ​ເຊຍ ທີ່​ເປັນ​ປະ​ເທດ​ທີ່​ມີ​ພົນລະເມືອງ ​
ຫລາຍ​ອັນ​ດັບ​ສີ່ຂອງ​ໂລກ. ອິນ​ໂດ​ເນ​ເຊຍ​ແມ່ນ ມີ​ຫລາຍ​ຮ້ອຍ​ພາສາແລະ​ຊົນ​ເຜົ່າ ທີ່ຢາຍ
ກັນຢູ່ຕາມ​ເກາະ​ຕ່າງໆ​ຫລາຍ​ພັນ​ເກາະ. ສຳ​ຫລັບ​ປະຊາຊົນ​ສ່ວນ​ໃຫຍ່ ພາສາ​ປະຈຳຊາດ
ຂອງ​ອິນ​ໂອ​ເນ​ເຊຍ ​ແມ່ນ​ເປັນ​ພາສາ​ທີ​ສອງ​ຂອງ​ເຂົາ​ເຈົ້າ.

​ແຕ່​ວ່າພວກ​ຊາວ​ໜຸ່ມ​ຂອງ​ຊາດ ມີ​ຄວາມ​ກະຫາຍ​ຢາກ​ຮຽນ​ພາສາ​ທີ​ສາມ ກໍ​ຄື​ພາສາ​ອັງກິດ.
ທ່ານ​ສາມາດ​ໄດ້​ຍິນ​ຄົນ​ເວົ້າ​ພາສາ​ອັງກິດ​ຢູ່​ຕາມ​ຮ້ານ​ກາ​ເຟ ​ແລະ​ຊອບ​ປິ້ງ ມອລ ​ໃນ​ນະຄອນ
ຫລວງ​ຈາ​ກາ​ຕາ. ພວກ​ມີ​ການສຶກສາ​ໃນ​ຈາ​ກາ​ຕາ ຫລາຍ​ຄົນ​ເວົ້າ​ພາສາ​ອັງກິດ​ປົນ​ກັບ​ອິນ
ໂດ​ເນ​ເຊຍ ​ເວລາ​ເຂົາ​ເຈົ້າ​ລົມ​ກັນ. ​ແຕ່​ວ່າ​ຢູ່​ນອກ​ນະຄອນຫລວງ ​ແລະນອກເກາະ​ບາຫລີ
ການ​ຮຽນ​ພາສາ​ອັງກິດ​ສາມາດ​ເປັນ​ເລື້ອງ​ທີ່ຕ້ອງ​ຕໍ່ສູ້. ມັນ​ແຮ່ງ​ຍາກ​ຫລາຍກ່ວາສຳ​ຫລັບ
ພວກຊາວ​ໜຸ່ມ ທີ່​ມາ​ຈາກ​ຄອບ​ຄົວ​ທຸກ​ຍາກ ຫລືຢູ່​ເກາະ​ທີ່​ໄກໆ.

​ແຕ່​ບັດ​ນີ້ ມີ​ໂຄງການ English Access Microscholarship Program ຊຶ່ງ​ເປັນການ​ສອນພາສາ​ອັງກິດ ຫລັງ​ຈາກ​ເລີກ​ຮຽນ. ​ໂຄງການ​ນີ້ ທີ່​ເອີ້ນ​ງ່າຍໆ​ວ່າ ​ໂຄງການ “Access”
​ແມ່ນ​ໄດ້​ຮັບ​ເງິນ ຈາກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ. ​ໂຄງການ Access ສອນ
ພາສາ​ອັງກິດ​ຟຣີ ​ເປັນ​ເວລາ​ສອງ​ປີ ​ໃຫ້ພວກ​ຊາວ​ໜຸ່ມ​ທີ່ທຸກ​ຍາກ​ຂັດ​ສົນ ຢູ່​ໃນ​ທົ່ວ​ໂລກ. ໜຶ່ງໃນ​ຫລາຍໆ​ໂຄງການ Access ທີ່​ໃຫຍ່​ທີ່​ສຸດ ​ແມ່ນ​ຢູ່ໃນ​ອິນ​ໂດ​ເນ​ເຊຍ ​ໂດຍ​ມີ​ນັກ
ສຶກສາ​ປະກອບສ່ວນ ປະມານ 1.000 ຄົນ.

