ລາຍການຊຸມຊົນລາວໃນທະວີບອາເມຣິກາຂອງວີໂອເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້ ພວກເຮົາມີການສຳພາດກັບທ່ານ ແກ້ວ ສີຈັນທະວົງ, ອົບພະຍົບລາວ ທີ່ໄດ້ຍ້າຍມາຕັ້ງຖິ່ນໃນ ສະຫະລັດ ຕັ້ງແຕ່ຍັງນ້ອຍ. ທ່ານ ແກ້ວ ແມ່ນຄູສອນມວຍໄທ, ແລະ ປັດຈຸບັນນີ້ ມີນັກຮຽກຈຳນວນຫຼວງຫຼາຍມາຝຶກຊ້ອມຢູ່ຄ້າຍຂອງລາວ. ເຊີນທ່ານຟັງການສໍາພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ວີໂອເອສຳພາດ ທ່ານ ແກ້ວ ສີຈັນທະວົງ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ
ຄົນລາວທີ່ຍົກຍ້າຍຖິ່ນຖານມາຢູ່ ສະຫະລັດ ມີອາຊີບທຳມາຫາກິນຫຼາຍປະເພດ, ສ່ວນຫຼາຍທີ່ເຮົາມັກໄດ້ຍິນຈະເປັນຄົນປາດຊີ້ນຢູ່ບໍລິສັດ, ເປັນຂ້າລັດຖະການ, ຊ່າງແປງລົດ, ແລະ ຮ້ານອາຫານ. ສຳລັບທ່ານ ແກ້ວ, ທ່ານເຄີຍເຮັດວຽກຢູ່ກາຊີໂນ, ເປັນນັກມວຍອາຊີບ ແລະ ປັດຈຸບັນນີ້ເປັນຄູສອນມວຍຢູ່ຄ້າຍຂອງລາວເອງໃນເມືອງ ເຟຣສໂນ, ລັດ ຄາລິຟໍເນຍ. ແຕ່ກ່ອນທີ່ເຮົາຈະເວົ້າ ກ່ຽວກັບ ອາຊີບນັກມວຍຂອງລາວນັ້ນ, ເຮົາຈະໄປຮູ້ຈັກ ກ່ຽວກັບ ຊີວິດສ່ວນຕົວຂອງລາວກ່ອນ.
Your browser doesn’t support HTML5
ສຽງ 1 ການຍ້າຍມາຕັ້ງຖິ່ນຖານໃນ ສະຫະລັດ.mp3
ທ່ານ ແກ້ວ ແລະ ຄອບຄົວຢູ່ວັດລາວ.
ຄົນຈຳນວນຫຼາຍທີ່ອາໄສຢູ່ໃນ ສະຫະລັດ ມັກຈະຍ້າຍບ່ອນຢູ່ໄປຫຼາຍລັດ, ບາງຄົນແມ່ນໄດ້ຍ້າຍຍ້ອນວຽກງານຂອງເຂົາເຈົ້າ, ຄົນໄວໜຸ່ມກໍຍ້າຍໄປຢູ່ສະຖານທີ່ຕາມມະຫາວິທະຍາໄລຂອງເຂົາເຈົ້າ ແລະ ຜູ້ທີ່ອອກບຳນານແລ້ວກໍມັກຍ້າຍໄປຢູ່ໃນສະຖານທີ່ໆມີສະພາບອາກາດດີ ຫຼື ຢູ່ແຄມທະເລ. ທ່ານ ແກ້ວ ກໍເຊັ່ນກັນໄດ້ຍ້າຍໄປຢູ່ຫຼາຍບ່ອນ ເຊິ່ງລາວໄດ້ກ່າວວ່າ:
Your browser doesn’t support HTML5
ສຽງ 2 ການຍ້າຍທີ່ຢຸ່ອາໄສໃນ ສະຫະລັດ.mp3
ຢູ່ເມືອງ ເຟຣສໂນ ຄົນລາວສ່ວນຫຼາຍທີ່ອາໄສຢູ່ທີ່ນັ້ນມີອາຊີບປູກຝັງ, ເປັນເຂດທີ່ມີຄົນລາວອາໄສຢູ່ຫຼາຍ. ມີສະມາຄົມລາວຫຼາຍສະມາຄົມ ແລະ ກໍມີວັດຫຼາຍແຫ່ງ.
