ລາຍການຊຸມຊົນລາວໃນທະວີບອາເມຣິກາຂອງວີໂອເອພາກພາສາລາວ ສຳລັບ ແລງວັນອາທິດມື້ນີ້ ພວກເຮົາມີການສຳພາດກັບຍານາງ ຈັນສະໝອນ ແພງພັນ, ແມ່ຍິງລາວທີ່ໄດ້ຍ້າຍມາຕັ້ງຖິ່ນຖານໃໝ່ ໃນ ສະຫະລັດ. ພວກເຮົາໄດ້ລົມກັບລາວ ກ່ຽວກັບ ການທຳມາຫາກິນ ແລະ ການໃຊ້ຊີວິດຂອງລາວ ຢູ່ໃນ ສະຫະ ລັດ ແລະ ອື່ນໆ. ເຊີນທ່ານຟັງການສໍາພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດຍານາງ ຈັນສະໝອນ ແພງພັງ ໃນລາຍການຊຸມຊົນຊາວລາວໃນທະວີບ ອາເມຣິກາ
ຍານາງ ຈັນສະໝອນ, ເກີດຢູ່ເມືອງນໍ້າບາກ, ແຂວງຫຼວງພະບາງ. ລາວໄດ້ຍ້າຍມາຢູ່ ສະຫະລັດ ເວລາທີ່ລາວໄດ້ແຕ່ງງານກັບສາມີຂອງລາວ ເມື່ອປີ 2001. ຍານາງ ຈັນສະໝອນ ເຮັດວຽກໃຫ້ກອງທັບບົກ ສະຫະລັດ ພ້ອມກັບເປັນນັກຮ້ອງໃນຊຸມຊົນລາວ. ຕັ້ງແຕ່ໄດ້ມາຢູ່ ສະຫະລັດ ລາວແມ່ນໄດ້ຍ້າຍທີ່ຢູ່ເປັນລັດທີສາມແລ້ວ ແລະ ລາວໄດ້ເວົ້າສູ່ຟັງ ກ່ຽວກັບ ສິ່ງທີ່ລາວມັກໃນບັນດາລັດ ທີ່ລາວອາໄສຢູ່ນັ້ນ. ແຕ່ກ່ອນອື່ນໝົດຍານາງ ຈັນສະໝອນ ຈະເລົ່າສູ່ຟັງ ກ່ຽວກັບ ການຍ້າຍມາຕັ້ງຖິ່ນຖານໃໝ່ໃນ ສະຫະລັດ ຂອງລາວ.
Your browser doesn’t support HTML5
ການຕັ້ງຖິ່ນຖານໃໝ່
ຍານາງ ຈັນສະໝອນ ຖ່າຍຮູບກັບລົດສາມລໍ້.
ກ່ອນໄດ້ຕົກລົງແຕ່ງງານກັບສາມີ ຍານາງ ຈັນສະໝອນ ກໍໄດ້ຄົບຫາ ເບິ່ງໃຈກັນເປັນເວລາສອງ, ສາມປີ ກ່ອນໄດ້
ຕັດສິນໃຈສ້າງຄອບຄົວ ແລະ ຍ້າຍມາຢູ່ ສະຫະລັດ. ສາມີຂອງຍານາງເປັນຄົນລາວ ທີ່ໄດ້ອົບພະຍົບມາຢູ່ ສະຫະລັດ ຕັ້ງແຕ່ຍັງນ້ອຍ.
ປັດຈຸບັນນີ້ຍານາງ ຈັນສະໝອນ ມີລູກຊາຍສອງຄົນ, ລູກກົກມີອາຍຸ 18 ປີ ຮຽນຈົບຊັ້ນມັດທະຍົມ ໃນເດືອນພຶດສະພານີ້ ແລະ ລູກຫຼ້າມີອາຍຸ 15 ປິ.
ທຳອິດທີ່ໄດ້ຍ້າຍມາ ສະຫະລັດ ນັ້ນ, ລາວໄດ້ອາໄສຢູ່ລັດຄາລິຟໍເນຍ ເຊິ່ງລາວໄດ້ກ່າວວ່າ
Your browser doesn’t support HTML5
ການອາໄສຢູ່ໃນລັດຕ່າງໆ
ລັດແຄນຊັສ ຕັ້ງຢູ່ພາກຕາເວັນອອກຕອນກາງຂອງ ສະຫະລັດ, ມີປະຊາກອນອາໄສຢູ່ເກືອບ 3 ລ້ານຄົນ. ອຸດສາຫະກຳທີ່ສຳຄັນໃນລັດດັ່ງກ່າວ ມີໂຮງຈັກໂຮງງານ, ວິທະຍາສາດຊີວະພາບ, ພະລັງງານທົດແທນ ແລະ ອື່ນໆ. ລັດແຄນຊັສ ຍັງເປັນຜູ້ຜະລິດເຂົ້າເມັດ, ຊີ້ນງົວ, ອາຫານສັດ ທີ່ສຳຄັນຂອງປະເທດອີກດ້ວຍ.
ອາຊີບຂອງຍານາງ ຈັນສະໝອນ ແມ່ນພະນັກງງານລັດ ຢູ່ກອງທັບ ສະຫະລັດ, ເປັນບ່ອນເຮັດວຽກດຽວກັນກັບສາມີຂອງລາວ ແຕ່ເຮັດຄົນລະຕຳແໜ່ງ ແລະ ຄົນລະວຽກ.