​ເມື່ອ​ຕົ້ນ​ປີ 2014 ນາຍຄູ​ສອນ​ພາສາ​ອັງກິດ​ຊາວ​ອາ​ເມຣິກັນ​ຫລາຍໆ​ຄົນ ​ໄດ້​ຈັດ​ຄ້າຍ​ຮຽນ
ພາສາ​ອັງກິດລະດູຮ້ອນ​ຂຶ້ນ​ ໃນ​ທົ່ວ​ອິນ​ໂດເນ​ເຊຍ. ພວກ​ນາຍຄູ​ເຫລົ່າ​ນີ້​ຕ້ອງການ​ຢາກ​ສະ
ແດງ​ໃຫ້​ເຫັນ​ວ່າ ການ​ຮຽນ​ພາສາ​ອັງກິດ ສາມາດໃຫ້​ຄວາມ​ມ່ວນ​ຊື່ນ​ໄດ້ ຜ່ານ​ກິດຈະກຳ​ຫລິ້ນມ່ວນ ​ເຊັ່ນ​ຮ້ອງ​ເພ​ງກັບ​ຟ້ອນ​ລຳ​ເປັນ​ຕົ້ນ.

ສຽງ​ຮ້ອງ​ເພງ: “Instead I bought some bubble gum. Bazooka-zooka bubblegum, bazooka-zooka bubblegum”

ທ່ານ​ນາງ Alice Murray ​ເຈົ້າ​ໜ້າ​ທີ່​ໂຄງການ​ພາສາ​ອັງກິດ​ຂອງກະຊວງການຕ່າງປະ
ເທດ​ສະຫະລັດ ກ່າວ​ວ່າ “ພວກ​ນັກຮຽນ​ມີ​ຄວາມ​ມ່ວນ​ຊື່​ນ ທີ່​ໄດ້ພົບ​ພໍ້​ຮູ້ຈັກ​ຄົນ​ອາ​
ເມຣິກັນດ້ວຍ​ຕົນ​ເອງ ​ແລະ​ມັນ​ກໍ​ສະໜອງ​ໂອກາດ​ໃຫ້​ຊາວ​ອາ​ເມຣິກັນໄດ້​ຮູ້ຈັກ​
ວັດທະນະທຳ​ຂອງ​ນັກຮຽນ​ ຢ່າງ​ແທ້​ຈິງ​ ​ແລະ​ນອກ​ນັ້ນ​ແລ້ວ ກໍ​ຍັງ​ເຂົ້າ​ໃຈ​ດ້ວຍ
ຕົນ​ເອງ ບັນຫາຕ່າງໆທີ່​ເດັກ​ນ້ອຍ​ພວກ​ນີ້ກັບ​ຄອບຄົວ​ຂອງ​ເຂົາ​ເຈົ້າປະ​ເຊີນ​ຢູ່​
ໃນ​ຊຸມຊົນ​ຂອງ​ພວກ​ເຂົາ​ເຈົ້າ.”

ສຳ​ຫລັບ​ນັກ​ຮຽນ​ອິນ​ໂດ​ເນ​ເຊຍ​ສ່ວນ​ໃຫຍ່​ແລ້ວ ມັນ​ເປັນ​ເທື່ອ​ທຳ​ອິດ​ທີ່ ພວກ​ເຂົາ​ເຈົ້າ​ໄດ້
ພົບພໍ້​ກັບຄົນ​ອາ​ເມຣິກັນ ຫລື​ວ່າ​ໄປ​ນອນ​ຄ້າງ​ຄືນ​ຢູ່​ ຫ່າງໄກ​ຈາກ​ບ້ານ. Tabitha Kidwell
ໄດ້ຊ່ວຍ​ວາງ​ແຜນ​ກິດຈະກຳ​ຕ່າງໆ​ຂອງ​ຄ້າຍ​ຮຽນ​ລະດູ​ຮ້ອນ​ນີ້.

