ວີໂອເອສຳພາດຍານາງ ໄຊຊະນະ ວິໄລເຮືອງ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ

ຍານາງ ໄຊຊະນະ ວິໄລເຮືອງ

ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊົມຊົນຊາວລາວໃນທະວີບອາເມຣິກາມື້ນີ້, ພວກເຮົາມີການສຳພາດກັບຍານາງ ໄຊຊະນະ ວິໄລເຮືອງ ຜູ້ອາ ໄສຢູ່ເມືອງ ກາແລນ, ລັດເທັກຊັສ ມາສະເໜີທ່ານ. ໃນການສຳພາດນີ້ພວກເຮົາໄດ້ລົມກັບລາວ ກ່ຽວກັບ ການຍົກຍ້າຍຖິ່ນຖານມາຢູ່ ສະຫະລັດ, ຊີວິດສ່ວນຕົວ ແລະ ຊຸມຊົນລາວຢູ່ໃນລັດດັ່ງກ່າວ, ເຊີນທ່ານຟັງຈາກ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ວີໂອເອສຳພາດຍານາງ ໄຊຊະນະ ວິໄລເຮືອງ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ

ໃນໄລຍະປົດປ່ອຍປະເທດລາວໃໝ່ໆ ໄດ້ມີປະຊາຊົນອົບພະຍົບອອກ ຈາກປະເທດ ຢ່າງຫຼວງຫຼາຍ. ຈຳນວນນຶ່ງແມ່ນໄດ້ໄປຢູ່ປະເທດ ຝຣັ່ງ, ສ່ວນ ນຶ່ງໄດ້ໄປ ອອສເຕຣເລຍ, ແລະອີກຈຳນວນນຶ່ງໄດ້ໄປ ການາດ ແລະມາ ສະຫະລັດ. ສຳລັບເຫດຜົນຂອງການອອກຈາກປະເທດລາວນັ້ນແມ່ນເພື່ອຊອກ ຫາຄວາມສຸກສະບາຍ ແລະ ໜີຈາກຄວາມວຸ້ນວາຍ. ຍານາງ ໄຊຊະນະ ກໍ ເປັນນຶ່ງບັນດາຜູ້ອົບພະຍົບທີ່ໄດ້ມາຕັ້ງຖິ່ນຖານຢູ່ໃນ ສະຫະລັດ.

Your browser doesn’t support HTML5

ສຽງ 1 ການອົບພະຍົບອອກຈາກ ລາວ.mp3

ຍານາງ ໄຊຊະນະ ຖ່າຍຮູບກັບໝູ່ໃນງານສັງສັນຂອງສະມາຄົມລາວ.

ອົບພະຍົບທີ່ມາຢູ່ ສະຫະລັດ ຈະມີຜູ້ປະກັນເອົາມາ, ບາງຄົນກໍມີພີ່ນ້ອງຜູ້ທີ່ມາ ຢູ່ກ່ອນປະກັນເອົາ, ບາງຄົນກໍມີຄອບຄົວຄົນອາເມຣິກັນປະກັນເອົາ. ພີ່ນ້ອງຂອງ ຍານາງ ໄຊຊະນະ ໄດ້ປະກັນເອົາມາໃນປີ 1980 ແລະ ລາວໄດ້ມາຕົກຢູ່ໃນ ນະຄອນ ດາລາສ ລັດ ເທັກຊັສ.

Your browser doesn’t support HTML5

ສຽງ 2 ການຕັ້ງຕົ້ນຊີວິດໃໝ່ໃນ ສະຫະລັດ.mp3

ປັດຈຸບັນນີ້ຍານາງ ໄຊຊະນະ ອາໄສຢູ່ເມືອງ ກາແລນ ທາງພາກເໜືອຂອງ ລັດເທັກຊັສ, ເຊິ່ງຕັ້ງຢູ່ບໍ່ໄກຈາກເມືອງ ດາລລັສ. ລັດ ເທັກຊັສ ເປັນລັດທີ່ ໃຫຍ່ຕັ້ງຢູ່ພາກໃຕ້ຂອງ ສະຫະລັດ, ມີປະຊາກອນ 29 ລ້ານ 5 ແສນຄົນ. ລັດດັ່ງກ່າວມີເນື້ອທີ່ໃຫຍ່ເປັນອັນດັບສອງຂອງ ສະຫະລັດ, ຕາມຫຼັງລັດ ອາລາສກາ. ເມືອງເອກຂອງລັດດັ່ງກ່າວຊື່ວ່າ ອອສຕິນ.

ຍານາງ ວິໄລເຮືອງ ລອຍກະໂທງຢູ່ວັດ.