Your browser doesn’t support HTML5
ອາຊີບ
ຍານາງ ຈັນສະໝອນ ກັບສາມີ.
ຄອບຄົວຂອງຍານາງຈັນສະໝອນ ໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກການຮັບໃຊ້ຊາດ ຫຼື ການເປັນທະຫານຂອງສາມີຂອງລາວ, ເພາະວ່ານະໂຍບາຍຂອງສະຫະລັດ ແມ່ນສົ່ງເສີມຊ່ວຍເຫຼືອທະຫານ ແລະ ອະດີດທະຫານໝົດທຸກຄົນ. ທະຫານໃນ ສະຫະລັດ ແມ່ນໄດ້ຮັບສິດທິພິເສດຫຼາຍກວ່າໝູ່ໝົດ, ໄດ້ຮັບການຊ່ວຍເຫຼືອດ້ານການເງິນ, ການສຶກສາ, ການເຮັດວຽກ, ການສ້າງທຸລະກິດ ແລະ ອື່ນໆ.
ໃນລັດແຄນຊັສ ກໍມີປະຊາຊົນ ລາວ ອາໄສຢູ່ເຊັ່ນກັນ. ຍານາງ ຈັນສະໝອນ ເວົ້າວ່າ ໝູ່ຂອງລາວສ່ວນຫຼາຍເປັນຄົນລາວ, ເວລາຫວ່າງກໍຈະນັດພົບກັນຊຸມແຊວ.
Your browser doesn’t support HTML5
ຊຸມຊົນລາວໃນລັດ ແຄນຊັສ
ຍານາງ ຈັນສະໝອນ ກັບໝູ່ຢູ່ງານຂອງຊຸມຊົນລາວ.
ຍານາງ ຈັນສະໝອນ ເປັນຄົນມັກມ່ວນ, ລາວຍັງເປັນນັກຮ້ອງທີ່ມີຄົນຮູ້ຈັກດີຫຼາຍໃນຊຸມຊົນຄົນລາວທົ່ວ ສະຫະລັດ. ເຊິ່ງສ່ວນຫຼາຍລາວຈະຮ້ອງເພງໃນງານຕ່າງໆ ຂອງຊຸມຊົນລາວ ເຊັ່ນງານບຸນຢູ່ວັດ, ງານລ້ຽງຫາລາຍໄດ້ ແລະ ອື່ນໆ. ຈາກການຮ້ອງເພງນັ້ນ ລາວໄດ້ຖືກເຊື້ອເຊີນໃຫ້ໄປຮ້ອງເພງເກືອບທົ່ວທຸກລັດໃນ ສະຫະລັດ ແລ້ວ.
Your browser doesn’t support HTML5
ການຮ້ອງເພງໃນງານຂອງຊຸມຊົນລາວ
ຕັ້ງແຕ່ຍ້າຍມາຢູ່ ສະຫະລັດ ຍານາງ ຈັນສະໝອນ ແມ່ນໄດ້ກັບເມືອຢາມບ້ານຢູ່ ລາວ ແຕ່ເທື່ອດຽວ. ເຫດຜົນຂອງການບໍ່ໄດ້ເມືອເປັນປະຈຳ ກໍຍ້ອນລູກຍັງນ້ອຍ ແລະ ຕ້ອງໄດ້ຕັ້ງໂຕໃນການສ້າງອາຊີບ ແລະ ທຳມາຫາກິນ. ເມື່ອຖືກຖາມວ່າການໃຊ້ຊີວິດຢູ່ ສະຫະລັດ ມີຄວາມສຸກບໍ່ນັ້ນ ລາວໄດ້ຕອບວ່າ
Your browser doesn’t support HTML5
ຄວາມຮູ້ສຶກໃນການອາໄສຢູ່ ສະຫະລັດ
ການອາໄສຢູ່ໃນ ສະຫະລັດ ຖ້າໃຜດຸໝັ່ນ, ບໍ່ລັງກຽດວຽກ ທຸກຄົນແມ່ນຈະມີຊີວິດທີ່ສຸກສະບາຍ. ຄວາມຝັນຂອງທຸກຄົນທີ່ອາໄສຢູ່ໃນປະເທດນີ້ແມ່ນມີວຽກເຮັດງານທຳ, ມີບ້ານເປັນຂອງຕົນເອງ ແລະ ສາມາດມ່ວນຊື່ນກັບຄອບຄົວ ແລະ ໝູ່ເພື່ອນໃນຍາມຫວ່າງ.
ທີ່ທ່ານໄດ້ຟັງໄປນັ້ນ ແມ່ນການສຳພາດ ກັບຍານາງ ຈັນສະໝອນ ແພງພັງ, ຄົນລາວທີ່ອາໄສຢູ່ໃນລັດແຄນຊັສ ທາງພາກຕາເວັນອອກຕອນກາງຂອງ ສະ ຫະລັດ. ເຊີນທ່ານຕິດຕາມການສຳພາດເລື່ອງໃໝ່ ຂອງພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວ ໃນອາເມຣິກາ ເວລາດຽວກັນນີ້.