ນາງ Kidwell ​ເວົ້າ​ວ່າ “​ເຂົາ​ເຈົ້າ​ສະນຸກ​ອີ່​ຫລີ ກັບການ​ໄດ້ຮຽນ​ຮູ້ ກ່ຽວ​ກັບ
ວັດທະນະທຳ​ນາໆ​ຊາດ ຢູ່​ໃນ​ອາ​ເມຣິກາ. ​ແນ່ນອນ​ ​ພວກ​ເຂົາເຈົ້າ​ມັກ​
ຮຽນ​ເຮັດ​ສາຍ​ແຂ​ນມິດຕະພາບ ​ແລະ​ມັກຮຽນ​ຫລິ້ນ​ເກ​ມຕ່າງໆ​ຂອງອາ​ເມ
ຣິກາ ​ແລະ​ພວກ​ເຂົາ​ເຈົ້າກໍ​ສະນຸກ​ຫລາຍ ກັບ​ການສົນທະນາ​ສຳ​ຫລວດ​
ຕົນ​ເອງ ທີ່​ພວກ​ເຮົາຈັດ​ຂຶ້ນ​ນັ້ນ​ນຳ.”

ໜຶ່ງ​ໃນ​ຫລາຍໆ​ຫ້ອງ​ຮຽນ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຫລາຍ​ທີ່​ສຸດ​ກໍ​ຄື ການ​ຮຽນ​ເວົ້າອອກສຽງ
ພາສາ​ອັງກິດ​ສຳນຽງ​ອາ​ເມຣິກັນ. ​Christy Lewis ​ເປັນ​ຄູ​ສອນ​ພາສາ​ອັງກິດ ຈາກ​ລັດ
​ເທັນແນັສຊີ.

ນາງ Lewis ເວົ້າ​ວ່າ “​ເວີກ​ຊອ໊ບນີ້ ສອນ​ພວກ​ເດັກນ້ອຍກ່ຽວ​ກັບ ຈັງ​ວະ​ໃນ​
ກາ​ນ​ອອກສຽງ​ພາສາ​ອັງກິດ​ ສຳນຽງ​ອາ​ເມຣິກັນ ​ແລະ​ເລີ້ມ​ສອນ​ໃຫ້​ເຂົາ​ເຈົ້າ​
ຮູ້ຈັກ​ວິທີເວົ້າ​ພາສາ​ອັງກິດ ​ໃຫ້​ຄື​ກັບ​ຄົນ​ພື້ນ​ເມືອງ​ອາເມີຣິກັນ ຫລາຍ​ຂຶ້ນ.”

SFXG “The kids go the camp. The kids go to the camp.”

Bryan Holzer ມາ​ຈາກ​ເມືອງ​ນ້ອຍ​ໆ ​ໃນ​ລັດ Wisconsin. ລາວ​ລົມ​ສູ່​ພວກ​ໄວ​ລຸ່ນ
ອິນ​ໂດ​ເນ​ເຊຍ​ຟັງ ກ່ຽວ​ກັບ​ກິລາ​ຟຸດ​ບອລ​ອາ​ເມຣິກັນ.

ທ້າວ Holzer ກ່າວ​ວ່າ “ມັນ​ໜ້າ​ສົນໃຈ ຄືທຳ​ອິດ​ເວລາ​ຂ້ອຍ​ເອົາ​ໝາກບາ​ນ​
ໃຫ້​ເຂົາ​ເຈົ້າ​ເບິ່ງ ​ເຂົາ​ເຈົ້າ​ພາກັນເວົ້າ​ວ່າ ຣັກບີ້. ​ແຕ່​ບາດ​ເວລາ​ຂ້ອຍ​ສອນ​
ພວກ​ເຂົາ​ເຈົ້າ ກ່ຽວ​ກັບກົດ​ລະບຽບ ​ແນວ​ຄິດ​ພື້ນຖານ​ຂອງ​ກິລານີ້ ​ເຂົາ​ເຈົ້າ​
ກໍ​ຫັນມາ​ສົນ​ໃຈ​ຟຸດບອລ​ອາ​ເມຣິກັນ​ ຫລາຍ​ຂຶ້ນ.”

