ໃນລາຍງານຊຸມຊົນຊາວລາວໃນທະວີບອາເມຣິກາຂອງຄ່ຳຄືນນີ້ ທ່ານຈະໄດ້ ຮັບຟັງການສຳພາດກັບ ທ່ານ ກ່ອງປະກັນ ຣາຊພົນ, ທີ່ເປັນນັກສຶກສາລຸ້ນທຳອິດທີ່ຖືກສົ່ງໄປຮຽນໃນອະດີດປະເທດສັງຄົມນິຍົມໃນເຂດຢູໂຣບຕາເວັນອອກ ແລ້ວຫລົບໜີໄປຢູ່ປະເທດຝຣັ່ງ ແລະຕັ້ງຖິ່ນຖານຢູ່ທີ່ນັ້ນມາໄດ້ 40 ປີແລ້ວ ຊຶ່ງບົວສະຫວັນ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດທ່ານກ່ອງປະກັນ ຣາຊພົນອະດີດນັກສຶກສາລາວທີ່ໄປຕັ້ງຖິ່ນຖານໃນນະຄອນປາຣີ, ປະເທດຝຣັ່ງ
ທ. ກ່ອງປະກັນ (ຊ້າຍສຸດນັ່ງທາງໜ້າ) ກັບເພື່ອນນັກສຶກສາລາວລຸ້ນທຳອິດ 11 ຄົນຈາກ ສປປລາວ ໄປສຶກສາໃນສາທາລະນະລັດສັງຄົມນິຍົມເຊັກໂກສໂລວາກີ, ຖ່າຍຮູບໃນໂອກາດສະຫລອງວັນກຳມະກອນສາກົນໃນວັນທີ 1 ພຶດສະພາ, 1977
ເສັ້ນທາງຊີວິດຂອງຊາວລາວອົບພະຍົບແຕ່ລະຄົນທີ່ໄປຕັ້ງຖິ່ນຖານຢູ່ຕ່າງປະເທດນັ້ນແມ່ນແຕກຕ່າງກັນ. ບາງຄົນກໍໄດ້ຕັ້ງໃຈໜີອອກຈາກປະເທດໄປຢູ່ສູນອົບພະຍົບໃນປະເທດໄທ ເພື່ອລໍຖ້າໄປປະເທດທີ 3. ແຕ່ວ່າກໍລະນີຂອງທ່ານ ກ່ອງປະກັນ ຣາຊພົນ ຜູ້ໄປຕັ້ງຖິ່ນຖານຢູ່ໃນນະຄອນຫລວງປາຣີຂອງຝຣັ່ງນັ້ນ ກັບແຕກຕ່າງຈາກຊາວອົບພະຍົບສ່ວນໃຫຍ່ ຊຶ່ງທ່ານເລົ່າເຖິງຄວາມເປັນມາສູ່ຟັງວ່າ:
Your browser doesn’t support HTML5
ສຽງ 1 ທ່ານ ກ່ອງປະກັນ ເລົ່າເຖິງອະດີດຄວາມເປັນມາຂອງທ່ານ
ຈາກນັ້ນທ່ານກໍໄດ້ໄປຢູ່ຝຣັ່ງ ດັ່ງທີ່ທ່ານເລົ່າອີກວ່າ:
Your browser doesn’t support HTML5
ສຽງ 2 ທ່ານ ກ່ອງປະກັນ ເລົ່າເຖິງການໄປຕັ້ງຖິ່ນຖານຢູ່ຝຣັ່ງ
ທ່ານເລົ່າເຖິງການເຮັດອາຊີບຂອງທ່ານເມື່ອໄປຢູ່ປະເທດຝຣັ່ງແລ້ວສູ່ຟັງດັ່ງນີ້:
Your browser doesn’t support HTML5
ສຽງ 2 ທ່ານ ກ່ອງປະກັນ ເລົ່າເຖິງການປະກອບອາຊີບຂອງທ່ານເມື່ອໄປເຖິງຝຣັ່ງໃນຊຸມປີ 1980
