ສະຫະລັດ ໃຫ້ທຶນແກ່ລາວເພີ້ມຂຶ້ນ ໃນການເກັບກູ້ລະເບີດ ບໍ່ທັນແຕກ ແຕ່ລາວກໍຍັງຕ້ອງການຄວາມຊ່ວຍເຫຼືອຫລາຍ ເພື່ອຈະໃຫ້ມັນກ້າວໜ້າໄວຂຶ້ນ

  • ​ບົວ​ສະ​ຫວັນ ​ສິມ​ມາ​ລາ

ທ່ານ​ນາງ ແຊ​ຣາ ກຸຫຼາບ​ດາ​ລາ ກ່າວ​ຄຳ​ເຫັນ​ຢູ​ມະ​ຫາວ​ິ​ທະ​ຍາ​ໄລ ຈອນ​ສ໌ ຮັອບ​ກິນ​ສ໌.

ສະຫະລັດໄດ້ໃຫ້ເງິນທຶນແກ່ລາວເພີ້ມຂຶ້ນຢ່າງຫລວງຫລາຍ ໃນການເກັບກູ້ລະເບີດບໍ່ທັນແຕກ ໂດຍສະ ເພາະ ແມ່ນຫລັງຈາກການຢ້ຽມຢາມ ສປປ ລາວ ຂອງ ອະດີດປະທານາທິບໍດີໂອບາມາໃນປີ 2016 ແຕ່ ວ່າ ເພື່ອຈະເຮັດໃຫ້ວຽກງານນີ້ ຄືບໜ້າໄດ້ໄວ ລາວກໍຍັງຕ້ອງການ ການຊ່ວຍ ເຫລືອຈາກຕ່າງ ປະເທດຫຼາຍກວ່າ ນັ້ນຫຼາຍຢູ່, ອີງຕາມນັກລົບເກົ່າ ອາເມຣິກັນຄົນນຶ່ງເວົ້າ. ບົວສະຫວັນຈະນໍາລາຍງານເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ສະຫະລັດ ໃຫ້ທຶນແກ່ລາວເພີ້ມຂຶ້ນໃນການເກັບກູ້ລະ ເບີດ ບໍ່ທັນແຕກ ແຕ່ລາວກໍຍັງຕ້ອງການຄວາມຊ່ວຍ ເຫຼືອຫລາຍ ເພື່ອຈະໃຫ້ມັນກ້າວໜ້າໄວຂຶ້ນ

ໃນການຕາມລ່າກຳລັງທະຫານຫວຽດນາມເໜືອຢູ່ຕາມເສັ້ນທາງໂຮ່ຈິມິນ ແລະ ກຳລັງທະຫານຄອມມູນິສປະເທດລາວ ໃນປາງສົງຄາມອິນດູຈີນ, ນັບແຕ່ປີ 1964 ຫາ 1973 ນັ້ນ ສະຫະລັດໄດ້ໃຊ້​ລະ​ເບີດຖິ້ມລົງຈາກເຮືອບິນເປັນອາວຸດ ແລະວິທີ ການຕໍ່ສູ້ອັນຕົ້ນຕໍກັບສັດຕູ​ ຊຶ່ງໃນນັ້ນມີ​ລະ​ເບີດ​ລູກ​ຫວ່ານ 270 ລ້ານລູກຕົກ​ໃສ່ລາວ. ສະນັ້ນລາວຈຶ່ງກາຍເປັນປະເທດທີ່ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດໃນໂລກເມື່ອສະເລ່ຍໃສ່​ຫົວ​ຄົນ, ອີງຕາມທ່ານໄມ ເບີຕັນ (Mike Burton), ນັກລົບເກົ່າອາເມຣິກັນທີ່ເຄີຍຖືກສົ່ງໄປປະຈໍາການແລະຮັບຜິດຊອບດູແລການສູ້ລົບຢູ່ລາວໃນປີ 1966 ຫາ 1969 ແລະປັດຈຸບັນທ່ານເປັນປະທານຄະນະບໍລິຫານງານອົງການ “Legacies of War” ຫລື ສິ່ງ​ຕົກ​ຄ້າງຫຼັງສົງຄາມ. ປະ​ມານ 81 ລ້ານລູກ ຫລື 30 ເປີ​ເຊັນຂອງລູກ​ລະ​ເບີດເຫລົ່າ​ນັ້ນບໍ່ໄດ້ແຕກໃນ​ທັນທີຈຶ່ງ​ຕົກ​ຄ້າງມາ​ເຖິງທຸກວັນ​ນີ້.