ສ່ວນນາງ Lewis ​ກ່າວອີກ​ວ່າ “ສະຫລູ​ບ​ແລ້ວ ໜຶ່ງ​ໃນ​ຫລາຍໆ​ສິ່ງ​ທີ່​ພວກ​
ເຮົາ​ເຮັດ​ຢູ່​ອິນ​ໂດ​ເນ​ເຊຍ​ນີ້ ກໍ​ຄື​ພວກ​ເຮົາ​ຮ້ອງ​ເພງ​ຫລ້າຍຫລາຍ ຢູ່ຄ້າຍ

Access ລະດູ​ຮ້ອນ​ຫັ້ນ. ພວກ​ເດັກນ້ອຍ​ແມ່ນ​ມັກ​ຮ້ອງ​ເພງ​ອີ່ຫລີ ​ແລະ​
ເຂົາ​ເຈົ້າ​ກໍ​ມັກ​ຮຽນ​ຮ້ອງ​ເພງ​ໃໝ່ໆ.”

Lewis: “Thumbs up!”

Students: “Thumbs up!

Lewis: “Elbows back!”

Students: “Elbows back!”

Together: “I’m singing in the rain, just singing in the rain, what a glorious feeling I’m…”

ພວກ​ໄປ​ເຂົ້າ​ຄ້າຍ ​ປິດ​ທ້າ​ຍມື້ອັນ​ຍາວ​ນານ ທີ່​ເຕັມ​ໄປດ້ວຍ​ກິດຈະ​ກຳ​ນັ້ນ ດ້ວຍການ​ເຮັດ
campfire ຫລື​ໄຕ້​ກອງ​ໄຟ​ຂຶ້ນ.

Faishal Zakaria ​ເປັນ​ຄູ​ສອນ​ພາສາ​ອັງກິດ ຈາກ​ Banda Aceh ​ໃນ​ເຂດ​ຕາ​ເວັນ​ຕົກ
ສຽງ​ເໜືອຂອງ​ອິນ​ໂດ​ເນ​ເຊຍ. ລາວ​ເຄີຍ​ໄປ​ສຶກສາຢູ່ສະຫະລັດ​ ໃນ​ໂຄງການ​ແລກປ່ຽນ
ນັກ​ສຶກສາ Fulbright. ລາວ​ຫວັງວ່າ ການ​ອອກ​ຄ້າຍ​ຈະ​ກະ​ຕຸ້ນ​ໃຫ້​ພວກ​ນັກ​ສຶກສາ​ຂອງ
ລາວຝັນ​ໄກ ແລະມີ​ຈິດໃຈ​ເປີດ​ກ້ວາງ​ຫລາຍ​ຂຶ້ນ.

Zakaria ​ເວົ້າ​ວ່າ “ຂ້ອຍ​ເຫັນອາຈານ ​ເຫັນ​ນາຍຄູ​ຂອງ​ຂ້ອຍ ຮຽນ​ຈົບ​ມາ​ຈາກ​
ມະຫາວິທະຍາ​ໄລອາ​ເມຣິກາ ​ແລະ​ເຂົາ​ເຈົ້າ​ລົມ​ກັນ​ກ່ຽວກັບອາ​ເມຣິກາ ແລະ
​ເດີນທາງ​ໄປ​ຫັ້ນ​ມາ​ນີ່. ​ແລະ​ມັນ​ເຮັດ​ໃຫ້​ຂ້ອຍ​ຄິດວ່າ
‘ຖ້າ​ລາວ​ເຮັດ​ໄດ້ ຂ້ອຍ
ກໍ​ເຮັດ​ໄດ້​ຄື​ກັນ.’ ‘ກະ​ໂດດ​ຂຶ້ນ​ໄປຍິງ​ເອົາ​ດວງ​ຈັນ​ພຸ້ນ ​ເຖິງ​ແມ່ນ​ເຈົ້າ​ຈະ​ລົ້ມ​
ແຫລວ ​ເຈົ້າ​ກໍ​ຈະ​ຕົກລົງ​ມາໃນ​ໝູ່​ດວງ​ດາວ.’”