ເມື່ອຖາມເຖິງເຫດຜົນວ່າເປັນຫຍັງທ່ານຈຶ່ງຕັດສິນໃຈຫາທາງໄປຢູ່ປະເທດຕາເວັນຕົກທັ້ງໆ ທີ່ທ່ານເອງກໍມີປະຫວັດເປັນນັກສຶກສາຫົວກ້າວໜ້າໃນດ້ານການເມືອງຢູ່ລາວ, ທ່ານບອກວ່າ:
Your browser doesn’t support HTML5
ສຽງ 3 ທ່ານ ກ່ອງປະກັນເວົ້າເຖິງເຫດຜົນພາໄປໃຫ້ທ່ານຕັດສິນໃຈບໍ່ກັບບ້ານ
ທ່ານກ່ອງປະກັນ (ເສື້ອສີໄຂ່), ທ່ານຄຳເພົ້າ, ທູດສຶກສາ ແລະວັດທະນະທຳຂອງລາວປະຈຳຝຣັ່ງ ພິທີສະຫຼອງປີໃໝ່ລາວ ທີ່ປາຣີ ວັນທີ 28/5/22
ເມື່ອຖາມເຖິງຄວາມຮູ້ສຶກຂອງທ່ານຫລັງຈາກໄດ້ຕັດສິນໃຈຫລົບໜີອອກມາຢູ່ຝຣັ່ງ ແລະດຳລົງຊີວິດຢູ່ທີ່ນັ້ນໄດ້ 40 ປີແລ້ວທ່ານລົມກັບວີໂອເອວ່າ:
Your browser doesn’t support HTML5
ສຽງ 4 ທ່ານ ກ່ອງປະກັນ ເລົ່າເຖິງຄວາມຮູ້ສຶກໃນການໄດ້ໄປຕັ້ງຖິ່ນຖານຢູ່ຝຣັ່ງ
ທ. ກ່ອງປະກັນ (ເສື້ອສີໄຂ່) ທ. ພູຂົງ ສີສຸລາດ (ກາງ) ທູດລາວປະຈຳແບລຈ້ຽມ ແລະ ສະຫະພາບຢູໂຣບ ທ. ພົງສະຫວັນ ສີສຸລາດ (ຖັດການໄປຫາຊ້າຍ), ທູດລາວປະຈຳອັງກິດ, ໃນວັນສະຫລອງປີໃໝ່ລາວ, 28/5/22 ທີ່ມີເອກອັກຄະລັດຖະທູດລາວ ປະຈຳ 7 ປະເທດເຂົ້າຮ່ວມ
ນອກຈາກນັ້ນ ທ່ານກ່ອງປະກັນຜູ້ໄດ້ອອກກິນເບ້ຍບຳນານຫລັງໄດ້ເຮັດອາຊີບ ຂັບລົດຕັກຊີມາໄດ້ 20 ກວ່າປີແລ້ວ ຍັງບອກອີກວ່າ ທ່ານມັກລະບົບສະຫວັດດີ ການສັງຄົມໃນປະເທດຝຣັ່ງ ທີ່ໃຫ້ການດູແລສຸຂະພາບຜູ້ສູງອາຍຸຟຣີເປັນຢ່າງດີ ອີກດ້ວຍ ຊຶ່ງທ່ານເວົ້າສູ່ຟັງດັ່ງນີ້:
Your browser doesn’t support HTML5
ສຽງ 5 ທ່ານ ກ່ອງປະກັນ ເລົ່າເຖິງສະຫວັດດີການສຳລັບຄົນສູງອາຍຸຢູ່ຝຣັ່ງ
ທ່ານກ່ອງປະກັນ (ເສື້ອສີໄຂ່ນັ່ງ) ໃນພິທີສະຫຼອງປີໃໝ່ລາວ, ວັນທີ 28/5/22 ຊຶ່ງມີເອກອັກຄະລັດຖະທູດລາວ 7 ທ່ານປະຈຳ 7 ປະເທດ ໃນຢູໂຣບ ໄດ້ໃຫ້ກຽດເຂົ້າຮ່ວມ