ນັບແຕ່ປີ 1993 ເປັນຕົ້ນມາ ສະ​ຫະ​ລັດ​ກໍ​ໄດ້​ເລີ້ມ​ໃຫ້ການ​ຊ່ວຍ​ເຫລືອໃນດ້ານ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ ຫລື UXO ຢູ່​ໃນ​ລາວ, ຫວຽດນາມ ແລະ ກໍາປູເຈຍ, ລວມທັງໝົດເປັນປະມານ 660 ລ້ານໂດລາ ແລະລາວທີ່ເປັນປະເທດທີ່ມີລະເບີດຕົກຄ້າງຫຼາຍກວ່າໝູ່ ກໍໄດ້ຮັບຫລາຍກວ່າໝູ່ຊຶ່ງຫຼ້າສຸດແມ່ນໄດ້ຮັບ 45 ລ້ານໂດລາ ດັ່ງທີ່ທ່ານເບີຕັນເລົ່າລາຍລະອຽດສູ່ພວກເຮົາຟັງວ່າ:

“ໃນປີ 2023, ເງິນທຶນແມ່ນ 45,000,000 [ໂດລາ]. ເງິນທຶນທີ່ພວກເຮົາໄດ້ສະ ແຫວງຫາການສະໜັບ ສະໜູນນັ້ນ ແມ່ນມັນຢູ່ໃນງົບປະມານຂອງກະຊວງການຕ່າງປະເທດ ແລະ ກະຊວງການຕ່າງປະເທດກໍໄດ້ຈັດສັນເງິນນັ້ນ ໃຫ້ແກ່ອົງການເກັບກູ້ລະເບີດບໍ່ທັນແຕກຫຼາຍອົງການທີ່ເຮັດວຽກຢູ່ລາວ ເພື່ອເອົາລະ ເບີດອອກໄປ.

ທ່ານກ່າວຕໍ່ໄປວ່າຈໍານວນເງິນທີ່ວ່ານີ້ ແມ່ນບໍ່ພຽງແຕ່ໃຊ້ໃນການເກັບກູ້ລະເບີດ ເທົ່ານັ້ນ ແຕ່ຍັງຊ່ວຍໃນດ້ານມະນຸດສະທໍາຕ່າງໆ ອີກ ຊຶ່ງລວມທັງການສຶກສາໃຫ້ ເດັກນ້ອຍຮູ້ກ່ຽວກັບອັນຕະລາຍລະເບີດບໍ່ທັນແຕກອີກດ້ວຍ.

ແຕ່​ຢ່າງ​ໃດ​ກໍຕາມ ​ເງິນທຶນທີ່ວ່ານີ້ ແມ່ນບໍ່ພຽງພໍທີ່ຈະເຮັດໃຫ້ການເກັບກູ້ລະເບີດໃນລາວມີຄວາມຄືບໜ້າໄດ້ຫລາຍ ເພາະປັດ​ຈຸ​ບັນ​ນີ້ ມີ UXO ປະ​ມານ 80 ລ້ານ​ລູກ​ທີ່ຍັງ​ກະ​ຈັດ​ກະ​ຈາຍ​ຢູ່​ທົ່ວ​ທຸກ​ແຂວງ​ຂອງ​ປະ ເທດ, ສະນັ້ນໃນໂອກາດທີ່ມາຢ້ຽມຢາມສະຫະລັດຢ່າງເປັນທາງການຄັ້ງທໍາອິດເມື່ອບໍ່ເທົ່າໃດເດືອນຜ່ານມານີ້, ທ່ານສັນຍາ ປຣະດິດ, ປະທານຄະນະກໍາມະການພົວພັນຕ່າງປະເທດຂອງ ສະພາປະຊາຊົນແຫ່ງ ຊາດລາວ ກໍໄດ້ໂອ້ລົມກັບສະມາຊິກລັດຖະສະພາສະຫະລັດ ເພື່ອຂໍການຊ່ວຍເຫລືອໃນດ້ານນີ້ເພີ້ມ ດັ່ງທີ່ທ່ານກ່າວຕໍ່ພວກເຮົາໃນວ່າ:

ຢາກຂໍໃຫ້ສະຫະລັດອາເມຣິກາໜີ້ ສືບຕໍ່ເລື້ອງເກັບກູ້ລະເບີດ ເນື່ອງຈາກປັດຈຸ ບັນໜີ້ ກະຮູ້ນໍາກັນເນາະແລ້ວວ່າ ປາງສົງຄາມໜີ້ ສາມລ້ານຕັນ ລະເບີດຖິ້ມໃສ່ລາວ ແລ້ວລະແມ່ນ 80 ລ້ານໜ່ວຍຍັງບໍ່ທັນແຕກ ຫຼະຄັນເວົ້າແລ້ວ 80 ລ້ານ ໜ່ວຍໜີ້ ດຽວນີ້ຂຸດຄົ້ນໄດ້ແຕ່1 ເປີເຊັນຶ່ງນະ ແລ້ວຫລະເນື້ອທີ່ ທີ່ວ່າປົກຄຸມ 87 ພັນກິໂລແມັດມົນທົນ, ສະນັ້ນໜີ້ ກະຂໍ ຂໍເອົາໂຕນີ້ໄປຊ່ອຍ.”