Your browser doesn’t support HTML5

ສຽງ 3 ທີ່ຢູ່ອາໄສ.mp3

ລັດເທັກຊັສ ມີຊຸມຊົນລາວຂະໜາດໃຫຍ່ອາໄສຢູ່, ເຂົາເຈົ້າມີສະມາຄົມເປັນຂອງ ຕົນເອງ ແລະ ມັກຈະຈັດງານພົບປະສັງສັນຕະຫຼອດເວລາ. ການຈັດງານແຕ່ ລະຄັ້ງສ່ວນຫຼາຍຈະເປັນການຫາລາຍໄດ້ເພື່ອຊ່ວຍເຫຼືອວັດ ແລະ ເຂົ້າໂຄງ ການຊ່ວຍເຫຼືອປະຊາຊົນລາວໃນຊຸມຊົນ. ສຳລັບວຽກງານຂອງຄົນລາວຢູ່ທີ່ນັ້ນ ກໍມັກຈະເປັນການເຮັດຢູ່ໂຮງຈັກໂຮງງານ, ປະກອບເຮືອບິນ, ດ້ານອີເລັກໂທຣນິກ ແລະ ອື່ນໆ.

Your browser doesn’t support HTML5

ສຽງ 4 ອາຊີບການງານ.mp3

ຍານາງ ໄຊຊະນະ ໄປທ່ຽວກັບໝູ່ເພື່ອນ.

ລັດເທັກຊັສມີຊື່ສຽງໂດ່ງດັງສຳລັບສເຕັກ ຊີ້ງົວ ຂອງເຂົາເຈົ້າເພາະວ່າລັດ ດັ່ງກ່າວມີຟາມລ້ຽງງົວຂະໜາດໃຫຍ່, ເປັນລັດທີ່ຜະລິດຊີ້ນງົວຫຼາຍທີ່ສຸດຢູ່ໃນ ສະຫະລັດ ແລະ ຊີ້ນງົວຂອງເຂົາເຈົ້າກໍມີລາຄາແພງ. ຖ້າທ່ານໄດ້ມາຢາມ ສະຫະລັດ ທ່ານຕ້ອງລອງກິນສເຕັກຊີ້ນງົວ ເທັກຊັສ ໃຫ້ໄດ້. ຖ້າທ່ານ ຂາດອາຫານລາວບໍ່ໄດ້ມັນກໍມີຫຼາຍຄືກັນ, ເຄື່ອງປຸງອາຫານແມ່ນມີເກືອບ ຄົບທຸກຢ່າງ.

Your browser doesn’t support HTML5

ສຽງ 5 ອາຫານ.mp3

ລັດເທັກຊັສເປັນລັດທີ່ມີສະພາບອາກາດຂ້ອນຂ້າງຮ້າຍແຮງ, ລະດູຮ້ອນແມ່ນ ຮ້ອນຫຼາຍ, ມີພາຍຸຂະໜາດໃຫຍ່. ແຕ່ສຳລັບລະດູໜາວບາງເຂດກໍເຢັນ, ແລະ ບາງເຂດກໍໜາວຫຼາຍໂດຍສະເພາະພາກເໜືອ ມີຫິມະຕົກໜັກ, ເຊິ່ງຍານາງ ໄຊຊະນະ ກ່າວວ່າ

Your browser doesn’t support HTML5

ສຽງ 6 ສະພາບອາກາດ.mp3

ໂດຍລວມແລ້ວລັດເທັກຊັສເປັນລັດທີ່ສວຍງາມ,​ ມີຫຼາຍເມືອງໃຫຍ່ໃຫ້ໄປທ່ຽວ ຊົມ. ຢູ່ເມືອງ ຮູສຕັນ ທ່ານສາມາດໄປທ່ຽວຊົມຫໍພິພິຕະພັນ ແລະ ສູນກາງ ອະວະກາດຂອງອົງການ NASA, ເມືອງ ດາລລັສ ມີຫໍພິພິຕະພັນ ກ່ຽວກັບ ປະຫວັດສາດ ແລະ ສິລະປະຫຼາຍແຫ່ງ ແລະ ນະຄອນ ອອສຕິນ ທ່ານສາ ມາດມ່ວນຊື່ນກັບການບັນເທີງ, ທ່ຽວຊົມການສະແດງດົນຕຣີສົດ ແລະ ສວນສາທາລະນະຕ່າງໆ. ນອກຈາກນັ້ນກໍຍັງມີເມືອງທີ່ໜ້າທ່ຽວຊົມອື່ນໆອີກ ຄືເມືອງ ແຊນ ແອນໂທນີໂອ ແລະ ເມືອງ ຝອດເຫວີດ.