ເນື່ອງຈາກລາວເຄີຍເປັນຫົວເມືອງຂຶ້ນຂອງຝຣັ່ງ ສະນັ້ນຈຶ່ງມີຄົນລາວໄປຕັ້ງຖິ່ນຖານຢູ່ໃນນະຄອນຫລວງປາຣີຕັ້ງແຕ່ສັດຕະວັດທີ 20 ພຸ້ນ ຊຶ່ງໃນເມື່ອກ່ອນ ແມ່ນລ້ວນແລ້ວແຕ່ເປັນລູກຫລານຂອງເຈົ້າຂຸນມຸນນາຍທີ່ເປັນຜູ້ຊ່ວຍຝຣັ່ງ ປົກຄອງປະເທດລາວ ແລະກໍມີຈຳນວນບໍ່ຫລາຍ. ສ່ວນຄົນລາວທີ່ເຂົ້າໄປຕັ້ງຖິ່ນຢູ່ ຝຣັ່ງໃນນາມອົບພະຍົບ ແລະໄປແບບເປັນຈຳນວນຫລາຍເຖິງ 25,000 ຄົນແມ່ນເລີ້ມຕົ້ນຂຶ້ນໃນຊຸມປີ 1980, ອີງຕາມເວັບໄຊທ໌ວີກີພີເດຍ (Wikipedia) ຕົກມາໃນປີ 2017 ນີ້ ມີຄົນລາວຢູ່ຝຣັ່ງປະມານ 20,000 ຄົນ ຊຶ່ງໃນນັ້ນ ນະຄອນຫລວງປາຣີ ແລະເຂດຊານເມືອງມີຄົນລາວອາໄສຢູ່ຫລາຍກວ່າໝູ່ ຊຶ່ງທ່ານກ່ອງປະກັນບອກວ່າ ມີປະມານ 1 ແສນຄົນ. ເມື່ອຖາມເຖິງອາຊີບຂອງຄົນລາວນັ້ນທ່ານບອກວ່າ:
Your browser doesn’t support HTML5
ສຽງ 6 ທ່ານ ກ່ອງປະກັນ ເລົ່າເຖິງການປະກອບອາຊີບຂອງຄົນລາວທີ່ໄປຕັ້ງຖິ່ນຖານຢູ່ຝຣັ່ງ
ວັດເປັນສູນລວມຈິດໃຈຂອງປະຊາຄົມລາວ ຊຶ່ງມີຄວາມສຳຄັນຫລາຍເປັນພິເສດສຳລັບຄົນທີ່ພັດພາກຈາກບ້ານເກີດເມືອງນອນມາຢູ່ຕ່າງປະເທດ ສະນັ້ນໃນປາຣີເອງ ຈຶ່ງມີການສ້າງຕັ້ງວັດວາຂຶ້ນຫລາຍຮອດ 5 ວັດ ດັ່ງທີ່ທ່ານກ່ອງປະກັນເລົ່າສູ່ຟັງວ່າ:
Your browser doesn’t support HTML5
ສຽງ 7 ທ່ານ ກ່ອງປະກັນເລົ່າເຖິງການສ້າງວັດໃນປາຣີ
ຫລາຍໆທ່ານຄົງຈະຮູ້ດີວ່າ ຝຣັ່ງ ໂດຍສະເພາະນະຄອນຫລວງປາຣີເປັນຈຸດດຶງ ດູດນັກທ່ອງທ່ຽວໃຫ້ມາຊົມຈາກທົ່ວໂລກ. ນຶ່ງໃນເຫດຜົນທີ່ພາໃຫ້ຄົນຢາກມາເບິ່ງມາຊົມນະຄອນຫລວງທີ່ວ່ານີ້ ນອກຈາກມີອານຸສອນສະຖານ ເຊັ່ນ ຫໍຄອຍ ຫລື ຕວກອີແຟລທີ່ໂດ່ງດັງ ແລ້ວກໍຍັງມີຄວາມເປັນລະບຽບຮຽບຮ້ອຍຂອງ ບ້ານເຮືອນ ແລະຖະໜົນຫົນທາງ ດັ່ງທີ່ທ່ານກ່ອງປະກັນພັນລະນາສູ່ຟັງວ່າ:
Your browser doesn’t support HTML5
ສຽງ 8 ທ່ານ ກ່ອງປະກັນເລົ່າເຖິງຄວາມງານຂອງນະຄອນຫລວງປາຣີ
ນອກນັ້ນ ກໍຍັງມີລະບົບຂົນສົ່ງທີ່ສະດວກຊັ້ນຍອດອີກ ດັ່ງທີ່ທ່ານເວົ້າວ່າ:
Your browser doesn’t support HTML5
ສຽງ 9 ທ່ານ ກ່ອງປະກັນເລົ່າເຖິງຄວາມສະດວກສະບາຍຂອງລະບົບຂົນສົ່ງໃນນະຄອນຫລວງປາຣີ
ທ. ກ່ອງປະກັນໄດ້ຮັບໃບຍ້ອງຍໍ ແລະ ຫຼຽນລະນຶກ 70 ປີ ການສ້າງຕັ້ງແນວລາວສ້າງຊາດ ທີ່ ສະຖານທູດລາວໃນປາຣີ, ໃນວັນທີ 8/3/22 ກົງກັບວັນແມ່ຍິງສາກົນ
ທ່ານກ່ອງປະກັນ, ອະດີດນັກສຶກສາລາວຫົວກ້າວໜ້າທີ່ຖືກສົ່ງໄປສຶກສາຕໍ່ໃນຕ່າງປະເທດລຸ້ນທຳອິດຂອງ ສປປ ລາວນັ້ນ ເຖິງແມ່ນໄດ້ຕັດສິນໃຈຊອກຫາທາງໄປຕັ້ງຖິ່ນຖານຢູ່ຝຣັ່ງ ຍ້ອນຄວາມມັກທາງດ້ານປະຊາທິປະໄຕແບບຕາເວັນຕົກກໍ່ຕາມ ແຕ່ທ່ານກໍຍັງບໍ່ລືມບ້ານເກີດເມືອງນອນ. ທ່ານໄດ້ປະກອບສ່ວນຊຸກຍູ້ໃຫ້ມີສາຍສຳພັນອັນແໜ້ນແກ່ນຂຶ້ນລະຫວ່າງຊາວລາວໃນປະເທດຝຣັ່ງ ແລະ ສປປ ລາວ ໂດຍການເປັນຜູ້ນຶ່ງໃນຄະນະບໍລິຫານອົງການສຳພັນຄົນລາວ ທີ່ມີການພົວພັນຢ່າງໃກ້ຊິດກັບສະຖານເອກອັກຄະລັດຖະທູດລາວ ປະຈຳຝຣັ່ງມາເປັນເວລາດົນນານ. ປັດຈຸບັນທ່ານກໍມີຊີວິດການເປັນຢູ່ທີ່ດີຫລັງຈາກໄດ້ອອກກິນເບ້ຍບຳນານແລ້ວ ແລະມີເວລາປະກອບສ່ວນຊ່ວຍສັງຄົມລາວຫລາຍຂຶ້ນ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບທ່ານກ່ອງປະກັນ ຣາຊພົນອະດີດນັກສຶກສາລາວລຸ້ນທຳອິດທີ່ຖືກສົ່ງໄປຮຽນຢູ່ອະດີດປະເທດເຊັກໂກສະໂລວາເກຍ ແຕ່ໄດ້ຕັດສິນໃຈໄປຕັ້ງຖິ່ນຖານຢູ່ຝຣັ່ງແລະມີຊີວິດການເປັນຢູ່ທີ່ດີດັ່ງໃຈຫວັງ. ທ່ານຜູ້ຟັງທັງຫລາຍລາຍການຊຸມຊົນຊາວລາວເລື່ອງໃໝ່ຈະກັບມາພົບກັບທ່ານອີກໃນວັນອາທິດໜ້າ ເວລາດຽວກັນນີ້.