ລັດ​ຖະ​ບານ​ລາວໄດ້​ຕັ້ງ​ເປົ້າ​ໝາຍ​ໄວ້​ວ່າ ປີ​ນຶ່ງ​ໃຫ້​ເກັບ​ກູ້ UXO ໄດ້ 10,000 ຕາ​ລາງ​ແມັດ ຫລື​ແມັດ​ກາ​ເຣ. ແຕ່​ແນວ​ໃດ​ກໍ​ຕາມຍິ່ງຫລາຍ​ປີ​ຜ່ານ​ໄປເທົ່າ​ໃດເນື້ອທີ່ຂອງເຂດທີ່ມີການປົກຄຸມຂອງ UXO ກໍອາດຈະຂະຫຍາຍກວ້າງອອກໄປເທົ່ານັ້ນ ທັງນີ້ກໍເພາະວ່າເຂດທີ່ມີ UXO ປົກຄຸມຫລາຍ​ທີ່​ສຸດ​ ຊຶ່ງກໍຄື​ນັບ​ແຕ່​ສະ​ຫວັນ​ນະ​ເຂດ​ໄປ​ຮອດ​ອັດ​ຕະ​ປືໃນຊຸມປີ​ຜ່ານ​ມານີ້ແມ່ນ​ຖືກ​ນ້ຳ​ຖ້ວມ​ຢ່າງ​ໜັກ​ ສະ​ນັ້ນ​ມັນ​ເຮັດໃຫ້ລະເບີດຈຳ​ນວນ​ນຶ່ງ​ໄຫລ​ໄປ​ສູ່​ບ່ອນ​ອື່ນ, ອີງ​ຕາມ​ຍາ​ນາງ​ແຊ​ຣາ ກຸຫຼາບດາຣາ, ຫົວໜ້າຜູ້ບໍລິຫານ ຫລື CEO ຂອງອົງການ “Legacies of War” ທີ່ກ່າວຢູ່ໃນກອງປະຊຸມ ກ່ຽວກັບອາວຸດລູກຫວ່ານ ທີ່ຈັດຂຶ້ນໂດຍໂຮງຮຽນສອນ ວິສະວະກໍາ ຂອງມະຫາວິທະຍາໄລຈອນສ໌ ຮອບຄິນສ໌ (Johns Hopkins) ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນໃນອາທິດແລ້ວນີ້.