​ໂຄງການ​ນີ້​ບໍ່​ແມ່ນ​ກ່ຽວ​ກັບ ​ຊາວ​ອາ​ເມຣິກັນສອນ​ທ່ານ​ໃຫ້​ຮູ້ຈັກ​ກ່ຽວ​ກັບວັດທະນະທຳ
ສະຫະລັດ ​ແຕ່​ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ. ພວກ​ນັກ​ສຶກສາ​ຍັງ​ສອນ​ພວກ​ນາຍຄູ​ອາ​ເມຣິກັນ
ຮ້ອງ​ເພງ​ທ້ອງ​ຖິ່ນແລະ​ຟ້ອນ​ລຳນຳ​ດ້ວຍ. ຢູ່​ເກາະ Ambon ທາງ​ພາກ​ຕາ​ເວັນ​ອອກ​ຂອງ
ອິນ​ໂດ​ເນ​ເຊຍ ພວກ​ນັກສຶກສາ​ພາກັນ​ແປ​ເພງ​ພື້ນ​ເມືອງ​ເພງ​ໜື່ງ ອອກ​ມາ​ເປັນ​ພາສາ​ອັງ
ກິດ​ແລະ​ຮ້ອງ​ສູ່​ກັນ​ຟັງ.

“I just want to tell you that we both are really brothers. Sharing,
caring each other is so very, very sweet . . .”

ຄ້າຍ​ຮຽນ​ພາສາ​ອັງກິດ​ໄຂຂຶ້ນສາມ​ມື້​ເທົ່າ​ນັ້ນ. ​ແຕ່​ເຖິງ​ປານ​ນັ້ນ ນາຍຄູ​ບາ​ງຄົນ​ກໍ​ສັງ​ເກດ
ເຫັນການ​ປ່ຽນ​ແປງ​ໃນ​ພວກ​ນັກຮຽນ​ຂອງ​ເຂົາ​ເຈົ້າ ​ໃນ​ຊ່ວງ​ເວລາ​ສາມ​ມື້​ນັ້ນ. ທ່ານ​ນາງ Meutiati Ranty ​ເປັນ​ອາ​ຈານ​ຜູ້​ບັນ​ລະ​ຍາຍ ​ຢູ່​ມະຫາວິ​ທະຍາ​ໄລ​ແຫ່ງ​ອິນ​ໂດ​ເນ​ເຊຍ
ທີ່​ຊ່ວຍ​ວາງ​ແຜນ ຈັດ​ຄ້າຍ​ຮຽນ​ນີ້. ທ່ານ​ນາງ​ກ່າວ​ວ່າ ໜຶ່ງ​ໃນ​ເປົ້າ​ໝາຍ​ກໍ​ແມ່ນ​ເພື່ອ​ຊ່ວຍ
ສົ່ງ​ເສີມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ ລະຫວ່າງ​ຊາວ​ອາ​ເມຣິກັນ​ແລະຊາວ​ອິນ​ໂອ​ເນ​ເຊຍ.

ທ່ານ​ນາງ Ranty ກ່າວ​ວ່າ “ກ່ອນ​ອອກ​ຄ້າຍ ພວກເດັກນ້ອຍອາດໄດ້ພາກັນຄິດວ່າ
ຊາວ​ອາ​ເມຣິກັນ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ຍາກ... ​ເຂົາ​ເຈົ້າ​ດີ​ເລີດ​ກ່ວາ​ຄົນ​ອື່ນ ​ແລະ​ເຂົາ
ເຈົ້າ​ອາດ​ໄດ້ມີ​ແນວ​ຄິດໃນ​ທາງລົບກ່ຽວ​ກັບ​ຊາວ​ມຸສລິ​ມ. ​ແຕ່​ວ່າ ຜ່ານ​ປະສົບ​ການ​
ໃນ​ລະຫວ່າງ​ອອກຄ້າຍ​ນັ້ນ ພວກ​ເຂົາ​ເຈົ້າ​ກໍໄດ້​ຮູ້ວ່າ ຄົນ​ອາ​ເມຣິກັນ​ກໍ​ຄື​ກັນ​ກັບ​
ພວກ​ເຂົາເຈົ້າ​ຫັ້ນ​ແຫລະ. ຜ່ານ​ການ​ໂອ້​ລົມ​ພົວພັນ​ກັນ​ໃນ​ລະຫວ່າງ​ຢູ່​ຄ້າຍ ພວກ​
ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຊາວ​ອາ​ເມຣິກັນມີ​ຄວາມ​ເປັນ​ມິດ​ຫລາຍ ​ແລະ​ຮູ້ວ່າ ສິ່ງ​ທີ່​
ເຂົາ​ເຈົ້າ​ເຄີຍ​ຄິດ​ນັ້ນ ​ແມ່ນ​ບໍ່​ຖືກຕ້ອງ.”