Your browser doesn’t support HTML5
ສຽງ 3 ຊຸມຊົນລາວ ໃນເມືອງ ເຟຣສໂນ.mp3
ທ່ານ ແກ້ວ ໃສ່ເຂັມຂັດແຊັ້ມ ສະໄໝເປັນນັກມວຍ.
ຢູ່ ສະຫະລັດ ມີອາຊີບວຽກງານໃຫ້ເຮັດຫຼາຍຢ່າງ, ສຳລັບຄ່າຈ້າງ ແລະ ເງິນ ເດືອນຕ່າງໆນັ້ນກໍມີຫຼາຍລະດັບ, ເຊິ່ງບາງບ່ອນຄ່າຈ້າງຂັ້ນຕໍ່າແມ່ນ 15 ໂດລາຕໍ່ນຶ່ງຊົ່ວໂມງ. ທ່ານ ແກ້ວ ກໍເຄີຍເຮັດວຽກໃຫ້ບໍລິສັດມາກ່ອນ, ເປັນສະຖານທີ່ການພະນັນ ຫຼື ກາຊີໂນ. ທ່ານເຮັດວຽກຢູ່ທີ່ນັ້ນໄດ້ໄລຍະໃດນຶ່ງ ຫຼັງຈາກນັ້ນກໍໄດ້ປ່ຽນມາເອົາຈິງເອົາຈັງກັບອາຊີບມວຍ.
Your browser doesn’t support HTML5
ສຽງ 4 ວຽກງານຂອງທ່ານ ແກ້ວ.mp3
ທ່ານ ແກ້ວ ໄດ້ເລີ່ມຕີມວຍຕັ້ງແຕ່ຕອນຍັງນ້ອຍ. ທ່ານເຄີຍຕີມວຍອາຊີບ ແລະ ເຄີຍໄດ້ເປັນແຊັ້ມເຂັມຂັດສອງເສັ້ນ ເຊິ່ງທ່ານໄດ້ກ່າວວ່າ
Your browser doesn’t support HTML5
ສຽງ 5 ອາຊີບນັກມວຍ.mp3
ທ່ານ ແກ້ວ ເປັນອ້າຍລ້ຽງໃນນັກມວຍໃນລະຫວ່າງການແຂ່ງຂັນ.
ປັດຈຸບັນນີ້ທ່ານ ແກ້ວ ໄດ້ຫັນມາເປັນຄູສອນມວຍ ນັບຕັ້ງແຕ່ຂາຫັກເວລາທີ່ລາວໄປເຕະບານ. ທ່ານມີຄ້າຍມວຍເປັນຂອງຕົນເອງ ແລະ ມີລູກສິດຈຳນວນຫຼວງຫຼາຍ.
Your browser doesn’t support HTML5
ສຽງ 6 ຄ້າຍມວຍ.mp3
ຄົນຕ່າງປະເທດມັກມວຍໄທ ຫຼື Kickboxing ຫຼາຍ, ກິລາດັ່ງກ່າວແມ່ນໄດ້ແຜ່ອອກໄປທົ່ວໂລກ. ເຂົາເຈົ້າມັກຮຽນເພື່ອການອອກກຳລັງກາຍ ແລະ ບາງຄົນກໍໄດ້ຊ້ອມເປັນອາຊີບ. ລູກສິດຂອງທ່ານ ແກ້ວ ສ່ວນຫຼາຍກໍແມ່ນຄົນຕ່າງປະເທດ ເຊິ່ງທ່ານໄດ້ກ່າວວ່າ
ລູກສິດຢູ່ຄ້າຍມວຍຂອງທ່ານ ແກ້ວ.
Your browser doesn’t support HTML5
ສຽງ 7 ລູກສິດ.mp3
ໃນອີກບໍ່ເທົ່າໃດອາທິດລູກສິດຂອງທ່ານ ແກ້ວກໍຈະຂຶ້ນເວທີແຂ່ງຂັນໃນລະດັບລັດ. ທຸກຄັ້ງທີ່ລູກສິດຂຶ້ນຊົກ ທ່ານ ແກ້ວ ກໍຈະໄປຮ່ວມ ແລະ ເປັນອ້າຍລ້ຽງໃຫ້ເຂົາເຈົ້າ. ພວກເຮົາຫວັງວ່າ ເຂົາເຈົ້າຈະພົບກັບໄຊຊະນະ ແລະ ຫວັງວ່າທ່ານ ແກ້ວ ຈະປະສົບຄວາມສຳເລັດຕື່ມອີກໃນອະນາຄົດຂ້າງໜ້າ.