ສ່ວນປະ​ເທດທີ່​ໃຫ້​ການ​ຊ່ວຍ​ເຫລືອ​ເກັບ​ກູ້​ລະ​ເບີດ​ແກ່​ລາວ​ຫລາຍ​ທີ່​ສຸດກໍ​ແມ່ນ​ສະ​ຫະ​ລັດຊຶ່ງມາ​ຮອດ​ປີ 2023 ນີ້ສະ​ຫະ​ລັດ​ໄດ້​ໃຫ້​ການ​ຊ່ວຍ​ເຫລືອແກ່​ລາວ​ໃນ​ດ້ານນີ້ ທັງ​ໝົດ​ແມ່ນ​ປະມານ 400 ລ້ານ​ໂດລາ, ອີງຕາມຍາ​ນາງ​ແຊ​ຣາ. ການ​ຊ່ວຍ​ເຫລືອ​ຂອງ​ສະ​ຫະ​ລັດ​ແກ່ລາວ​ໃນດ້ານນີ້​ເພີ້ມ​ຂຶ້ນ​ຢ່າງ​ຫລວງ​ຫຼາຍ​ ຫລັງການ​ຢ້ຽມ​ຢາມ​ອັນ​ເປັນ​ປະ​ຫວັດ​ສາດຂອງ​ອະດີດປະ​ທາ​ນາ​ທິ​ບໍ​ດີບາ​ຣັກ ໂອ​ບາ​ມາ​ໃນ​ປີ 2016 ນັ້ນ ຊຶ່ງ​ກໍ​ຄືໃຫ້ປີ​ລະ 30 ລ້ານ​ໂດ​ລາ​ສຳ​ລັບ​ 3 ປີ, 2017 ຫາ 2019. ຈາກນັນ ມາກໍໃຫ້ປີລະ 40 ລ້ານໂດລາ. ສ່ວນ​ສອງປີຜ່ານມາ ຊຶ່ງກໍຄືປີ 2022 ແລະ 2023 ສະ​ຫະ​ລັດ​ໃຫ້​ການ​ຊ່ວຍ​ເຫລືອແກ່​ລາວຫລາຍ​ເປັນ​ພິ​ເສດ​ຊຶ່ງກໍ​ຄື 45 ລ້ານ​ໂດ​ລາຕໍ່ປີ. ເງິນ​ຈຳ​ນວນນີ້ແມ່ນນອນ​ຢູ່​ໃນ​ເງິນ​ທັງ​ໝົດ 80 ລ້ານໂດ​ລາ​ທີ່​ສະ​ຫະ​ລັດ​ມອບ​ໃຫ້​ແກ່​ການເກັບ​ກູ້ UXO ໃນ 3 ປະ​ເທດ​ທີ່​ຖືກສົງຄາມໃນສະໄໝ​ນັ້ນທໍາ ລາຍ ແລະໃນປີໜ້ານີ້ທາງອົງການ “Legacies of War” ກໍສືບຕໍ່ ຂໍການຊ່ວຍ ເຫລືອໃນຈໍານວນເງິນເທົ່າກັນນີ້ແກ່ທັງສາມປະເທດ ແລະຄາດວ່າລາວທີ່ເປັນ ປະເທດທີ່ມີ UXO ປົກຄຸມສູງກວ່າໝູ່ກໍຈະໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ ດັ່ງທີ່ທ່ານເບີຕັນໃຫ້ຄວາມເຫັນວ່າ:

“ພວກເຮົາກໍາລັງສະແຫວງຫາການສະຫນັບສະຫນູນໃນປັດຈຸບັນໃຫ້ໄດ້ 80 ລ້ານ [ໂດລາ] ສໍາລັບປີທີ່ຈະມາເຖິງນີ້. ແທ້ຈິງແລ້ວ, ເງິນ 80 ລ້ານນັ້ນຈະໃຊ້ສໍາລັບລາວ, ກຳປູເຈຍ ແລະ ຫວຽດນາມ ທັງສາມປະ ເທດ, ແຕ່ເງິນສ່ວນໃຫຍ່ອາດຈະເອົາໄປໃຫ້ລາວ.”

ແຕ່ວ່າການລະດົມທຶນໄປຊ່ວຍລາວເກັບກູ້ລະເບີດນັ້ນກໍພົບຄວາມຫຍຸ້ງຍາກ, ອີງ​ຕາມ​ຍາ​ນາງ​ແຊ​ຣາເວົ້າ. ທັງນີ້ກໍເພາະວ່າ ຢູ່​ໃນ​ສະ​ຫະລັດນັ້ນ ຄົນເອີ້ນສົງ​ຄາມທີ່ເກີດຢູ່ໃນເຂດອິນ​ດູ​ຈີນ​ວ່າ “​ສົງ​ຄາມ​ຫວຽດ​ນາມ” ຊຶ່ງເຮັດໃຫ້ຄົນສ່ວນໃຫຍ່ໃນ ສະຫະລັດບໍ່ຄ່ອຍຮູ້ວ່າທີ່​ຈິງ​ແທ້​ສົງຄາມນີ້​ເກີດ​ຂຶ້ນ​ຢູ່​ລາວ​ຄືກັນ ແລະລາວຖືກ ລະເບີດຖິ້ມໃສ່ຫລາຍກວ່າໝູ່. ສະນັ້ນທາງອົງ​ການ “Legacies of War” ພ້ອມ ກັບອົງການຕ່າງໆຕະ ຫຼອດທັງມະຫາວິທະ ຍາໄລບາງແຫ່ງໃນສະຫະລັດ ໄດ້ ພະຍາມເຜີຍແຜ່ໃຫ້ຄົນ​ເຂົ້າ​ໃຈກ່ຽວກັບບັນຫານີ້ໃນລາວ ແລະອັນຕະລາຍ ຂອງ ລະເບີດລູກຫວ່ານ ແລະລະເບີດຝັງດິນທີ່ຕົກຄ້າງຈາກສົງຄາມໃຫ້​ແກ່ຊາວ​ອາ​ເມ​ຣິ​ກັນຮູ້.