ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງລາວແລະສາກົນ.
ລາຍການວິທະຍຸ-ໂທລະພາບ ວີໂອເອລາວ ວັນທີ 21 ກຸມພາ 2023
Your browser doesn’t support HTML5
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີ: ທ່ານໄບເດັນ ແລະ ທ່ານປູຕິນ ຈະກ່າວຄຳປາໄສ ກ່ຽວກັບບັນຫາຂັດແຍ້ງໃນຢູເຄຣນ, ອົບພະຍົບເຂົ້າມາ ອາວຸດອອກໄປ ໃນບົດບາດ ທີ່ໂປແລນ ເປັນແນວໜ້າຂອງສົງຄາມໃນຢູເຄຣນ ແລະ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຈະລົງຄະແນນສຽງ ຕໍ່ຍັດຕິການຊຸກຍູ້ໃຫ້ມີສັນຕິພາບທີ່ຍືນຍົງ ໃນຢູເຄຣນ.