ນັກຮຽນ​ຄົນ​ໜຶ່ງ ທ້າວ Amin ກ່າວ​ວ່າ “ຂ້ອຍ​ຢາກ​ຂໍຂອບໃຈ​ໂຄງການ Access
ເພາະວ່າ ​ເວົ້າ​ອີ່ຫລີ​ເຖາະ ກ່ອນ​ຂ້ອຍ​ມາ​ຮ່ວມ Access ນັ້ນ ຂ້ອຍ​ຊັງ​ພາສາ​
ອັງກິດ​ຫລາຍ​ແທ້​ໆ. ຍາ​ມ​ໃດ ຂ້ອຍ​ກໍ​ໄດ້​ຄະ​ແນນ​ຕ່ຳໆ​ໃນ​ວິຊາ​ກ່ຽວ​ກັບພາສາ​
ອັງກິດ ຢູ່​ໂຮງຮຽນ​ຂອງ​ຂ້ອຍ. ​ແລະ​ຂ້ອຍ​ກໍ​ບໍ່​ຮູ້​ຈະ​ຄິດ​ແນວ​ໃດ. ຫລັງ​ຈາກ​ຂ້ອຍ​
ໄດ້​ເຂົ້າ​ຮ່ວມ
Access ຂ້ອຍ​ກໍ​ໄດ້ປ່ຽນ​ໄປ​ຢ່າງ​ສິ້ນ​ເຊີງ ​ແລະ​ຂ້ອຍ​ກໍ​ບໍ່​ຮູ້​ອີ່ຫລີ​
ວ່າເປັນ​ຫຍັງ. ​ແຕ່​ຂ້ອຍ​ມັກພາສາ​ອັງກິດ ​ແລະ​ຂ້ອຍ​ສຳນຶກ​ໄດ້​ວ່າ ມັນ​ສຳຄັນ​
ສຳ​ຫລັບ​ຂ້ອຍ​ຫລາຍ ປານ​ໃດ.”

ຖ້າ​ທ່ານ​ຢາກ​ຮູ້​ວ່າ ຈະ​ມີ​ໂຄງການຮຽນ​ພາສາ​ອັງກິດ Access ຢູ່​ໃກ້​ເຮືອນ​ຂອງ​ທ່ານ​
ຫລື​ບໍ່ ​ໃຫ້​ພົວພັນ​ຖາມ​ໄປ​ຍັງ ສະຖານທູດ​ສະຫະລັດ ຢູ່​ໃນ​ປະ​ເທດ​ຂອງ​ທ່ານ.

​ແລະ​ນັ້ນ​ກໍ​ຄື​ລາຍ​ງານ​ການ​ສຶກສາ​ຂອງ​ວີ​ໂອ​ເອ ພະ​ແນ​ກພາສາ​ອັງກິດພິ​ເສດ.
ທ່ານສາມາດ​ເຂົ້າ​ໄປ​ເບິ່ງ​ວີ​ດີ​ໂອ ກ່ຽວ​ກັບ​ລາຍ​ງານ​ນີ້​ໄດ້​ທາງເວັບ​ໃຊ້ຂອງ​ເຮົາ ທີ່ lao.voanews.com

______________________________________________________________

Words in this Story

strugglen. to try very hard to do, achieve, or deal with something that is difficult or that causes problems

needyadj. not having enough money, food, etc., to live properly

self-reflectiveadj. thoughtful about your own behavior and beliefs

rhythmn. a regular, repeated pattern of sounds or movements

Now, it’s your turn to use these Words in This Story. In the comments section, write a sentence using one of these words and we will provide feedback on your use of vocabulary and grammar.

XS
SM
MD
LG